ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທນ. ຊິນ​ດີ ໄຮ​ດ໌-ສ​ມິດ​ທ໌ ຈາກພັກຣີພັບບລີກັນ ຊະນະ ການເລືອກຕັ້ງ ບ່ອນນັ່ງສຸດທ້າຍ ໃນສະພາສູງ ສຫລ ປີ 2018


ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ​ນາງ​ຊິນ​ດີ ໄຮ​ດ໌-ສ​ມິດ​ທ໌ (Cindy Hyde-Smith) ສະແດງປະຕິກີລິຍາ ຫຼັງຈາກ ກ່າວຖະແຫລງ ໃນລະຫວ່າງ ຄ່ຳຄືນງານລ້ຽງ ແຫ່ງການເລືອກຕັ້ງ ທີ່ເມືອງແຈັກສັນ ລັດມິສຊິສສິບປີ, ວັນທີ 27 ພະຈິກ 2018.
ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານ​ນາງ​ຊິນ​ດີ ໄຮ​ດ໌-ສ​ມິດ​ທ໌ (Cindy Hyde-Smith) ສະແດງປະຕິກີລິຍາ ຫຼັງຈາກ ກ່າວຖະແຫລງ ໃນລະຫວ່າງ ຄ່ຳຄືນງານລ້ຽງ ແຫ່ງການເລືອກຕັ້ງ ທີ່ເມືອງແຈັກສັນ ລັດມິສຊິສສິບປີ, ວັນທີ 27 ພະຈິກ 2018.

ຜູ້​ສະ​ໝັກ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ​ນາງ​ຊິນ​ດີ ໄຮ​ດ໌-ສ​ມິດ​ທ໌ (Cyndi Hyde-Smith)
ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ ຮອບ​ຕັດ​ສິນ​ຊີ້​ຂາດ ເອົາ​ບ່ອນ​ນັ່ງ​ສະ​ມາ​ຊິກສະ​ພາ​ສູງ ຕາງ​ໜ້າ
​ໃຫ້​ລັດ​ມິ​ສ​ຊິ​ສ​ສິບ​ປີ ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ.

ທ່ານ​ນາງໄຮ​ດ໌-ສ​ມິດ​ທ໌ ໄດ້​ຮັບ​ຄະ​ແນນ​ສຽງ 54 ເປີ​ເຊັນ ໂດຍ​ເອົາ​ຊະ​ນະ​ຜູ້​ສະ​ໝັກ​ຂອງ
​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ໄມ​ຄ໌ ແອັ​ສ​ປີ (Mike Espy.)

ທ່ານ​ນາງ​ກ່າວ​ຕໍ່​ພວກ​ສະ​ໜັບ​ສະ​ໜູນ​ວ່າ ການ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ເທື່ອນີ້ ແມ່ນ​ເປັນ
​ຍ້ອນ “ຄຸນ​ຄ່າ​ນິ​ຍົມ​ແນວ​ທາງ​ເດີມ ​ຂອງ​ພວກ​ເຮົາ” ຊຶ່ງ​ທ່ານ​ນາງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ
​ວ່າ ຈະເອົາ​ໄປ​ວໍ​ຊິງ​ຕັນ​ນຳ.

ຜູ້​ສະ​ໝັກ​ຂອງ ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ໄມ​ຄ໌ ແອັ​ສ​ປີ (Mike Espy) ກຳລັງອອກມາຈາກເຂດເລືອກຕັ້ງ ຂອງທ່ານ ຫຼັງຈາກທີ່ ປ່ອນບັດເລືອກຕັ້ງຂອງຕົນ ໃນການເລືອກຕັ້ງຂັ້ນຊີ້ຂາດ, ວັນທີ 27 ພະຈິກ 2018 ໃນເມືອງ ຣິຈແລນ (Ridgeland) ລັດມິສຊິສສິບປີ.
ຜູ້​ສະ​ໝັກ​ຂອງ ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ໄມ​ຄ໌ ແອັ​ສ​ປີ (Mike Espy) ກຳລັງອອກມາຈາກເຂດເລືອກຕັ້ງ ຂອງທ່ານ ຫຼັງຈາກທີ່ ປ່ອນບັດເລືອກຕັ້ງຂອງຕົນ ໃນການເລືອກຕັ້ງຂັ້ນຊີ້ຂາດ, ວັນທີ 27 ພະຈິກ 2018 ໃນເມືອງ ຣິຈແລນ (Ridgeland) ລັດມິສຊິສສິບປີ.

ທ່ານ​ນາງໄຮ​ດ໌-ສ​ມິດ​ທ໌ ກ່າວ​ວ່າ “ແລະ​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ໃຫ້​ທຸກໆ​ຄົນ​ຮູ້ ບໍ່​ວ່າ ທ່ານ
​ຈະ ​ປ່ອນ​ບັດ​ເອົາ​ໃຜ​ໃນ​ມື້ນີ້ ຂ້າ​ພະ​ເຈົ້າ​ກໍ​ຈະ​ເປັນ​ຜູ້​ຕາງ​ໜ້າໃຫ້​ຊາວ​ມິ​ສ​ຊິ​ສສິບ​ປີ​
ສະ​ເໝີ. ຂ້າ​ພະ​ເຈົ້າ​ຈະ​ເຮັດ​ວຽກ ​ຢ່າງ​ເອົາ​ຈິງ​ເອົາ​ຈິງ ເຮັດ​ໃຫ້​ດີ​ທີ່​ສຸດ ​ເພື່ອ​ໃຫ້ລັດ
​ມິ​ສ​ຊິ​ສ​ສິບ​ປີ ມີ​ຄວາມ​ພາກ​ພູມ​ໃຈ​ ໃນ​ສະ​ມາ​ຊິກ​ສະ​ພາ​ສູງ​ຂອງ​ພວກ​ເຂົາ​ເຈົ້າ.”

ການ​ເລືອກ​ຕັ້ງ​ດັ່ງ​ກ່າວ ແມ່ນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ສູງ​ກາງ​ສ​ະ​ໄໝ​ປີ 2018
ບ່ອນ​ສຸດ​ທ້າຍ ແລະ​ເຮັດ​ໃຫ້​ພັກ​ຣີ​ພັບ​ບ​ລີ​ກັນ ກຳ​ສຽງ​ສ່ວນ​ຫຼາຍ​ຢູ່​ໃນ​ສະພາ​ສູງ 53 ຕໍ່
47 ສຽງ ເວ​ລາ​ລັດ​ຖະ​ສະ​ພາ​ສະ​ໄໝ​ໜ້າ ເປີດ​ປະ​ຊຸມ​ໃນ​ເດືອນ​ມັງ​ກອນຈະ​ມາ ຊຶ່ງ​ໃນ
​ປັດ​ຈຸ​ບັນ ພັກ​ຣີ​ພັບ​ບ​ລີ​ກັນ​ ກຳ​ສຽງ​ສ່ວນ​ຫຼາຍ​ແຕ່​ພຽງ 51 ຕໍ່ 49 ສຽງ.

ສ່ວນ​ພັກ​ເດ​ໂມ​ແຄັດ​ເຂົ້າ​ຄວບ​ຄຸມ​ສະ​ພາ​ຕ່ຳ​ເປັນ​ເທື່ອ​ທຳ​ອິດ ໃນ​ຮອບ 8 ປີ​ໂດຍ​ໄດ້​ຮັບ
​ບ່ອນ​ນຶ່ງ​ຕື່ມ​ອີກຢ່າງ​ໜ້ອຍ 38 ບ່ອນ ໃນ​ການ​ປ່ອນ​ບັດ​ເມື່ອ​ວັນ​ທີ 6 ພະ​ຈິກ ໂດຍມີ​ຢູ່
2 ບ່ອນ ​ຍັງ​ບໍ່​ທັນ​ຕັດ​ສິນ​ເທື່ອ​ຍ້ອນຄະ​ແນນ​ສຽງ​ໃກ້​ຄຽງ​ກັນ​ໂພດ.

ທ່ານ​ນາງໄຮ​ດ໌-ສ​ມິດ​ທ໌ ຈະ​ຮັບ​ໜ້າ​ທີ່​ໃນ​ລະ​ຍະ 2 ປີ​ສຸດ​ທ້າຍ​ຂອງ​ອະ​ດີດ​ສະ​ມາຊິກ​
ສະ​ພາ​ສູງ ແທດ ຄອກ​ແຣນ (Thad Cochran) ທີ່​ລາ​ອອກ​ຍ້ອນ​ເຫດ​ຜົນທາງ​ດ້ານ
​ສຸ​ຂະ​ພາບ ໃຫ້​ເສັດ​ສິ້ນ​ລົງ. ບ່ອນ​ນັ່ງ​ດັ່ງ​ກ່າວ​ຈະ​ມີ​ການ​ເລືອກ​ຕັ້ງ​ອີກ​ໃນ​ປີ 2020.

ການ​ເລືອກ​ຕັ້ງ​ຮອບ​ຕັດ​ສິນ​ຊີ້​ຂາດ ຢູ່​ໃນ​ລັດ​ທີ່​ນິ​ຍົມ​ແນວ​ທາງ​ເດີມ​ຈັດ ອັນ​ເປັນ​ທີ່​ໝັ້ນ
​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ຖືກ​ຈັດ​ຂຶ້ນ ແມ່ນຍ້ອນ ​ທ່ານ​ນາງໄຮ​ດ໌-ສ​ມິດ​ທ໌​ຊຶ່ງເປັນຄົນ​ຜິວ
​ຂາວ ຫຼື​ທ່ານແອັ​ສ​ປີ ​ຊຶ່ງເປັນ​ຄົນ​ຜິວ​ດຳ ບໍ່​ໄດ້​ຮັບ​ຄະ​ແນນ ​ກາຍ 50 ເປີ​ເຊັນ ໃນ​ການ
​ເລືອກ​ຕັ້ງ​ທີ່​ມີ​ຜູ້​ລົງ​ແຂ່ງ​ຂັນ​ທັງ​ໝົດ 4 ທ່ານ ເມື່ອ​ສາມ​ອາທິດ​ກ່ອນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG