ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໗ ພະຈິກ ໒໐໒໕

ຊາວເຢຍຣະມັນປະທ້ວງ ຕໍ່ຕ້ານພະລັງງານນີວເຄລຍ


ນາຍົກລັດຖະມົນຕີ Angela Merkel ແຫ່ງເຢຍຣະມັນ ຢືນຢູ່ຂ້າງຂວາ
ຮອງນາຍົກ Guido Westerwelle ວັນທີ 12 ມີນາ 2011
ນາຍົກລັດຖະມົນຕີ Angela Merkel ແຫ່ງເຢຍຣະມັນ ຢືນຢູ່ຂ້າງຂວາ ຮອງນາຍົກ Guido Westerwelle ວັນທີ 12 ມີນາ 2011



















ຕໍ່ໜ້າ​ຄວາມ​ເປັນ​ຫ່ວງ​ກັງວົນ​ທີ່​ກໍາ​ລັງ​ເພີ່ມ​ທະວີຂຶ້ນ​ກ່ຽວ​ກັບ​ຄວາມສ່ຽງ​ທີ່​ເກີດຈາກ​ໂຮງ​ໄຟຟ້າ​
ນີວ​ເຄລຍທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ ຍ້ອນໄພ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ​ໃນ​ຍີ່ປຸ່ນ​ນັ້ນ
ປະຊາຊົນ​ເຢຍຣະມັນ​ຫລາຍພັນ​ຄົນໄດ້ພາກັນທໍາ​ການ​ປະ​ທ້ວງ​ຕໍ່ຕ້ານ​ແຜນການ​ຂອງ​ລັດຖະ
ບານ​ທີ່​ຈະຂະຫຍາຍ​ການ​ກາງ​ຕໍ່​ພະລັງ​ນີວ​ເຄລຍຂອງ​ຕົນ​ ໃນ​ຖານະ​ເປັນ​ແຫລ່ງພະລັງ​ງານ​ອີກ​ອັນ​ນຶ່ງ​ນັ້ນ.

ພວກ​ຜູ້​ຈັດການ​ປະ​ທ້ວງ​ກ່າວ​ວ່າ ປະຊາຊົນ​ຫລາຍ​ໝື່ນ​ຄົນ​ໄດ້​ພາກັນ​ຢືນ​ແລນ​ແຖວ​ກັນ​ເປັນ​ສາຍ​ໂສ້​ຍາວ 45 ຫລັກ​ກິ​ໂລ​ແມັດ ​ໃນ​ວັນ​ເສົາ​ວານ​ນີ້​ ​ລະຫວ່າງ​ໂຮງ​ໄຟຟ້າ​ນີວ​ເຄລຍ​ແຫ່ງ​ນຶ່ງ​ທີ່​ເມືອງ Neckarwestheimແລະ​ເມືອງ Stuggart ​ໃນ​ພາກໃຕ້​ຂອງ​ປະ​ເທດ ທີ່​ເປັນ​ສູນ​ກາງອຸດສາ​ຫະກໍາ​ແຫ່ງ​ນຶ່ງຂອງເຢຍຣະ​ມັນນັ້ນ.

ພວກ​ນັ​ກ​ເຄື່ອນ​ໄຫວ​ທີ່​ບ່ອນຊຸມນຸມ​ປະ​ທ້ວງ​ ໄດ້​ພາກັນ​ສະ​ແດງ​ການ​ຄັດຄ້ານ​ຢ່າງ​ແຂງ​ແຮງ​ຕໍ່​ການ​ຕັດສິນໃຈ​ຂອງ​ເຢຍຣະມັນ​ໃນ​ປີ​ແລ້ວ​ນີ້​ ທີ່ຈະຮັກສາ​ໂຮງ​ໄຟຟ້ານີວ​ເຄລຍ 17 ​ແຫ່ງ​ຂອງ​ຕົນໄວ້ ໃຫ້​ແລ່ນ​ຕໍ່​ໄປ​ໃນ​ເວລາ​ສະ​ເລ່ຍຕື່ມ​ອີກ 12 ປີ.

ໃນວັນ​ເສົາວານ​ນີ້ ພວກ​ສະມາຊິກ​ພັກ​ສັງ​ຄົມ​ນິຍົມ​ປະຊາທິປັດຝ່າຍ​ຄ້ານ ​ໄດ້​ໃຊ້​ເຫດການ​ທີ່​ເກີດ​ຂຶ້ນໃນ​ຍີ່ປຸ່ນ​ນັ້ນ ​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນນະ​ໂຍບາຍນີວ​ເຄລຍຂອງ​ເຢຍຣະມັນ​.

ນາຍົກລັດຖະມົນຕີ Angela Merkel ​ໄດ້​ໂຕ້​ແຍ້​ງ​ເຫັນດີ​ນໍາ​ການ​ໃຊ້​ພະ​ລັງ​ງານ​ນີວ​ເຄລຍນີ້.

XS
SM
MD
LG