ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສລີພາບ ໃນການສະແດງ ຄວາມຄິດເຫັນ ທາງອິນເຕີແນັດ ຊຸດໂຊມລົງ 5 ປີ ລຽນຕິດ


Freedom on the Web
please wait
Embed

No media source currently available

0:00 0:01:17 0:00

ຊົມວີດີໂອ ລາຍງານນີ້

ເມື່ອເວົ້າເຖິງເລື້ອງການປົກປ້ອງສິດເສລີພາບ ໃນການສະແດງ
ຄວາມຄິດເຫັນ ທາງອິນເຕີ​ແນັດ ຫຼື online ຂ່າວຄາວກໍແມ່ນວ່າ
ບໍ່ຄ່ອຍດີປານໃດ. ເປັນເວລາ 5 ປີ ລຽນຕິດ ທີ່ສິດ​ເສລີພາບ ​ໃນ
​ການ​ຊົມ​ໃຊ້​ເຄືອຂ່າຍອິນ​ເຕີ​ແນັດ​ທົ່ວໂລກ ຫຼື World Wide Web
ສຳຫລັບຫຼາຍລ້ານຄົນ ​ໄດ້​ຕົກ​ຕ່ຳລົງ ໃນຂະນະທີ່ ລັດຖະບານ
ໃນທົ່ວໂລກ ສືບຕໍ່ ຈຳກັດຮັດ​ແຄບການສະແດງອອກ ຊຶ່ງຄວາມ
ຄິດເຫັນ ກວດກາເວັບໄຊຕ໌ຕ່າງໆ ແລະປາບປາມ​ໂດຍ​ການ​ທັບ
​ມ້າງເຄື່ອງມື ທີ່ໄດ້ອອກແບບມາ ເພື່ອປົກປ້ອງຄວາມເປັນສ່ວນ
ຕົວຂອງຜູ້ຊົມໃຊ້.

ອັນນັ້ນເປັນບົດສະລຸບຂອງລາຍງານສະບັບໃໝ່ ທີ່​ມີຊື່ວ່າ
ສິດ​ເສລີພາບ ​ໃນ​ການ​ຊົມ​ໃຊ້​ອິນ​ເຕີ​ແນັດ ປີ ​2015 ຫຼື “Freedom on the Net 2015,
ທີ່ໄດ້ນຳເຜີຍແຜ່ ໃນວັນພຸດມື້ນີ້ ໂດຍອົງການ Freedom House ຊຶ່ງ​ເປັນອົງການບໍ່ຫວັງ
ຜົນກຳໄລ ສົ່ງເສີມ ປະຊາທິປະໄຕ ແລະ ສິດເສລີພາບໃນການສະແດງຄວາມຄິດເຫັນ
ຢູ່ໃນທົ່ວໂລກ. ມັນເປັນການສຳຫລວດປະຈຳປີ ຄັ້ງທີ 6 ຂອງລັດຖະບານ ​ໃນ 65 ປະ​ເທດ
ແລະ ນະໂຍບາຍຕ່າງໆ ກ່ຽວກັບເລື້ອງການກວດກາເນື້ອ​ໄນ ທີ່​ນຳ​ອອກ​ເຜີຍ​ແຜ່ ອອນລາຍ
ການຕິດຕາມເບິ່ງ ທາງອີເລກໂທຣນິກ ແລະ ວິທີການທີ່ພວກເຂົາ ອາດຈະລົງໂທດພົນລະ
ເມືອງຂອງພວກຕົນ ຍ້ອນກິດຈະກຳຕ່າງໆ ທາງອິນເຕີ​ແນັດ ຂອງພວກເຂົານັ້ນ ທີ່ທາງການ
ບໍ່ເຫັນດີນຳ.

Global Internet Freedoms Decline Fifth Year in a Row
please wait

No media source currently available

0:00 0:00:29 0:00


ທ່ານນາງ Laura Reed ນັກຄົ້ນຄວ້າວິເຄາະຂໍ້ມູນ ກ່ຽວ​ກັບໂຄງການສຳຫລວດ ສິດ
ເສລີພາບ ທາງອິນເຕີ​ແນັດ ຂອງ​ອົງການ Freedom House ເວົ້າວ່າ “ສິດເສລີພາບ
ທາງອິນເຕີ​ແນັດ ​ຢູ່​ໃນທົ່ວໂລກ ແມ່ນຍັງສືບຕໍ່ຊຸດ​ໂຊມລົງ. ການຫລຸດລົງນີ້ ພວກເຮົາ
ໄດ້ເຫັນໃນໄລຍະ 5 ປີ ຜ່ານມາ ແຕ່ດຽວນີ້ ພວກເຮົາໄດ້ພົບເຫັນ ຫຼາຍຂຶ້ນຕື່ມອີກ
ຊຶ່ງມາຈາກ ກົດໝາຍຕ່າງໆ ທີ່ໄດ້ຖືກຮັບຜ່ານນັ້ນ.”

XS
SM
MD
LG