ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບົດຮຽນ GoEnglish.Me: Computer - Beginning, Part I


MC: ວີໂອເອ ພາກພາສາລາວ ຮ່ວມກັບສະຖານີວິທະຍຸແຫ່ງຊາດລາວ ພູມໃຈສະເໜີບົດ
ຮຽນພາສາອັງກິດ GoEnglish.Me ຊຶ່ງເປັນບົດ​ສົນທະນາ​ພາສາ​ອັງກິດ​ກັບ​ພາສາລາວ ລະຫວ່າງອາຈານ​ຄົນ​ອາ​ເມຣິກັນ ກັບ​ລູກສິດ ຄົນລາວ​ອາ​ເມຣິກັນ ເພື່ອອະທິບາຍຄໍາສັບ ​
ແລະສໍານວນ​ຕ່າງໆ.

LESSON: Computers - Beginner

MC: ສະບາຍດີ ທ່ານນັກ​ສຶກສາ​ທີ່​ຮັກ​ແພງ. ຂໍຕ້ອນຮັບເຂົ້າສູ່ລາຍການຮຽນພາສາອັງກິດ
GoEnglish.Me ຂອງສະຖາ​ນີວິທະຍຸ ວີໂອເອພາກພາສາລາວ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ແລະສະຖານີວິທະຍຸແຫ່ງຊາດລາວ ທີ່​ນະ​ຄອນ​ຫລວງ​ວຽງຈັນ. ​ມື້ນີ້ ​ເຮົາຈະ​ເລີ້ມບົດຮຽນ​ໃໝ່ ​ໃນ​ຫົວ​ຂໍ້ Computers ກໍຄື​ເຄື່ອງ​ຄອມ​ພິວ​ເຕີ້ ນັ້ນ​ເອງ ຊຶ່ງ​ໃນ​ຕອນທຳ​ອິດນີ້ Winnie ຜູ້ດໍາເນີນລາຍການ ກັບ Professor Bowman ຈະພາທ່ານໄປຕິດຕາມ​ເບິ່ງ Chloe ທີ່​ມີ​ບັນຫາ​ກັບ ຄອມ​ພິວ​ເຕີ້​ຂອງ​ລາວ. ​ເຊີນ​ເຂົ້າ​ສູ່​ລາຍການໄດ້​ເລີຍ.

MC: Today we’re learning some beginner words for talking about technical support for your computer ມື້​ນີ້ ​ເຮົາ​ມາ​ຮຽນ​ຄຳ​ສັບ​ໃນ​ຂັ້ນ​ເລີ້ມ​ຕົ້ນ​ກັນ ສຳ​ຫລັບ​ໃຊ້​ໃນ​ການ​ເວົ້າ​ລົມ ກ່ຽວ​ກັບ​ການ​ສະໜັບສະໜຸນ​ດ້ານ​ເທັກ​ນິກ ສຳ​ຫລັບ​ຄອມ​ພິວ​ເຕີ້​ຂອງ​ທ່ານ. Chloe is having some problems with her computer, Chloe ກຳລັງ​ມີ​ບັນຫາ​ນຳ​ເຄື່ອງ​ຄອມ​ພິວ​ເຕີ້​ຂອງ​ລາວ so she calls her friend, Matt, to come over to help
her fix it ລາວ​ກໍ​ເລີຍ​ຮ້ອງ​ໝູ່​ທີ່​ຊື່ Matt ​ໃຫ້​ມາ​ຊ່ວຍ​ແປງ​ຄອມ​ພິວ​ເຕີ້ ​ໃຫ້​ລາວ.

Professor: That’s right, Winnie. Isn’t it good to have friends who understand computers? ​ແມ່ນ​ແລ້ວ​ ວິນ​ນີ່. ດີ​ບໍ່​ລ່ະ ທີ່​ມີ​ໝູ່​ທີ່​ເຂົ້າ​ໃຈ​ເລື້ອງ​ຄອມ​ພິວ​ເຕີ້?

MC: Yeah I guess, although having enough money to buy a working computer would be better. ​ເອີ່ ກະດີ​ລະ​ບໍ ​ເຖິງ​ແມ່ນວ່າ​ ການມີ​ເງິນຫລາຍພໍ​ຊື້ຄອມ​ພິວ​ເຕີ້ ທີ່ໃຊ້ງານ​ໄດ້ ຈະ​ດີ​ກ່ວາ​ກໍ​ຕາມ. ໄປ​ຟັງ​ກັນ​ເບິ່ງ​ວ່າ Chloe ມີ​ບັນຫາ​ຫຍັງ​ນຳ​ຄອມ​ພິວ​ເຕີ້​ຂອງ​ລາວ.

Chloe: Hi Matt, thanks for coming over to help me fix my computer.

Matt: No problem. I know everything about computers. What’s the problem?

Chloe: I can’t surf the Internet. What do you think the problem is?

Matt: Well it could be a software problem, or it could be a hardware problem.

MC: Hmm … this Matt sounds pretty confident. ຮຶ່ມ... ຟັງ​ເບິ່ງ ທ້າ​ວ Matt ຄົນ​ນີ້
ຈັ່ງ​ແມ່ນ​ໝັ້ນ​ໃຈ​ພໍ​ສົມຄວນເນາະ. He says he knows everything about computers ລາວເວົ້າ​ວ່າ ລາວ​ຮູ້​ທຸກ​ຢ່າງ​ກ່ຽວ​ກັບ​ຄອມ​ພິວ​ເຕີ້. I ​wonder if he can really fix Chloe’s computer? ຂ້ອຍ​ສົງ​ໄສ​ວ່າ ລາວ​ຈະ​ແປງ​ຄອມ​ພິວ​ເຕີ້​ໄດ້​ແທ້ໆ​ບໍ່?

Professor: Well, we will see. ​ເອີ່ ​ແລ້ວ​ເຮົາ​ຈະ​ໄດ້​ເຫັນ. Winnie, what is wrong with Chloe’s computer? ວິນ​ນີ່ ຄອມ​ພິວ​ເຕີ້​ຂອງ ​ໂຄ​ລອີ ມີ​ບັນຫາ​ຫຍັງ?

MC: She says that she can’t “surf” the Internet. ລາວ​ເວົ້າ​ວ່າ ລາວ​ບໍ່​ສາມ​າດ “surf” the Internet. But Professor, doesn’t “surf” mean to ride on a surfing board in the ocean? ​ແຕ່​ວ່າ ອາຈານ “surf” ບໍ່​ແມ່ນ ການ​ຂີ່​ແປ້ນ​ກະດານ​ຫລິ້ນ​ນ້ຳ ຢູ່​ທະ​ເລວະ?

Professor: Yes. But you can also use it to talk about browsing the Internet. ​ແມ່ນ ​ແຕ່​ເຈົ້າ​ໃຊ້​ເວົ້າ​ເຖິງ​ ການ​ເຂົ້າ​ອິນ​ເຕີ​ແນັດ ​ໄດ້​ຄື​ກັນ. For example, I spend three hours every day surfing the Internet. ​ໂຕ​ຢ່າງ ປະ​ໂຫຍ​ກນີ້: ຂ້ອຍ​ໃຊ້​ເວລາ ສາມ​ຊົ່ວ​ໂມງທຸກໆ​ມື້ ​ເຂົ້າອິນ​ເຕີ​ແນັດ.

MC: Really? ​ແມ່ນ​ແທ້​ວະ? Matt says Chloe might have a “hardware” or a “software” problem. ​ແມັທ​ເວົ້າ​ວ່າ ຄອມ​ພິວ​ເຕີ້​ຂອງ​ໂຄ​ລອີ ອາດ​ຈະ​ມີ​ບັນຫາ​ນຳ​ເຄື່ອງ “hardware” ກໍ​ຄື​ສ່ວນ​ປະ​ກອບ​ຕ່າງໆ​ຂອງ​ໂຕ​ຄອມ​ພິວ​ເຕີ້​ເອງ ຫລື​ອາດ​ຈະ​ມີ​ບັນຫາ ນຳ “software” ກໍ​ຄື​ລາຍການ​ຕ່າງໆ ທີ່​ສັ່ງໃຫ້ ຄອມ​ພິວ​ເຕີ້ ຫລື “hardware”ຂອງ​ຄອມ​ພິວ​ເຕີ້
ທຳ​ງານ.

Professor: That’s right! Let’s see if Matt can help fix the computer. ​ແມ່ນ​ແລ້ວ. ​ໄປ​ເບິ່ງ​ກັນວ່າ ​ແມັທ ຈະ​ສາມາດ​ຊ່ວຍ​ແປງ​ຄອມ​ພິວ​ເຕີ້​ໄດ້ບໍ່?

MC: ຫລັງ​ຈາກ​ທີ່​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້ ພ້ອມ​ກັບຄຳແປ.

Chloe: Hi Matt, thanks for coming over to help me fix my computer. ສະບາຍດີ Matt, ຂອບ​ໃຈ​ທີ່​ມາ​ຊ່ວຍ​ແປງ​ຄອມ​ພິວ​ເຕີ້​ໃຫ້​ຂ້ອຍ.

Matt: No problem. I know everything about computers. ບໍ່​ມີ​ບັນຫາ. ຂ້ອຍ​ຮູ້​ທຸກ​ຢ່າງ​ກ່ຽວ​ກັບ​ຄອມ​ພິວ​ເຕີ້. What’s the problem? ມີ​ບັນຫາ​ຫຍັງ​ລ່ະ?

Chloe: I can’t surf the Internet. ຂ້ອຍ​ເຂົ້າ​ອິນ​ເຕີ​ແນັດ ບໍ່​ໄດ້. What do you think the problem is? ​ເຈົ້າ​ຄິດ​ວ່າ ບັນຫາ​ມັນແມ່ນ​ຫຍັງ?

Matt: Well it could be a software problem, or it could be a hardware problem. ​ເອີ່ ມັນ​ກໍ​ອາດ​ຈະແມ່ນ ບັນຫາ software ກໍ​ໄດ້ ຫລື​ອາດ​ຈະ​ແມ່ນບັນຫາ hardware ກໍ​ໄດ້​.

Matt: Well, let’s see if the computer can turn on. Here, I’ll just press the power button.

Chloe: Uh … Matt? That’s not my computer. That’s my TV.

Matt: Huh? Oh yes, of course. Where is your computer?

Chloe: My computer is over on the desk. See? It is turned on, but when I try to open the browser, there is no connection to the Internet.

MC: Hmm … this Matt doesn’t seem to know as much about computers as he says he does ຮຶ່ມ...ທ້າວ​ແມັທຄົນ​ນີ້ ​ເບິ່ງ​ຊົງ​ວ່າຈະ​ບໍ່​ຮູ້​ເລື້ອງ​ກ່ຽວ​ກັບ​ຄອມ​ພິວ​ເຕີ້ ຫລາຍ​ເທົ່າ​ກັບ​ທີ່​ລາວ​ເວົ້າ​ວ່າ ລາວ​ຮູ້. He tries to press Chloe’s TV’s “power button” to turn on the computer ລາວ​ພະຍາຍາມ​ຈະ​ກົດ​ປຸ່ມ “power” ຫລື​ປຸ່ມ​ໄຟ ​ເພື່ອ​ປິດແລະ​ເປີດ ທີ​ວີ​ຂອງ​ໂຄ​ລອີ ​ເພື່ອ​ເປີດ​ຄອມ​ພິວ​ເຕີ້, because he thinks it is her computer ເພາະລາວ​ຄິດ​ວ່າ ມັນ​ແມ່ນ​ເຄື່ອງ​ຄອມ​ພິວ​ເຕີ້​ຂອງ​ລາວ.

Professor: He doesn’t sound like a computer expert at all. ​ຟັງ​ເບິ່ງ​ແລ້ວ ລາວ​ບໍ່​ຊົງ​ເປັນ​ຊ່ຽວຊານ​ດ້ານ​ຄອມ​ພິວ​ເຕີ້ ຈັກ​ດີ້​ເລີຍ.

MC: Yeah, I don’t think I would let this guy near my computer. ​ແມ່ນຫັ້ນ​ແຫລະ ຂ້ອຍ​ຄິດ​ວ່າ ຂ້ອຍ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ຜູ້​ນີ້ ​ເຂົ້າ​ໃກ້​ຄອມ​ພິວ​ເຕີ້​ຂອງ​ຂ້ອຍ​ດອກ.But Professor, Chloe says that when she tries to open the “browser” there is no “connection” to the Internet. ​ແຕ່​ວ່າ ອາຈານ Chloe ​ເວົ້າ​ວ່າ ​ເວລາ​ລາວ​ພະຍາຍາມ​ຈະ​ເປີດ “browser” b-r-o-w-s-e-r “browser” ມັນ​ບໍ່​ມີ​ການ​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ແນັດ no “connection” to the Internet. Professor, a browser is a software application that you open up to browse or surf the Internet, ອາຈານ browser ​ແມ່ນ​ລາຍການ software ທີ່​ເຮົາ​ເປີດ​ຂຶ້ນ ​ເວລາ​ເຮົາ​ຕ້ອງການ​ເຂົ້າ​ອິນ​ເຕີ​ແນັດ such as Internet Explorer, Mozilla Firefox, Safari and others, right? ​ເຊັ່ນ Internet Explorer, Mozilla Firefox, Safari ​ແລະ​ ອື່ນ​ໆ​ອີກ ​ແມ່ນ​ບໍ່?

Professor: Correct. You can also say you opened a browser window. ຖືກຕ້ອງ ​ເຈົ້າ​ເວົ້າ​ໄດ້​ຄື​ກັນ​ວ່າ ​ເຈົ້າເປີດ browser window.

MC: Oh OK, so when somebody tells me to a open a browser or a browser window on my computer, ​ໂອ ​ໂອ​ເຄ ຄັນ​ຊັ້ນ ຖ້າ​ໃຜ​ຜູ້​ນຶ່ງ​ບອກ​ໃຫ້​ຂ້ອຍ ​ເປີດ browser ຫລື browser window ຢູ່​ຄອມ​ພິວ​ເຕີ້​ຂອງ​ຂ້ອຍ I can either open the Internet Explorer or Mozilla Firefox, whichever works better with my computer, right? ຂ້ອຍ​ກໍ​ສາມາດ​ເປີດ Internet Explorer ຫລືວ່າ Mozilla Firefox ອັນ​ໃດ​ກໍ​ໄດ້ ທີ່​ໃຊ້​ໄດ້​ດີ​ກ່ວາ ກັບ​ຄອມ​ພິວ​ເຕີ້​ຂອງ​ຂ້ອຍ ​ແມ່ນ​ຕົ່ວ​ເນາະ? ​ເອົ໋າ​ ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ອີກ ພ້ອມ​ກັບ​ຄຳ​ແປ.

Matt: Well, let’s see if the computer can turn on. Here, I’ll just press the power button. ​ເອົ໊າ ​ເບິ່ງ​ດຸ​ວ່າ ຈະ​ເປີດ​ຄອມ​ພິວ​ເຕີ້​ໄດ້​ບໍ່? ນີ່ ຂ້ອຍ​ຈະ​ກົດ​ປຸ່ມ​ໄຟ ປິດ​ເປີດ​ເທົ່າ​ນັ້ນ​ແຫລະ.

Chloe: Uh … Matt? That’s not my computer. That’s my TV. ​ເອີ່...ແມັທ ນັ້ນ​ບໍ່​ແມ່ນ​ຄອມ​ພິວ​ເຕີ້​ຂອງ​ຂ້ອຍ. ນັ້ນ​ແມ່ນ​ທີ​ວີ​ຂ້ອຍ.

Matt: Huh? Oh yes, of course. Where is your computer? ​ຮະ? ​ໂອ້ ​ແມ່ນ​ຄວາມ. ຄອມ​ພິວ​ເຕີ້​ເຈົ້າ ຢູ່​ໃສ​ລ່ະ?

Chloe: My computer is over on the desk. See? ຄອມ​ພິວ​ເຕີ້​ຂ້ອຍ ຢູ່​ໂຕະ​ພຸ້ນ ​ເຫັນ​ບໍ່? It is turned on, but when I try to open the browser ມັນ​ເປີດ​ຢູ່​ແລ້ວ ​ແຕ່​ວ່າ​ເວລາ​ຂ້ອຍ​ພະຍາຍາມ​ຈະ​ເປີດ browser, there is no connection to the Internet ມັນ​ບໍ່​ມີ​ການ​ເຊື່ອມ​ຕໍ່​ກັບ ອິນ​ເຕີ​ແນັດ.

Matt: Hmm … have you tried re-starting your computer?

Chloe: Matt, of course I tried re-starting my computer. That was the first thing I did!

Matt: Really? Well if that didn’t work, I don’t know what to do.

Chloe: That’s your only idea? You said you know everything about computers. I should have just called technical support.

Matt: Well re-starting the computer always works for me.

MC: As I suspected, this guy is useless ຄື​ຂ້ອຍ​ສົງ​ໄສ​ຫັ້ນ​ແຫລະ ໝໍ​ນີ້ແມ່ນໃຊ້ຫຍັງ
ບໍ່​ໄດ້ເລີຍ. His only solution is to “re-start” the computer ວິທີ​ແກ້​ໄຂ​ທາງ​ດຽວ​ຂອງ​ລາວ ​ກໍ​ຄື ​ໃຫ້​ເປີດຄອມ​ພິວ​ເຕີ້​ຄືນ​ໃໝ່ “re-start” the computer. But professor, I’ve also heard people say “re-boot” the computer ​ແຕ່​ວ່າ ອາຈານ ຂ້ອຍ​ໄດ້​ຍິນ​ຄົນ​ເວົ້າ​ຄື​ກັນ​ວ່າ “re-boot” the computer. “Re-boot” ສະກົດ r-e ຂີດ​ຍະ​ຫວ່າງ b-o-o-t, “re-boot” the computer. Do they mean the same? ມັນມີ​ຄວາມໝາຍ​ອັນ​ດຽວ​ກັນ​ບໍ່?

Professor: That’s right. Re-start and re-boot mean the same thing. ​ແມ່ນ​ແລ້ວ Re-start ກັບ re-boot ມີ​ຄວາມ​ໝາຍ​ຄື​ກັນ.

MC: Gotcha. ​ເຂົ້າ​ໃຈ​ແລ້​ວ. Well I agree with Chloe. ​ເອີ່ ຂ້ອຍ​ເຫັນ​ພ້ອມ​ກັບ Chloe. Next time she should just call “technical support” ​ເທື່ອ​ໜ້າ ລາວ​ຄວນ​ຈະ​ຮ້ອງພວກ ສະໜັບສະໜຸນ​ດ້ານ​ເທັກ​ນິກ rather than wasting time getting Matt to try to help her ​ແທນ​ທີ່​ຈະ​ເສຍ​ເວລາ ​ໃຫ້​ແມັທພະຍາຍາມ​ມາ​ຊ່ວຍ​ລາວ.

Professor: Matt has one more idea to fix the computer. Let’s listen. ​ແມັທ ມີ​ແນວ​ຄິດ​ແປງ​ຄອມ​ພິວ​ເຕີ້ ອີກ​ວິທີ​ນຶ່ງ. ​ໄປ​ຟັງ​ກັນ​ເບິ່ງ.

MC: ​ຫລັງ​ຈາກ​ທີ່​ຟັງ​ຄຳແປ ຂອງ​ບົດ​ສົນທະນາ​ມື້​ກີ້ນີ້.

Matt: Hmm … have you tried re-starting your computer? ຮຶ່ມ... ​ເຈົ້າ​ໄດ້​ພະຍາຍາມ​ປີດ ​ແລ້ວ​ເປີດ​ຄອມ​ພິວ​ເຕີ້​ ຄືນໃໝ່​ບໍ່?

Chloe: Matt, of course I tried re-starting my computer ​ແມັທ ​ແນ່ນອນ ຂ້ອຍ​ໄດ້​ພະຍາຍາມ​ເປີດ​ຄອມ​ພິວ​ເຕີ້​ຂ້ອຍ​ຄືນໃໝ່. That was the first thing I did!ນັ້ນ​ແມ່ນ​ສິ່ງ​ທຳ​ອິດ ທີ່​ຂ້ອຍ​ເຮັດ!

Matt: Really? Well if that didn’t work, I don’t know what to do. ອີ່ຫລີ​ວະ? ​ເອີ ຄັນ​ມັນ​ບໍ່​ໄດ້ຜົນ​ແລ້ວ ຂ້ອຍ​ກໍ​ບໍ່​ຮູ້​ວ່າ ຈະ​ເຮັດ​ແບບ​ໃດ​ແລ້ວ.

Chloe: That’s your only idea? ນັ້ນ​ແມ່ນ​ຄວາມ​ຄິດດຽວ​ເທົ່າ​ນັ້ນ​ວະ ​ຂອງ​ເຈົ້າ? You said you know everything about computers. ​ເຈົ້າ​ເວົ້າ​ວ່າ ​ເຈົ້າ​ຮູ້​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັບ​ຄອມ​ພິວ​ເຕີ້. I should have just called technical support. ຂ້ອຍ​ຄວນ​ຮ້ອງ​ພວກ​ສະໜັບສະ​ໜຸນ​ດ້ານ​ເທັກ​ນິກມາ ​ແລ້ວ​ກໍ​ແລ້ວ.

Matt: Well re-starting the computer always works for me. ​ເອີ໋... ການ​ເປີດ​ຄອມ​ພິວ​ເຕີ້​ຄືນ​ໃໝ່ ມັນ​ໄດ້ຜົນ​ສະ​ເໝີ ສຳ​ຫລັບ​ຂອ້ຍ.

Matt: Wait! I know how to fix the problem!

Chloe: Great! What should we do?

Matt: We should contact the Internet company to see if their service is down. Let’s log on to their website to find their phone number.

Chloe: Uh, Matt? The Internet isn’t working. How can we log on to the website?

Matt: Oh yeah.

Professor: So Winnie, what is Matt’s solution for fixing the computer? ​ເອົ໋າ ວິນ​ນີ່ ທາງ​ອອກ​ຂອງ​ແມັທ ສຳ​ຫລັບ​ແປງ​ຄອມ​ພິວ​ເຕີ້ ​ແມ່ນ​ຫຍັງ?

MC: This is his best suggestion yet. ອັນ​ນີ້​ແມ່ນ​ຄຳ​ແນະນຳ ທີ່​ດີ​ທີ່​ສຸດ​ຂອງ​ລາວ ​ເທົ່າ​ທີ່​ລາວເວົ້າ​ມາ. He says that they should “log on” to the Internet provider’s web page to find their phone number ລາວ​ເວົ້າ​ວ່າ ​ເຂົາ​ເຈົ້າ​ຄວນ “log on” ​ເຂົ້າ​ໄປ​ເວັບ​ໄຊ້ຂອງ​ບໍລິສັດ​ສະ​ໜອງ​ອິນ​ເຕີ​ແນັດ ​ເພື່ອ​ຊອກ​ຫາ​ໂທລະສັບ​ຂອງ​ເຂົາ​ເຈົ້າ, so that they can call to see if there is a problem with the service. ​ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາມາດ​ໂທລະສັບ ​ເຂົ້າ​ໄປ​ຖາມ​ເບິ່ງ​ວ່າ ມັນ​ມີ​ບັນຫາ​ຫຍັງ​ກັບ​ການ​ບໍລິການ​ຂອງ​ເຂົາ​ເຈົ້າ​ບໍ່.

Professor: Exactly. But that’s impossible because the Internet is down. ​ຖືກຕ້ອງ ​ແຕ່​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້ ​ເພາະວ່າ ບໍ່​ມີອິນ​ເຕີ​ແນັດ.

MC: Right. But Professor, what does it mean when you say that something is “down”? ​ແມ່ນ​ແລ້ວ ​ແຕ່​ວ່າ ອາຈານ ມັນ​ໝາຍ​ຄວາມ​ວ່າ​ແນ​ວ​ໃດ ​ເວລາ​ເຈົ້າ​ເວົ້າ​ວ່າ ສິ່ງ​ໃດ​ສິ່ງ​ນຶ່ງ​ມັນ “down” d-o-w-n? Does that mean it’s not working? ​ແປ​ວ່າ ​ມັນ​ໃຊ້​ການ​ບໍ່​ໄດ້ ຊັ້ນ​ວະ?

Professor: Yes. For example, I couldn’t go to work today because “the subway is down.” ແມ່ນ​ແລ້ວ ໂຕ​ຢ່າງ ປະ​ໂຫຍ​ກນີ້: ຂ້ອຍ​ໄປ​ເຮັດ​ວຽກ​ບໍ່​ໄດ້​ມື້​ນີ້ ​ເພາະວ່າ “the subway is down.” ​ແປ​ວ່າ ລົດ​ໄຟ​ເພ ຫລື ລົດ​ໄຟ​ບໍ່​ແລ່ນ ມື້​ນີ້.

MC: I see. ​ເຂົ້າ​ໃຈ​ແລ້ວ. And can you use it for other kinds of services, like E-mail or cell phone services? ​ແລະ​ເຈົ້າ​ສາມາດ​ໃຊ້​ມັນ​ໄດ້​ກັບ​ການ​ບໍລິການ ຊະນິດ​ອື່ນໆ ​ເຊັ່ນ ອີ​ເມລ ກັບ​ການ​ບໍລິການ​ທາງ​ມື​ຖື ກໍ​ໄດ້ ​ແມ່ນ​ບໍ່?

Professor: You can also say that your E-mail or phone service is down. ​ແມ່ນ​ແລ້ວ. ​ເຈົ້າ​ສາມາດ​ເວົ້າ​ໄດ້​ຄື​ກັນ​ວ່າ ອີ​ເມລຂອງ​ເຈົ້າ ຫລື​ການ​ບໍລິການ​ທາງ​ໂທລະສັບ​ຂອງ​ເຈົ້າ ​ໃຊ້​ການ​ບໍ່​ໄດ້.

MC: Got it. ​ເຂົ້າ​ໃຈ​ແລ້ວ. Hmm … I wonder why Chloe needs to get on the Internet in such a hurry ຮຶ່ມ... ຂ້ອຍ​ສົງ​ໄສ​ເດ້ວ່າ ​ເປັນ​ຫຍັງ Chloe ຈຶ່ງ​ຟ້າວ​ຟັ່ງ​ຢາກ​ເຂົ້າອິນ​ເຕີ​ແນັດ ​ໄວ​ປານ​ນັ້ນ.

Professor: Well, let’s listen next time to find out! ​ເອີ ກໍ​ຕ້ອງ​ໄປ​ລໍຖ້າ​ຟັງ​ໃນ​ບົດຮຽນ​ໜ້າ​.

MC: ​ໄປ​ຟັງ​ບົດ​ສົນທະນາ​ມື້​ກີ້​ນີ້​ກ່ອນ ພ້ອມ​ກັບ​ຄຳແປ.

Matt: Wait! I know how to fix the problem! ບຸດ​ນຶ່ງ​ ຂ້ອຍ​ຮູ້​ແລ້​ວວ່າ ຈະ​ແກ້​ໄຂ​ບັນຫາ​ນີ້ ​ແບບ​ໃດ!

Chloe: Great! What should we do? ດີ​ເລີດ! ​ເຮົາ​ຄວນ​ຈະ​ເຮັດ​ແນວໃດ​?

Matt: We should contact the Internet company to see if their service is down ພວກ​ເຮົາ​ຄວນ​ຕິດ​ຕໍ່​ບໍລິສັດ​ອິນ​ເຕີ​ແນັດ ​ເພື່ອ​ເບິ່ງ​ວ່າການ​ບໍລິການ​ຂອງ​ເຂົາ​ເຈົ້າ ມີ​ການ​ຕິດ​ຂັດ ໃຊ້​ການ​ບໍ່​ໄດ້ ຫລືບໍ່​? Let’s log on to their website to find their phone number ​ໄປ໋ ​ໄປ​ເຂົ້າ​ເວັບໄຊ້ຂອງ​ເຂົາ​ເຈົ້າ​ ​ເພື່ອ​ຊອກ​ຫາ​ເບີ​ໂທລະສັບ.

Chloe: Uh, Matt? The Internet isn’t working. How can we log on to the website? ​ເອີ​ເອີ... ​ແມັທ? ​ອິນ​ເຕີ​ແນັດ​ໃຊ້​ການ​ບໍ່​ໄດ້.... ​ແລ້ວ​ເຮົາ​ຈະ​ເຂົ້າເວັບ​ໄຊ້​ເຂົາ​ເຈົ້າ​ໄດ້​ແນວ​ໃດ?

Matt: Oh yeah. ​ເອີ່ ​ເນາະ.

MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ
ແຫ່ງຊາດລາວ ຮ່ວມກັບວີໂອເອພາກພາສາລາວ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້
ເປັນປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆ ທ່ານ
ທີ່ຕິດຕາມຟັງ. ສະບາຍດີ.

XS
SM
MD
LG