ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ຢາກ​ໃຫ້ ວາງ​ເງິນ​ມັດ​ຈຳ ສຳ​ລັບ ສ້າງກຳ​ແພງ ເພື່ອ​ຈະ​ຢຸ​ດ​ເຊົາ ການ​ປິດ​ລັດ​ຖະ​ບານ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຮຳ ພວມ​ກ່າວ​ກ່ຽວ​ກັບ​ເລື້ອງ​ເກັບ​ພາ​ສີ ເມື່ອ​ວັນ​ທີ 24 ມັງ​ກອນ 2019 ທີ່​ຫ້ອງ​ປະ​ຊຸມ ຄະ​ນະ​ລັດ​ຖະ​ບານ ຢູ່​ທຳ​ນຽບ​ຂາວ. (ອົງ​ການ​ຂ່າວ​ເອ​ພີ)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຮຳ ພວມ​ກ່າວ​ກ່ຽວ​ກັບ​ເລື້ອງ​ເກັບ​ພາ​ສີ ເມື່ອ​ວັນ​ທີ 24 ມັງ​ກອນ 2019 ທີ່​ຫ້ອງ​ປະ​ຊຸມ ຄະ​ນະ​ລັດ​ຖະ​ບານ ຢູ່​ທຳ​ນຽບ​ຂາວ. (ອົງ​ການ​ຂ່າວ​ເອ​ພີ)

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ຈະ​ຮັບ​ເອົາ​ ການ​ຕົກ​ລົງ ຊຶ່ງ​ຢ່າງໜ້ອຍ​ກໍ​ໃຫ້​ເປີດ​ລັດ​ຖະ​ບານ​ກາງ​ຄືນເປັນ​ການ​ຊົ່ວ​ຄາວ ຖ້າ​ຫາກວ່າ ມີ​ການ​ບັນ​ຈຸ​ຂໍ້​ຄວາມ “ວາງ​ເງິນ​ມັດ​ຈຳ​ສ່ວນ​ນຶ່ງ” ກ່ຽວ​ກັບ​ການ​ສ້າງ​ກຳ​ແພງ​ຊາຍ​ແດນ​ສະ​ຫະລັດ​ຕິດ​ກັບ​ເມັກ​ຊິ​ໂກ ທີ່​ທ່ານ​ຢາກ​ໄດ້ ມາ​ສອງ​ປີ​ແລ້ວນັ້ນ.

ທ່ານ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ປະ​ເທດ​ຊາດ​ແມ່ນ​ບໍ່​ມີ​ທາງ​ເລືອກ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ສ້າງ​ກຳ​ແພງ ເພື່ອ​ປ້ອງ​ກັນ​ໃນ​ອັນທີ່​ທ່ານ​ເອີ້ນ​ວ່າ “ເກືອບ​ແມ່ນ ເປັນ​ການ​ຮຸກ​ຮານ” ຂອງ​ພວກ​ອາ​ຊະ​ຍາ​ກອນ ພວກ​ຄ້າ​ມະ​ນຸດ ແລະ​ຢາ​ເສບ​ຕິດ.

ທ່ານ​ທ​ຣຳ​ກ່າວ​ວ່າ ທ່ານ​ໄດ້​ຖິ້ມ​ໂທດ​ໃສ່ທ່ານ​ເອງ ທີ່​ເຮັດ​ໃຫ້​ພວກ​ຄົນ​ເຂົ້າ​ເມືອງເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຕ້ອງ​ການ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ຍ້ອນ​ທ່ານ​ໄດ້​ເຮັດ​ໃຫ້ເສດ​ຖະ​ກິດ​ຂອງ​ປະ​ເທດມີ​ຄວາມ​ເຂັ້ມ​ແຂງຂຶ້ນ ແລະ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ມີ​ຜູ້​ຄົນເປັນ​ຈຳ​ນວນ​ຫຼາຍ​ທີ່​ສຸດ ມີ​ວຽກ​ເຮັດ​ງານ​ທຳ​.

​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ ໃນ​ສະ​ພາ​ສູງ ສ​ຫລ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ພວມ​ອອກ​ຈາກ​ຫ້ອງ​ປະ​ຊຸມ ​ສະ​ພາ​ສູງ ທີ່​ຕຶກ​ລັດ​ຖ​ະ​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 24 ມັງ​ກອນ 2019.
​ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ ໃນ​ສະ​ພາ​ສູງ ສ​ຫລ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ພວມ​ອອກ​ຈາກ​ຫ້ອງ​ປະ​ຊຸມ ​ສະ​ພາ​ສູງ ທີ່​ຕຶກ​ລັດ​ຖ​ະ​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 24 ມັງ​ກອນ 2019.

ແຕ່​ຂະ​ນະ​ດຽວ​ກັນ ທ່ານ​ກໍ​ກ່າວ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ຕ້ອງ​ການ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ຕ້ອງ​ໄດ້​ດຳ​ເນີນ​ຕາມ​ຂັ້ນ​ຕອນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

ກ່ອນ​ໜ້ານັ້ນ ໃນ​ວັນ​ພະ​ຫັດ​ວານນີ້ ສະ​ພາ​ສູງ​ສະ​ຫະ​ລັດ ບໍ່​ສາ​ມາດ​ຢຸດ​ເຊົາ​ການປິດ​ລັດ​ຖະ​ບານ ທີ່​ດົນທີ່​ສຸດ​ໃນ​ປະ​ຫວັດ​ສາດ​ສະ​ຫະ​ລັດ ​ໂດຍບໍ່​ສາ​ມາດ​ຮັບ​ຜ່ານທັງ​ສອງ​ຮ່າງ​ກົດ​ໝາຍ ທີ່​ແຂ່ງ​ຂັນ​ກັນ ເພື່ອ​ເຮັດ​ໃຫ້​ການ​ປິດ​ລັດ​ຖະ​ບານ​ເປັນ​ເວລາ 34 ມື້​ ສິ້ນ​ສຸດ​ລົງ.

ຮ່າງ​ກົດ​ໝາຍ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ຊຶ່ງ​ໄດ້​ຈັດ​ເອົາ​ເງິນ​ທີ່​ຕ້ອງ​ການ​ສ້າງ​ກຳ​ແພງ ​ຂອງ​ທ່ານ​ທ​ຣຳ ໃນ​ມູນ​ຄ່າ 5 ພັນ 700 ລ້ານ​ໂດ​ລາເຂົ້າ​ນຳ ນອກ​ຈາກ​ການ​ປະຕິ​ຮູບ​ດ້ານ​ຄົນ​ເຂົ້າ​ເມືອງ​ແບບ​ຈຳ​ກັດແລະ​ການ​ໃຫ້​ທຶນ​ລັດ​ຖະ​ບານໄປ​ຈົນ​ໝົດ​ສົກງົບ​ປະ​ມານ​ຂອງ​ປີນີ້ ໄດ້​ຮັບ​ຄະ​ແນນ​ແຕ່​ພຽງ 50 ຕໍ່ 47 ສຽງ ຈຶ່ງ​ບໍ່​ສາ​ມາດ​ດຳເນີນ​ການ​ຕໍ່​ໄປ​ໄດ້.

ສະ​ມາ​ຊິກ​ສະ​ພາ​ສູງ ຊູ​ຊານ ຄອ​ລ​ລິນ​ສ໌ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ເມນ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ຂ້າງນອກ ຕຶກ​ສະ​ພາ (6 ຕຸ​ລາ 2018)
ສະ​ມາ​ຊິກ​ສະ​ພາ​ສູງ ຊູ​ຊານ ຄອ​ລ​ລິນ​ສ໌ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ເມນ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ຂ້າງນອກ ຕຶກ​ສະ​ພາ (6 ຕຸ​ລາ 2018)

ກ່ອນ​ໜ້ານັ້ນ ທ່ານມິ​ຈ ແມັກ​ຄອນ​ແນ​ລ ຜູ້ນຳສຽງສ່ວນຫຼາຍ ໃນ​ສະ​ພາ​ສູງ ຈາກ ລັດເຄນຕັກກີ ເອີ້ນ​ຮ່າງ​ກົດ​ໝາຍ​ ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ນັ້ນ​ວ່າ "ເປັນ​ການ​ປະ​ນີ​ປະ​ນອມ ​ທີ່​ສົມ​ເຫດ​ສົມ​ຜົນ ທີ່​ສາ​ມາດ​ຍຸ​ຕິ​ສະ​ພາບ​ການ ​ບໍ່​ໄປ​ບໍ່​ມາ​ໄດ້​ ໃນ​ທັນ​ທີ. ທາງ​ເລືອກ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ ແລະ​ປະ​ເທດ​ຊາດ​ກຳ​ລັງ​ຈັບ​ຕາ​ເບິ່ງ​ຢູ່."

ທ່ານແມັກ​ຄອນ​ແນ​ລ ກ່າວ​ຢ້ຳ​ວ່າ ແຜນ​ການ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນແມ່ນ​ເປັນ​ພຽງ​ແຜນ​ການ​ດຽວ​ເທົ່າ​ນັ້ນທີ່​ຈະ​ໄດ້​ຮັບ​ລາຍ​ເຊັ​ນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ. ແຕ່​ບັນ​ດາ​ສະມາ​ຊິກ​ສະ​ພາ​ສູງ​ຂອງ​ພັກ​ເດ​ໂມ​ແຄ​ຣັດແມ່ນ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ຂອງ​ທຳ​ນຽບຂາວ ເພື່ອ​ຫາ​ທາງ​ອອກ​ແກ້​ໄຂ​ສະ​ພາບ​ການ​ບໍ່​ໄປ​ບໍ່​ມາ​ດັ່ງ​ກ່າວ.

ຂໍ້​ສະ​ເໜີ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ກໍ​ໄດ້​ຮັບ​ຄະ​ແນນ​ສຽງ​ແຕ່​ພຽງ 52 ຕໍ່ 44 ຈຶ່ງ​ບໍ່​ສາ​ມາດ​ດຳ​ເນີນ​ການ​ຕໍ່​ໄປ​ໄດ້ ທັງໆ​ທີ່​ມີ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ 6 ທ່ານລົງ​ຄະ​ແນນ​ສຽງ​ໃຫ້ການ​ສະ​ໜັບ​ສະ​ໜຸນ.

ທັງ​ສອງ​ຮ່າງ​ກົດ​ໝາຍ ແມ່ນ​ຕ້ອງ​ການ​ຢ່າງ​ໜ້ອຍ 60 ຄະ​ແນນ​ສຽງ ຈຶ່ງ​ຈະ​ຜ່ານ​ສະ​ພາ​ສູງ ທີ່​ມີ​ສະ​ມາ​ຊິກທັງ​ໝົດ 100 ທ່ານ. ເວ​ລານີ້ ພັກ​ຣີ​ພັບ​ບ​ລີ​ກັນກຳ​ສຽງ​ສ່ວນ​ຫຼາຍ ​ຢູ່ແຕ່​ພຽງ 53 ຕໍ່ 47.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG