ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ນາງ ແກຣນໂຮມ ເອີ້ນ​ການ​ເກັບ​ພາ​ສີ​ທີ່​ສູງ​ຂຶ້ນ​ຂອງ ສະ​ຫະ​ລັດ ​ຕໍ່​ລົດ ຈີນ ແມ່ນ​ສຳ​ຄັນ​ສຳ​ລັບ​ຜູ້​ຜະ​ລິດ​ລົດ


ລັດຖະມົນຕີກະຊວງພະລັງງານຂອງ ສະຫະລັດ ທ່ານນາງ ເຈັນນີເຟີ້ ແກຣນໂຮມ
ລັດຖະມົນຕີກະຊວງພະລັງງານຂອງ ສະຫະລັດ ທ່ານນາງ ເຈັນນີເຟີ້ ແກຣນໂຮມ

ລັດຖະມົນຕີກະຊວງພະລັງງານຂອງ ສະຫະລັດ ທ່ານນາງ ເຈັນນີເຟີ້ ແກຣນໂຮມ (Jennifer Granholm) ກ່າວໃນວັນອັງຄານວານນີ້ວ່າ ການເກັບ ພາສີນຳເຂົ້າລົດໄຟຟ້າຂອງຈີນ ເພີ່ມຂຶ້ນເປັນ 4 ເທົ່າ ໃນເດືອນສິງຫາ ຜ່ານມາ ເປັນຫຼາຍກວ່າ 100 ເປີເຊັນ ຕາມທີ່ໄດ້ວາງແຜນໄວ້ນັ້ນ ແມ່ນມີຄວາມສຳຄັນ ຢ່າງຍິ່ງຕໍ່ສະຖານະພາບຂອງຂະແໜງລົດຍົນຂອງ ສະຫະລັດ, ອີງຕາມອົງ ການຂ່າວ Reuters.

ທ່ານ ນາງ ແກຣນໂຮມ (Granholm) ກ່າວໃນການໃຫ້ສໍາພາດ ໃນວັນອັງ ຄານວານນີ້ກັບນັກຂ່າວ ແລະບັນນາທິການຂອງອົງ​ການ​ຂ່າວ Reuters ວ່າ "ພວກເຮົາຈໍາເປັນຕ້ອງມີອຸດສາຫະກໍານີ້ຢູ່ທີ່ນີ້. ແລະຖ້າພວກເຮົາບໍ່ເຮັດເຊັ່ນນັ້ນ, ພວກເຮົາກໍພຽງແຕ່ຈະຕ້ອງມອບດິນແດນທັງຫມົດໃຫ້ຈີນ ຄືກັບທີ່ພວກເຮົາ ໄດ້ເຫັນສິ່ງທີ່ເກີດຂຶ້ນກັບແຜງພະລັງງານແສງອາທິດ."

"ແຜນການຂອງຈີນແມ່ນມີລັກສະນະຮຸກຮານຫຼາຍຕໍ່ກັບນະໂຍບາຍອຸດສາຫະ ກຳ ແລະພວກເຮົາບໍ່ໄດ້ເຮັດຫຍັງເລີຍ ແລະດຽວນີ້ ພວກເຮົາກຳລັງເຮັດບາງສິ່ງ ບາງຢ່າງກ່ຽວກັບເລື້ອງນີ້."

ວໍຊິງຕັນ ກໍາລັງລົງທຶນຫຼາຍຮ້ອຍຕື້ໂດລາ ໃນການຊ່ວຍເຫຼືອດ້ານພາສີພະລັງ ງານສະອາດ ເພື່ອພັດທະນາອຸດສາຫະກຳລົດໄຟຟ້າ ຫຼື EV, ພະລັງງານແສງ ຕາເວັນ ແລະອຸດສາຫະກໍາໃຫມ່ອື່ນໆ ຂອງສະຫະລັດ, ແລະໄດ້ກ່າວວ່າກໍາລັງການຜະລິດສ່ວນເກີນຂອງລັດຖະບານຈີນ ໃນຂະແຫນງ ການເຫຼົ່ານີ້ ເປັນໄພຂົ່ມຂູ່ຕໍ່ການຢູ່ລອດຂອງບໍລິສັດ ສະຫະລັດ.

ລັດ​ຖະ​ບານຂອງປະທານາທິບໍດີ ໂຈ ໄບເດັນ ໄດ້ແນເປົ້າໃສ່ການເກັບພາສີ, ເຊິ່ງຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາເປັນຕົ້ນໄປ ເພື່ອປົກປ້ອງ ວຽກເຮັດງານທຳຂອງຊາວອາເມຣິກັນ ຈາກການນຳເຂົ້າສິນຄ້າລາຄາຖືກຈາກ ຈີນ ຈຳນວນຫຼວງຫຼາຍ.

"ພວກເຮົາຕ້ອງການໃຫ້ມີແກນຫຼັກໃນການຜະລິດ. ພວກເຮົາຕ້ອງມີຄວາມເຄັ່ງ ຄັດ ກ່ຽວກັບມັນ," ທ່ານນາງ ແກຣນໂຮມ (Granholm) ກ່າວ.

ທ່ານນາງຍັງກ່າວວ່າ ຜູ້ຜະລິດລົດຂອງ ສະຫະລັດ "ກໍາລັງເຮັດທຸກສິ່ງທຸກຢ່າງ ທີ່ພວກເຂົາສາມາດເຮັດໄດ້ ເພື່ອສືບຕໍ່ເຮັດໃຫ້ລາຄາຫຼຸດລົງ", ໂດຍປະຕິເສດ ຄໍາແນະນໍາທີ່ວ່າການເອົາລົດ EV ຂອງຈີນທີ່ມີລາຄາຕ່ໍາກວ່າ ອອກຈາກ ສະຫະລັດ ຈະເປັນການຂັດຂວາງຜູ້ຜະລິດລົດຊາວອາເມຣິກັນ ຈາກການຫຼຸດ ລາຄາ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

U.S. Energy Secretary Jennifer Granholm said on Tuesday quadrupling import duties on Chinese electric vehicles to over 100% in August as planned is crucial to the health of the U.S. auto sector.

"We need to have this industry here. And if we didn't do that, we would just be ceding the entire territory to China like we saw happen with solar panels," Granholm said in an interview Tuesday with Reuters reporters and editors.

China's "plan is very aggressive on industrial policy and we had done nothing and now we are doing something about it."

Washington is investing hundreds of billions of dollars in clean energy tax subsidies to develop U.S. EV, solar and other new industries, and has said China's state-driven excess production capacity in these sectors threatens the viability of U.S. companies.

President Joe Biden's administration aimed the tariffs, which are set to take effect starting Aug. 1, at protecting American jobs from a feared flood of cheap Chinese imports.

"We want to have a manufacturing backbone. We have to be tough about it," Granholm said.

She said U.S. automakers "are doing everything they can to continue to reduce prices," rejecting the suggestion that keeping lower-priced Chinese EVs out of the U.S. would deter American automakers from cutting prices.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG