ໃນວັນພຸດມື້ນີ້, ມີປະຊາຊົນ 2 ຄົນ ລວມທັງເດັກນ້ອຍຜູ້ຊາຍ ອາຍຸ 2 ປີຄົນນຶ່ງ, ໄດ້ຖືກຂ້າຕາຍ ແລະອີກ 3 ຄົນໄດ້ຮັບບາດເຈັບ ຈາກການໂຈມຕີດ້ວຍການໃຊ້ມີດແທງຢູ່ລັດ ບາວາເຣຍ (Bavaria) ທີ່ຕັ້ງຢູ່ທາງພາກໃຕ້ຂອງເຢຍຣະມັນ.
ເຈົ້າໜ້າທີ່ຕຳຫຼວດໄດ້ຈັບໂຕຜູ້ຕ້ອງສົງໄສຄົນນຶ່ງເປັນຊາວອັຟການິສຖານ ອາຍຸ 28 ປີ, ເຊິ່ງຄາດວ່າ ຄວນສົ່ງໂຕອອກຈາກປະເທດ.
ທ່ານ ໂຢອາຄິມ ເຮີແມນ (Joachim Herrmann), ເຈົ້າໜ້າທີ່ດ້ານຄວາມໝັ້ນຄົງສູງສຸດຂອງລັດ ບາວາເຣຍ ກ່າວວ່າ “ມີຜູ້ເສຍຊີວິດ 2 ຄົນຈາກການໂຈມຕີໃນຄັ້ງນີ້, ຄົນທີນຶ່ງເປັນເດັກນ້ອຍຊາຍອາຍຸ 2 ປີ ເຊື້ອສາຍໂມຣົກໂກ, ຄົນທີສອງທີ່ເສຍຊີວິດແມ່ນຊາວເຢຍຣະມັນ ອາຍຸ 41 ປີ ເຊິ່ງບັງເອີນຜ່ານມາໃນບ່ອນເກີດເຫດ. ພວກເຮົາຕັ້ງຂໍ້ສົງໄສວ່າ ຜູ້ຊາຍຄົນດັ່ງກ່າວນີ້ໄດ້ເຂົ້າຂັດຂວາງຢ່າງກ້າຫານ ເພື່ອປົກປ້ອງເດັກຄົນນ້ອຍອື່ນໆ, ແລ້ວຫັນມາຕໍ່ສູ້ກັບຜູ້ກໍ່ເຫດ ແລະຈາກນັ້ນ ຕົນເອງກໍໄດ້ຮັບບາດເຈັບສາຫັດຈາກຜູ້ກໍ່ເຫດ.”
ທ່ານ ໂຢອາຄິມ ເຮີແມນ ກ່າວວ່າ ຜູ້ຄົນທີ່ຍ່າງຜ່ານມາຄົນອື່ນໆ ໄດ້ໄລ່ຈັບໂຕຜູ້ຕ້ອງສົງໄສຄົນນີ້ໄດ້ໃນເວລາ 12 ນາທີ ລຸນຫຼັງເຫດການເກີດຂຶ້ນ.
ທ່ານ ເຮີແມນ ກ່າວວ່າ ເຈົ້າໜ້າທີ່ຕຳຫຼວດຈະເຮັດວຽກໃນບໍ່ເທົ່າໃດມື້ຂ້າງໜ້ານີ້ເພື່ອຊອກຫາແຮງຈູງໃຈຂອງຜູ້ກໍ່ເຫດ, ທ່ານກ່າວຕື່ມວ່າ ຈົນເຖິງຂະນະນີ້ມີຄວາມສົງໄສວ່າ ຜູ້ກ່ຽວມີອາການປ່ວຍທາງຈິດ.
ການໂຈມຕີດັ່ງກ່າວນີ້ ເກີດຂຶ້ນກ່ອນ 12 ໂມງກາງຄືນ ຢູ່ສວນສາທາລະນະແຫ່ງນຶ່ງໃນເມືອງ ອັສຊັບຟ໌ເຟິນເບີກ (Aschaffenburg), ເຊິ່ງເປັນເມືອງທີ່ມີປະຊາຊົນປະມານ 72,000 ຄົນ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
Two people, including a two-year-old boy, were killed, and three others were injured in a stabbing attack in the southern German state of Bavaria Wednesday.
Police arrested a suspect, a 28-year-old asylum-seeker from Afghanistan who was supposed to be leaving the country.
Joachim Herrmann, Bavaria's Top Security Official
"Two people were killed in this attack. One was a 2-year-old boy of Moroccan descent. The second person killed was a 41-year-old German passer-by who happened to be at the scene. We currently assume that this man courageously intervened to protect the other children, turned against the perpetrator and was then fatally injured by the perpetrator himself."
Other passers-by chased the suspect, and he was arrested 12 minutes after the attack, said Bavaria's top security official, Joachim Herrmann.
Police will work over the coming days to identify his motive, Herrmann said, adding that suspicions so far point to psychiatric illness.
The attack occurred just before noon in a park in Aschaffenburg, a city of about 72,000 people.
ຟໍຣັມສະແດງຄວາມຄິດເຫັນ