ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດທີ 106 “Give someone the shirt off your back” ແປວ່າ "ຊ່ວຍເຫຼືອ ຫຼືໃຫ້ສິ່ງໃດສິ່ງນຶ່ງແກ່ຄົນອື່ນ ດ້ວຍຄວາມເຕັມໃຈ"


“Give someone the shirt off your back” ແປວ່າ " ຊ່ວຍເຫຼືອ ຫຼື ໃຫ້ສິ່ງໃດສິ່ງນຶ່ງແກ່ຄົນອື່ນ ດ້ວຍຄວາມເຕັມໃຈ/ຊ່ວຍເຕັມທີ່"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A shirt is a piece off clothing. But what does clothing have to do with being kind?

ເສື້ອເຊີດ ແມ່ນເຄື່ອງນຸ່ງ​ປະ​ເພດ​ນຶ່ງ. ແຕ່ວ່າເສື້ອຜ້າມີ​ສ່ວນກ່ຽວຂ້ອງຫຍັງ ກັບການເປັນ ຄົນໃຈດີ? ສຳ​ນວນ “give anyone the shirt off his back” ມີຄວາມໝາຍແນວໃດກັນແທ້? ພວກເຮົາລອງໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Jonathan ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?

Anna: Carl is so nice. He would give anyone the shirt off his back.

ອານນາ: ຄາຣ໌ລ ເປັນຄົນດີຫຼາຍ. ລາວຈະຊ່ວຍເຫຼືອຄົນ​ບໍ່​ວ່າ ໃຜກໍ່ຕາມ ດ້ວຍຄວາມເຕັມໃຈ.

Jonathan: remember that day we were out with him and he stopped to fix that women’s car?

ໂຈນາທານ: ຈື່ໄດ້ບໍ່ ມື້ນັ້ນ ທີ່ພວກເຮົາໄປກັບລາວ ແລະລາວໄດ້ຢຸດລົດ ເພື່ອແປງລົດ ໃຫ້ແມ່ຍິງຄົນນັ້ນ?

Anna: exactly. That time he really did give the shirt off his back.

ອານນາ: ຖືກ​ຕ້ອງ​ເລີຍ. ໃນຕອນນັ້ນ ລາວໄດ້ຖອດເສື້ອເຊີດຂອງລາວອອກແທ້ໆ.

Jonathan: To clean up all that motor oil.

ໂຈນາທານ: ເພື່ອທຳຄວາມສະອາດນໍ້າມັນເຄື່ອງ​ໃນຈັກທັງໝົດເລີຍ.

Anna: while we watched.

ອານນາ:​ ໃນຂະນະທີ່ພວກເຮົາພາ​ກັນເບິ່ງ.

Someone who gives a person the shirt off their back is very generous and kind. They help others even if it causes them problems or discomfort. It doesn’t usually involve giving someone your actual shirt, though…. Unless you’re Carl.

“gives a person the shirt off their back” ແປ​ວ່າ ຖອດ​ເສື້ອ​ອອກ​ຈາກ​ຫລັງ​ໂຕ ໄປໃຫ້ຄົນ​ອື່ນ.

ຜູ້​ໃດ​ຜູ້ນຶ່ງທີ່ຖອດ​ເສື້ອ​ອອກ​ຈາກ​ຫລັງໂຕໄປໃຫ້ຄົນ​ອື່ນ ແມ່ນເປັນ​ຄົນໃຈກວ້າງ ແລະ ໃຈດີຫຼາຍ. ພວກເຂົາ​ເຈົ້າຊ່ວຍຄົນອື່ນ ເຖິງແມ້ນວ່າ ມັນຈະເຮັດໃຫ້ພວກເຂົາມີບັນຫາ ຫຼື ລຳ​ບາກ​ກໍ​ຕາມ. ແຕ່ປົກກະຕິແລ້ວ ມັນບໍ່ກ່ຽວຂ້ອງກັບການເອົາເສື້ອຂອງເຈົ້າໃຫ້ ຄົນ​ແທ້ໆ ................... ເວັ້ນ​ເສຍ​ແຕ່​ວ່າ ເຈົ້າແມ່ນ ຄາຣ໌ລ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG