ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໂປຣແກຣມ ຂອງກູໂກລ ເອົາຊະນະ ແຊມປ້ຽນໂລກ ໃນການຫຼິ້ນເກມ Go ແຂ່ງກັນ ທີ່ນະຄອນຫຼວງໂຊລ

Google Go Challenge
please wait
Embed

No media source currently available

0:00 0:00:30 0:00

ຜູ້ຄອງຕຳແໜ່ງແຊ້ມປ້ຽນໂລກ ນັກຫລິ້ນເກມກະດານ ທີ່ມີຊື່ວ່າ
Go ໄດ້ຂໍອະໄພໂທດ ຫຼັງຈາກທີ່ໄດ້ເສຍໄຊ ສາມຄັ້ງລຽນຕິດ
ແລະ ລາງວັນ 1 ລ້ານໂດລາ ໃນການຫລິ້ນແຂ່ງກັບ AlphaGo
ຊຶ່ງເປັນຄອມພິວເຕີ ໂປຣແກຣມ ຂອງບໍລິສັດ Google ເມື່ອວັນ
ເສົາວານນີ້ ຢູ່ທີ່ນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.

ທ່ານ Lee Sedol ຜູ້ທີ່ເສຍອົກເສຍໃຈ ໄດ້ບອກບັນດານັກຂ່າວ
ວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ຈະເວົ້າຈັ່ງໃດ ແຕ່ຂ້າພະເຈົ້າ ຄິດວ່າ
ກ່ອນອື່ນ ຂ້າພະເຈົ້າຕ້ອງຂໍອະໄພໂທດ”
ຫຼັງຈາກທີ່ລາວໄດ້
ຫລິ້ນເສຍ 3 ໃນ ຈຳນວນ 5 ເກມ ໃນການແຂ່ງຂັນນັ້ນ. ເຖິງ
ແມ່ນວ່າ ຈະໄດ້ເສຍໄຊໄປແລ້ວໃນຫຼາຍຮອບກໍຕາມ ແຕ່ ທ່ານ
Lee ແມ່ນຍັງມີກຳນົດວ່າ ຈະຫຼິ້ນອີກສອງເກມການແຂ່ງຂັນສູ້ກັບ ຄວາມສະຫຼຽວສະຫຼາດ
ຂອງຄອມພິວເຕີໂປຣແກຣມ ແລະ ຊອບແວຣ “ທີ່ສາມາດຮູ້ໂດຍສັນຊາດຕະຍານ” ຫຼື
AI ທີ່ຫຍໍ້ມາຈາກຄຳວ່າ artificial intelligence ໃນວັນອາທິດມື້ນີ້ ແລະ ໃນວັນອັງຄານ
ມື້ຮືນີ້.

ນັກຫຼິ້ນເກມ Go ມືອາຊີ ຂອງເກົາຫຼີໃຕ້ ທ່ານ Lee Sedol ດື່ມນ້ຳ ຫຼັງຈາກທີ່ໄດ້ວາງຫີນໝາກທຳອິດ ສູ້ກັບ AlphaGo, ເປັນໂປຣແກຣມ ທີ່ສະຫຼຽວສະຫຼາດ ຂອງບໍລິສັດກູໂກລ ໃນລະຫວ່າງການແຂ່ງຂັນຮອບທີ 3 ຂອງງານ Google DeepMind Challenge Match ໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ວັນທີ 12 ມີນາ 2016.

ທ່ານ Lee ອາຍຸ 33 ປີ ເປັນ ນັກຫຼິ້ນເກມກະດານ ເກົ່າແກ່ຂອງຈີນ ຜູ້ນຶ່ງທີ່ເກັ່ງກ້າທີ່ສຸດ ໃນຍຸກສະໄໝໃໝ່ ໄດ້ເວົ້າອີກວ່າ “ຂ້າພະເຈົ້າເສຍໃຈຫຼາຍ ສຳລັບການສະແດງອອກ
ທີ່ບໍ່ມີອຳນາດເລີຍ. ຂ້າພະເຈົ້າຂໍໂທດ ທີ່ບໍ່ສາມາດ ຕອບສະໜອງຄວາມຄາດຫວັງ
ຂອງພວກຄົນທັງຫຼາຍໄດ້. ຂ້າພະເຈົ້າຮູ້ສຶກແບບວ່າ ບໍ່ມີພະລັງຫຍັງເລີຍ.”

ທ່ານ Lee ຜູ້ທີ່ໄດ້ຮັບໄຊຊະນະ ການແຂ່ງຂັນ Go ທົ່ວໂລກ 18 ຕຳແໜ່ງມາແລ້ວ ໄດ້ຍອມ
ຮັບວ່າ ທ່ານໄດ້ “ຕັດສິນຜິດພາດ” ຕໍ່ຄວາມອາດສາມາດຂອງຄອມພິວເຕີໂປຣແກຣມ.
ແລະເວົ້າຕໍ່ໄປວ່າ “ຂ້າພະເຈົ້າມີປະສົບການຢ່າງຫຼວງຫຼາຍ ໃນການຫຼິ້ນເກມ Go ນັ້ນ
ແຕ່ບໍ່ເຄີຍມີກໍລະນີບ່ອນໃດ ທີ່ຂ້າພະເຈົ້າໄດ້ຕົກຢູ່ພາຍໃຕ້ຄວາມກົດດັນຫຼາຍຈັ່ງຊີ້....
ແລະ ຂ້າພະເຈົ້າບໍ່ມີຄວາມສາມາດ ເອົາຊະນະມັນໄດ້.”

ນັກຫຼິ້ນເກມ Go ມືອາຊີ ຂອງເກົາຫຼີໃຕ້ ທ່ານ Lee Sedol ແມ່ນເຫັນຢູ່ໃນໂທລະພາບ ໃນການແຂ່ງຂັນ ສູ້ກັບ AlphaGo, ເປັນໂປຣແກຣມ ທີ່ສະຫຼຽວສະຫຼາດ ຂອງບໍລິສັດກູໂກລ, ຢູ່ ຮ້ານຄ້າເຄື່ອງອີເລັກໂທນິກ Yongsan ໃນນະຄອນຫຼວງ ໂຊລ, ປະເທດເກົາຫຼີໃຕ້, ວັນທີ 9, ມີນາ 2016.

ນັກຫຼິ້ນເກມ Go ມືອາຊີບ ອັນດັບສູງ ຫຼາຍຄົນ ໄດ້ໃຫ້ຄຳເຫັນວ່າ AlphaGo ໄດ້ສະແດງ
ອອກເຖິງການບໍ່ໄປຕາມກົດເກນ ການເຄື່ອນຍ້າຍ ທີ່ໃນເບື້ອງຕົ້ນ ເຮັດໃຫ້ພວກຄົນງົງງັນ
ແຕ່ມັນກໍເຫັນວ່າມີເຫດຜົນ ຫລັງຈາກທີ່ໄດ້ໄຕ່ຕອງເບ່ິງຄືນຫລັງ.

ເບິ່ງ AlphaGo ແລະທ່ານ Lee Sedol ຫຼິ້ນເກມທີ 3 ຂອງການແຂ່ງຂັນ Go

ຄວາມຜິດພາດຂອງ ເຊີເວີ

Oops, as you can see, this is not what we wanted to show you! This URL has been sent to our support web team to the can look into it immediately. Our apologies.

Please use Search above to see if you can find it elsewhere

XS
SM
MD
LG