ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມບານບ້ວງ Golden State Warriors ຄວ້າເອົາ ແຊ້ມ ຂອງ NBA ມາຄອງ


ສະມາຊິກ ທີມບານບ້ວງ Golden State Warriors ພາກັນສະເຫຼີມສະຫຼອງ ຫຼັງຈາກທີ່ໄດ້ເອົາຊະນະ ທີມບານບ້ວງ Cavaliers ໃນການແຂ່ງຂັນຮອບສຸດທ້າຍ ຂອງ NBA ໃນວັນພຸດ ທີ 17 ມີຖຸນາ 2015.
ສະມາຊິກ ທີມບານບ້ວງ Golden State Warriors ພາກັນສະເຫຼີມສະຫຼອງ ຫຼັງຈາກທີ່ໄດ້ເອົາຊະນະ ທີມບານບ້ວງ Cavaliers ໃນການແຂ່ງຂັນຮອບສຸດທ້າຍ ຂອງ NBA ໃນວັນພຸດ ທີ 17 ມີຖຸນາ 2015.

ທີ​ມ Golden State Warriors ​ຈາກເມືອງ Oakland ເອົາ​
ຊະນະ​ເຈົ້າພາບ ທີ​ມ Cavaliers ຂອງເມືອງ Cleveland ດ້ວຍ
ຄະ​ແນນ 105 ຕໍ່ 97 ​ໃນ​ການແຂ່ງຂັນວັນ​ອັງຄານ​ວານ​ນີ້ ​ເພື່ອ
ຄວ້າເອົາແຊ້ມສະມາຄົມກິລາບານບ້ວງ ແຫ່ງ​ຊາດສະຫະລັດ ຫຼື
NBA ປະຈຳປີ 2014-2015 ມາຄອງ.

ທ້າວ Stephen Curry ​ ​ນັກ​ກິລາບານບ້ວງດີເດັ່ນສຸດ ປະຈຳ
​ລະ​ດູ​ການແຂ່ງຂັນຕາມ​ປົກກະຕິ​ຂອງ NBA ​ແລະ ທ້າວ Andre
Iguodala ຈາກທີ​ມ Warriors ​ເຮັດໄດ້ຜູ້ລະ​ 25 ​ຄະແນນ ເພື່ອ
ຊ່ອຍ​ໃຫ້ທີ​ມດັ່ງ ກ່າວ ​ຊະນະ 4 ​ຕໍ່ 2 ເກມ ຂອງການແຂ່ງຂັນທັງ
ໝົດ 7 ​ເກມ ​ໃນ ການຄວ້າເອົາ ແຊ້ມບານບ້ວງມາຄອງ​ ເປັນຄັ້ງ​
ທຳ​ອິດ ນັບ​ຕັ້ງ​ແຕ່​ປີ 1975 ​ເປັນ​ຕົ້ນມາ. ທ້າວ Iguodala ຜູ້​ທີ່​ໄດ້​ເປັນ​ໂຕ​ສຳລອງ​ມາ​ຕະ
ຫລອດລະດູ​ການ​ແຂ່ງຂັນຈົນ​ມາ​ຮອດ​ເກມ​ທີ 4 ຈຶ່ງ​ໄດ້​ລົງ​ຫຼິ້ນ​ເວລາທີ​ມ Golden State
​ຍັງເປັນຮອງ 2 ຕໍ່ 1 ເກມ ​ແລະ​ ໄດ້​ຖືກລະ​ບຸຊື່ ​ໃຫ້​ເປັນນັກ​ກິລາດີເດັ່ນສຸດ ຫຼື MVP ໃນ​
ການ​ແຂ່ງຂັນຊິງແຊ້ມ.

ສ່ວນນັກກິລາບານບ້ວງທີ່​ໂດ່​ງດັງ ທ້າວ LeBron James ​ໄດ້​ນຳໜ້າ ໝູ່ ໃນການເຮັດ
ຄະແນນຂອງ​ທີ​ມ Cavaliers ໂດຍໄດ້ທັງໝົດ 32 ​ຄະແນນ ພ້ອມທັງສາມາດ​ຍາດ​ເອົາ
​ບານ​ທີ່ຟົ້ງອອກ​ມາຄືນໄດ້ 18 ຄັ້ງແລະຊ່ອຍສົ່ງ​ບານໃຫ້ເຮັດຄະ​ແນນ​ໄດ້ 9 ​ເທື່ອຊຶ່ງ​ເປັນ
ການຫຼິ້ນທີ່​ດີ​ເດັ່ນ​ອີກ​ເທື່ອ​ນຶ່ງ ໃນ​ລະຫວ່າງການ​ແຂ່ງຂັນ​ຊິງ​ແຊ້ມນີ້. ​ແຕ່​ທ້າວ James
ລົງຫຼິ້ນໂດຍປາດ​ສະ​ຈາກ​ເພື່ອ​ນນັກ​ກິລາ​ໂດ່​ງດັງ​ອີກ​ຄົນ​ນຶ່ງ​ຄື ທ້າວ Kevin Love ຜູ້​ທີ່ ​
ໄດ້​ຮັບບາດ​ເຈັບ ​ເມື່ອຕອນ​ຕົ້ນຂອງ​ການແຂ່ງຂັນ​ເຂົ້າຊິງ​ແຊ້ມ ​ແລະທ້າວ Kyrie Irving
ທີ່ໄດ້ຮັບບາດເຈັບຢູ່ຫົວເຂົ່າໃນການແຂ່ງຂັນຊິງແຊ້ມເກມທຳອິດເຮັດໃຫ້ທີມ Cavaliers
ແຂ່ງຂັນໂດຍບໍ່ມີຜູ້ເຮັດຄະແນນທີ່ສຳຄັນອີກຄົນນຶ່ງກັບທີມ Golden State ທີ່ໄດ້ຊະນະ
67 ຄັ້ງ ໃນລະດູການແຂ່ງຂັນປົກກະຕິນັ້ນ.

ການເສຍໄຊໃນວັນອັງຄານວານນີ້ ແມ່ນການເສຍໄຊທີ່ຂົມຂື່ນສຳຫລັບ ທ້າວ James
ທີ່ເກີດຢູ່ລັດໂອຮາຍໂອ ເຊິ່ງໄດ້ເລີ້ມອາຊີບນັກກິລາບານບ້ວງ ກັບທີມ Cavaliers ແລະ
ຫາກໍກັບຄືນມາໃນປີກາຍນີ້ ຫລັງຈາກໄດ້ໄປຫລິ້ນໃຫ້ທີມ Heat ຂອງເມືອງ Miami ມາ
ໄດ້ສີ່ປີ ບ່ອນທີ່ລາວໄດ້ ຊະນະແຊ້ມບານບ້ວງແຫ່ງຊາດ 2 ເທື່ອນັ້ນ.

XS
SM
MD
LG