ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຣີສຍັງຈະຕ້ອງໄດ້ເຮັດອີກຫລາຍຢ່າງ ກ່ອນຈະໄດ້ຮັບເງິນຊ່ວຍເຫລືອ ຈາກ EU (ເບິ່ງວີດີໂອ)


ຄະນະລັດຖະມົນພວກປະເທດໃຊ້ເງິນຢູໂຣ ຮັບຜ່ານເງິນຊ່ວຍເຫລືອກ້ອນ ໃໝ່ໃຫ້ແກ່ປະເທດກຣີສ
ຄະນະລັດຖະມົນພວກປະເທດໃຊ້ເງິນຢູໂຣ ຮັບຜ່ານເງິນຊ່ວຍເຫລືອກ້ອນ ໃໝ່ໃຫ້ແກ່ປະເທດກຣີສ

ທ່ານ Lucas Papademos ນາຍົກລັດຖະມົນຕີກຣີສກ່າວ​ວ່າ ປະ​ເທດຊາດ​ແມ່ນ​ມີ​ພາລະ
ຫຼາຍສິ່ງ​ຫຼາຍຢ່າງ​ຈະ​ຕ້ອງ​ປະຕິບັດ​ກ່ອນ​ທີ່​ຈະ​ໄດ້​ຮັບ​ເງິນຊ່ອຍ​ເຫຼືອ​ກ້ອນໃໝ່​ຈໍານວນ 172
ພັນ​ລ້ານ​ໂດ​ລາ ຈາກ​ສະຫະພາບ​ຢູ​ໂຣບ ​ແລະ​ອົງການກອງ​ທຶນ​ສາກົນ ຫລື ​ໄອ​ແອ​ມ​ເອຟ
ນັ້ນ.

ສະພາ​ແຫ່ງ​ຊາດ​ກຣີສ ​ໄດ້​ຕົກລົງ​ໃນດ້ານ​ຫຼັກການ ​ກ່ຽວ​ກັບຂໍ້​ກໍານົດ​ຂອງ​ການ​ໃຊ້​ຈ່າຍ
ແລະ​ການ​ຕັດ​ໜ້າ​ວຽກດັ່ງທີ່​ຕ້ອງການ​ໂດຍ​ສະຫະພາບ​ຢູ​ໂຣບ ແລະ​ໄອແອ​ມ​ເອຟ. ບັດ​ນີ້
ພວກສະມາຊິກລັດຖະ​ສະພາ​ຈະ​ຕ້ອງ​ຮັບ​ຜ່ານມາດ​ຕະການ​ສະ​ເພາະທັງ​ 79 ຂໍ້ ທີ່​ໂຮມ​ຢູ່​
ໃນ​ຂໍ້​ກໍານົດກ່ອນ​ທີ່ຈະ​ໄດ້​ຮັບເ​ງິນຊ່ອຍ​ເຫຼືອກ້ອນ​ໃໝ່​.

ເງິນ​ຊ່ອຍ​ເຫຼືອກ້ອນ​ນີ້​ເບິ່ງ​ຄື​ວ່າຈະ​ຊ່ອຍ​ກຣີສ​ໃຫ້​ຫຼີກລ່ຽງຈາກ​ລົ້ມລະລາຍ ທີ່ກຣີສກຳລັງ
ປະ​ເຊີນໜ້າ​ຢູ່ຖ້າ​ຫາກບໍ່​ສາມາດ​ຊໍາລະ​ເງິນ 19 ພັນລ້ານ​ໂດ​ລາ​ແກ່ພວກ​ລົງ​ທຶນ ​ເວລາ​ພັນ
ທະບັດ​ຂອງ​ລັດຖະບານ​ເຖິງ​ກໍານົດ​ໃນ​ວັນ​ທີ່ 20 ​ເດືອນ​ມີນາ​ຈະມາ​ນີ້.

ການ​ຊ່ອຍ​ເຫຼືອ​ດັ່ງກ່າວ ບັງຄັບ​ໃຫ້​ກຣີສຕັດ​ການ​ໃຊ້​ຈ່າຍ​ທີ່​ປະຊາຊົນ​ບໍ່​ເຫັພ້ອມ​ນຳ​ນັ້ນລົງ​
ໃຫ້​ຫລາຍ​ທີ່​ສຸດ ​ຊຶ່ງ​ມີ​ໂຮມ​ທັງການ​ຕັດອັດຕາ​ຄ່າ​ແຮງ​ງານ​ຕໍ່າ​ສຸດຂອງປະ​ເທດລົງ 22 ​ເປີ
ເຊັນ ​ແລະ​ຕັດ​ໜ້າ​ວຽກຂອງ​ລັດຖະບານ​ລົງ 15,000 ໜ້າ​ວຽກ.

ມີ​ບາງ​ຄັ້ງ​ບາງ​ຄາວ​ທີ່​ພວກ​ຊາວ​ກຣີກຫຼາຍພັນ​ຄົນ​ພາກັນ​ປະ​ທ້ວງຮຸນ​ແຮງ​ຕາມ​ຖະນົນ​ຫົນ
ທາງຕໍ່ຕ້ານ​ການ​ຕັດການ​ໃຊ້​ຈ່າຍ​ຕ່າງໆ​ນັ້ນ ​ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້ເສຍສະຫຼະຢ່າງ
ພຽງພໍທີ່​ສຸດ​ແລ້ວ.

ແຕ່ທ່ານ Jean-Claude Juncker ຫົວໜ້າ​ພວກ​ປະ​ເທດ​ໃຊ້​ເງິນ​ຢູ​ໂຣ ກ່າ​ວວ່າ ​ເງິນຊ່ວຍ
ກອບ​ກູ້​ກ້ອນ​ນີ້ ​ແມ່ນ​ຈະ​ຮັບຮອງ​ສະຖຽນ​ລະ​ພາບ​ທາງ​ການ​ເງິນໃຫ້​ແກ່​ທັງ​ກຣີສແລະ​ພວກ
ປະ​ເທດ​ໃຊ້​ເງິ​ນຢູ​ໂຣນຳ​ດ້ວຍ.

XS
SM
MD
LG