ລິ້ງ ສຳຫລັບເຂົ້າຫາ

logo-print

ຄວາມອຶດຫິວ ໃນໂລກ ກຳລັງເພີ້ມຂຶ້ນ ແຕ່ ປັນຍາປະດິດ ອາດຊ່ວຍໄດ້


ອົບພະຍົບຊາວໂຣຮິງຢາ ພວມກິນເຂົ້າງາຍຟຣີ ໂດຍອົງການ ຕໍ່ຕ້ານຄວາມອຶດຫິວຢູຄີຢາ, ບັງກລາແດັສ. (ວັນທີ 19 ເມສາ 2018)

ເຖິງແມ່ນວ່າ ໂລກຈະອຸດົມສົມບູນ ໄປດ້ວຍອາຫານກໍຕາມ ແຕ່ວ່າ ອົງການສະຫະປະ
ຊາຊາດລາຍງານວ່າມີ 815 ລ້ານຄົນຫລື 11 ເປີເຊັນຂອງປະຊາກອນໂລກ ແມ່ນອຶດ
ຫິວໃນປີ 2016. ຄວາມກ້າວໜ້າທາງດ້ານເທັກໂນໂລຈີ ແລະປັນຍາປະດິດ ຫລື AI
ສາມາດຊ່ວຍສະໜອງອາຫານໃຫ້ແກ່ພວກເຂົາເຈົ້າໄດ້ ແຕ່ວ່າ ມີຄວາມຫຍຸ້ງຍາກຫລາຍ
ຢ່າງ ທີ່ເຮັດໃຫ້ເທັກໂນໂລຈີປະ ເພດນີ້ອັນທໍາອິດຂອງໂລກບໍ່ສາມາດໄປເຖິງປະຊາຊົນ
ຢູ່ໃນໂລກກໍາລັງພັດທະ ນາໄດ້. ອິລີຊາເບັດ ລີ, ນັກຂ່າວວີໂອເອ ມີລາຍລະອຽດກ່ຽວກັບ
ເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ນຶ່ງໃນ 9 ຄົນໃດ ຢູ່ໃນໂລກນີ້ແມ່ນໄດ້ຮັບຜົນກະທົບຈາກໄພອຶດຫິວ ແລະຕົວເລກນັ້ນ
ກໍາລັງຖີບຕົວສູງຂຶ້ນນັບມື້. ນອກເໜືອຈາກຄວາມທຸກຈົນແລ້ວ ຍັງມີສາເຫດອື່ນຫຼາຍ
ຢ່າງອີກທີ່ພາໃຫ້ເປັນເຊັ່ນນັ້ນ.

ທ່ານໂຣເບີດ ອອປ (Robert Opp) ຈາກໂຄງການອາຫານໂລກຂອງອົງການສະຫະ
ປະຊາຊາດກ່າວວ່າ “ພວກເຮົານັບມື້ໄດ້ເຫັນວ່າໄພອຶດຫິວເກີດມາຈາກການອົບພະ
ຍົບທີ່ກ່ຽວຂ້ອງກັບຄວາມຂັດແຍ້ງກັນ, ແລະໄພທໍາມະຊາດອີກດ້ວຍ.”

ອົງການມະນຸດສະທໍາໄດ້ຫັນໄປຫາເທັກໂນໂລຈີໃໝ່ ເຊັ່ນ AI ຫລື ປັນຍາປະດິດ ເພື່ອ
ຕໍ່ສູ້ກັບການຂາດຄວາມໝັ້ນຄົງດ້ານອາຫານຢູ່ໃນໂລກ.

ທ່ານອອປ (Opp) ກ່າວເພີ້ມອີກວ່າ “ສິ່ງທີ່ AI ຊ່ວຍເຮົາໄດ້ໃນປັດຈຸບັນນີ້ກໍຄື ຄວາມ
ສາມາດເພີ້ມພູນຄວາມອຸດົມສົມບູນຂອງມະນຸດ. ສະນັ້ນພວກເຮົາບໍ່ໄດ້ເວົ້າກ່ຽວກັບ
ການເອົາເທັກໂນໂລຈີ ມາແທນມະນຸດຊົນ ແລະສິ່ງຕ່າງໆ. ພວກເຮົາເວົ້າເຖິງການ
ເຮັດຫຼາຍສິ່ງຫຼາຍ ຢ່າງນອກເໜືອນັ້ນອີກ ແລະເຮັດໃຫ້ມັນດີຂຶ້ນກວ່າການທີ່ເຮົາສາ
ມາດເຮັດໄດ້ ໂດຍໃຊ້ພຽງແຕ່ຄວາມສາມາດ ທີ່ມີຂອງມະນຸດເທົ່ານັ້ນ.”

ປັນຍາປະດິດສາມາດທີ່ຈະວິໄຈຂໍ້ມູນຈໍານວນໃຫຍ່ຫລວງເພື່ອຊ່ວຍໃຫ້ຊາວນາ ຊາວ
ສວນຢູ່ ໃນປະເທດກໍາລັງພັດທະນາ ແລະໃນຂົງເຂດ ທີ່ໄດ້ຮັບຜົນກະທົບຈາກຄວາມ
ຂັດແຍ້ງແລະໄພທໍາມະຊາດ. ຈາກນັ້ນຊາວນາກໍສາມາດເຂົ້າເຖິງຂໍ້ມູນດັ່ງກ່າວໄດ້ໂດຍ
ໃຊ້ໂທລະສັບສະຫລາດ ຫລື Smartphone.

ທ່ານ ອູຢີ ສະຕວາດ (Uyi Stewart) ຈາກມູນນິທິ ບີລ ແລະມີລິນດາ ເກດສ໌ ໃຫ້ຄໍາ
ເຫັນວ່າ“ເມື່ອທ່ານເອົາຂໍ້ມູນພິເສດ ແລະຂໍ້ມູນກ່ຽວກັບແຜນທີ່ຂອງດິນແລະໃຊ້ AI
ເພື່ອ ທໍາການວິໄຈແລ້ວ ທ່ານສາມາດທີ່ຈະສົ່ງຂໍ້ມູນ ມາໃຫ້ຂ້າພະເຈົ້າ. ສະນັ້ນເວົ້າ
ແທ້ໆກໍຄື ທ່ານສາມາດຊ່ວຍຂ້ອຍໄດ້ວ່າ ຕອນໃດຄວນປູກຕົ້ນໄມ້ ຈຶ່ງຈະດີ. ຄວນ
ປູກຫຍັງ. ແລະປູກແບບໃດ.”

ແຕ່ວ່າ ຄົນຢູ່ໂລກທີ່ກໍາລັງພັດທະນາ ມັກຈະເປັນຄົນທີ່ໄດ້ຮັບເທັກໂນໂລຈີໃໝ່ລຸນຫຼັງ
ໝູ່.ທ່ານ ສະຕວາດ (Stewart) ຍັງເວົ້າອີກວ່າ

“815 ລ້ານຄົນແມ່ນອຶດຫິວ ແລະຂ້າພະເຈົ້າສາມາດພະນັນກັບທ່ານໄດ້ເລີຍວ່າ ເກືອບ
ຮອດ 814 ລ້ານຄົນໃນຈໍານວນ 815 ລ້ານຄົນນັ້ນ ແມ່ນບໍ່ມີໂທລະສັບສະຫລາດ ຫລື
Smartphone ເລີຍ.”

ແລະເຖິງແມ່ນວ່າ ພວກເຮົາມີເທັກໂນໂລຈີແລ້ວ ກໍຍັງມີອຸປະສັກດ້ານອື່ນອີກດັ່ງທີ່ທ່ານ
ສະຕວາດ (Stewart) ອະທິບາຍວ່າ

“ຄົນເຫລົ່ານີ້ ຫລາຍໆຄົນທີ່ພວກເຮົາເວົ້າວ່າເຂົາເຈົ້າອຶດຫິວ ພວກເຂົາເຈົ້າບໍ່ຮູ້ພາສາ
ອັງກິດ, ສະນັ້ນ ເມື່ອເຮົາໄດ້ຮັບຄວາມຮູ້ຈາກເທັກໂນໂລຈີປະເພດນີ້ແລ້ວພວກເຮົາຈະ
ເອົາມັນໄປໃຫ້ພວກເຂົາເຈົ້າໃຊ້ໄດ້ແນວໃດ.”

ເຖິງແມ່ນວ່າ ມັນຕ້ອງໃຊ້ເວລາ ເພື່ອຈະເຮັດໃຫ້ເທັກໂນໂລຈີໃໝ່ນີ້ ໄປເຖິງໂລກກໍາລັງ
ພັດທະນາໄດ້ ແຕ່ວ່າຍັງມີຄວາມຫວັງຫລາຍຢູ່ວ່າ ຄວາມກ້າວໜ້າແບບນີ້ຈະຕົກໄປເຖິງ
ຊາວນາ ຊາວສວນຢູ່ໃນຂົງເຂດທີ່ປະສົບກັບຄວາມຂາດເຂີນອາຫານໄດ້.

ທ່ານ ເທັດດີ ບີເຄລ (Teddy Bekele) ທີ່ອົງການແລນ ໂອເລັກສ໌ (Land O’ Lakes)
ໃຫ້ຄວາມເຫັນວ່າ
“ທ່ານໄດ້ປະດິດເທັກໂນໂລຈີດັ່ງກ່າວຂຶ້ນມາ. ການລົງທຶນໄດ້ເຂົ້າໄປຢູ່ໃນຫັ້ນແລ້ວ. ບັດ
ນີ້ທ່ານກໍາລັງດັດແປງມັນ ຊຶ່ງໄດ້ເຮັດໃຫ້ຄ່າໃຊ້ຈ່າຍຫລຸດລົງນໍາອີກດ້ວຍ. ຂ້າພະເຈົ້າຄິດ
ວ່າອີກ 3 ຫາ 4 ປີ ບາງເທື່ອພວກເຮົາອາດຈະມີສິ່ງໃດ ສິ່ງນຶ່ງ ທີ່ພວກເຮົາມີຢູ່ໃນນີ້ ເພື່ອ
ເອົາໄປໃຊ້ຢູ່ຫັ້ນ (ໃນໂລກກໍາລັງພັດທະນາ) ອີກດ້ວຍ.”

ບັນດາຄົນທີ່ເຮັດວຽກ ໃຫ້ແກ່ອົງການມະນຸດສະທໍາ ເວົ້າວ່າ ພວກນັກປະກອບການຕ່າງໆ
ຕ້ອງໄດ້ເບິ່ງນອກເໜືອໄປຈາກປະເທດຂອງພວກເຂົາເຈົ້າອີກ ເພື່ອຈະປັບເທັກໂນໂລຈີ
ໃໝ່ ທີ່ໃຊ້ຕໍ່ສູ້ກັບໄພອຶດຫິວຂອງໂລກ. ແລະພວກຊາວນາ ຊາວສວນຈະຕ້ອງໄດ້ຮັບການ
ຝຶກອົບຮົມ ເພື່ອໃຫ້ພວກເຂົາເຈົ້າສາມາດ ທີ່ຈະຄວບຄຸມປັນຍາປະດິດຊ່ວຍເອົາອາຫານ
ໄປໃຫ້ພວກຄົນອຶດຫິວຢູ່ ໃນປະເທດທີ່ກໍາລັງພັດທະນາຂອງໂລກໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG