ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຮ້ອງ ຈາກຢູເຄຣນ ນາງ Jamala ຊະນະ ການແຂ່ງຂັນຮ້ອງເພງ ລາຍການ Eurovision

EUROVISION Finals
please wait
Embed

No media source currently available

0:00 0:01:17 0:00

ນັກຮ້ອງຊາວຢູເຄຣນ ນາງ Jamala ໄດ້ຊະນະ ການແຂ່ງຂັນຮ້ອງເພງ ຂອງ ລາຍການ Eurovision ປະຈຳປີນີ້ ໂດຍເປັນນຶ່ງໃນສ່ວນນ້ອຍ ທີ່ສະໝັກເຂົ້າແຂ່ງຂັນ ທີ່ອາດຈະ ເປັນການມອງເຫັນວ່າ ເປັນຖະແຫລງການດ້ານການເມືອງ ຊຶ່ງເປັນການອ້າງອິງເຖິງ ການເນລະເທດ ຊົນເຜົ່າ Tatar ຈາກແຫຼມໄຄຣເມຍ ຂອງສະຫະພາບໂຊຫວຽດ ເມື່ອ ຕົ້ນຊ່ວງປີ 1940 ນັ້ນ.

ນັກຮ້ອງຍິງ ອາຍຸ 33 ປີ ແມ່ນມາຈາກແຫຼມຄຣາຍເມຍ ຊຶ່ງຣັດເຊຍໄດ້ຢຶດເອົາເປັນ ຂອງ ປະເທດຕົນ ໃນປີ 2014 ທີ່ໄດ້ກໍ່ໃຫ້ເກີດ ເປັນບັນຫາຕໍ່ສູ້ກັນທາງທະຫານ ລະຫວ່າງ ຊາວ ຢູເຄຣນ ທີ່ຈົງຮັກພັກດີ ຕໍ່ Kyiv ແລະ ພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍ. ເພງຂອງ ນາງ ທີ່ມີຊື່ວ່າ “1944” ອ້າງອິງເຖິງພວກຍາດຕິພີ່ນ້ອງຊົນເຜົ່າ Tatar ຂອງນາງ ແຕ່ມັນ ຍັງໄດ້ຖືກມອງເຫັນວ່າ ເປັນອັນທີ່ປົກຄຸມ ເຖິງການອ້າງອິງ ເຖິງບັນຫາຂັດແຍ້ງ ໃນ ປັດຈຸບັນ.

ນັກຮ້ອງ ຂອງຣັດເຊຍ Sergey Lazarev ກຳລັງສະແດງ ໃນເພງ "You Are the Only One" ໃນລະຫວ່າງ ການແຂ່ງຂັນຮ້ອງເພງຮອບສຸດທ້າຍ ຂອງລາຍການ Eurovision ໃນນະຄອນ Stockholm, ປະເທດ Sweden, ວັນທີ 14 ພຶດສະພາ 2016.
ນັກຮ້ອງ ຂອງຣັດເຊຍ Sergey Lazarev ກຳລັງສະແດງ ໃນເພງ "You Are the Only One" ໃນລະຫວ່າງ ການແຂ່ງຂັນຮ້ອງເພງຮອບສຸດທ້າຍ ຂອງລາຍການ Eurovision ໃນນະຄອນ Stockholm, ປະເທດ Sweden, ວັນທີ 14 ພຶດສະພາ 2016.

ນາງ Jamala ຜູ້ທີ່ມີຊື່ເຕັມ ວ່າ ນາງ Susana Jamaladinova ໄດ້ຮັບຄະແນນສູງສຸດ ໃນການແຂ່ງຂັນ ກັບບັນດາຄູ່ແຂ່ງ 41 ຄົນ ຈາກທະວີບຢູໂຣບ ພ້ອມດ້ວຍ ອອສເຕຣເລຍ ແລະ ອິສຣາແອລ. ການແຂ່ງຂັນຮອບສຸດທ້າຍທີ່ຍາວເກືອບ 4 ຊົ່ວໂມງ ໄດ້ຖືກຖ່າຍທອດ ອອກອາກາດສົດ ໄປໃນ ຢູໂຣບ ຈີນ ອອສເຕຣເລຍ ນິວຊີແລນ ແລະ ເປັນຄັ້ງທຳອິດ ໃນ ສະຫະລັດ ເມື່ອວັນເສົາວານນີ້.

ການແຂ່ງຂັນຄວາມສາມາດສະເພາະຕົວ ທີ່ຮູ້ຈັກກັນໃນການແຕ່ງກາຍໃນຊຸດ ທີ່ແຕກ ຕ່າງທີ່ສຸດ ແລະ ການສະແດງ ທີ່ເກີນລະດັບສຸດໆ ນັ້ນ ໄດ້ດຶງດູດເອົາຜູ້ຊົມ 200 ລ້ານຄົນ ໃນຮອບສຸດທ້າຍຂອງປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ນັກຮ້ອງ Nika Kocharov ແລະ Young Georgian Lolitaz ຂອງປະເທດໂຈເຈຍ ສະແດງຮ້ອງໃນເພງ 'Midnight Gold' ໃນລະຫວ່າງ ການແຂ່ງຂັນຮ້ອງເພງຮອບສຸດທ້າຍ ຂອງລາຍການ Eurovision ໃນນະຄອນ Stockholm, ປະເທດ Sweden, ວັນທີ 14 ພຶດສະພາ 2016.

XS
SM
MD
LG