MC: ສະບາຍດີ ທ່ານນັກສຶກສາທີ່ຮັກແພງ. ຂໍຕ້ອນຮັບເຂົ້າສູ່ລາຍ
ການຮຽນພາສາອັງກິດ GoEnglish.Me ຂອງວີໂອເອ ພາກພາສາ
ລາວ ແລະສະຖານີວິທະຍຸ ແຫ່ງຊາດລາວ. ບົດຮຽນຂອງເຮົາມື້ນີ້
ແມ່ນຕອນທີນຶ່ງຂອງບົດຮຽນທີ່ມາໃນຫົວ ຂໍ້ Relationships ຫລື
ຄວາມສໍາພັນ. ເຊີນເຂົ້າສູ່ລາຍການແລະພົບກັບ Winnie ຜູ້ດໍາ
ເນີນລາຍການ ກັບ Professor Bowman ໄດ້ເລີຍ.
Relationships: Beginner
MC: Today we’re learning some beginner level words for talking about relationships.
ມື້ນີ້ ເຮົາຈະພາທ່ານຮຽນຄໍາສັບແລະສໍານວນຕ່າງໆ ສໍາລັບສົນທະນາກັນ ເວລາເວົ້າເຖິງ
ເລື້ອງຄວາມສໍາພັນສັນບ່າວສາວ ໂດຍຈະພາທ່ານໄປຟັງ ໜຸ່ມສາວສອງຄົນລົມກັນເລື້ອງ
ຄວາມສໍາພັນຂອງເຂົາເຈົ້າ ກັບຜູ້ສາວແລະຜູ້ບ່າວ ຢູ່ມະຫາວິທະຍາໄລ. Professor
Bowman ຈະມາບອກວ່າ ເຂົາເຈົ້າແມ່ນໃຜ.
Professor: Kevin and Emily are friends. They have come home from college for the holiday, and are talking about their relationships at school.
Kevin ກັບ Emily ເປັນໝູ່ກັນ. ເຂົາເຈົ້າກັບມາຢາມບ້ານ ຍາມມະຫາວິທະຍາໄລພັກ
ໃນໄລຍະເທດສະການຄຣິສມັສ. ເຂົາເຈົ້າລົມກັນເລື້ອງຄວາມສໍາພັນກັບຜູ້ບ່າວຜູ້ສາວ
ຢູ່ມະຫາວິທະຍາໄລ.
MC: OK, let’s listen then. ໄປຟັງເຂົາເຈົ້າລົມກັນຊັ້ນ.
Emily: Hi Kevin, how was your year at college?
Kevin: It was great! How was your year?
Emily: It was good. Do you have a girlfriend at school?
Kevin: Yes, I’m dating someone. Her name is Amanda.
MC: No wonder Kevin says he had such a good year at college! ສໍາພໍ
ເຄວິນຈຶ່ງເວົ້າວ່າ ປີນຶ່ງຂອງລາວ ຢູ່ມະຫາວິທະຍາໄລນັ້ນ ດີຫລາຍ! He has a girlfriend. ເພາະວ່າລາວມີຜູ້ສາວນັ້ນເອງ.
Professor: That’s right Winnie. If you have a boyfriend or a girlfriend, you can say that you’re dating someone. ແມ່ນແລ້ວ ຖ້າເຈົ້າມີຜູ້ບ່າວຫລືຜູ້ສາວ ເຈົ້າກໍ
ເວົ້າໄດ້ວ່າ ເຈົ້າກໍາລັງເດດກັບໃຜຜູ້ນຶ່ງຢູ່.
MC: That’s interesting. ໜ້າສົນໃຈເນາະ Date d-a-t-e ແມ່ນວັນທີ ແລະຖ້າໃຊ້ເປັນຄໍາກິລິຍາ ເຊັ່ນໃນປະໂຫຍກນີ້ The letter is dated September 25th ກໍແປວ່າໜັງສືນັ້ນລົງວັນທີ 25 ກັນຍາ ແຕ່ຖ້າເວົ້າວ່າ “I’m dating someone” ກັບແປວ່າ ຂ້ອຍກໍາລັງຄົບກັບໃຜຜູ້ນຶ່ງຢູ່ ຫລືຈະວ່າ ຂ້ອຍມີແຟນແລ້ວ “I have a boyfriend or a girl friend” ກໍໄດ້ ຄືກັນ ເພາະມັນມີຄວາມໝາຍອັນດຽວກັນ. But what if you’re not dating someone? ຄັນເຈົ້າບໍ່ໄດ້ເດດກັບໃຜເດ້ຊັ້ນ?
Professor: Then you can say that “I’m single.” ເຈົ້າຈະເວົ້າວ່າ “I’m single” ຂ້ອຍຍັງໂສດຢູ່ ກໍໄດ້.
MC: OK, “I’m single” ແປວ່າ ຂ້ອຍຍັງໂສດ ກໍຄື I’m not married ຂ້ອຍຍັງບໍ່ໄດ້
ແຕ່ງງານ ຫລືຍັງບໍ່ມີຄອບຄົວ. And “dating someone” and “seeing someone”
mean the same thing, right? ແລະສໍານວນ “dating someone” ກັບ “seeing
someone” ໝາຍຄວາມແບບດຽວກັນ ແມ່ນບໍ່? For instance, if a friend asks you
“Whom are you dating now?” ໂຕຢ່າງ ຖ້າໝູ່ຖາມເຈົ້າວ່າ “Whom are you
dating now?” ເຈົ້າກໍາລັງເດດກັບໃຜຢູ່ ເວລານີ້? you can answer him or her “I’m
seeing So and so…”ເຈົ້າກໍສາມາດຕອບລາວໄດ້ວ່າ “I’m seeing So and so…”
ຂ້ອຍກໍາລັງຄົບ ກັບຜູ້ນັ້ນຜູ້ນີ້ຢູ່.
Professor: That's right Winnie. Now let’s hear how Kevin met his girlfriend.
ແມ່ນແລ້ວ ວິນນີ່. ບັດນີ້ ໄປຟັງກັນວ່າ ເຄວິນພົບກັບຜູ້ສາວລາວແນວໃດ ຫລັງຈາກຟັງ
ບົດສົນທະນາມື້ກີ້ນີ້ ພ້ອມກັບຄໍາແປ:
Emily: Hi Kevin, how was your year at college? ສະບາຍດີ ເຄວິນ ເປັນແນວໃດ
ຢູ່ມະຫາວິທະຍາໄລ ເມື່ອປີຜ່ານມາ?
Kevin: It was great! How was your year? ດີຫລາຍ. ຂອງເຈົ້າເດ້?
Emily: It was good. Do you have a girlfriend at school? ກໍດີ. ເຈົ້າມີຜູ້ສາວ
ແລ້ວບໍ ຢູ່ໂຮງຮຽນ?
Kevin: Yes, I’m dating someone. Her name is Amanda. ມີແລ້ວ. ຂ້ອຍກໍາລັງ
ເດດກັບຄົນນຶ່ງ. ລາວຊື່ ອາແມນດາ.
ດົນຕີ...
Emily: How did you meet your girlfriend?
Kevin: I met Amanda through a friend.
Emily: That’s great. Did you start dating right after you met, or did you become friends first?
Kevin: We started dating right away.
Professor: Winnie, did you hear how Kevin met his girlfriend?
ວິນນີ່ ເຈົ້າໄດ້ຍິນບໍ່ວ່າ ເຄວິນໄປພໍ້ແຟນລາວ ໄດ້ແນວໃດ?
MC: Yes, he met her “through a friend.” Hmmm… I wonder how long
they’ve been dating. ໂດຍ ລາວພໍ້ແຟນລາວ ຜ່ານໝູ່ຄົນນຶ່ງ. ຮື່ມ... ຢາກຮູ້ເດ້ວ່າ
ເຂົາເຈົ້າໄປນໍາກັນດົນປານໃດແລ້ວ?
Professor: Well let's listen and find out. ຊັ້ນກໍໄປຟັງເຂົາເຈົ້າລົມກັນຕໍ່
ຫລັງຈາກຟັງຄໍາແປຂອງບົດສົນທະນາມື້ກີ້.
Emily: How did you meet your girlfriend? ເຈົ້າໄປພໍ້ແຟນເຈົ້າໄດ້ແນວໃດ?
Kevin: I met Amanda through a friend. ຂ້ອຍພໍ້ອາເເມນດາ ຜ່ານໝູ່ຄົນນຶ່ງ.
Emily: That’s great. Did you start dating right after you met, or did you become friends first? ດີຫລາຍເນາະ. ເຈົ້າເລີ້ມອອກເດດນໍາກັນ ຫລັງຈາກທີ່ພວກ
ເຈົ້າພົບກັນໂລດເບາະ ຫລືວ່າພວກເຈົ້າເປັນໝູ່ກັນກ່ອນ?
Kevin: We started dating right away. ພວກຂ້ອຍເລີ້ມອອກເດດ ຄົບກັນເປັນ
ແຟນໂລດ.
Emily: When did you and Amanda meet each other?
Kevin: I met her about one year ago.
Emily: So you met her right after you got to school?
Kevin: That’s right. We’ve been dating since last September.
MC: They have been dating a whole year? ເຂົາເຈົ້າໄດ້ອອກເດດນໍາກັນ ມາຕັ້ງ
ປີນຶ່ງພຸ້ນນ່ະ? It sounds like they’re serious with each other. ຟັງເບິ່ງ ເຂົາເຈົ້າ
ຄົງຈະເອົາຈິງເອົາຈັງ ນໍາກັນ.
Professor: That’s right Winnie. They sound like a serious couple.
ແມ່ນແລ້ວ ວິນນີ່. ເບິ່ງຊົງ ເຂົາເຈົ້າເປັນຄູ່ແຟນ ທີ່ເອົາຈິງເອົາຈັງ.
MC: That’s good, I think. ກະດີ ຂະນ້ອຍຄິດວ່າ. ໄປຟັງບົດສົນທະນາມື້ກີ້ນີ້ອີກ
ພ້ອມກັບຄໍາແປ ແລ້ວຟັງເຂົາເຈົ້າລົມກັນຕໍ່.
Emily: When did you and Amanda meet each other? ເຈົ້າກັບອາແມນດາ
ພໍ້ກັນ ຕອນໃດ?
Kevin: I met her about one year ago. ຂ້ອຍພົບລາວ ເມື່ອປະມານນຶ່ງປີກ່ອນ.
Emily: So you met her right after you got to school? ໝາຍຄວາມວ່າ
ເຈົ້າພົບລາວທັນທີ ຫລັງຈາກເຈົ້າໄປຮອດໂຮງຮຽນ?
Kevin: That’s right. We’ve been dating since last September. ແມ່ນແລ້ວ.
ພວກເຮົາເດດກັນ ມາຕັ້ງແຕ່ເດືອນກັນຍາ ປີກາຍນີ້.
Emily: So you said you and Amanda met through a mutual friend. How did it happen?
Kevin: Well, my roommate was friends with Amanda, so he introduced us.
Emily: Did he tell you what she was like first?
Kevin: Yes, he described her to me, and she sounded like my type.
MC: Oh, Kevin and Amanda met through a mutual friend. ໂອ ເຄວິນກັບ
ອາແມນດາ ພົບກັນຜ່ານໝູ່ຄົນນຶ່ງ ທີ່ທັງສອງຕ່າງກໍຮູ້ຈັກເນາະ. Mutual m-u-t-u-a-l
ແປວ່າຮ່ວມກັນຫລື ຊຶ່ງກັນແລະກັນ. I think “mutual friends” are a great way to
meet people. ຂະນ້ອຍຄິດວ່າ ການພົບຜູ້ຄົນຜ່ານຄົນທີ່ເປັນໝູ່ເພື່ອນຂອງທັງສອງຝ່າຍ
ແມ່ນດີຫລາຍ. They know the characters of both people ເຂົາເຈົ້າຮູ້ຈັກບຸກຄະລິກ
ຂອງທັງສອງຄົນ, so they can make sure they’re a good match ສະນັ້ນ ເຂົາເຈົ້າ
ກໍແນ່ໃຈໄດ້ວ່າ ທັງສອງຄົນຈະເປັນຄູ່ທີ່ເໝາະສົມກັນດີ. But Professor, what is a
“type”? ແຕ່ ອາຈານ “type” ແປວ່າຫຍັງ?
Professor: Your “type” is the kind of person that you like to date. “Type”
ຂອງເຈົ້າ ກໍຄື ຄົນປະເພດທີ່ເຈົ້າມັກຢາກອອກເດດນໍາ.
MC: Oh … “type” t-y-p-e ທີ່ແປວ່າ kind k-i-n-d ຊະນິດ ຫລື ປະເພດ. So once
Kevin’s roommate described Amanda to him, ໝາຍຄວາມວ່າ ທັນທີທີ່ເພື່ອນ
ຮ່ວມຫ້ອງນອນຂອງເຄວິນບັນລະຍາຍ ກ່ຽວກັບອາແມນດາ ສູ່ລາວຟັງ Kevin knew
that she was his “type.” ເຄວິນກໍຮູ້ທັນທີວ່າ ອາແມນດາເປັນຜູ້ສາວປະເພດທີ່ລາວ
ມັກຢາກໄດ້ເປັນແຟນ. ໄປຟັງເຂົາເຈົ້າລົມກັນມື້ກີ້ນີ້ອີກ ພ້ອມກັບຄໍາແປ.
Emily: So you said you met through a mutual friend. How did it happen?
ເອີ ເຈົ້າເວົ້າວ່າ ພວກເຈົ້າພົບກັນຜ່ານໝູ່ຄົນນຶ່ງ ທີ່ພວກເຈົ້າຕ່າງກໍຮູ້ຈັກ. ມັນເກີດຂຶ້ນໄດ້
ແນວໃດ?
Kevin: Well, my roommate was friends with Amanda, so he introduced us.
ໂອ ເພື່ອນນອນຫ້ອງດຽວກັບຂ້ອຍ ເປັນໝູ່ກັບອາແມນດາ ລາວກໍເລີຍແນະນໍາໃຫ້ພວກ
ເຮົາຮູ້ຈັກກັນ.
Emily: Did he tell you what she was like first? ລາວໄດ້ລົມສູ່ເຈົ້າຟັງກ່ອນບໍ່ວ່າ
ນາງເປັນຄົນແບບໃດ?
Kevin: Yes, he described her to me, and she sounded like my type.
ໄດ້ລົມ. ລາວບັນລະຍາຍສູ່ຂ້ອຍຟັງວ່າ ອາແມນດາເປັນຄົນແບບໃດ ແລະຟັງແລ້ວ
ລາວຄືຄົນປະເພດທີ່ຂ້ອຍມັກ.
Emily: So Kevin, what is your type?
Kevin: I like girls who like to have fun, and aren’t too serious.
Emily: I agree. I like guys that can make me laugh.
Kevin. That’s true. Having a very serious boyfriend or girlfriend can be boring.
MC: What a shame Kevin has a girlfriend. ໜ້າເສຍດາຍ ທີ່ເຄວິນມີຜູ້ສາວແລ້ວ.
It sounds like he and Emily would be a good match. ຂະນ້ອຍຟັງແລ້ວ ຮູ້ສຶກວ່າ
ລາວກັບເອມີລີ ຈະເປັນຄູ່ທີ່ເໝາະສົມກັນດີ.
Professor: Yes, they both like people who like to have fun and make them
laugh. ແມ່ນແລ້ວ ເຂົາເຈົ້າທັງສອງຕ່າງກໍມັກ ຄົນທີ່ມັກມ່ວນ ແລະເຮັດໃຫ້ເຂົາເຈົ້າຫົວ.
MC: Kevin and his girlfriend sound like they are good for one another too.
ເຄວິນກັບຜູ້ສາວຂອງລາວ ຟັງເບິ່ງແລ້ວ ກະຄືວ່າເໝາະສົມກັນຢູ່ຄືກັນ. I wonder, was
it love at first sight? ຂະນ້ອຍສົງໄສ.. ມັນເປັນຄວາມຮັກແບບ ເຫັນປຸບ ມັກປັບ ຫລື
ຮັກແລກພົບ ບໍ?
Professor: Let's listen and find out. ໄປຟັງກັນເບິ່ງ ຫລັງຈາກຟັງຄໍາຂອງບົດສົນ
ທະນາມື້ກີ້.
Emily: So Kevin, what is your type? ເອີ ເຄວິນ ຄົນປະເພດທີ່ເຈົ້າມັກນັ້ນ ເປັນ
ແບບໃດ?
Kevin: I like girls who like to have fun, and aren’t too serious. ຂ້ອຍມັກຜູ້ຍິງ
ທີ່ມັກມ່ວນ ແລະບໍ່ຈິງຈັງເກີນໄປ.
Emily: I agree. I like guys that can make me laugh. ຂ້ອຍເຫັນນໍາ. ຂ້ອຍກໍມັກ
ຜູ້ຊາຍ ທີ່ເຮັດໃຫ້ຂ້ອຍຫົວໄດ້.
Kevin. That’s true. Having a very serious boyfriend or girlfriend can be
boring. ເປັນຄວາມຈິງ. ການມີຜູ້ບ່າວຫລືຜູ້ສາວທີ່ເອົາຈິງເອົາຈັງເກີນໄປ ມັນສາມາດ
ເຮັດໃຫ້ໜ້າເບື່ອໄດ້.
Emily: How did you first meet?
Kevin: My roommate invited both of us to dinner.
Emily: Was it love at first sight? Did you fall in love with her the first time you met her?
Kevin: Yes! The first time I saw her I knew we would fall in love.
MC: How romantic! ຈັ່ງແມ່ນໂຣແມນຕິກ! And it was love at first sight. ມັນແມ່ນ
ຄວາມຮັກແບບ ເຫັນປຸບມັກປັບ ຫລື ຮັກແລກພົບອີຫລີ. Although … I’m not sure if
this counts as love at first sight ເຖິງແມ່ນ...ຂະນ້ອຍບໍ່ແນ່ໃຈວ່າ ຈະຖືວ່າເປັນຮັກ
ແລກພົບໄດ້ຫລືບໍ່, because the matchmaker already made sure they would
be compatible. ເພາະວ່າ ພໍ່ສື່ເຮັດໃຫ້ແນ່ໃຈແລ້ວເດ້ ວ່າເຂົາເຈົ້າຈະໄປນໍາກັນໄດ້.
Professor: That’s true Winnie. Match people are important. You know, computers now can work as matchmakers. ເປັນຄວາມຈິງ ວິນນີ່. ພວກພໍ່ສື່ແມ່ສື່
ແມ່ນສໍາຄັນ. ເຈົ້າຮູ້ບໍ່ ດຽວນີ້ ຄອມພິວເຕີ້ກໍສາມາດເຮັດວຽກ ເປັນພໍ່ສື່ແມ່ສື່ໄດ້ໄດ໋.
MC: You’re right Professor. ແມ່ນຄວາມ ອາຈານ. It’s called “online dating”
right? ມັນເອີ້ນວ່າ “online dating” ແມ່ນບໍ່? You could just type in what your
“type” is ເຈົ້າພຽງແຕ່ type ຫລືພິມລົງໄປວ່າ your “type” ຫລືຄົນປະເພດທີ່ເຈົ້າມັກນັ້ນ
ເປັນແບບໃດ, and the computer could find you the perfect match ແລ້ວຄອມ
ພິວເຕີ້ກໍຈະສາມາດຊອກຄູ່ ທີ່ເໝາະສົມທີ່ສຸດໃຫ້ເຈົ້າໄດ້. But unfortunately in real
life, there are many more variables ແຕ່ໜ້າເສຍດາຍ ທີ່ໃນຊີວິດຈິງ ມັນມີໂຕປ່ຽນ
ແປງ ຫລາຍກ່ວານັ້ນ.
Professor: That’s true. But we’ve heard a lot about Kevin’s relationship.
Now let’s find out about Emily. ແມ່ນແລ້ວ. ແຕ່ວ່າ ເຮົາໄດ້ຟັງກ່ຽວກັບຄວາມສໍາພັນ
ຂອງເຄວິນ ມາຫລາຍແລ້ວ ບັດນີ້ ໄປຟັງກ່ຽວກັບເອມີລີເບິ່ງ.
MC: ຫລັງຈາກທີ່ເຮົາຟັງຄໍາແປຂອງບົດສົນທະນາມື້ກີ້.
Emily: How did you first meet? ພວກເຈົ້າພໍ້ກັນແນວໃດ ເທື່ອທໍາອິດ?
Kevin: My roommate invited both of us to dinner. ເພື່ອນນອນຫ້ອງດຽວກັບຂ້ອຍ
ເຊີນພວກເຮົາທັງສອງ ໄປກິນເຂົ້າແລງ.
Emily: Was it love at first sight? Did you fall in love with her the first time
you met her? ມັນແມ່ນຮັກ ແບບເຫັນປຸບຮັກປັບ ບໍ? ເຈົ້າຫລົງຮັກລາວ ຕອນທໍາອິດທີ່
ເຈົ້າພົບລາວ ໂລດວະ?
Kevin: Yes! The first time I saw her I knew we would fall in love. ແມ່ນແລ້ວ.
ຄັ້ງແລກທີ່ຂ້ອຍເຫັນລາວ ຂ້ອຍກໍຮູ້ໂລດວ່າ ພວກເຮົາຈະຮັກກັນ.
Kevin: What about you, Emily? Have you dated anyone recently?
Emily: I started to date someone recently, but it didn’t work out.
Kevin: That’s too bad. What happened?
Emily: Well … that’s a long story.
MC: Oh no, it sounds like Emily started to date someone recently, but it
didn’t work out. ໂອ ຕາຍ ຟັງເບິ່ງຄືວ່າ ເອມີລີໄດ້ເລີ້ມອອກເດດກັບໃຜຜູ້ນຶ່ງ ເມື່ອບໍ່ດົນ
ມານີ້ແຕ່ມັນບໍ່ໄດ້ຜົນ. I wonder what happened? ຂະນ້ອຍສົງໄສວ່າແມ່ນຫຍັງເກີດຂຶ້ນ?
Professor: Let’s listen next time and find out! ໄປຕິດຕາມຟັງເຂົາເຈົ້າໃນບົດຮຽນ
ຕໍ່ໄປ ເພື່ອຈະໄດ້ຮູ້.
MC: ແຕ່ວ່າ ກ່ອນອື່ນ ໄປຟັງບົດສົນທະນາມື້ກີ້ນີ້ກ່ອນ ພ້ອມກັບຄຳແປ.
Kevin: What about you, Emily? Have you dated anyone recently? ແລ້ວເຈົ້າເດ້ ເອມິລີ? ເຈົ້າເຄີຍອອກເດດກັບໃຜບໍ່ ເມື່ອໝໍ່ໆມານີ້?
Emily: I started to date someone recently, but it didn’t work out. ຂ້ອຍໄດ້
ເລີ້ມເດດຄົນນຶ່ງ ເມື່ອໝໍ່ໆມາ ແຕ່ວ່າມັນບໍ່ໄດ້ເລື້ອງ.
Kevin: That’s too bad. What happened? ເສຍດາຍເນາະ ມີຫຍັງເກີດຂຶ້ນ?
Emily: Well … that’s a long story. ໂອ້ຍ... ເລື້ອງມັນຍາວ.
MC: ແລະນັ້ນກໍຄືລາຍການບົດຮຽນພາສາອັງກິດ GoEnglish.me ທີ່ສະຖານີວິທະຍຸ
ແຫ່ງຊາດລາວ ຢູ່ນະຄອນຫລວງວຽງຈັນ ຮ່ວມກັບວີໂອເອພາກພາສາລາວ ທີ່ນະຄອນ
ຫລວງ ວໍຊິງຕັນ ດີຊີ ສະຫະລັດອາເມຣິກາ ຈັດມາສະເໜີທ່ານ ທາງສະຖານີແຫ່ງນີ້ເປັນ
ປະຈໍາ. ໂປດຕິດຕາມຮຽນບົດຮຽນໃໝ່ຂອງເຮົາ ໃນໂອກາດໜ້າ. ຂອບໃຈທຸກໆທ່ານທີ່
ຕິດຕາມຟັງ. ສະບາຍດີ.
Music… up and out.