ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ Henrik Stenson ຊະນະ ການແຂ່ງຂັນ ກັອຟ British Open ດ້ວຍການສ້າງສະຖິຕິດີ


Henrik Stenson ນັກຕີກັອຟ ຂອງສະວີເດັນ ຖືຖ້ວຍລາງວັນ ຕຳແໜ່ງຜູ້ຊະນະເລີດ ການແຂ່ງຂັນຊິງແຊ້ມກັອຟ British Open ຢູ່ທີ່ສະໜາມກັອຟ Royal Troon ໃນ Scotland, ວັນທີ 17 ກໍລະກົດ 2016.
Henrik Stenson ນັກຕີກັອຟ ຂອງສະວີເດັນ ຖືຖ້ວຍລາງວັນ ຕຳແໜ່ງຜູ້ຊະນະເລີດ ການແຂ່ງຂັນຊິງແຊ້ມກັອຟ British Open ຢູ່ທີ່ສະໜາມກັອຟ Royal Troon ໃນ Scotland, ວັນທີ 17 ກໍລະກົດ 2016.

ໜຶ່ງໃນຜົນງານທີ່ຍິ່ງໃຫຍ່ ຕະຫຼອດການ ໃນປະຫວັດການຂອງກິລາຕີກັອຟ ທ້າວ Henrik Stenson ຂອງປະເທດສະວີເດັນ ໄດ້ ຊະນະເລີດ ການແຂ່ງຂັນກັອຟ British Open ໃນວັນອາທິດວານນີ້ ຢູ່ທີ່ ສະໜາມກັອຟ Royal Troon ໃນ Scotland.

ທ້າວ Stenson ໄດ້ຕີຮອບສຸດທ້າຍ ອອກ 63 ພາຣ ຖືວ່າຕີອອກ ລົບ 8 ພຣາ ໂດຍການ ຕີໄດ້ 10 birdies ຫຼື ແຕ້ມລົບ ຫຼາຍໆຄັ້ງແມ່ນເປັນການ ພັດເຂົ້າໃນໄລຍະໄກ ເພື່ອຈະ ເອົາຊະນະ ນັກຕີກັອຟ ຊາວອາເມຣິກັນ ທ້າວ Phil Mickelson ດ້ວຍ 3 ແຕ້ມ.

ອັນນັ້ນ ແມ່ນເປັນການຈາວ ສະຖິຕິການຕີອອກຕ່ຳ ເຖິງ 63 ພາຣ ທີ່ທ້າວ Mickelson ໄດ້ຕີອອກ ເມື່ອຮອບຂອງວັນພະຫັດກ່ອນໜ້ານີ້. ມັນຍັງໄດ້ໃຫ້ ທ້າວ Stenson ຊະນະ ໃນລາຍການໃຫຍ່ ດ້ວຍສະຖິຕິ ຄະແນນ 264 ພາຣ ຊຶ່ງຕີອອກ ລົບ 20 ພາຣ ໃນຂະນະທີ່ ລາວ ໄດ້ກາຍເປັນ ນັກກັອຟຊາຍ ຄົນທຳອິດຂອງສະວີເດັນ ທີ່ໄດ້ຮັບໄຊຊະນະ ໃນລາຍ ການຊິງແຊມກັອຟທີ່ສຳຄັນນີ້.

ທ້າວ Stenson ກ່າວວ່າ “ສຸດຍອດເລີຍ. ຂ້າພະເຈົ້າ ແມ່ນໄດ້ຕັ້ງອົກຕັ້ງໃຈແທ້ໆ ໃນ ສັບປະດານີ້ ແລະ ໂດຍສະເພາະໃນມື້ນີ້ ຂ້າພະເຈົ້າຮູ້ສຶກວ່າ ມັນເປັນເວລາຂອງ ຂ້າພະເຈົ້າແລ້ວ.”

ລາວກ່າວຕໍ່ໄປວ່າ “ມັນໄດ້ເປັນການແບກຫາບຢູ່ເທິງບ່າຂອງພວກນັກກັອຟຊາຍ ຊາວສະວີເດັນ ມາເປັນເວລາດົນນານແລ້ວ.....ນັກກັອຟຍອດຍ້ຽມຫຼາຍຄົນ ຈາກ ປະເທດຂອງຂ້າພະເຈົ້າ ໄດ້ພະຍາຍາມ ໃນຫຼາຍໆປີຜ່ານມາ ແລະ ຫຼາຍຮ້ອຍປີ ຜ່ານມາ ແລະ ໄດ້ມີສອງເທື່ອທີ່ເກືອບໄດ້....ຂ້າພະເຈົ້າຂໍອຸທິດ ໄຊຊະນະນີ້ ໃຫ້ແກ່ ພວກເຂົາເຈົ້າທັງໝົດ ຜູ້ທີ່ໄດ້ພະຍາຍາມໃນເມື່ອກ່ອນ ແລະ ຂ້າພະເຈົ້າເປັນຄົນໜຶ່ງ ທີ່ໂຊກດີ.”

ບໍ່ມີການສົງໄສເລີຍວ່າ ທ້າວ Mickelson ໄດ້ຮູ້ສຶກວ່າ ລາວເປັນຄົນທີ່ໂຊກບໍ່ດີ ດ້ວຍ ການຫລິ້ນ ໃນມື້ສຸດທ້າຍທີ່ດີປານນັ້ນ ໂດຍທີ່ບໍ່ໄດ້ bogey ຫຼື ແຕ້ມບວກ ແມ່ນແຕ່ ອັນດຽວ ໃນການຕີອອກໃນຮອບ ດ້ວຍ 65 ແຕ້ມ ລົບ 6 ພາຣ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG