ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ອາສາສະໝັກທົ່ວໂລກ ໂຮມກຳລັງ ເພື່ອຕໍ່ສູ້ກັບ ໄວຣັສໂຄໂຣນາ


ອາສາສະໝັກຊ່ວຍມ້ຽນກ່ອງຂອງເຄື່ອງຊ່ວຍເຫຼືອບໍລິຈາກສຳລັບຜູ້ສູງອາຍຸ ທີ່ຖືກຫ້າມບໍ່ໃຫ້ອອກຈາກບ້ານຂອງເຂົາເຈົ້າຍ້ອນການລະບາດຂອງໄວຣັສໂຄໂຣນາ, ນະຄອນຫຼວງ ແບລເກຣດ, ປະເທດ ເຊີເບຍ. 26 ມີນາ, 2020. REUTERS/Fedja Grulovic
ອາສາສະໝັກຊ່ວຍມ້ຽນກ່ອງຂອງເຄື່ອງຊ່ວຍເຫຼືອບໍລິຈາກສຳລັບຜູ້ສູງອາຍຸ ທີ່ຖືກຫ້າມບໍ່ໃຫ້ອອກຈາກບ້ານຂອງເຂົາເຈົ້າຍ້ອນການລະບາດຂອງໄວຣັສໂຄໂຣນາ, ນະຄອນຫຼວງ ແບລເກຣດ, ປະເທດ ເຊີເບຍ. 26 ມີນາ, 2020. REUTERS/Fedja Grulovic

ປະຊາຊົນ ອັງກິດ ຫຼາຍກວ່າ ຫ້າແສນຄົນ ໄດ້ລົງທະບຽນເພື່ອຊ່ວຍເຫຼືອໜ່ວຍ ບໍລິການສຸຂະພາບແຫ່ງຊາດ ຮັບມືກັບການລະບາດ ຂອງໄວຣັສໂຄໂຣນາພາຍ ໃນພຽງ 24 ຊົ່ວໂມງ, ລຸນຫຼັງທີ່ລັດຖະ ບານ ໄດ້ຮ້ອງຂໍພວກອາສາສະໝັກ ໃນ ວັນພຸດທີ່ຜ່ານມາ, ໃນຂະນະທີ່ມີຄວາມຢ້ານກົວວ່າການລະບາດໃນປະເທດແມ່ນ ກຳລັງເດີນຕາມຮອຍທີ່ຄ້າຍຄືກັນກັບປະເທດອີຕາລີ ແລະ ສເປນ, ບ່ອນທີ່ຫຼາຍ ພັນຄົນໄດ້ເສຍຊີວິດ.

ໃນທົ່ວໂລກ, ປະຊາຊົນໄດ້ພາກັນອອກມາ ເພື່ອຊ່ວຍເຫຼືອຄົນທີ່ມີຄວາມສ່ຽງທີ່ສຸດ, ເປັນການໃຫ້ຄວາມຫວັງວ່າ ສັງຄົມຕ່າງໆແມ່ນສາມາດເອົາຊະນະຄວາມ ວຸ້ນວາຍຄັ້ງໃຫຍ່ ທີ່ມີສາເຫດມາຈາກໄວຣັສນັ້ນ.

ເຈົ້າຂອງຮ້ານກາເຟ ນາງ ອາມີຣາ ກາເຈຍ ແມ່ນນຶ່ງໃນຜູ້ທີ່ໄດ້ກ້າວອອກມາ ເພື່ອຊ່ວຍເຫຼືອພະນັກ ງານໜ່ວຍບໍລິການສຸຂະພາບແຫ່ງຊາດຂອງ ອັງກິດ. ລາວໄດ້ລັອກປະຕູຮ້ານ Bake Street Café ຕັ້ງຢູ່ເຂດລຸ່ມຂອງເມືອງ Clapton ທາງພາກເໜືອຂອງນະຄອນຫຼວງ ລອນດອນ, ໃນຕົ້ນອາ ທິດນີ້ ໃນຂະນະທີ່ລັດຖະບານໄດ້ສັ່ງໃຫ້ປິດການບໍລິການ ທີ່ບໍ່ມີຄວາມຈຳເປັນ. ລາວບໍ່ ຮູ້ວ່າເມື່ອໃດຮ້ານຂອງລາວຈະໄດ້ເປີດຄືນອີກ.

ນາງ ກາເຈຍ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ຄິດ ກ່ຽວກັບ ສິ່ງທີ່ຂ້າພະເຈົ້າຈະ ເຮັດຕໍ່ໄປ. ຂ້າພະເຈົ້າຮູ້ສິ່ງທີ່ຂ້າພະເຈົ້າຢາກເຮັດ ບາງເທື່ອທຳການທົດລອງ ອົບເຂົ້າໜົມຢູ່ເຮືອນ, ແຕ່ຂ້າພະເຈົ້າຫາກໍ່ຮູ້ມື້ວານນີ້ວ່າ ເຂາເຈົ້າຮຽກຮ້ອງອາສາ ສະໝັກສຳລັບໜ່ວຍບໍລິການສຸຂະພາບແຫ່ງຊາດ. ສະນັ້ນຂ້າພະເຈົ້າຄິດວ່ານັ້ນ ແມ່ນສິ່ງທີ່ດີຫຼາຍທີ່ຂ້າພະເຈົ້າສາມາດເຮັດກັບເວລາຂອງຂ້າພະເຈົ້າ.”

ນາງໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຄິດວ່າຂ້າພະເຈົ້າໄດ້ເຫັນສິ່ງທີ່ດີທີ່ສຸດໃນດ້ານ ມະນຸດສະທຳໃນເວລານີ້, ໃນຊ່ວງເວລາທີ່ໂຫດຮ້າຍແນວນັ້ນ. ທຸກຄົນແມ່ນກຳ ລັງພະຍາຍາມທີ່ຈະສະໜັບສະ ໜູນ ແລະ ຊ່ວຍເຫຼືອກັນແລະກັນ. ເປັນຫຍັງຂ້າ ພະເຈົ້າຊິບໍ່ຢາກເຮັດໃນສິ່ງທີ່ຂ້າພະເຈົ້າສາມາດເຮັດໄດ້ເພື່ອຊ່ວຍເຫຼືອເພື່ອຊ່ວຍ ຫຼຸດຜ່ອນພາລະໃນໜ່ວຍບໍລິການສຸຂະພາບແຫ່ງຊາດ? ໂດຍສະເພາະຍ້ອນຂ້າ ພະເຈົ້າຮູ້ວ່າບັນດາແພດໝໍ ແລະ ພະຍາບານຫຼາຍຄົນແມ່ນກຳລັງເຮັດວຽກຫຼາຍ ຊົ່ວໂມງ.”

ນາຍົກລັດຖະມົນຕິີ ອັງກິດ ໄດ້ຍົກຍ້ອງການຕອບຮັບຂະໜາດໃຫຍ່ຕໍ່ການຮຽກຮ້ອງຂອງລັດຖະ ບານ ໃນເລື່ອງອາສາສະໝັກ.

ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ໄດ້ກ່າວຕໍ່ບັນດານັກຂ່າວໃນ ກາງປະຊຸມຖະແຫຼງຂ່າວປະຈຳວັນຂອງທ່ານໃນວັນພຸດທີ່ຜ່ານມາວ່າ “ເຂົາເຈົ້າ ຈະຂັບລົດນຳເອົາຢາຈາກຮ້ານຂາຍຢາຕ່າງໆໄປໃຫ້ຄົນໄຂ້. ເຂົາເຈົ້າຈະພາຄົນ ໄຂ້ກັບບ້ານຈາກໂຮງໝໍ. ແລະ ສຳຄັນກວ່ານັ້ນ ເຂົາເຈົ້າຈະທຳການໂທລະສັບ ເພື່ອທຳການກວດກາ ແລະສະໜັບສະໜູນຄົນຜູ້ທີ່ຢູ່ບ້ານຂອງເຂົາເຈົ້າຢ່າງເປັນ ປະຈຳ.”

More than half a million people in Britain signed up to help the National Health Service cope with the coronavirus epidemic in just 24 hours, following a government call for volunteers Wednesday, as fears grow the country’s outbreak is following a similar trajectory as that of Italy and Spain, where thousands of people have died.

Across the world, people are stepping forward to help the most vulnerable, offering hope that societies can overcome the huge disruption caused by the virus.

Café owner Amirah Gajia is among those who have stepped forward to help Britain’s NHS workers. She locked the doors of her Bake Street Café in Lower Clapton, north London, earlier this week as the government ordered nonessential services to close. She doesn’t know when the café will reopen.

“I was thinking about what I'm going to do next,” Gaija said. “I knew I wanted to maybe do some baking experiment at home, but I also knew that just yesterday they're calling for volunteers for the NHS. So, I thought that's a great thing that I could do with my time.

“I think I've seen the best in humanity at the moment, in such a such a horrible time. Everyone is really trying to support each other and help each other. Why shouldn't I do what I can to help — to help ease the burden on the NHS? Especially because I know a lot of the doctors and the nurses are doing long hours,” she added.

Britain’s prime minister praised the huge response to the government’s call for volunteers.

“They will be driving medicines from pharmacies to patients. They'll be bringing patients home from the hospital. Very importantly, they'll be making regular phone calls to check on and support people who are staying on their own at home,” Johnson told reporters at his daily press conference Wednesday.

XS
SM
MD
LG