ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາບວິດີໂອໃໝ່ ສະແດງໃຫ້ເຫັນຄວາມຮຸນແຮງ ຢູ່ຫໍລັດຖະສະພາ ສະຫະລັດ ໃນເດືອນແລ້ວ


ພາບຈາກວິດີໂອນີ້, ວິດີໂເອຈາກ ທ່ານ ດໍໂນລ ທຣຳ, ຖືກທຽບໃສ່ກັບພາບກ້ອງຕິດໂຕຂອງຕຳຫຼວດ, ດັ່ງທີ່ມັນສະແດງໃຫ້ເຫັນ ຕໍ່ບັນດາສະມາຊິກສະພາສູງ.
ພາບຈາກວິດີໂອນີ້, ວິດີໂເອຈາກ ທ່ານ ດໍໂນລ ທຣຳ, ຖືກທຽບໃສ່ກັບພາບກ້ອງຕິດໂຕຂອງຕຳຫຼວດ, ດັ່ງທີ່ມັນສະແດງໃຫ້ເຫັນ ຕໍ່ບັນດາສະມາຊິກສະພາສູງ.

ບັນດາໄອຍະການໃນການດຳເນີນຄະດີຟ້ອງຮ້ອງສະພາສູງຕໍ່ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີອີກນຶ່ງວັນເພື່ອໂຕ້ຖຽງໃນວັນພະຫັດມື້ນີ້ວ່າ ທ່ານ ທຣຳ ໄດ້ຍຸແຍ່ການໂຈມຕີທີ່ຮ້າຍແຮງຢູ່ລັດຖະສະພາ ສະຫະລັດ ເມື່ອເດືອນແລ້ວນີ້.

ໄອຍະການດັ່ງກ່າວ, ທີ່ປະກອບມີບັນດາສະມາຊິກພັກເດໂມແຄຣັດໃນສະພາ ຕໍ່າ, ໄດ້ສະແດງພາບ, ວິດີໂອທີ່ບໍ່ໄດ້ເປີດເຜີຍກ່ອນໜ້ານີ້ ກ່ຽວກັບ ການຈະລາຈົນຕໍ່ບັນດາສະມາຊິກສະພາສູງ ທີ່ເຮັດໜ້າທີ່ເປັນກຳມະການຕັດສິນໃນຄະດີດັ່ງກ່າວໃນວັນພຸດວານນີ້.

ວິດີໂອທີ່ວ່ານັ້ນໄດ້ສະແດງໃຫ້ເຫັນພວກຕໍ່ຕ້ານລັດຖະບານຫຼາຍຮ້ອຍຄົນ, ເຊິ່ງແມ່ນຜູ້ສະໜັບສະ ໜູນທ່ານ ທຣຳ ທີ່ທ່ານໄດ້ຮຽກຮ້ອງໃຫ້ໄປລັດຖະສະພາເພື່ອພະຍາຍາມຢຸດການຢັ້ງຢືນການຜ່າຍ ແພ້ ໃນການເລືອກຕັ້ງຂອງທ່ານຢ່າງເປັນທາງການນັ້ນ, ບຸກເຂົ້າໄປໃນຕຶກ ແລະ ເຂົ້າໄປໃນທັງສະ ພາສູງ ແລະ ສະພາຕໍ່າ. ພວກກໍ່ຈະລາຈົນບາງຄົນໄດ້ຄົ້ນເອກະສານຕ່າງໆທີ່ບັນດາສະມາຊິກສະ ພາ ໄດ້ປະໄວ້ໃນຂະນະທີ່ເຂົາເຈົ້າໄດ້ຫຼົບໜີໄປຫາຄວາມປອດໄພ.

ພວກກໍ່ຈະລາຈົນບາງຄົນ, ທີ່ວິດີໂອໃນວັນທີ 6 ມັງກອນໄດ້ສະແດງໃຫ້ເຫັນນັ້ນ, ໄດ້ຮ້ອງວ່າພວກເຂົາໄດ້ພະຍາຍາມທີ່ຈະຊອກຫາອະດີດຮອງປະທານາ ທິບໍດີ ໄມຄ໌ ເພັນສ໌ ເພື່ອແຂວນຄໍທ່ານ ເພາະວ່າທ່ານໄດ້ປະຕິເສດການຮຽກຮ້ອງຂອງທ່ານ ທຣຳ ທີ່ທ່ານໄດ້ກີດກັ້ນການຢືນຢັນຜົນຂອງຄະແນນສຽງຈາກຄະນະຜູ້ແທນລັດ ສະນັ້ນທ່ານ ທຣຳ ແລະ ທ່ານ ເພັນສ໌ ຈຶ່ງສາມາດຄົງຢູ່ໃນອຳ ນາດອີກສີ່ປີ.

ຜູ້ປະທ້ວງຄົນອື່ນໆໄດ້ຕາມລ່າຫາປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ, ອີງຕາມວິດີໂອ.

ພວກປະທ້ວງໄດ້ບຸກເຂົ້າໄປໃນຫ້ອງການຂອງທ່ານນາງ, ແຕ່ບັນດາໄອຍະການໄດ້ກ່າວວ່າ ພວກເຈົ້າໜ້າທີ່ແມ່ນໄດ້ພາທ່ານນາງອອກຈາກລັດຖະສະພາໄປຫາຄວາມປອດໄພແລ້ວ, ໃນຂະນະທີ່ພະນັກງານຂອງທ່ານນາງບາງຄົນໄດ້ໄປລີ້ຢູ່ໃນຫ້ອງປະຊຸມທີ່ຢູ່ໃກ້ຄຽງຢູ່ທາງຫຼັງປະຕູທີ່ຖືກລັອກ.

ຜູ້ບໍລິຫານການຟ້ອງຮ້ອງສະພາຕໍ່າ ທ່ານນາງ ສເຕຊີ ພລາສເກັດ ຈາກເກາະ ເວີຈິນ ສະຫະລັດ ໄດ້ກ່າວໃນການໃຫ້ການຕໍ່ສະມາຊິກສະພາສູງ 100 ຄົນ, ໂດຍອ້າງເຖິງການຢືນຢັນໄຊຊະນະຂອງທ່ານ ໄບເດັນ ໂດຍອະດີດຮອງປະທານາທິບໍດີນັ້ນວ່າ “ພວກກໍ່ຈະລາຈົນໄດ້ຊອກຫາທ່ານ ເພັນສ໌ ເພື່ອທີ່ຈະປະຫານຊີວິດທ່ານ ຍ້ອນຄວາມຮັກຊາດຂອງທ່ານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG