ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບົດຮຽນ GoEnglish.Me: Computers - Intermediate, Part 2


ປ້າຍສຳນັກງານໃຫຍ່ ຂອງບໍລິສັດ eBay ທີ່ເມືອງ ແຊນ ໂຮເຊ (San Jose), ລັດແຄລິຟໍເນຍ.
ປ້າຍສຳນັກງານໃຫຍ່ ຂອງບໍລິສັດ eBay ທີ່ເມືອງ ແຊນ ໂຮເຊ (San Jose), ລັດແຄລິຟໍເນຍ.
ລິງໂດຍກົງ

MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດ
ລາວ ພູມໃຈສະເໜີບົດຮຽນພາສາອັງກິດ GoEnglish.Me ຊຶ່ງ​
ເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ
​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍ
ຄໍາສັບ ​ແລະສໍານວນ​ຕ່າງໆ.

LESSON: Computers - Intermediate

MC: ສະບາຍດີ ທ່ານນັກ​ສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ GoEnglish.Me ຂອງສະຖາ​ນີວິທະຍຸ ວີໂອເອພາກພາສາລາວ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ແລະສະຖານີວິທະຍຸແຫ່ງຊາດລາວ ທີ່​ນະ​ຄອນ​ຫລວງ​ວຽງຈັນ. ​ມື້ນີ້ ​ເຮົາຈະຮຽນ​ຕອນ​ທີ​ສອງ ຂອງບົດຮຽນ​ ​ໃນ​ຫົວ​ຂໍ້ Computers ກໍຄື​ເຄື່ອງ​ຄອມ​ພິວ​ເຕີ້ ນັ້ນ​ເອງ ຊຶ່ງ​ໃນ​ຕອນທຳ​ອິດນີ້ Winnie ຜູ້ດໍາເນີນລາຍການ ກັບ Professor Bowman ຈະພາທ່ານໄປຕິດຕາມ​ຟັງ
Chloe ລົມ​ກັບ​ໝູ່ຂອງ​ລາວ ​ເລື້ອງ​ການ​ໂຄສະນາ​ຂາຍຂອງ​ ທາງ​ອິນ​ເຕີ​ແນັດ. ​ເຊີນ​ເຂົ້າ​ສູ່
ລາຍການໄດ້​ເລີຍ.

MC: Today we’re learning some intermediate words for posting advertisements online. ມື້​ນີ້ ​ເຮົາ​ຈະ​ຮຽນ​ຄຳ​ສັບ​ໃນ​ລະດັບ​ປານ​ກາງຈຳນວນ​ນຶ່ງ ສຳ​ຫລັບ
​ໃຊ້​ໃນ​ການໂຄສະນາ ຂາຍ​ເຄື່ອງ​ທາງ​ອອນ​ລາຍ ກໍ​ຄື​ທາງ​ອິນ​ເຕີ​ແນັດ. Chloe has a lot of
junk at her house, ​ໂຄ​ລອີ​ ມີ​ເຄື່ອງ​ເກ່ົາ​ທີ່​ບໍ່​ໃຊ້​ແລ້ວ ຈຳນວນ​ຫລວງຫລາຍ ຢູ່​ໃນ​ເຮືອນ​ຂອງ​
ລາວ and she wants to get rid of some of it by selling on the internet ​ແລະລາວ
ຢາກ​ຈະ​ເອົາ​ຈຳນວນ​ນຶ່ງ​ຖິ້ມ ​ໂດຍ​ການ​ເອົາ​ອອກ​ຂາຍ​ທາງ​ອິນ​ເຕີ​ແນັດ. Her friend Matt has
come over to help her post ads ​ໝູ່​ຂອງ​ລາວ ທ້າວແມັທ ​ໄດ້ມາ​ບ້ານ​ລາວ ​ເພື່ອ​ຊ່ວຍ
ລາວ​ໂຄສະນາ​ທາງ​ອິນ​ເຕີ​ແນັດ. In the last episode Matt came to help Chloe fix her
computer, which had no internet connection. ​ໃນ​ຕອນ​ທີ່​ແລ້ວ ​ແມັທກໍມາ​ຊ່ວຍແປງ​
ຄອມ​ພິວ​ເຕີ້​ໃຫ້ໂຄ​ລອີ ​ເພາະວ່າ​ ຄອມ​ພິວ​ເຕີ້​ຂອງ​ລາວ ບໍ່​ມີ​ການ​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ແນັດ. But
it turned out he did not know how to fix it. ​ແຕ່​ປະກົດ​ວ່າ ລາວ​ບໍ່​ຮູ້​ວິ​ທີ​ແປງ​ມັນ.

Professor. That’s right, Winnie. ​ແມ່ນ​ແລ້ວ​ ວິນ​ນີ່. Let’s hope Matt is more helpful selling things than he was fixing the internet. ຫວັງ​ວ່າ ​ແມັທຈະ​ສາມາດ​ຊ່ວຍໂຄ​ລອີ ຂາຍ​ເຄື່ອງ​ທາງ​ອິນ​ເຕີ​ແນັດ ​ໄດ້​ດີ​ກ່ວາ​ແປງ​ອິນ​ເຕີ​ແນັດ​.

Matt: Chloe, you are really lucky that I am here to help you sell this stuff online. I am an expert at this!

Chloe: Well you also said you were an expert at fixing my computer, but you couldn’t do that at all.

Matt: Believe me, this time I mean it. I am going to help you sell your things for a lot of money.

Chloe: I guess I have to trust you. I’ve never posted an advertisement on the internet before. What should we do first?

MC: Here we go again. ​ເອົາ​ອີກ​ແລ້ວ... Matt is claiming to know everything there is to know about selling stuff on the internet ​ແມັທອ້າງ​ວ່າ ລາວ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ໃຫ້​ຮູ້ ກ່ຽວ​ກັບ​ການ​ຂາຍ​ເຄື່ອງ​ທາງ​ອິນ​ເຕີ​ແນັດ, but I’m skeptical ​ແຕ່​ຂ້ອຍ​ຍັງສົງ​ໄສ​ຢູ່. Professor, Chloe says she wants to “post” an advertisement, that means she wants to advertise online, right? ອາ​ຈານ Chloe ​ເວົ້າ​ວ່າ ລາວ​ຢາກ “post” an advertisement, ​ມັນ​ໝາຍ​ຄວາມ​ວ່າ ລາວ​ຢາກ​ເອົາ​ໂຄສະນາ​ລົງ​ທາງ​ອິນ​ເຕີ​ແນັດ ຫລື​ໂຄສະນາ online, ​ແມ່ນ​ບໍ່? Can you “post” other things on the internet? ​ເຈົ້າ ​“post” p-o-s-t “post” ສິ່ງ​ອື່ນໆ ລົງ​ໃນ​ອິນ​ເຕີ​ແນັດ​ ໄດ້​ບໍ່?

Professor: That’s right. You can also “post” pictures on a web site, or “post” comments on a blog. ​ໄດ້ ​ເຈົ້າເຮັດ​ໄດ້. ​ເຈົ້າ​ສາມາດ ​“post” ຮູບ ລົງ​ໃນ​ເວັບ​ໄຊ້​ໄດ້ ຫລື “post” ຄວາມເຫັນ ລົງ​ໃນ ບລອກ​ ຫລື​ບົດ​ຂຽນໄດ້​.

MC: Oh, so you can use the verb “post” whenever you put something up on a web site. Got it! ​ໂອ ສະ​ນັ້ນ ​ເຈົ້າ​ກໍ​ສາມາດ​ໃຊ້​ຄຳ​ກິ​ລິ​ຍາ to “post” ​ໄດ້ ​ເວລາ​ໃດ​ທີ່​ເຈົ້າ​ຢາກ​ເອົາ​ສິ່ງ​ໃດ​ສິ່ງ​ນຶ່ງ ລົງ​ໃນ​ເວັບ​ໄຊ້ທ໌. ​ເຂົ້າ​ໃຈ​ແລ້ວ. ​ເອົ໋າ ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ອີກ ພ້ອມ​ກັບຄຳ​ແປ.

Matt: Chloe, you are really lucky that I am here to help you sell this stuff online. ​ໂຄ​ລອີ ​ເຂົ້າ​ໂຊກ​ດີ​ຫລາຍ​ແທ້ໆ​ໄດ໋ຫັ້ນ ທີ່​ມີ​ຂ້ອຍ​ຢູ່​ນີ້ ​ເພື່ອ​ຊ່ວຍ​ເຈົ້າ​ຂາຍ​ສິ່ງ​ຂອງ​ພວກ​ນີ້ ອອນ​ລາຍ. I am an expert at this! ຂ້ອຍ​ເປັນ​ຊ່ຽວຊານ​ດ້ານ​ນີ້!

Chloe: Well you also said you were an expert at fixing my computer, but you couldn’t do that at all. ​ເອີ່... ​ເຈົ້າ​ກໍ​ເວົ້າ​ຄື​ກັນ​ວ່າ ​ເຈົ້າ​ເປັນຊ່ຽວຊານ​ດ້ານ​ການ​ແປງ​ຄອມ​ພິວ​ເຕີ້ໃຫ້​ຂ້ອຍ ​ແຕ່​ເຈົ້າ​ກໍແປງ​ບໍ່​ໄດ້​ເລີຍ.

Matt: Believe me, this time I mean it. ​ເຊື່ອ​ຂ້ອຍ​ນີ່ ​ເທື່ອ​ນີ້ ຂ້ອຍ​ໝາຍ​ຄວາມ​ຈັ່ງ​ຊັ້ນ​ອີ່ຫລີ. I am going to help you sell your things for a lot of money. ຂ້ອຍ​ຈະ​ຊ່ວຍ​ເຈົ້າ ຂາຍ​ເຄື່ອງຂອງ​ພວກ​ນີ້​ຂອງ​ເຈົ້າ ​ໃຫ້​ໄດ້​ເງິນ​ຫລາຍໆ.

Chloe: I guess I have to trust you. ຂ້ອຍ​ເດົາ​ວ່າ ຂ້ອຍ​ຄົງ​ຕ້ອງ​ໄດ້ໄວ້​ໃຈ​ເຈົ້າ​ແລ້ວ. I’ve never posted an advertisement on the internet before. ຂ້ອຍ​ບໍ່​ເຄີຍ post ​ໂຄສະນາ ລົງ​ທາງ​ອິນ​ເຕີ​ແນັດຈັກ​ເທື່ອ. What should we do first? ​ເຮົາ​ຄວນ​ຈະ​ເຮັດ​ສິ່ງ​ໃດ​ກ່ອນ?

Matt: The first thing we have to do is decide where to post the ad. Do you want to auction it on eBay?

Chloe: Yeah, that sounds good. How do I do that?

Matt: Well first you will have to create an account. Then you will have to write a description of the item and upload some pictures. What are you selling?

Chloe: I’m selling my bike. I don’t ride it very often anymore, but it’s still in good condition.

MC: Hmm … I know that the web site eBay is used to auction things online. ຮຶ່ມ... ຂ້ອຍ​ຮູ້​ວ່າ ​ເວັບ​ໄຊ້ທ໌ eBay ເຄີຍ auction ​ເຄື່ອງ​ຂອງ​ອອນ​ລາຍ ຢູ່​ເລື້ອຍ​ໆ. “Auction” a-u-c-t-i-o-n auction ​ແປ​ວ່າ ​ປະມູນຂາຍ ​ແມ່ນ​ບໍ່ ອາຈານ?

Professor: That’s exactly right. What does Matt say Chloe has to do to auction her bike online? ຖືກຕ້ອງ​ແລ້ວ. ​ແລ້ວແມັທ​ເວົ້າ​ວ່າ ​ໂຄ​ລອີ​ຕ້ອງ​ເຮັດ​ແນວໃດ ​ເພື່ອ​ປະມູນ​ຂາຍ ລົດຖີບ​ຂອງ​ລາວ ທາງອອນ​ລາຍ?

MC: Well, he says the first thing she has to do is create an “account” on eBay. ​ເອີ່ ລາວ​ເວົ້າ​ວ່າ ສິ່ງ​ທຳ​ອິດທີ່​ລາວ​ຕ້ອງ​ເຮັດ ກໍ​ຄື ສ້າງ “account” ຫລື​ບັນຊີນຶ່ງ​ຂຶ້ນ​ມາ ​ໃນ​ເວັບ​ໄຊ້ທ໌ eBay. Can you create other kinds of “accounts” on the internet? ​ເຈົ້າ​ສາມາດ​ສ້າງ ບັນຊີປະ​ເພດ​ອື່ນໆຂຶ້ນມາ​ ຢູ່​ໃນອິນ​ເຕີ​ແນັດ ​ໄດ້​ບໍ່?

Professor: Winnie, you can also create all kinds of account on the internet, ວິນ​ນີ່ ​ເຈົ້າ​ສາມາດ​ສ້າງ​ບັນ​ຊີ​ປະ​ເພດ​ຕ່າງໆ ​ໄດ້​ທຸກ​ປະ​ເພດ ຢູ່​ໃນ​ອິນ​ເຕີ​ແນັດsuch as an e-mail account ​ເຊັ່ນ​ບັນຊີ ອີ​ເມລ ຫລື ຈົດໝາຍ​ທາງ​ອີ​ເລັກ​ໂທຣນິກ. Matt also says that Chloe needs to “upload” some pictures. ແມັທຍັງ​ເວົ້າ​ອີກ​ວ່າ ​ໂຄລອີ​ຕ້ອງ​ໄດ້ ອັບ​ໂຫລ​ດ ຮູບ​ນຳ. Do you know what that mean? ​ເຈົ້າ​ຮູ້​ບໍ່ວ່າ ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

MC: Yes, “upload” and “download.” ​ເຈົ້າ ຮູ້ “upload” ກັບ “download.” You use the verb to “upload” when you take something from your computer and put it on the internet, ​ເຈົ້າໃຊ້ຄຳ​ກິລິ​ຍາ “ທູ ອັບ​ໂຫລ​ດ” ​ເວລາ​ເຈົ້າ​ເອົາສິ່ງ​ຂອງ​ຈາກ​ຄອມ​ພິວ​ເຕີ​ຂອງເຈົ້າ ​ລົງ​ໃນອິນ​ເຕີແນັດ and you say you “download” when you take something from the internet and save it to your computer ​ແລະ​ເຈົ້າ​ເວົ້າ​ວ່າ ​ເຈົ້າ “ດາວ​ໂຫລ​ດ” ​ເວລາ​ເຈົ້າ​ເອົາ​ສິ່ງ​ໃດ​ສິ່ງ​ນຶ່ງ​ຈາກ ອິນ​ເຕີ​ແນັດ ​ແລະ​ເກັບ​ມັນ​ໄດ້​ໃນ​ຄອມ​ຂອງ​ເຈົ້າ. So you say you upload pictures to your Face Book account or page ສະ​ນັ້ນ ​ເຈົ້າ​ກໍ​ເວົ້າ​ວ່າ ​ເຈົ້າ​ອັບ​ໂຫລ​ດຮູບ​ໃສ່​ໜ້າ Face Book ຂອງ​ເຈົ້າ and download music from iTunes or some other sources ​ແລະ​ດາວໂຫລ​ດດົນຕີ ຈາກ iTunes ຫລື​ແຫລ່ງອື່ນໆ. ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ອີກ ພ້ອມ​ກັບຄຳ​ແປ ​ແລ້ວ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ຕໍ່.

Matt: The first thing we have to do is decide where you want to post the ad. ສິ່ງ​ທຳ​ອິດ​ທີ່​ເຮົາ​ຕ້ອງ​ເຮັດ ກໍ​ຄື​ຕັດສິນໃຈ​ວ່າ ຈະ​ເອົາ​ໂຄສະນາ​ລົງ​ຢູ່​ບ່ອນ​ໃດ. Do you want to auction it on eBay? ​ເຈົ້າ​ຢາກ​ ປະມູນ​ຂາຍມັນ ຢູ່ eBay ບໍ່?

Chloe: Yeah, that sounds good. How do I do that? ​ເອີ້ ຟັງ​ດີ​ຫລາຍ​ໄດ້​ຫັ້ນ. ​ແລ້ວ​ຂ້ອຍ​ເຮັດ​ແນວ​ໃດ?

Matt: Well, first you will have to create an account. ກ່ອນ​ອື່ນ ​ເຈົ້າ​ກໍ​ຈະ​ຕ້ອງ​ໄດ້​ສ້າງ​ບັນຊີ​ຂຶ້ນ​ມາ. Then you will have to write a description of the item ​ແລ້ວ​ເຈົ້າ​ກໍ​ຈະ​ຕ້ອງ​ໄດ້​ຂຽນ​ຄຳບັນ​ລະ​ຍາຍ ກ່ຽວ​ກັບ​ເຄື່ອງ​ທີ່​ເຈົ້າ​ຈະ​ຂາຍ and upload some pictures ​ແລະ​ອັບ​ໂຫລ​ດຮູບ​ໃສ່. What are you selling? ​ເຈົ້າ​ຈະ​ຂາຍ​ຫຍັງ​ລ່ະ?

Chloe: I’m selling my bike. ຂ້ອຍ​ຈະ​ຂາຍ​ລົດຖີບ​ຂອງ​ຂ້ອຍ. I don’t ride it very often anymore ຂ້ອຍ​ບໍ່​ໄດ້​ຂີ່​ມັນ​ເລື້ອຍ​ຫລາຍ​ປານ​ໃດ​ແລ້ວ ດຽວ​ນີ້, but it’s still in good condition ​ແຕ່​ມັນ​ກໍ​ຍັງ​ຢູ່​ໃນ​ສະພາບ​ດີ​ຢູ່.

Matt: You know what else you can do? You can post a link to the bike company’s Web site so that people can find more information about it.

Chloe: That’s a great idea. But how much do you think I should sell it for?

Matt: We can search the advertisements for other bicycles on eBay, and see what the asking price is.

Chloe: Hey, great idea! You know Matt, you’re a lot better at selling things online than you are at fixing computers.

Professor: So Winnie, what does Matt say Chloe should post on her advertisement? ​ເອົ໋າ ວິນ​ນີ່ ​ແມັທ​ເວົ້າ​ວ່າ ​ໂຄ​ລອີ​ ຄວນຈະ​ເອົາ​ຫຍັງ post ລົງ​ໃນ​ຄຳ​ໂຄສະນາ​ຂອງ​ລາວ?

MC: He says she should post a “link” to the bike company’s web page ລາວ​ເວົ້າ​ວ່າ ​ໂຄ​ລອີ ຄວນ​ຈະ post a “link” ​ເຊື່ອ​ມຕໍ່​ໃສ່​ກັບ​ເວັບ​ໄຊ້ ຫລື ​ເວັບ​ເພ​ຈ ກໍ​ຄື​ໜ້າ​ເວັບ ຂອງ​ບໍລິສັດ​ຂາຍ​ລົດຖີບ so people can learn more about the bike model ​ເພື່ອ​ໃຫ້​ຜູ້​ຄົນ​ໄດ້​ຮຽນ​ຮູ້​ຫລາຍ​ຂຶ້ນ ກ່ຽວ​ກັບ​ລົດ​ຖີບລຸ້ນນັ້ນ. And the link “l-i-n-k” to a web page is the Worldwide web address or www dot, right? ​ແລະ​ລິ້ງຄ໌​ເຊື່ອມ​ຕໍ່ ​ໄປ​ຫາ​ໜ້າ​ເວັບ​ໃດ​ນຶ່ງ ກໍ​ຄື ທີ່ຢູ່ Worldwide web ຫລື www dot ຫັ້ນ ແມ່ນ​ບໍ່?

Professor: Right! You can also use the word “link” as a verb, too. ​ແມ່ນ​ແລ້ວ ນອກ​ນີ້ ​ເຈົ້າຍັງ​ສາມາດ​ໃຊ້​ຄຳ​ສັບ “link” ​ເປັນ​ຄຳ​ກິລິຍາ​ໄດ້ ​ເຊັ່ນ​ກັນ. For example, you can link from one page to the next by clicking on the link. ​ໂຕ​ຢ່າງ ປະ​ໂຫຍ​ກນີ້ ​ເຈົ້າສາມາດ​ລິ້ງຄ໌ໜ້າ​ນຶ່ງ​ໄປ​ຫາ​ອີກ​ໜ້າ​ນຶ່ງ​ໄດ້ ​ໂດຍ​ການຄລິກ ຢູ່​ບ່ອນ​ລິ້ງຄ໌ຫັ້ນ.

MC: I see. You can “click on a link” to connect from one web site to the next. ​ເຂົ້າ​ໃຈ​ແລ້ວ ​ເຈົ້າ​ສາມາດຄລິກຢູ່​ບ່ອນ​ລິ້ງຄ໌ ​ເພື່ອ​ເຊື່ອມ​ຕໍ່ ​ເວັບ​ໄຊ້ທ໌ນຶ່ງ​ໄປ​ຫາ​ອີກ​ເວັບ​ໄຊ້ທ໌ນຶ່ງ. But Professor, what is an “asking price”? ​ແຕ່​ວ່າ ອາຈານ “asking price” ​ແມ່ນ​ຫຍັງ? Is that the selling price you set? ມັນ​ແມ່ນ​ລາຄາ​ຂາຍ​ທີ່​ເຈົ້າ​ຕັ້ງ​ໄວ້​ຫັ້ນ​ບໍ?

Professor: That’s right. It’s the original price you ask for, before you start negotiating. ​ແມ່ນ​ແລ້ວ ມັນ​ແມ່ນ​ລາຄາເບື້ອງ​ຕົ້ນທີ່​ເຈົ້າ​ຂໍ​ໄປ ກ່ອນ​ຈະ​ເລີ້ມ​ຕໍ່​ຮອງ.

​MC: I see. ​ເຂົ້າ​ໃຈ​ແລ້ວ. ​ເອົ໋າ ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ຕໍ່ ຫລັງ​ຈາກ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄຳ​ແປ.

Matt: You know what else you can do? ​ເຈົ້າ​ຮູ້​ບໍວ່າ ມີ​ສິ່ງ​ໃດ​ອີກ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້? You can post a link to the bike company’s web site ​ເຈົ້າ​ສາມາດ post a “link” ​ເຊື່ອມຕໍ່​ໃສ່​ກັບ​ເວັບ​ໄຊ້ ຂອງ​ບໍລິສັດ​ຂາຍ​ລົດຖີບ so that people can find more information about it ​ເພື່ອ​ໃຫ້​ຜູ້​ຄົນ​ສາມາດ​ເຂົ້າ​ໄປ​ຊອກ ​ຂໍ້​ມູນກ່ຽວ​ກັບ​ລົດ​ ​ໄດ້ເພີ້​ມ​ຂຶ້ນ.

Chloe: That’s a great idea. ນັ້ນເປັນຄວາມ​ຄິດ​ທີ່​ດີ​ຫລາຍ. But how much do you think I should sell it for? ​ແຕ່​ວ່າ ​ເຈົ້າ​ຄິດ​ວ່າ ຂ້ອຍ​ຄວນ​ຈະ​ຂາຍ​ມັນ​ໃນ​ລາຄາ​ເທົ່າ​ໃດ?

Matt: We can search the advertisements for other bicycles on eBay, ​ເຮົາ​ເຂົ້າ​ໄປ​ຊອກ​ເບິ່ງ​ໂຄສະນາ​ຂາຍ​ລົດຖີບ​ອື່ນໆ ຢູ່​ໃນ eBay ກໍ​ໄດ້ and see what the asking price is ​ແລ​ະ​ເບິ່ງ​ວ່າ​ລາຄາ​ທີ່​ເຂົາ​ເຈົ້າ​ຕັ້ງ​ໄວ້​ນັ້ນ ມັນ​ເທົ່າ​ໃດ.

Chloe: Hey, great idea! You know Matt, you’re a lot better at selling things online than you are at fixing computers. ​ເຮ້ ​ເປັນຄວາມ​ຄິດ​ທີ່​ດີ​ຫລາຍ! ​ເຈົ້າ​ຮູ້​ບໍ່​ແມັທ ​ເຈົ້າ​ຮູ້​ເລື້ອງ​ກ່ຽວ​ກັບການ​ຂາຍ​ເຄື່ອງ​ອອນ​ລາຍ ດີ​ຫລ້າຍ​ກ່ວາ ​ເລື້ອງ​ແປງ​ຄອມ​ພິວ​ເຕີ້​ອີກ.

Chloe: Well, it looks like we are finished posting the ad. Do you think I will get many responses?

Matt: Maybe. It would also be a good idea to post a link to your ad on your personal Web page.

Chloe: Oh yeah, I’ve got a MyFace page. Maybe some of my friends would want to buy my bike.

Matt: Well, post the link and see what happens. MyFace gets a lot of traffic.

MC: Professor, Matt says MyFace gets a lot of “traffic.” Isn’t the word “traffic” for cars? ອາຈານ ​ແມັທ​ເວົ້າ​ວ່າ ໜ້າ MyFace ມີ “traffic” ຫລ້າຍຫລາຍ. ຄຳ​ສັບ “traffic” ການ​ຈະລາ​ຈອນ ບໍ່​ແມ່ນ​ໃຊ້​ກັບ ລົດ​ລາ​ວະ?

Professor: Yes, but you can talk about internet traffic too. ​ແມ່ນ ​ແຕ່​ເຈົ້າສາມາດ​ເວົ້າ​ກ່ຽວ​ກັບ ການ​ຈະລາຈອນ​ທາງ​ອິນ​ເຕີ​ແນັດ ​ໄດ້​ຄື​ກັນ.

MC: Oh, so it means getting lots of visits, right? ​ໂອ ຄັນ​ຊັ້ນ ມັນ​ກໍໝາຍຄວາມ​ວ່າ ມີ​ຄົນ​ເຂົ້າ​ມາ​ເບິ່ງ​ຫລາຍ​ເນາະ? I wonder if using MyFace will help Chloe sell her bike ຂ້ອຍ​ຢາກ​ຮູ້​ເດ້ວ່າ ການ​ໃຊ້ໜ້າ MyFace ຈະ​ຊ່ວຍ​ໃຫ້ ​ໂຄ​ລອີ ຂາຍ​ລົດຖີບ​ຂອງ​ລາວ​ໄດ້​ບໍ່?

Professor: Listen next time to find out! ລໍຖ້າ​ຟັງໃນ​ບົດຮຽນ​ໜ້າ ກໍ​ແລ້ວ​ກັນ.

​MC: ບັດ​ນີ້ ​ໄປ​ຟັງ​ເຂົາ​ເຈົ້າ​ລົມ​ກັນ​ມື້​ກີ້​ນີ້ອີກ​ເທື່ອ​ນຶ່ງ ພ້ອມ​ກັບ​ຄຳ​ແປ.

Chloe: Well, it looks like we are finished posting the ad. ​ເອີ່ ​ເບິ່ງ​ຄື​ວ່າ ພວກ​ເຮົາ​ໂພສ ​ໂຄສະນາ​ແລ້ວໆ​ເນາະ. Do you think I will get many responses? ​ເຈົ້າ​ຄິດ​ວ່າ ຂ້ອຍ​ຈະ​ໄດ້ຮັບ ​ການ​ຕອບ​ກັບ​ຄືນ​ມາ ​ຫລາຍ​ບໍ່?

Matt: Maybe. It would also be a good idea to post a link to your ad on your personal Web page. ບາງທີ ມັນ​ຈະ​ເປັນ​ແນວ​ຄິດ​ທີ່​ດີ​ຄື​ກັນ ຖ້າ​ເຈົ້າ​ລິ້ງຄ໌ການ​ໂຄສະນາ​ຂອງ​ເຈົ້າ ໃສ່​ໜ້າ​ເວັບ​ສ່ວນ​ຕົວ​ຂອງ​ເຈົ້າ.

Chloe: Oh yeah, I’ve got a MyFace page. Maybe some of my friends would want to buy my bike. ​ເອີ່ ​ແມ່ນ​ໄດ໋ ຂ້ອຍ​ມີໜ້າ MyFace page. ບາງ​ທີ ໝູ່​ຂ້ອຍ​ບາງ​ຄົນ ອາດ​ຈະ​ຢາກ​ຊື້​ລົດຖີບ​ຂ້ອຍ​ກໍ​ໄດ້.

Matt: Well, post the link and see what happens. MyFace gets a lot of traffic. ​ເອີ...ຄັນ​ຊັ້ນ​ກໍ​ເອົາ​ລິ້ງຄ໌​ໃສ່ ​ແລ້ວ​ເບິ່ງ​ວ່າ ມັນ​ຈະ​ເກີດ​ຫຍັງ​ຂຶ້ນ. ໜ້າ MyFace ມີ​ຄົນ​ເຂົ້າ​ມາ​ເບິ່ງ​ຫລາຍ​ໄດ໋.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ເປັນປະຈໍາ. ໂປດຕິຕຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG