ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Google ເປີດຕົວ ຕົ້ນແບບລົດຂັບເອງ (ວີດີໂອ ພາສາ ລາວ/ອັງກິດ)


Google Unveils Concept Self-Driving Car
please wait

No media source currently available

0:00 0:02:17 0:00

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ບໍລິສັດ​ເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່​ຂອງ​ສະຫະລັດ Google ​ໄດ້​ກ້າວ​ໄປ ​ຂ້າງໜ້າບາດກ້າວ​ນຶ່ງ ​ໃນການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອໃຫ້​ມີລົດ​ທີ່​ຂັບ ໄປ​ເອງ​ແລ່ນ​ຢູ່​ຕາມ​ທ້ອງ​ຖະໜົນ ​ໂດຍ​ການ​ເປີດໂຕລົດ ຕົ້ນ​ແບບຂັບເອງ ທີ່​ບໍ່​ຕ້ອງ​ໃຊ້​ມື​ຄວບ​ຄຸມ ເມື່ອ​ທ້າຍເດືອນພຶດສະພາ​ຜ່ານ​ມາ​ນີ້. Google ກ່າວ​ວ່າ ມື້​ນຶ່ງ​ຂ້າງ​ໜ້າ ລົດ​ຂອງ​ຕົນແມ່ນ​ຈະ​ຂັບໄປ​ເອງ ​ໄດ້​ດີ​ກ່ວາ ຫລາຍໆ​ຄົນ​ທີ່​ຂັບ​ລົດ​ ຢູ່ໃນ​ປັດຈຸບັນ​ນີ້. George Putic ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ຊຶ່ງ​ດາຣາຈະ​ນຳ​ມາສ​ະ​ເໜີ​ທ່ານ.

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:

ລົດ​ຂັບ​ເອງ​ຂອງ​ບໍລິສັດ Google ບໍ່​ແມ່ນ​ສິ່ງ​ທີ່​ຫາ​ເບິ່ງ​ໄດ້​ຍາກ ຢູ່​ຕາມທ້ອງຖະໜົນຂອງ​ຫລາຍໆ​ລັດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອາ​ເມຣິກາ ​ເຊັ່ນ​ລັດ​ແຄ​ລິ​ຟໍ​ເນ​ຍກັບເນ​ວາດາ​ ຊຶ່ງ
ພວກ​ຜູ້​ແທນ​ຂອງ​ລັດ​ເຫລົ່າ​ນີ້ ​ແມ່ນ​ເປີດ​ກວ້າງ​ຫລາຍ​ກ່ວາ​ພວກ​ຜູ້​ແທນລັດ​ອື່ນ​ໆ ຕໍ່ແນວ​ຄິດ ຂອງ​ການ​ໃຊ້​ລົດທີ່​ບໍ່​ມີ​ຄົນ​ຂັບ ​ຫລື​ຄົນ​ຂັບ​ນັ່ງ​ໄປ​ຊື່ໆ ​ໂດຍ​ບໍ່​ຄວບ​ຄຸມ​ພວງມາ​ໄລ​ລົດ.

ກ່ອນ​ໜ້າ​ນີ້ Google ​ແມ່ນ​ໄດ້​ເອົາ​ລົດ​ທຳ​ມະ​ດາ ທີ່​ບໍລິສັດ​ສ້າງລົດ ຜະລິດ​ອອກ​ມາຂາຍທີ່
ມີ ພວງມາ​ໄລ​ແລະ​ເບຣກກັບ​ຄັນ​ເລ່ງ​ນັ້ນ ມາ​ຫັນປ່ຽນ​ເປັນລົດ​ທີ່​ຂັບ​ເອງ ​ໂດຍ​ທີ່ຜູ້​ທີ່​ນັ່ງ​ຢູ່
ບ່ອນ​ຄົນ​ຂັບ​ ສາມາດ​ຄວບ​ຄຸມ​ພວງມາ​ໄລ ​ເວ​ລາ​ໃດ​ກໍ​ໄດ້. ​

ຄົນຂັບບໍ່ຕ້ອງຈັບພວງມາໄລ

ແຕ່​ວ່າລົດ​ຂັບ​ເອງ​ຕົ້ນ​ແບບ ທີ່ Google ​ເອົາ​ມາເປີດ​ຕົວໃນ​ເດືອນ​ແລ້ວ​ນີ້ແມ່ນ​ລົດຂະໜາດ ​ນ້ອຍໆ​ສອງ​ບ່ອນ​ນັ່ງ ທີ່ເປັນ​ແນວ​ຄິດ​ໃໝ່ຢ່າງ​ສິ້ນ​ເຊີງ ​ໂດຍ​ບໍ່​ເປີດ​ໃຫ້​ຜູ້ໂດຍສານ​ສາມາດ ​ຄວບ​ຄຸມ​ທິດ​ທາງ ຄວາມ​ໄວ ຫລື​ວ່າ ​ເບຣກ​ໄດ້​ເລີຍ.

ຫລັງ​ຈາກ​ທີ່​ປ້ອນ​ຂໍ້​ມູນກ່ຽວ​ກັບ​ຈຸດໝາຍ​ປາຍທາງ​ທີ່​ຈະ​ໄປ​ນັ້ນ ລົງ​ໃນຄອມ​ພິວ​ເຕີ້​ຢູ່​ໃນລົດ ແລ້ວ ​ ຜູ້​ໂດຍສານ​ກໍ​ຈະ​ສາມາດ​ນັ່ງ​ໄປ​ເສີຍໆ ຊົມ​ວິວຕາມ​ທາງ ​ຫລື​ຕິດຕາມເບິ່ງການຂັບໄປ​ ຂອງ​ລົດ ຢູ່​ໃນ​ໜ້າ​ຈໍ​ນັ້ນ​ໄດ້. ຄວາມ​ໄວ​ທີ່​ແລ່ນ​ໄດ້​ສູງ​ສຸດຂອງ​ລົດ​ນີ້​ແມ່ນ​ 40 ຫລັກຕໍ່​ຊົ່ວ​ໂມງ ຫລື ປະມານ 10 ​ໄມລ໌​.

​ໃນ​ວີ​ດີ​ໂອທີ່ Google ນໍາ​ອອກ​ເຜີຍ​ແຜ່ສຳ​ຫລັບ​ໂອກາດ​ນີ້ ຜູ້ອຳນວຍ​ການ​ພະ​ແນ​ກລົດ​ຂັບ​ເອງ​ຂອງ​ບໍລິສັດ ທ່ານ Chris Urmson ​ໄດ້​ເນ້ນ​ໜັກ​ວ່າ ລົດ​ຄັນ​ໃໝ່​ນີ້​ເປັນ​ພຽງ​ຕົ້ນ​ແບບ​ເທົ່າ​ນັ້ນ.

ທ່ານ Urmson ​ເວົ້າ​ວ່າ: “ມັນສະໜອງໂອກາດ​ໃຫ້​ພວກ​ເຮົາ​ໄດ້​ສຳ​ຫລວດ​ເບິ່ງ​ວ່າການ​ມີລົດ ​ທີ່​ຂັບ​ໄປ​ເອງ​ໄດ້​ນັ້ນ ​ແທ້ໆ​ແລ້ວ ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ​ແຕ່​ວ່າ ​ໃນໄລຍະ
ເວລາ​ ອັນ​ສັ້ນໆ​ກ່ວາ​ເກົ່າ ທີ່​ພວກ​ເຮົາ​ໄດ້​ເຮັດ​ວຽກພັດທະນາ​ມັນ​ຂຶ້ນ​ມາ​ນັ້ນ ບັດ​ນີ້ ພວກ​ເຮົາ​ມີ​ຕົ້ນ ​ແບບທີ່​ໃຊ້​ງານ​ໄດ້ແລ້ວ ​ແລະ​ມັນ​ກໍ​ເປັນ​ເລື້ອງ​ທີ່​ໜ້າ​ຕື່ນເຕ້ນຫລາຍ.”

ທ່ານ Chris Urmson ກ່າວ​ຕໍ່​ໄປ​ວ່າ Google ຢາກ​ຈະ​ພັດທະນາ ​ເທັກ​ໂນ​ໂລ​ຈີ​ນີ້ ​ໄປ​ຮອດ​ຂັ້ນ​ທີ່​ວ່າ ຜູ້​ຄົນ​ສາມາດ​ເອີ້ນເອົາລົດ​ຂັບ​ເອງ​ນີ້ ​ໃຫ້ມາ​ຕ້ອນ​ຮັບເອົາ ​ແລ້ວ​ພາເດີນທາງໄປ​ໃສ​ມາ​ໃສ​ກໍ​ໄດ້ທີ່​ເຂົາ​ເຈົ້າ ຢາກ​ໄປ ​ແລະ​ພໍ​ສົ່ງ​ລົງແລ້ວ ລົດ​ຂັບ​ເອງ​ນັ້ນ​ກໍ​ຈະ​ໄປ​ຕ້ອນ​ເອົາ​ຜູ້​ໂດຍ ສານ​ຄົນ​ຕໍ່​ໄປທີ່​ເອີ້ນ​ມາ ຄື​ກັນ​ກັບ​ລົດ​ແທັກ​ຊີ້.

ລົດທີ່ຂັບໄປໄດ້ເອງເຄິ່ງນຶ່ງ

ມີ​ທາງ​ເປັນ​ໄປ​ໄດ້​ຫລາຍ​ວ່າ ພາຍ​ໃນ​ປີ 2020 ລົດ​ທີ່​ຂັບ​ໄປ​ເອງ​ໄດ້​ເຄິ່ງ​ນຶ່ງ ຈະ​ມີ​ໃຫ້​ເຫັນ​ຢູ່​ທົ່ວ​ໄປ ຕາ​ມຄວາມ​ເຫັນ​ຂອງ​ທ່ານ Zoran Filipi ອາຈານສອນ​ວິຊາ​ວິສະວະກຳ​ຍານ​ຍົນ ທີ່​ມະຫາວິທະຍາ​ໄລ Clemson ທີ່​ກ່າວ​ຕໍ່ ວີ​ໂອ​ເອ ຜ່ານ​ທາງ Skype.

ທ່ານ Zoran Filipi ​ເວົ້າ​ວ່າ: “ພວກ​ເຮົາ​ຈະ​ສາມາດມ່ວນ​ຊື່​ນກັບ​ການ​ເຮັດ​ກິດຈະກຳອື່ນໆໄດ້​ ໃນ​ຂະນະ​ທີ່​ຂີ່ລົດ​ໄປ ແລະ​ທີ່​ສຳຄັນ​ຫລາຍ​ອີ່ຫລີ​ນັ້ນ ກໍ​ຄື​ວ່າ ເດັດ​ຂາດ ພວກ​ເຮົາແມ່ນຈະ ປອດໄພ​ຢູ່​ໃນ​ທ່າມກາງ​ການ​ຈະລາຈອນ.”

ທ່ານ Filipi ​ເວົ້າ​ຕື່ມ​ວ່າ ພວກ​ເຮົາ​ຈະບໍ່​ຕ້ອງ​ມີ​ພາລະໃນ​ການ​ຂັບ​ລົດ ​ໃນ​ລະຫວ່າງ​ທີ່​ເດີນທາງ ຢູ່​ເທິງ​ທາງ​ຫລວງ ​ແຕ່​ຈະ​ສາມາດຄວບຄຸມ​ລົດ​ໄດ້ ​ເວລາ​ໃກ້​ຈະ​ໄປ​ຮອດ​ຈຸດໝາຍ​ປາຍທາງ​ແລ້ວ.

ບໍລິສັດ Google ມີ​ແຜນການ​ຈະຜະລິດ ​ຕົ້ນ​ແບບລົດ​ຂັບ​ເອງ​ນີ້ ອອກ​ມາ​ປະມານ 100 ຄັນ ຊຶ່ງ​ບາງ​ຄັນ​ ຈະ​ມີ​ພວງມາ​ໄລ​ໄວ້​ໃຫ້​ຄົນ​ຄວບ​ຄຸມ​ນຳດ້ວຍ​ນັ້ນ ອອກ​ມາ​ແລ່ນ​ທົດ​ລອງ ຢູ່​ບົນ​ຖະໜົນ​ລັດ​ ແຄ​ລິ​ຟໍ​ເນຍ ຊຶ່ງ​ຖ້າ​ຫາກ​ວ່າ​ສຳ​ເລັດຜົນ ພວກ​ເຮົາ​ກໍ​ອາດ​ຈະ​ມຸ່ງ​ໜ້າ​ໄປສູ່ອະນາຄົດ ​ໃນ​ລົດ ທີ່​ບໍ່​ມີ​ຄົນ​ຂັບ​ກໍ​ໄດ້.

Google Unveils Prototype Self-Driving Car

U.S. technology giant Google made a step forward in its push for self-driving cars by unveiling a prototype without any manual controls. Google says someday its vehicles will be better drivers than many humans who drive today’s cars. VOA’s George Putic reports​ໃ

Google's self-driving cars are not a rare sight in western states like California and Nevada, whose legislators are more open to the idea of vehicles with only passive human control.

So far, Google has been converting standard, mass-produced cars, with regular steering wheels and pedals, where a person in the driver’s seat could take over at any time.

The subcompact two-seater, presented this week, is a totally new concept, without a possibility for the passengers to control direction, speed or braking.

After entering the destination in the on-board computer, humans can only sit and observe the scenery, or watch the car’s progress on the electronic display. The top speed is limited to 40 kilometers per hour.

In the video Google released for the occasion, the company’s director for self-driving cars, Chris Urmson, emphasized that the new vehicle is only a prototype.

“They are a chance for us to explore what does it really mean to have a self-driving vehicle. But in a smaller amount of time we've been working on it now, we have functional prototypes, and it's exciting.”

Urmson says Google wants to develop the technology up to the point where people would be able to call up a car and have it take them where they want to go. The car would then go to the next caller.

It is very likely that by 2020, semi-autonomous-drive vehicles will be common, says Zoran Filipi, Professor of Automotive Engineering at Clemson University. He spoke to VOA via Skype.

“We’ll be able to enjoy other activities while in the car, and, very importantly, we’ll be absolutely in traffic.”

Filipi says we’ll be relieved of some burden of driving on the freeway but will be able to resume control as we approach our destination.

Google plans to build about a hundred of these prototypes, some with manual controls, and test them on California roads. If all goes well, we could be speeding down the road to the future in driverless cars.

XS
SM
MD
LG