ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສລີພາບດ້ານການຂ່າວ ຕົກຕໍ່າລົງ ຢູ່ໃນທົ່ວໂລກ (ວີດິໂອລາວ/ອັງກິດ)


ເຄຶ່ອງໝາຍຂອງ ອົງການເສລີພາບ Freedom House ຊຶ່ງ​ເປັນກຸ່ມ ສິ້ງຊອມອິດສະຫຼະ ທີ່ອຸທິດຕົນ​ເພື່ອເສີມຂະຫຍາຍ
ເສລີພາບໃນທົ່ວໂລກ
ເຄຶ່ອງໝາຍຂອງ ອົງການເສລີພາບ Freedom House ຊຶ່ງ​ເປັນກຸ່ມ ສິ້ງຊອມອິດສະຫຼະ ທີ່ອຸທິດຕົນ​ເພື່ອເສີມຂະຫຍາຍ ເສລີພາບໃນທົ່ວໂລກ
ອົງການເສລີພາບ Freedom House ຊຶ່ງ​ເປັນກຸ່ມສິ້ງຊອມ
ອິດສະຫຼະທີ່ອຸທິດ​ຕົນເພື່ອເສີມຂະຫຍາຍເສລີພາບໃນທົ່ວ
ໂລກ ໄດ້ນໍາລາຍງານປະຈໍາປີຂອງຕົນອອກເຜີຍແຜ່ກ່ຽວກັ
ເສລີພາບດ້ານການຂ່າວຂອງໂລກ ກ່ອນໜ້າວັນເສລີພາບ
ດ້ານການຂ່າວໂລກ ຄືວັນສຸກທີ 3 ພຶດສະພາ​ຜ່ານ​ມານີ້. ຜູ້
ສື່ຂ່າວວີໂອເອ Carla Babb ກ່າວ​ວ່າ ອິງ​ຕາມລາຍ​ງານ​
ຂອງອົງການ Freedom House ນັ້ນ ​ເສລີພາບ​ຂອງສື່
ມວນຊົນ ແລະ ດ້ານການຂ່າວ ໄດ້ຕົກຕໍ່າລົງຢູ່ໃນຫຼາຍໆ
ຂົງເຂດໃນທົ່ວໂລກ ຊຶ່ງທອງປານມີເລຶ່ອງນີ້ມາສະເໜີທ່ານ.


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ເມື່ອປີຜ່ານມານີ້ ມີພຽງຄົນນຶ່ງ​ເທົ່າ​ນັ້ນ ໃນຫົກຄົນໃດຢູ່ໃນທົ່ວໂລກ ທີ່​ໄດ້ຊົມ​ໃຊ້ເສລີພາບ
ດ້ານການຂ່າວ. ທ່ານ David Kramer ປະທານອົງ ການ Freedom House ເວົ້າວ່າ ເສລີພາບດ້ານການຂ່າວທີ່ຕົກ ຕໍ່າລົງໄປ ໃນທົ່ວໂລກແມ່ນ ເປັນສິ່ງທີ່ວິຕົກກັງວົນອັນ
ໃຫຍ່ຫຼວງທີ່ສຸດປະການນຶ່ງ.

ທ່ານ ເຄຣມເມີ ເວົ້າວ່າ: “ວົງການຂ່າວທີ່​ເສລີ​ນັ້ນ ຖືວ່າເປັນສິ່ງສໍາຄັນທີ່ສຸດ ຕໍ່ການ
ພັດທະນາປະຊາທິປະໄຕຂອງປະເທດໃດກໍຕາມ. ຄືມັນທໍາໜ້າທີ່ເປັນຜູ້ກວດກາ​
ໃຫ້​ມີຄວາມສົມດຸນກັນ. ມັນທໍາໜ້າທີ່ເປັນຜູ້ຍັບ​ຍັ້ງ ກວດກາການສໍ້ລາດບັງຫຼວງ. ມັນຊຸກຍູ້ສົ່ງເສີມໃຫ້ມີຄວາມໂປ່ງໃສ ມີການປົກຄອງທີ່ດີ ແລະ​ເພາະສະນັ້ນ ວົງການຂ່າວທີ່ເສລີ​ ແມ່ນ​ເປັນ​ສິ່ງ​ທີ່ຂາດບໍ່ໄດ້.”


ລາຍງານຂອງ Freedom House ເວົ້າວ່າ ຈໍານວນ​ສ່ວນ​ຮ້ອຍຂອງປະຊາຊົນທີ່​ໄດ້
ດໍາລົງ​ຊີວິດ​ຢູ່​ໃນ​ທ່າມກາງ ສະພາບແວດລ້ອມທີ່​ມີສື່ມວນຊົນທີ່​ເປັນ​ອິດ​ສະລະເສລີນັ້ນ
ແມ່ນໄດ້ຕົກຕໍ່າລົງສູ່ຈຸດຕໍ່າສຸດໃນຮອບຫຼາຍ ກວ່ານຶ່ງທົດສະວັດ ຍ້ອນການກົດຂີ່ປາບ
ປາມຂອງລັດຖະບານຜະເດັດ ການທັງຫຼາຍ ຍ້ອນການຂາດສະຖຽນລະພາບທາງການ
ເມືອງ ແລະຍ້ອນໄພຂົ່ມຂູ່ຈາກພວກອິສລາມຫົວຮຸນແຮງນັ້ນ.

Mansour Alin ເປັນຜູ້ສື່ຂ່າວ ຢູ່ໃນເຂດຊົນເຜົ່າຂອງປາກິສຖານ ຊຶ່ງເປັນນຶ່ງໃນ 64
ປະເທດ ທີ່ອົງການ Freedom House ເວົ້າວ່າ ຂາດເສລີພາບ ສໍາລັບສື່ມວນຊົນ.

ຜູ້ສື່ຂ່າວອາລີ ເວົ້າວ່າ: “ຄວາມປອດໄພ​ແມ່ນເປັນບັນຫາທີ່ຮ້າຍ​ແຮງທີ່ສຸດ ຄືພຽງ ສອງມື້ຜ່ານມານີ້ ເພື່ອນຮ່ວມງານຂອງຂ້າພະເຈົ້າຄົນ​ນຶ່ງ​ໄດ້​ຮັບບາດຈັບຈາກ ການໂຈມຕີສະຫຼະຊີບ ແລະອີກຜູ້ນຶ່ງ ກໍຖືກຂ້າຕາຍ.”

ປະ​ເທດມາລີ ຊຶ່ງເຄີຍເປັນປະເທດທີ່ມີເສລີພາບດ້ານສື່ມວນຊົນຫຼາຍທີ່ສຸດໃນຂົງເຂດ
ອາຟຣິການັ້ນ ກໍ​ແມ່ນ​ໄດ້ປະສົບກັບການຕົກຕໍ່າລົງ ​ໃນດ້ານເສລີພາບການຂ່າວຢ່າງ
ໃຫຍ່ທີ່ສຸດຂອງປີ. ຄືມາລີ ໄດ້ຕົກຈາກອັນ​ດັບ ປະເທດທີ່ມີເສລີພາບການຂ່າວ ໄປເປັນ ລວມຢູ່ໃນກຸ່ມ 70 ປະເທດ ທີ່ຖື​ວ່າ ມີເສລີພາບການຂ່າວເປັນບາງສ່ວນ​ເທົ່າ​ນັ້ນ ລຸນ
ຫຼັງການກໍ່ລັດຖະປະຫານ ແລະການຍຶດເອົາພື້ນທີ່ເຄິ່ງນຶ່ງທາງພາກເໜືອຂອງປະເທດ
ໂດຍກຸ່ມອິສລາມຫົວຮຸນແຮງນັ້ນ.

ສ່ວນໃນພາກພື້ນຢູໂຣບ ​ປະ​ເທດກຣີສ ຫລື​ເກຣັກ ກໍຕົກ​ອັນ​ດັບ ລົງມາ​ເປັນ​ປະເທດທີ່ມີ ເສລີພາບດ້ານການຂ່າວເປັນບາງສ່ວນເຊັ່ນກັນ ສືບເນຶ່ອງມາຈາກຄວາມເດືອດຮ້ອນ ທາງເສດຖະກິດ ທີ່ຍັງຜົນໃຫ້ມີການຕັດພະນັກງານສື່ມວນຊົນ ແລະປິດກິດຈະການສໍາ
ນັກງານ​ຂ່າວລົງກັນຢ່າງກວ້າງຂວາງນັ້ນ.

ສ່ວນໃນຂົງເຂດຕາເວັນອອກກາງ ລີເບຍແລະຕູນີເຊຍ ຍັງຄົງຮັກສາຄວາມກ້າວໜ້າ
ໃນດ້ານເສລີພາບດ້ານການຂ່າວ ທີ່ໄດ້ມາຫລັງ​ຈາກການລຸກຮືຂຶ້ນ​ຂອງ​ການ​ປະຕິວັດ
ລະດູບານໃໝ່ອາຣັບນັ້ນ. ແຕ່ໃນອີຈິບ ສະພາບແວດ​ລ້ອມດ້ານສື່ມວນຊົນໄດ້ຕົກຕໍ່າ
ລົງ ແລະບັດ​ນີ້ ອີ​ຈິບ​ໄດ້ຖືກຈັດໃຫ້ເປັນປະເທດທີ່ບໍ່ມີເສລີພາບ​ໃນ​ດ້ານການຂ່າວເລີຍ. ທ່ານນາງ ຄາຣີນ ຄາລ​ເລິ​ກາຣ໌ ​ແຫ່ງອົງການ Freedom House ​ເວົ້າ​ວ່າ ມີ​ຫລາຍ​
ປັດ​ໃຈ​ຢູ່​ເບື້ອງ​ຫລັງ​ ການ​ຕົກ​ຕໍ່າລົງ​ຂອງ​ອີ​ຈິບ​ນັ້ນ.

ທ່ານນາງ ຄາຣີນ ເວົ້າວ່າ: “ສ່ວນນຶ່ງກໍເປັນຍ້ອນລັດຖະທໍາມະນູນສະບັບໃໝ່
ຂອງ ອີຈິບ ທີ່​ພາ​ໃຫ້ມີຄວາມເປັນຫ່ວງກັນ ໃນແງ່ຂອງກົດໝາຍວ່າດ້ວຍເສລີ
ພາບໃນການສະແດງຄວາມຄິດຄວາມເຫັນ, ການແຕກແຍກອອກເປັນຫລາຍ
ກຸ່ມ ຂອງສື່ມວນຊົນ ຫຼັງຈາກການເລືອກຕັ້ງປະທານາທິບໍດີ ແລະການໂຈມຕີ
ແລະ
ຮາວີນາບຂູ່ ໃນລະດັບສູງຫຼາຍ ຕໍ່ພວກຜູ້ສື່ຂ່າວ ໂດຍສະເພາະໂດຍ
ພວກກຸ່ມອິສລາມ.”


ເຖິງແມ່ນມີການຕົກຕໍ່າລົງ​ໃນເສລີພາບດ້ານສື່ມວນຊົນ ຢູ່ໃນຫລາຍໆປະເທດ ກໍຕາມ ແຕ່ລາຍງານກໍໃຫ້ຂໍ້ສັງເກດວ່າ ມີການປັບປຸງ​ໃຫ້ດີຂຶ້ນໃນບາງປະເທດ ໂຮມທັງມຽນມາ
ເປັນຕົ້ນ.

ທ່ານນາງ ຄາຣິນ ເວົ້າວ່າ “ຖ້າສົມທຽບກັບສະຖິຕິເມື່ອສອງປີຜ່ານມາ ກໍ​ແມ່ນ​ໄດ້
ມີການປັບປຸງດີຂຶ້ນຢ່າງໃຫຍ່ຫຼວງ ແລະ​ເພາະສະນັ້ນ ໃນດ້ານ​ນີ້ ຂ້າພະເຈົ້າຈຶ່ງ​
ຢາກ​ຈະເວົ້າວ່າ ມຽນມາເປັນຕົວແບບ ສໍາລັບພວກລັດຖະບານທີ່ກົດນຂີ່ ປາບ
ປາມ ທັງຫຼາຍ.”


ອົງ​ການ Freedom House ມີແຜນການທີ່ຈະສືບຕໍ່ດຶງ​ຄວາມ​ສົນ​ໃຈ​ໄປ​ໃສ່ພວກປະ
ເທດ ທີ່ວາງຂໍ້ຈໍາກັດຮັດແຄບຕໍ່ເສລີພາບດ້ານການຂ່າວນັ້ນ ໄປເລື້ອຍໆ ຈົນກວ່າວ່າ
ສື່ມວນຊົນຈະໄດ້ຮັບເສລີພາບໃນທຸກຫົນແຫ່ງ. ແຕ່ລາຍງານສະບັບລ່າສຸດນີ້ ຊີ້ໃຫ້
ເຫັນວ່າ ຍັງຕ້ອງໃຊ້ເວລາອີກດົນນານຢູ່.

ອິງ​ຕາມອົງການ Freedom House ​ແມ່ນ​ມີ 8 ປະ​ເທດ​ທີ່​ຂີ້ຮ້າຍ​ທີ່​ສຸດ ​ໃນ​ເລື້ອງ​ເສລີ
ພາບ​ດ້ານ​ຂ່າວສານ ກໍ​ຄື ປະ​ເທດ ​ເບ​ລາຣຸສ ກຸຍບາ Equatorial Guinea, Eritrea,
ອິຣ່ານ, ​ເກົາຫລີ​ເໜືອ, Turmenistan ​ແລະ Uzbekistan. ສື່ມວນ​ຊົນທີ່​ເປັນ​ອິດ
ສະລະ ຢູ່​ໃນ​ປະ​ເທດ​ເຫລົ່າ​ນີ້ ​ແມ່ນ​ບໍ່​ມີ​ເລີຍ.

ເບິ່ງວີດິໂອລາຍງານນີ້ເປັນພາສາອັງກິດ:

World Press Freedom Declines
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ
XS
SM
MD
LG