ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລັດ​ຖະ​ບານ​ຕ່າງໆ ເພີ່ມ​ຄວາມ​ພະ​ຍາ​ຍາມ ໃນ​ການ​ປາບ​ປາມ ລັດ​ທິ ​ຫົວຮຸນ​ແຮງ ​ທາງ​ອອນ​ໄລ​ນ໌


ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ ຊີ​ແລນ ທ່ານ​ນາງ ຈາ​ຊິ​ນ​ດາ ອາ​ເດີນ, ຂວາ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອອ​ສ​ເຕ​ຣ​ເລຍ, ທ່ານ ສ​ກັອກ ມໍ​ຣິ​ສ​ສັນ, 19 ກໍ​ລະ​ກົດ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ ຊີ​ແລນ ທ່ານ​ນາງ ຈາ​ຊິ​ນ​ດາ ອາ​ເດີນ, ຂວາ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອອ​ສ​ເຕ​ຣ​ເລຍ, ທ່ານ ສ​ກັອກ ມໍ​ຣິ​ສ​ສັນ, 19 ກໍ​ລະ​ກົດ, 2019.

ຄວາມ​ພະ​ຍາ​ຍາມ​ເມື່ອບໍ່​ດົນ​ມານີ້​ໂດຍ​ລັດ​ຖະ​ບານ ອອ​ສ​ເຕ​ຣ​ເລຍ ແລະ ນິວ​ຊີ​ແລນ
ເພື່ອປາບປາມລັດທິກໍ່ການຮ້າຍໃນຄອມພິວເຕີອອນໄລນ໌ ແມ່ນໄດ້ກໍ່ໃຫ້ເກີດການໂຕ້
ຖຽງກັນຄືນໃໝ່ ກ່ຽວກັບ ໄພຂົ່ມຂູ່ຂອງກໍ່ຄວາມຮຸນແຮງໃນ ອິນເຕີແນັດ, ດ້ວຍນັກວິ
ເຄາະບາງຄົນໄດ້ເຫັນໂອກາດໃໝ່ຕ່າງໆສຳລັບປະເທດ ແລະ ຍັກໃຫຍ່ດ້ານເທັກໂນ
ໂລຈີ ເພື່ອການດຳເນີນການຮ່ວມກັນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ຕົ້ນ​ອາ​ທິດ​ແລ້ວນີ້ ໄດ້​ປະ​ຕິ​ບັດ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ກົດ​ໝາຍ​ທຳ​
ອິດຂອງໂລກ ເພື່ອຍັງຢັ້ງລັດທິຫົວຮຸນແຮງທາງອອນໄລນ໌, ໃນຂະນະທີ່ເຈົ້າໜ້າທີ່ທັງ
ຫຼາຍໄດ້ສັ່ງໃຫ້ 5 ເວັນໄຊ້ ເອົາເນື້ອຫາຂໍ້ມູນຫົວຮຸນແຮງອອກ ຫຼືປະເຊີນກັບການລົງ
ໂທດ. ເວັບໄຊ້ທີ່ສ້າງຄວາມລົບກວນທັງຫຼາຍແມ່ນມີຫ້ອງການຢູ່ນອກປະເທດ ອອສ
ເຕຣເລຍ, ເຊິ່ງຄະນະກຳມາທິການດ້ານຄວາມປອດໄພທາງອີເລັກໂທຣນິກ ໄດ້ກ່າວຕໍ່
ໜັງສືພິມ Financial Times. ຄະນະກຳມາທິການດັ່ງກ່າວແມ່ນຮັບຜິດຊອບໃນການ
ສືບສວນສອບສວນ ແລະ ປົດເນື້ອຫາຂໍ້ມູນດັ່ງກ່າວອອກ.

ໃນ​ປະ​ເທດ ນິວ​ຊີ​ແລນ​ທີ່​ຢູ່​ໃກ້​ຄຽງ​ນັ້ນ, ຜູ້​ທີ່​ປະ​ກາດ​ຕົນ​ເອງວ່າ​ເປັນຄົນ​ຜິວ​ຂາວ​ທີ່​ຈຳ
ແນກເຊື້ອຊາດຜິວພັນອື່ນ ໄດ້ເປີດສາດຍິງປືນໃນວັດອິສລາມສອງແຫ່ງ ແລະ ໄດ້ຍິງ
ປະຊາຊົນເສຍຊີວິດ 51 ຄົນ ໃນຂະນະທີ່ຖ່າຍທອດສົດການກະທຳຂອງລາວລົງໃນ
ເຟສບຸກ. ໃນວັນຈັນທີ່ຜ່ານມາ, ຜູ້ບໍລິຫານໃຫຍ່ບໍລິສັດ ທວິດເຕີ ທ່ານ ແຈັກ ດໍຊີ ໄດ້
ພົບປະກັບນາຍົກລັດຖະມົນຕີທ່ານນາງ ຈາຊິນດາ ອາເດີນ ໃນນະຄອນຫຼວງ ແວລລິງ
ຕັນ ເພື່ອປຶກສາຫາລື ກ່ຽວກັບ ສິ່ງທີ່ບໍລິສັດຂອງລາວສາມາດເຮັດໄດ້ ເພື່ອຊ່ວຍລົບ
ລ້າງຂໍ້ມູນຄວາມຮຸນແຮງຈາກສື່ສັງຄົມຂອງເຂົາເຈົ້າ.

ການ​ພົບ​ປະ​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ທ່ານ​ນາງ ອາ​ເດີນ ຜ່ານ​ກອງ​ປະ​ຊຸມ​ສຸດຍອດ
Christchurch Call, ເປັນການໃຫ້ຄຳສັນຍາຈາກ 18 ປະເທດ ແລະ ບໍລິສັດເທັກໂນ
ໂລຈີ 8 ແຫ່ງໃນນະຄອນຫຼວງ ປາຣີ ເມື່ອວັນທີ 15 ມີນາທີ່ຜ່ານມາ ເພື່ອຮ່ວມມືກັນລົບ
ລ້າງຂໍ້ມູນຫົວຮຸນແຮງຈາກ ອິນເຕີແນັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG