ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ວ່າ ລາວ​ເປັນ​ທັງ​ເຂດ​ຜະລິດ ​ເຂດ​ທາງ​ຜ່ານ ​ແລະ​ ເຂດ​ຮອງ​ຮັບຢາ​ເສບ​ຕິດ ​ແບບຄົບວົງຈອນ


ເສັ້ນທາງຜ່ານຂອງຂະບວນການລັກລອບຂາຍ ແລະຂົນສົ່ງຢາເສບຕິດ ຂ້າມຊາດ ທີ່ໄປຜ່ານເຂດສາມຫລ່ຽມຄໍາຂອງລາວ
ເສັ້ນທາງຜ່ານຂອງຂະບວນການລັກລອບຂາຍ ແລະຂົນສົ່ງຢາເສບຕິດ ຂ້າມຊາດ ທີ່ໄປຜ່ານເຂດສາມຫລ່ຽມຄໍາຂອງລາວ

Mr. David Lewis ຜູ້​ຊ່ຽວຊານ​ປະ​ຈໍາ​ສໍານັກງານ​ຄວບ​ຄຸມ
​ຢາ​ເສບ​ຕິດ​ ແລະ​ອາດຊະ​ຍາ​ກໍາ​ແຫ່ງ​ອົງການ​ສະຫະ​ປະຊາ​
ຊາດ ຫຼື UNODC ຖະ​ແຫຼ​ງວ່າ​ບັນຫາ​ຢາເສບ​ຕິດ​ຢູ່​ສາມຫຼ່ຽມ
​ຄໍາ​ ຊຶ່ງ​ເປັນ​ເຂດ​ຊາຍ​ແດນ​ໃນ​ແມ່​ນໍ້າຂອງ ລະຫວ່າງ​ມຽນມາ
ລາວ ​ແລະ​ໄທນັ້ນ ​ໄດ້​ເພີ່ມ​ລະດັບ​ຄວາມ​ຮຸນ​ແຮງ​ຫຼາຍ​ຂຶ້ນນັບ
​ມື້ ​ທັງ​ໃນ​ດ້ານ​ການ​ຜະລິດ ການ​ຄ້າ ​ແລະ​ການ​ຊົມ​ໃຊ້​ຢາ​ເສບ
​ຕິດ ​ໂດຍ​ສະ​ເພາະ​ແມ່ນ​ສະຖານະ​ການ ກ່ຽວ​ກັບ​ຢາ​ບ້າ​ໃນ​ປັດ
ຈຸບັນ​ນີ້ ສາມາດ​ກ່າວ​ໄດ້​ວ່າ​ ເຂດ​ສາມຫຼ່ຽມ​ຄໍາ​ໄດ້​ກາຍ​ເປັນ​ສູນ
ກາງ ​ຫຼືແຫຼ່ງຜະລິດ​ຢາ​ບ້າ ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໄປ​ແລ້ວ ດັ່ງ​ທີ່​
ທ່ານ​ໄດ້​ກ່າວ​ເນັ້ນ​ຢໍ້າວ່າ:

“ທັງ​ນີ້​ໂດຍ UNODC ​ເຊື່ອ​ວ່າການ​ຜະລິດ​ຢາ​ບ້າ​ຢູ່​ເຂດ​
ສາມຫຼ່ຽມ​ຄໍາ​ ມີ​ປະລິມານ​ລວມຫຼາຍ​ກວ່າ 2,000 ລ້ານເມັດໃນ​ແຕ່ລະ​ປີ ຊຶ່ງ​ສວນ​
ໃຫຍ່ກໍ​ເປັນ​ການ​ລັກລອບຜະລິດ​ໂດຍ​ກອງ​ກໍາລັງ​ຊົນ​ກຸ່ມ​ນ້ອຍ ​ໃນ​ເຂດ​ປະ​ເທດ​
ມຽນມາ ຫຼື​ພະມ້າ ​ແລ້ວ​ຈຶ່ງ​ລັກລອບ​ຂົນສົ່ງ​ຕໍ່​ໄປ​ຍັງ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ
ແມ່ນ​ລາວ​ນັ້ນ ນັບ​ເປັນ​ເຂດ​ທາງຜ່ານ​ທີ່​ສໍາຄັນ​ທີ່​ສຸດ ​ເນື່ອງ​ຈາກ​ລາວ​ເປັນ​ປະ
ເທດດຽວ​ທີ່​ສາມາດ​ເຊື່ອມ​ຕໍ່​ກັບປະ​ເທດ ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍ​ກັນໄດ້​ໃນ​
ທຸກ​ທິດ​ ທຸກ​ທາງ ​ແລະ ​ໃນ​ຂະນະ​ດຽວ​ກັນ ທາງ​ການ​ລາວ​ກໍ​ຍັງ​ມີ​ຄວາມ​ອາດ​ສາ
ມາດ​ໃນ​ການ​ປາບ​ປາມ​ຢ່າງ​ຈໍາກັດ​ ທັງ​ໃນ​ດ້ານບຸກຄະລາ​ກອນ ​ເຄື່ອງ​ໄມ້​ເຄຶ່ອງມື​
ແລະ​ງົບປະມານ​ອີກດ້ວຍ​ນັ້ນ ຂະ​ບວນການ​ຄ້າ​ຍາ​ເສບ​ຕິດ​ຂ້າມ​ຊາດ​ ຈຶ່ງ​ສວຍ​
ໂອກາດ​ໃຊ້​ລາວເປັນ​ທາງ​ຜ່ານ​ຫຼາຍ​ຂຶ້ນນັບ​ມື້.”



ກ່ອນ​ໜ້າ​ນີ້ ຄະນະ​ກໍາມະການ​ຄວບ​ຄຸມ​ແລະ​ກວດກາ​ຢາ​ເສບ​ຕິດ
ແຫ່ງ​ຊາດ​ລາວກໍ ໄດ້ທໍາ​ການ​ເຜົາ​ທໍາລາຍ​ຢາ​ເສບ​ຕິດ​ນໍ້າໜັກ​
ລວມຫຼາຍ​ກວ່າ 2,240 ກິ​ໂລ ຊຶ່ງ​ເປັນຢາເສບ​ຕິດ​ທີ່​ຍຶດ​ໄດ້​ຈາກ
​ນັກ​ຄ້າ​ຢາ​ເສບ​ຕິດ​ຈໍານວນ 53 ຄົນ​ ໃນ​ການ​ປະຕິບັດການປາບ
​ປາມ​ການ​ລັກລອບ​ຂົນ​ສົ່ງ​ ແລະ​ຄ້າ​ຢາ​ເສບ​ຕິດ 20 ​ຄັ້ງ ທີ່​ສາມາດ
​ຍຶດ​ໄດ້ 12.5 ​ກິ​ໂລ ຢາ​ບ້າ 470 ກິ​ໂລ ກັນຊາ​ແຫ້ງ 1,535 ກິ​ໂລ ​
ແລະ​ສານ​ເຄມີ​ທີ່​ໃຊ້​ໃນ​ການ​ຜະລິດ​ຢາ​ເສບ​ຕິດ 226 ກິ​ໂລ​ ​ຕາມ
​ລໍ​າດັບ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ເຜົາ​ທໍາລາຍ​ຢາ​ເສບ​ຕິດ​ໃນ​ຄັ້ງ​ນີ້ ກໍ​ບໍ່​
ປາກົດ​ວ່າ​ມີ​ຢາ​ຝິ່ນ ລວມຢູ່​ດ້ວຍ​ແຕ່​ຢ່າງ​ໃດ ຫາກ​ແຕ່​ອິງ​ຕາມ​ລາຍ​ງານ​ປະ​ຈໍາປີ 2012 ຂອງ​
ອົງການຄວບ​ຄຸມ​ຢາ​ເສບ​ຕິດ ​ແລະ​ອາດຊະຍາ​ກໍາ​ແຫ່ງ​ສະຫະ​ປະຊາ​ຊາດ ຫຼື UNODC ກໍ​ໄດ້
​ລະບຸ​ຢ່າງ​ຊັດ​ເຈນ​ວ່າ​ ຜົນ​ຜະ​ລິດ​ຈາ​ການ​ລັກລອບ​ປູກ​ຝິ່ນ​ໃນ​ລາວຍັງ​ມີ​ທ່າ​ອຽງ ​ເພີ່ມ​ຂຶ້ນຢ່າງ​
ຕໍ່​ເນື່ອງ ​ໂດຍ​ພື້ນ​ທີ່​ລັກ​ລອບ​ປູກ​ຝິ່ນ​ໃນ​ລາວ​ໄດ້​ເພີ່ມ​ຂຶ້ນຈາກ 1,500 ​ເຮັກ​ຕ້າ ​ໃນ​ປີ 2007​ ມາ​
ເປັນ 4,100 ​ກວ່າ​ເຮັກ​ຕ້າ ​ໃນ​ປີ 2011 ນັ້ນ​ຄິດ​ເປັນ ອັດຕາ​ສ່ວນ​ທີ່​ເພີ່ມ​ຂຶ້ນ​ເກີນ​ກວ່າ 170%.

​ສາ​ເຫດສໍາຄັນ​ທີ່​ເຮັດ​ໃຫ້​ມີ​ການ​ລັກ​ລອບ​ປູກ​ຝິ່ນ​ເພີ່ມ​ຂຶ້ນດັ່ງກ່າວ​ນັ້ນ ທາງ​ການ ລາວ​ກໍ​ຢືນຢັນ​ວ່າ ​ເປັນ​ຍ້ອນ​ບັນຫາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ ທີ່​ໄດ້ຮັບການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ຕໍ່າ​ກວ່າ​ລະດັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ ​ແລະ​ໃນຂະນະ​ດຽວ​ກັນ ລາ ຄາ​ຝິ່ນ​ກໍ​ໄດ້​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງອີກດ້ວຍ ຈຶ່ງ​ເຮັດ​ໃຫ້​ປະຊາຊົນລາວ​ບັນດາ​ເຜົ່າ​ທີ່​ໄດ້​ພາກັນ​ປະລະ​ຈາ​ກການ​ປູ​ກຝິ່ນ​ແລ້ວ​ນັ້ນ ກັບ​ຄື​ນມາ​ປູກ​ຝິ່ນ​ອີກ​ເທື່ອ​ໃໝ່​ຫຼາຍ​ຂຶ້ນນັ້ນ​ເອງ.


ທັງນີ້​ UNODC ​ໄດ້​ລາຍ​ງານ​ກ່ຽວ​ກັບ​ສະພາວະ​ການ​
ລັກລອບ​ປູກ​ຝິ່ນ​ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ວ່າ ມຽນ
ມາ ຍັງ​ຄົງ​ເປັນ​ປະ​ເທດ​ທີ່​ມີ​ການ​ລັກ​ລອບ​ປູກ​ຝິ່ນ​ຫຼາຍ
​ທີ່​ສຸດ ສ່ວນ​ລາວ​ນັ້ນກໍ​ຖື​ເປັນ​ປະ​ເທດ​ທີ່​ມີ​ການ​ລັກ​ລອບ
​ປູກ​ຝິ່ນເພີ່ມ​ຂຶ້ນສູງ​ທີ່​ສຸດ​ເມື່ອ​ທຽບ​ກັບ​ມຽນມາ​ແລະ​ໄທ.

ນອກ​ຈາກ​ນີ້ UNODC ຍັງ​ໄດ້​ລະບຸ​ດ້ວຍວ່າ​ລາວ​ເປັນ​ປະ​
ເທດ​ນຶ່ງ​ທີ່​ມີ​ສະຖານະ​ເປັນ​ທັງເຂດ​ຜະລິດ ​ເຂດ​ທາງ​ຜ່ານ
​ແລະ​ເຂດ​ຮອງ​ຮັບ​ຢາ​ເສບ​ຕິດ​ຢ່າງ​ຄົບ​ຖ້ວນແລ້ວ ຈຶ່ງ​ເຮັດ
​ໃຫ້ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ທີ່​ກ່ຽວ​ກັບ​ຢາ​ເສບ​ຕິດ​ຫຼາຍ​ຂຶ້ນ
ນັບ​ມື້​ນັ້ນ​ເອງ.
XS
SM
MD
LG