ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກ​ເປົ່າ​ແກ ດົນ​ຕີ ແຈັ​ສ ທ່ານ ຮາ​ໂກ​ຣ​ວ໌ ເສຍ​ຊີ​ວິດແລ້ວ ຮວມ​​ອາ​ຍຸໄດ້ 49 ປີ


ນັກ​ເປົ່າ​ແກ​ດົນ​ຕີ​ແຈັ​ສ ຄົນ ອາ​ເມ​ຣິ​ກັນ ທ່ານ ຣອຍ ຮາ​ໂກ​ຣ​ວ໌ ສະ​ແດງ​ຢູ່​ງານ​ເທດ​ສະ​ການ​ດົນ​ຕີແຈັ​ສ 5 ທະ​ວີບ. ເມືອງ ມາກ​ໄຊ, ປະ​ເທດ ຝ​ຣັ່ງ. 26 ກໍ​ລະ​ກົດ, 2018.
ນັກ​ເປົ່າ​ແກ​ດົນ​ຕີ​ແຈັ​ສ ຄົນ ອາ​ເມ​ຣິ​ກັນ ທ່ານ ຣອຍ ຮາ​ໂກ​ຣ​ວ໌ ສະ​ແດງ​ຢູ່​ງານ​ເທດ​ສະ​ການ​ດົນ​ຕີແຈັ​ສ 5 ທະ​ວີບ. ເມືອງ ມາກ​ໄຊ, ປະ​ເທດ ຝ​ຣັ່ງ. 26 ກໍ​ລະ​ກົດ, 2018.

ນັກ​ເປົ່າ​ແກ​ ທ​ຣຳ​ເປັດ ດົນ​ຕີ ແຈັ​ສ ທ່ານ ຣອຍ ຮາ​ໂກ​ຣ​ວ໌ (Roy Hargrove) ໄດ້​ເສຍ
ຊີວິດແລ້ວ ຍ້ອນໂຣກຫົວໃຈວາຍ ລວມອາຍຸໄດ້ 49 ປີ, ຫຼັງຈາກໄດ້ຕໍ່ສູ້ມາເປັນເວລາ
ດົນນານກັບໂຣກໝາກໄຂ່ຫຼັງ.

ຜູ້​ຈັດ​ການ​ຂອງ​ທ່ານ, ທ່ານ ແລ​ຣີ ໂຄ​ລ​ຕີ​ເອີ (Larry Clothier), ໄດ້​ປະ​ກາດ​ເຖິງການ​
ເສຍຊີວິດຂອງຜູ້ຊະນະລາງວັນແກຣມມີ ສອງຄັ້ງທີ່ວ່ານັ້ນ ໃນວັນເສົາວານນີ້. ທ່ານ
ຮາໂກຣວ໌ ໄດ້ເສຍຊີວິດໃນວັນສຸກທີ່ຜ່ານມາ, ອີງຕາມການກ່າວຂອງ ທ່ານ.

ທ່ານ ຮາ​ໂກ​ຣ​ວ໌ ໄດ້​ຖືກ​ຄົ້ນ​ພົບ​ໂດຍ​ນັກ​ເປົ່າ​ແກ​ດົນ​ຕີ​ແຈັ​ສ ທີ່​ມີ​ຊື່​ສຽງ ທ່ານ ວິນ​ຕັນ ມາ
ຊາລິສ (Winton Marsalis) ໃນເວລາເຂົ້າຮຽນຢູ່ໂຮງຮຽນມັດທະຍົມສິລະປະ ການ
ສະແດງ ໃນນະຄອນ ດາລັສ ລັດ ເທັກຊັສ. ທ່ານໄດ້ຮຽນດົນຕີ ຢູ່ມະຫາວິທະຍາໄລ
ດົນຕີ ເບີກລີ (Berklee) ໃນນະຄອນ ບັອສຕັນ ກ່ອນຍ້າຍໄປໂຮງຮຽນ ນິວ ສກູລ
(New School) ຂອງນະຄອນ ນິວຢອກ ແລະ ຮ່ວມການແດງຢູ່ສະໂມສອນດົນຕີ
ແຈັສ.

ທ່ານ ຮາ​ໂກ​ຣ​ວ໌ ໄດ້​ຮັບຄວາມນັບ​ຖື​ວ່າເປັນ​ນຶ່ງ ​ໃນ​ນັກ​ເປົ່າ​ແກ​ດົນ​ຕີ​ແຈັ​ສ​ທີ່​ເກັ່ງ​ທີ່​ສຸດ​
ໃນຍຸກໄສໄໝຂອງທ່ານ. ປະເພດການສະແດງຂອງທ່ານລວມມີ ທຳນອງທີ່ເປັນແນວ
ລາຕິນ ແລະ ອາຟຣິກັນ, ຟັ້ງ, R&B ແລະ ຮິບຮັອບ. ທ່ານໄດ້ເປັນທີ່ຮູ້ຈັກໃນດ້ານທັກ
ສະການສະແດງສົດຂອງທ່ານ.

ທ່ານ ໂຄ​ລ​ຕີ​ເອີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ທ່ານ ຮາ​ໂກ​ຣ​ວ໌ “ໄດ້​ເປັນ​ທີ່​ຮູ້​
ຈັກຫຼາຍເທົ່າໆກັບໄຟ ທີ່ໄຫຼລົ້ນ ແລະ ຮຸນແຮງ ຄືກັບບົດເພງທີ່ມ່ວນອອນຊອນ ແລະ
ເປັນເອກກະລັກຂອງທ່ານ. ຫຼາຍຄັ້ງ, ສຽງຂອງທ່ານໄດ້ພິສູດໃຫ້ເຫັນ ແລະ ເປັນທີ່ນັບ
ຖື ສຳລັບຄວາມຮັກຢ່າງເລິກເຊິ່ງໃນດ້ານເພງ. ຄຸນນະສົມບັດທີ່ບໍ່ເຫັນແກ່ຕົວຂອງທ່ານ
ໄດ້ປົກຄຸມໄປທົ່ວວົງການເພງທຸກໆແຫ່ງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG