ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບົດຮຽນ GoEnglish.Me: Music - Advanced, Pt. 3.


MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງ
ຊາດລາວ ພູມໃຈສະເໜີ ລາຍການ​ຮຽນພາສາອັງກິດ
GoEnglish.Me ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດກັບ​ພາສາ
ລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນກັບ​ລູກສິດ ຄົນລາວ​ອາ
​ເມຣິກັນ ເພື່ອອະທິບາຍຄໍາສັບ ​ແລະສໍານວນ​ຕ່າງໆ.

LESSON: Music - Advanced

MC: ສະບາຍດີ ທ່ານນັກສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບສູ່ລາຍການຮຽນ ພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາລາວ ແລະສະຖານີ ວິທະຍຸແຫ່ງຊາດລາວ. ​ບົດຮຽນຂອງເຮົາມື້​ນີ້ ແມ່ນຕອນ​ສຸດ​ທ້າຍ​ຂອງ​ບົດຮຽນ Music ຫລື ​ດົນຕີ ຊຶ່ງ​ເຮົາ​ໄດ້ພາ
ທ່ານຕິດຕາມ​ຟັງນັກ​ສຶກສາ​ສອງຄົນ ລົມ​ກັນ​ກ່ຽວ​ກັບເລື່ອງ​ການ​ຕັ້ງ​ວົງດົນຕີຂຶ້ນ. ​ເພື່ອ​ບໍ່​
ໃຫ້​ເສຍ​ເວລາ ​ເຊີນ​ທ່ານ​ພົບກັບ​ຜູ້​ດໍາ​ເນີນ​ລາຍການທັງ​ສອງ Winnie ກັບ Professor Bowman ເພື່ອ​ຕິດຕາມ​ໄປ​ຟັງວ່າ ນັກ​ສຶກສາ​ສອງ​ຄົນ​ນັ້ນ ຈະ​ຕັ້ງ​ວົງ​ດົນຕີ ​ໄດ້​ສຳ​ເລັດ​ບໍ່.

Music up…and under

MC: Today we’re going to learn some advanced words for talking about music. ​ໃນ​ຕອນ​ສຸດ​ທ້າ​ຍຂອງ​ບົດຮຽນ​ Music ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ຮຽນ ຄໍາ​ສັບ​ທີ່​ຍາກ
ຂຶ້ນ​ແດ່​ໜ້ອຍ​ນຶ່ງ ສໍາລັບ​ເວົ້າ​ລົມ​ກັນ ກ່ຽວ​ກັບ​ເລື່ອງ​ດົນຕີ.

P: Ernie and Beth are two students at college who are starting a musical group together. Today Beth and Ernie are talking to Eric, who is a DJ, to
ask him if he wants to join their group. Ernie ກັບ Beth ​ເປັນ​ນັກ​ສຶກສາ​ຢູ່​ມະຫາ
ວິທະຍາ​ໄລ ທີ່​ກໍາລັງ​ຈະ​ຕັ້ງ​ວົງ​ດົນຕີ​ຮ່ວມ​ກັນ. ມື້​ນີ້ Beth ກັບ Ernie ກໍາລັງ​ລົມກັບ Eric
ທີ່​ເປັນ​ດີ​ເຈ ​ເພື່ອ​ຈະ​ຖາມ​ເອຣິກວ່າ ລາວ​ຢາກ​ຈະ​ເຂົ້າ​ຮ່ວມ​ວົງ​ກັບ​ເຂົາ​ເຈົ້າ​ບໍ່.

MC: If Eric has any sense, he will decline the offer. Beth and Ernie are
planning to play some pretty terrible music. ຖ້າ​ຫາກ​ເອຣິກ ມີ​ຄວາມ​ຄິດ​ແດ່
ລາວກໍ​ຈະ​ປະຕິ​ເສດ​ຂໍ້​ສະ​ເໜີ. Beth ກັບ​ເອີ​ນີ ກໍາລັງ​ວາງ​ແຜນ​ຈະ​ຫລິ້ນ​ດົນຕີ ທີ່​ຂີ້ຮ້າຍ
ຫລາຍ​ສົມຄວນ.

P: Let’s see what Eric says about this. ​ໄປ​ຟັງ​ກັນ​ວ່າ ​ເອຣິກ​ເວົ້າ​ແນວ​ໃດ ກ່ຽວ​ກັບ​ເລື່ອງ​ນີ້.

Eric: Hey guys, thanks for inviting me to join your group. I’m pretty interested, but first I just want to know a little bit more about what you’re going to play.

Beth: Eric, it’s going to be really great! We’re going to be the coolest students at school. We want to be a Vanilla Ice cover band!

Eric: Umm… did you say you want to start a Vanilla Ice cover band?
You’re kidding, right?

Ernie: What? Of course not! And we want you to be our DJ.

MC: Well Professor, last time we talked about how Vanilla Ice is one of the worst rap artists from the 1990s. ​ເອີ ອາຈານ ​ເທື່ອ​ແລ້ວ​ນີ້ ​ເຮົາ​ເວົ້າ​ກັນ​ກ່ຽວ​ກັບ​ວ່າ
Vanilla Ice ​ເປັນ​ຜູ້​ນຶ່ງ​ໃນ​ບັນດາ​ສິນລະປິນ​ແຣັປທີ່​ຂີ້ຮ້າຍ​ທີ່​ສຸດ ຈາກ​ຊຸມ​ປີ 1990. But tell me, what is a “cover band”? ​ແຕ່ວ່າ ບອກຂະນ້ອຍແດ່ວ່າ “cover band” ແມ່ນຫຍັງ?

P: A cover band is a musical group that only plays the songs from one really famous band. A “cover band” ​ແມ່ນ​ວົງດົນຕີ ທີ່​ຫລິ້ນ​ສະ​ເພາະແຕ່​ເພງ​ຂອງວົງ​ດົນຕີ
​ທີ່​ດັງ​ອີ່​ຫລີ ວົງ​ໃດ​ວົງ​ນຶ່ງ. ​

MC: Alright, I got it. They’re going to “cover” Vanilla Ice songs. ​ໂອ ​ເຂົ້າ​ໃຈ​ແລ້ວ. ​ເຂົາ​ເຈົ້າ​ຈະ​ຮ້ອງແຕ່ເພງ​ຂອງ Vanilla Ice. Eric doesn’t seem too excited. ປະກົດ​ວ່າ ​ເອຣິກ ຄື​ບໍ່​ຕື່ນ​ເຕ້ນ​ປານ​ໃດ​ເນາະ. ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ອີກ​ເບິ່ງ ພ້ອມ​ກັບ​ຄໍາ​ແປ.

Eric: Hey guys, thanks for inviting me to join your group. I’m pretty interested, but first I just want to know a little bit more about what you’re going to play. ​ເປັນ​ຈັ່ງ​ໃດ ພວກ​ເຈົ້າ? ຂອບ​ໃຈ​ເດີ້ ທີ່​ເຊີນ​ຂ້ອຍ​ມາ​ຮ່ວມ​ກຸ່ມກັບ​ພວກ​ເຈົ້າ. ຂ້ອຍ​ມີ​ຄວາມ​ສົນ​ໃຈ​ຫລາຍພໍ​ສົມຄວນ ​ແຕ່ກ່ອນ​ອື່ນ ຂ້ອຍ​ຢາກ​ຮູ້​ຕື່ມ​ໜ້ອຍ​ນຶ່ງເທົ່າ​ນັ້ນແຫລະ
ວ່າ ພວກ​ເຈົ້າ​ຈະ​ຫລິ້ນ​ເພງ​ປະ​ເພດ​ໃດ?

Beth: Eric, it’s going to be really great! We want to be a Vanilla Ice cover band! ​ເອຣິກ ມັນ​ຈະ​ດີ​ຫລາຍ​ອີ​ຫລີໄດ໋. ພວກ​ເຮົາ​ຢາກ​ເປັນ​ວົງ​ດົນຕີ ​ໂຕ​ແທນ​ຂອງ​ Vanilla Ice.

Eric: Umm… did you say you want to start a Vanilla Ice cover band?
You’re kidding, right? ອຶ່ມ........ ​ເຈົ້າ​ເວົ້າ​ວ່າ ​ເຈົ້າຢາກ​ເປັນ​ວົງ​ດົນຕີ ​ໂຕ​ແທນ​ຂອງ​ Vanilla Ice ຊັ້ນ​ວະ? ​ເຈົ້າ​ເວົ້າ​ຫລິ້ນ ​ແມ່ນ​ບໍ່?

Ernie: What? Of course not! And we want you to be our DJ. ບໍ່. ບໍ່​ແນ່ນອນ.
ແລະ​ພວກ​ເຮົາ​ກໍ​ຢາກ​ໃຫ້​ເຈົ້າ​ເປັນ ດີ​ເຈ ​ໃຫ້​ເຮົາ.

ດົນຕີ..............

Eric: Ummm… you know guys, Vanilla Ice hasn’t been popular since the early 1990s. And even then he was pretty terrible. What about playing something more up-to-date?

Beth: You know, I like to think of him as classic. His music never really
goes out of style.

Eric: Right. Well… what are you going to name the group?

Ernie: We’re going to call it Chocolate Ice. Get the joke? Chocolate Ice instead of Vanilla Ice?

Eric: Don’t worry, I get the joke. And if there’s one thing that’s certain,
it’s that everyone will be laughing at you.

MC: You know Professor, I don’t think Vanilla Ice is “out of style.” ຮູ້​ບໍ່ ອາຈານ
ຂະ​ນ້ອຍ​ບໍ່​ຄິດ​ວ່າ Vanilla Ice ຢູ່​ນອກ​ສະ​ໄໝ​ນິຍົມ​ ຫລືລ້າ​ສະ​ໄໝດອກ since he was never “in style” to begin with, ​ເພາະວ່າ​ເພງ​ຂອງລາວ​ບໍ່​ເຄີຍຢູ່​ໃນ​ແນວທາງເພງສະ
ໄໝນິຍົມ ມາ​ຕັ້ງ​ແຕ່​ຕົ້ນ​ແລ້ວ it’s impossible for him to go “out of style.” ​ເພ​າະສະ​
ນັ້ນ ມັນ​ຈຶ່ງເປັນ​ໄປ​ບໍ່​ໄດ້ ທີ່​ເພງ​ຂອງ​ລາວ​ຈະຢູ່​ນອກ​ສະ​ຕາຍ ຫລື​ຢູ່​ໃນແນວທາງສະໄໝນິຍົມ.

P: Very funny. What does Eric think of the cover band’s name, Chocolate Ice? ຕະລົກ​ຫລາຍ. ​ເອຣິກຄິດ​ວ່າ​ແນວ​ໃດ ກັບຊື່ Chocolate Ice ຂອງ​ວົງ​ດົນຕີ​ ທີ່​ເຂົ​າ​ເຈົ້າ​ຈະ​ຕັ້ງ​ຂຶ້ນ ​ເ​ປັນ​ໂຕ​ແທນ​ຂອງ Vanilla Ice.

MC: He thinks it’s such a corny pun that everyone will laugh at them. I’m
afraid I have to agree. ລາວ​ຄິດ​ວ່າ ມັນ​ເປັນ​ຊື່ສົມ​ທຽບ​ທີ່​ຕະລົກ​ຫລາຍ ຈົນ​ທຸກໆ​ຄົນ
ຈະ​ຫົວຂວັນ​ເຂົາ​ເຈົ້າຫັ້ນ​ແຫລະ. ຂະ​ນ້ອຍ​ຄືຈະ​ຕ້ອງ​ໄດ້​ເຫັນ​ນໍາແຫລະ​ຂໍ້​ນີ້. ​ໄປ​ຟັງ​ບົດສົນ
ທະນາມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄໍາ​ແປ.

Eric: Ummm… you know guys, Vanilla Ice hasn’t been popular since the early 1990s. And even then he was pretty terrible. What about playing something more up-to-date? ອຶ່ມ......ພວກ​ເຈົ້າ​ຮູ້​ຕົ່ວ Vanilla Ice ບໍ່​ໄດ້​ຮັບ​ຄວາມ
ນິຍົມ ມາ​ຕັ້ງ​ແຕ່​ຕົ້ນ​ຊຸມ​ປີ 1990 ແລ້ວ. ​ແລະ​ແມ່ນ​ແຕ່​ໃນ​ສະ​ໄໝ​ນັ້ນ ລາວ​ກໍ​ຍັງ​ຮ້ອງ​ຂີ້ຮ້າຍ
ພໍ​ສົມຄວນຢູ່​ແລ້ວ. ​ເປັນ​ຫຍັງ​ບໍ່​ຫລິ້ນ ​ເພງ​ທີ່​ມັນ​ ທັນ​ສະ​ໄໝກ່ວາ​ນັ້ນ.

Beth: You know, I like to think of him as classic. His music never really goes out of style. ​ເຈົ້າ​ຮູ້​ບໍ່ ຂ້ອຍ​ຍັງ​ຢາກ​ຄິດ​ວ່າ ​ເພງ​ຂອງ​ລາວ​ເປັນ​ເພງ​ຄລາສຊິກ​ຢູ່. ດົນຕີ​ຂອງ​ລາວ ບໍ່​ເຄີຍ​ນອກ​ສະ​ຕາຍ.

Eric: Right. Well… what are you going to name the group? ​ແມ່ນຄວາມ​ເຈົ້າ​ຊະ. ​ເອີ່ ​ແລ້ວ​ພວກ​ເຈົ້າ​ຈະ​ຕັ້ງ​ຊື່​ວົງ​ວ່າ ຈັ່ງ​ໃດ?

Ernie: We’re going to call it Chocolate Ice. Get the joke? Chocolate Ice instead of Vanilla Ice? ​ພວກ​ເຮົາ​ຈະ​ຕັ້ງ​ຊື່ວ່າ Chocolate Ice. ​ເຂົ້າ​ໃຈ​ຄໍາ​ສົມ​ທຽບ​ຕົ່ວ? Chocolate Ice ​ແທນ Vanilla Ice?

Eric: Don’t worry, I get the joke. And if there’s one thing that’s certain, it’s that everyone will be laughing at you. ບໍ່​ຕ້ອງ​ເປັນ​ຫ່ວງ ຂ້ອຍ​ເຂົ້າ​ໃຈ​ຄໍາ​ສົມ​ທຽບ. ​ແລະ​ຖ້າ​ຫາກວ່າ ​ມີ​ສິ່ງ​ນຶ່ງ​ທີ່​ແນ່ນອນ​ກ່ຽວ​ກັບເລື່ອງນີ້ ສິ່ງ​ນັ້ນ​ກໍ​ຄື ທຸກໆ​ຄົນ​ແມ່ນ​ຈະ​ຫົວ
ຂວັນ​ພວກ​ເຈົ້າ​ ຢ່າງ​ແນ່ນອນ​.

Eric: You know guys, I’m not sure I can play in your group. The problem is that … er … rap music is violent and demeaning to women. I wouldn’t feel comfortable playing it.

Beth: That’s not true! Some rappers talk about violence, but a lot of them
just talk about money.

Eric: I know … and that’s bad too! Who wants to listen to someone rap
about how much money he has?

Beth: Well if it were about nothing but guns and money, why does it appeal to so many young people?

Ernie: I agree with Beth. Besides, hip hop goes way beyond music. It’s a whole culture.

MC: What? Eric says he doesn’t like hip hop music because it’s violent and
demeaning to women? ​ແມ່ນ​ຫຍັງ​ເກາະ? ​ເອຣິກ​ເວົ້າ​ວ່າ ລາວ​ບໍ່​ມັກ ​ເພງ​ຮິ​ປຮອປ ​ເພາະວ່າ​ມັນເປັນ​ເພງ​ທີ່ຮຸນ​ແຮງ​ແລະ​ດູ​ຖູ​ກດູ​ໝິ່ນ​ແມ່ຍິງ? How can he not like hip hop
music? Isn’t he a DJ? ລາວຈະ​ບໍ່​ມັກ​ເພງ​ຮິ​ປຮອປ​ໄດ້​ແນວ​ໃດ? ລາວ​ເປັນດີເຈ ບໍ່​ແມ່ນວະ?

P: Well, it sounds like he may be pretending not to like hip hop music so he doesn’t have to be in the group. ​ໂອ ຟັງ​ເບິ່ງ ຄື​ລາວ​ອາດ​ຈະ​ທໍາທ່າ​ວ່າ ບໍ່​ມັກ​ດົນ​ຕີ​ຮິ​ປຮອປ ​ເພື່ອ​ວ່າ​ລາວ​ຈະ​ບໍ່​ໄດ້​ເຂົ້າ​ຮ່ວມ​ວົງ​ນໍາ​ເຂົາ​ເຈົ້າ.

MC: Oh, so he’s just looking for an excuse not to have to play with such a bad band. ​ໂອ ລາວ​ພຽງ​ແຕ່​ຊອກ​ຫາ​ຂໍ້​ອ້າງ ​ເພື່ອ​ຈະ​ບໍ່ຕ້ອງ​ໄດ້ຫລິ້ນ​ດົນຕີ ກັບ​ວົງ​ທີ່​ຂີ້ຮ້າຍ​ແບບ​ນັ້ນ. I don’t blame him. ຂະ​ນ້ອຍ​ບໍ່​ຕິ​ລາວ​ດອກ. ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄໍາ​ແປ.

Eric: You know guys, I’m not sure I can play in your group. The problem is that … er … rap music is violent and demeaning to women. I wouldn’t feel comfortable playing it. ​ເອີ່.......ພວກ​ເຈົ້າ ຂ້ອຍ​ບໍ່​ແນ່​ໃຈ​ວ່າ ຈະ​ສາມາດ​ຫລິ້ນ​ຮ່ວມ​ກັບ
ວົງ​ຂອງ​ພວກ​ເຈົ້າ​ໄດ້ ຫລື​ບໍ່. ບັນຫາ​ກໍ​ຄື​ວ່າ ​ເອີ່... ດົນຕີ​ແຣັປ ມີ​ເນື້ອ​ໃນ​ຮຸນ​ແຮງ​ແລະກໍ​ດູ​ຖູ​ກ
ດູ​ໝິ່ນຕໍ່​ແມ່ຍິງ. ຂ້ອຍ​ຈະ​ບໍ່​ສະບາຍໃຈ​ທີ່​ຈະ​ຫລິ້ນເພງ​ພວກ​ນີ້.

Beth: That’s not true! Some rappers talk about violence, but a lot of them
just talk about money. ມັນ​ບໍ່​ເປັນຄວາມ​ຈິງດອກ! ນັກ​ຮ້ອງ​ແຣັປບາງ​ຄົນ​ເວົ້າ​ກ່ຽວ​ກັບ
ຄວາມ​ຮຸນ​ແຮງ ​ແຕ່​ຫລາຍໆ​ຄົນ ກໍ​ເວົ້າ​ແຕ່​ກ່ຽວ​ກັບ​ເລື້ອງ​ເງິນ​ເທົ່າ​ນັ້ນ.

Eric: I know … and that’s bad too! Who wants to listen to someone rap
about how much money he has? ຂ້ອຍ​ຮູ້...​ແລະ​ນັ້ນ​ກໍບໍ່​ດີ​ຄື​ກັນ. ​ແມ່ນ​ໃຜ​ຈະ​ຢາກ
ຟັງ ຄົນ​ຜູ້​ນຶ່ງ​ຮ້ອງ​ເພງ​ແຣັປ ກ່ຽວ​ກັບ​ວ່າ​ ​ໂຕ​ເອງ​ມີ​ເງິນ​ຫລາຍ​ປານ​ໃດ?

Beth: Well if it were about nothing but guns and money, why does it appeal
to so many young people? ​ເອົ໋າ ຖ້າ​ວ່າ​ມັນ​ບໍ່​ກ່ຽວ​ກັບ​ເລື່ອງອື່ນ​ໃດ ນອກຈາກ​ປືນ​ກັບ
ເງິນ​ແລ້ວ​ ​ເປັນ​ຫຍັງ​ມັນ​ຈຶ່ງ​ດຶງ​ດູດ​ໃຈ ພວກ​ຊາວ​ໝຸ່ມຫລາຍ​ຄົນ ​ເອົາ​ແທ້​ເອົາ​ວ່າ?

Ernie: I agree with Beth. Besides, hip hop goes way beyond music. It’s a
whole culture. ຂ້ອຍ​ເຫັນ​ພ້ອມ​ກັບ Beth. ນອກ​ນັ້ນ​ແລ້ວ ຮິ​ປຮອປຍັງ​ມີ​ຄວາມ​ສໍາຄັນ
ຫລາຍ​ກ່ວາ​ເປັນ​ພຽງ​ດົນຕີ​ອີກ. ມັນ​ເປັນ​ວັດທະ​ນະທໍາ​ພຸ້ນ.

Beth: Well you know Eric, our group isn’t just going to be about music. Ernie is an amazing hip hop dancer. Ernie, show him your dance moves!

Ernie: Sure!

[Music]

Eric: Wow Ernie, your dance moves are so um …unique. I’ve definitely never seen dancing like that before.

Ernie: Thanks. Want me to teach you how to dance like me?

Eric: Uh, maybe another time. OK guys, I’ll join your group on one condition.

Beth: Great, what’s that?

Eric: Can I play at gigs with a bag over my head? (laugh)

MC: Hmmm… it seems Eric is not impressed by Ernie’s dance moves.ຮຶ່ມ.... ​ເບິ່ງ​ຄື​ວ່າ ​ເອຣິກບໍ່​ຮູ້ສຶກ​ປະ​ທັບ​ໃຈ​ເລີຍ ກັບ​ລີລາ​ການ​ເຕ້ນ​ຂອງ​ເອີນີ​ເນາະ. But
Professor, what is a gig? ​ແຕ່​ວ່າ ອາຈານ a gig ​ແມ່ນຫຍັງ?

P: A gig is a performance, usually a small and informal one. You can also call any small or informal job a gig. Eric wants to wear a bag over his head when he plays gigs because he is embarrassed to be seen with this band. A gig ​ແມ່ນ​ການສະ​ແດງ ປົກກະຕິ​ແລ້ວ ​ແມ່ນ​ການສະ​ແດງ​ນ້ອຍໆ​ແລະ​ຢູ່​ໃນ​ງານ​ທີ່​ເປັນ​ກັນ​ເອງ​. ​ເຈົ້າ​ສາມາດ​ເອີ້ນ ວຽກ​ນ້ອຍໆ​ທີ່​ບໍ່​ເປັນ​ທາງການ​ວ່າ gig ​ໄດ້​ຄື​ກັນ. ​ເອຣິກຢາກ​ເອົາ​ຖົງ​ຄຸມຫົວ​ໄວ້ ​ເວລາ​ໄປສະ​ແດງຢູ່​ງານ​ນ້ອຍໆ ​ເພາະວ່າ ລາວ​ຮູ້​ສຶກອັບອາຍຜູ້​ຄົນ ທີ່​ເຫັນ​ລາວ​ຫລິ້ນ​ກັບ
​ວົງ​ດົນຕີ​ນີ້.

MC: Oh, I see. This is going to be the weirdest band in the world. ​ໂອ ​ເຂົ້າ​ໃຈ​ແລ້ວ. ວົງ​ດົນຕີ​ວົງ​ນີ້​ຈະ​ເປັນ​ວົງ​ທີ່​ແປກ​ປະຫລາດ​ທີ່​ສຸດ ​ໃນ​ໂລກ. ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້
​ອີກ ພ້ອມ​ກັບ​ຄໍາ​ແປ.

Beth: Well you know Eric, our group isn’t just going to be about music. Ernie is an amazing hip hop dancer. Ernie, show him your dance moves! ​ເອີ່ ​ເອຣິກ ວົງ​ຂອງ​ພວກ​ເຮົາ ບໍ່​ແມ່ນ​ຈະ​ຫລິ້ນ​ແ​ຕ່ດົນຕີ​ເທົ່າ​ນັ້ນ. ​ເອີ​ນີ​ເປັນ​ນັກ​ເຕ້ນ​ຮິ​ປຮອປ ທີ່​ເກ່ງ​ອີ​ຫລີ​ຄົນ​ນຶ່ງ. ​ເອີ​ນີ່ ສະ​ແດງ​ລີລາ​ການ​ເຕ້ນ​ຂອງ​ເຈົ້າ​ໃຫ້​ເບິ່ງ​ດຸ.

Ernie: Sure! ຕົກລົງ

[Music]

Eric: Wow Ernie, your dance moves are so … um …unique. I’ve definitely never seen dancing like that before. ວ້າວ ​ເອີ​ນີ ລີລາ​ການ​ເຕ້ນ​ຂອງ​ເຈົ້າ...​ເອີ...ພິເສດ
ບໍ່​ຄື​ໃຜ​ແທ້ໆ. ເດັດຂາດ ຂ້ອຍ​ບໍ່​ເຄີຍ​ເຫັນ​ການ​ເຕ້ນ​ແບບນັ້ນ​ມາ​ກ່ອນ​ຈັກ​ເທື່ອ.

Ernie: Thanks. Want me to teach you how to dance like me? ຂອບ​ໃຈ. ຢາກ​ໃຫ້​ຂ້ອຍ​ສອນ​ລີລາ​ການ​ເຕ້ນ​ແບບ​ຂ້ອຍ​ ​ໃຫ້​ເຈົ້າ​ບໍ່?

Eric: Uh, maybe another time. OK guys, I’ll join your group on one condition. ​ເອີ່......ບາງທີ ​ໂອກາດ​ໜ້າ​. ຕົກລົງ ພວກ​ເຈົ້າ. ຂ້ອຍ​ຈະ​ເຂົ້າ​ຮ່ວມ​ວົງ​ກັບ​ພວກ​ເຈົ້າ ​ແຕ່​ມີ​ເງື່ອນ​ໄຂ​ຂໍ້​ນຶ່ງ.

Beth: Great, what’s that? ດີ​ຫລາຍ. ເງື່ອນ​ໄຂຫຍັງ​ລ່ະ?

Eric: Can I play at gigs with a bag over my head? (laugh) ​ໃຫ້​ຂ້ອຍ​ສະ​ແດງ ​ໃນ​ງານ​ຕ່າງໆ ​ໂດຍ​ມີ​ຖົງຄຸມ​ຫົວ.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.Me ທີ່ສະຖານີວິທະຍຸແຫ່ງ
ຊາດລາວ ຢູ່​ນະຄອນຫລວງ​ວຽງ​ຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່​ນະຄອນຫລວງ
ວໍ​ຊິງ​ຕັນ ດີ​ຊີ ສະຫະລັດ ອາ​ເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG