ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ຂອງ ເຢຍຣະມັນ ຈະຊ່ວຍລາວ ຍື່ນຄຳຮ້ອງ ໃຫ້ພູຫີນໜາມໜໍ່ ເປັນມໍລະດົກໂລກ


ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ພູ​ຫີນ​ໜາມໜໍ່​ ​ໃນ​ແຂວງຄຳ​ມ່ວນ, ສປປ ​ລາວ.
ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ ພູ​ຫີນ​ໜາມໜໍ່​ ​ໃນ​ແຂວງຄຳ​ມ່ວນ, ສປປ ​ລາວ.

ອົງການ​ປົກປັກຮັກສາ​ ລະບົບ​ນິ​ເວດ ຂອງ​ລັດຖະບານ​ເຢຍຣະມັນ ​ໃຫ້ການ​ຊ່ວຍ​ເຫລືອ
​ທາງ​ການ​ລາວ ​ໃນ​ການຕຽມແຜ​ນການ​ນຳ​ສະ​ເໜີ​ໃຫ້ UNESCO ຮັບຮອງ​ພູ​ຫີນ​ໜາມ​
ໜໍ່​ ເປັນ​ມໍລະດົກ​ໂລກ​ທາງທຳ​ມະ​ຊາດ.

ທ່ານ​ທອງ​ໃບ ​ໂພທິ​ສານ ຫົວໜ້າ​ກົມ​ມໍລະດົກ ກະຊວງ​ຖະ​ແຫລ​ງຂ່າ​ວວັດທະນາ​ທຳ ​
ແລະ​ທອງ​ທ່ຽວ​ໃຫ້ການ​ຢືນຢັນ​ວ່າ ການ​ກະກຽມ​ວຽກ​ງານ​ໃນ​ດ້ານ​ຕ່າງໆ ​ເພື່ອ​ສະ​ເໜີ​
ໃຫ້​ອົງການ UNESCO ພິຈາລະນາ ​ແລະ​ຮັບຮອງເຂດ​ປ່າ​ສະຫງວນ​ແຫ່ງ​ຊາດພູ​ຫີນ​
ໜາມໜໍ່​ ​ໃນ​ແຂວງຄຳ​ມ່ວນຂອງ​ລາວ ​ໃຫ້​ເປັນ​ມໍລະດົກ​ໂລກ ​ທາງທໍາສາ​ມະ​ຊາດນັ້ນ
​ໄດ້​ສຳ​ເລັດ​ໃນຂັ້ນເບື້ອງ​ຕົ້ນ​ແລ້ວ ​ແລະ​ຄາດ​ວ່າ ​ຈະ​ສາມາດ ​ນຳ​ເອກ​ກະສາ​ນສຳ​ຄັນ
​ຕ່າງໆ​ເຖິງ​ອົງການ UNESCO ​ໄດ້​ຢ່າງ​ເປັນ​ທາ​ງການ​ໃນ​ປີ 2019 ​ເປັນ​ຢ່າງ​ຊ້າ.

ທ່ານ​ທອງ​ໃບ ​ເຊື່ອ​ໝັ້ນ​ວ່າ​ມີ​ໂອກາດ​ສູງ​ທີ່ UNESCO ຈະ​ຮັບຮອງ​ເຂດ​ປ່າ​ສະຫງວນ​
ແຫ່ງ​ຊາດ​ພູ​ຫີນ​ໜາມ​ໜໍ່​ຂອງ​ລາວ ​ໃຫ້​ເປັນ​ມໍລະດົກ​ໂລກ​ທາງທຳ​ມະ​ຊາດ ​ເນື່ອງ​ຈາກ​
ເປັນ​ເຂດ​ທີ່​ຍັງ​ມີທຳ​ມະ​ຊາດທີ່​ສວຍ​ງາມ ​ແລະ​ປົກ​ຫູ້ມດ້ວຍ​ປ່າ​ໄມ້​ ຢ່າງ​ໜາ​ແໜ້ນ​ໃນ
ພື້ນທີ່​ກວ້າງກວ່າ 82,000 ​ເຮັກຕາ ທັງ​ຍັງ​ເປັ​ນ​ແຫ​ລ່ງທີ່ຢູ່​ອາ​ໃສ​ຂອງ​ຊ້າງ​ປ່າ​ຈຳນວນ​
ຫລາຍຮ້ອຍ​ໂຕ ແລະ​ສັດປ່າ​ຫາ​ຍາກ​ຫລາຍຊະນິດ​ອີກດ້ວຍ.

ທ່າ​ງດ້ານ​ທ່ານ Bastian Purer ຫົວໜ້າ​ຄະນະ​ທີ່​ປຶກສາ​ຂອງການ​ປົກ​ປັກ​ຮັກ​ສາລະ​
ບົບນິ​ເວດ​ປ່າ​ໄມ້ ​ແລະ​ຊີວະ​ນາໆພັນ​ຂອງ​ລັດຖະບານ​ເຢຍຣະມັນ (GIZ) ປະຈຳ ສປປ
ລາວ ຊຶ່ງ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່ລັດຖະບານ​ລາວ​ໃນ​ການ ​ ​ຕຽມ​ຄວາມ​ພ້ອມ ​ແລະ
ແຜນການ​ນຳ​ສະ​ເໜີ UNESCO ເພື່ອ​ໃຫ້​ຮັບ​ຮັງ​ເອົາ​ພູ​ຫີນ​ໜາ​ມໜໍ່​ ໃຫ້​ເປັນ​ມໍລະດົກ​
ໂລກທາ​ງທະ​ມະ​ຊາດ​ນັ້ນ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໜັ້ນວ່າ UNESCO ຈະ​ໃຫ້ການ​ຮັບ
ຮອງ​ຢ່າງແນ່ນ​ອນ ຫາກ​ແຕ່​ວ່າ​ໃນ​ປັດ​ຈຸ​ບັນ​ຍັງ​ຈະ​ຕ້ອງ​ດຳ​ເນີນ​ງານ​ໃນ 3 ດ້ານ​ໃຫ້​ໄດ້
ມາດຕະຖານຂອງ UNESCO ກໍ​ຄື​ແຜນ​ງານ​ດ້ານ​ການ​ຄຸ້ມຄອງ ​ແຜນ​ງານ​ທາງ​ດ້ານ
ເທັກ​ນິກ ​ແລະ​ການ​ບໍລິຫານ​ງານ​ພາຍ​ໃນຂອງ​ກົມ​ມໍລະດົກ​ຂອງ​ລາວ ທີ່​ໄດ້​ມາດຕະຖານ
​ຂອງ UNESCO ດັ່ງ​ທີ່​ທ່ານ Bastian ​ໃຫ້ການ​ຢືນຢັນ​ວ່າ

“ແຕ່​ຢ່າງ​ໃດ​ກໍ​ຕາມ ທາງການ​ລາວ​ກໍ​ຍັງ​ບໍ່​ສາມາດ​ກຳໜົດ​ເວລາ​ທີ່​ຊັດ​ເຈນ​ໄດ້​ວ່າ UN-
ESCO ຈະ​ໄດ້ມີ​ການ​ພິຈາລະນາ​ມາດ​ຕະການ​ສະ​ເໜີ​ຂອງ​ລາວ​ດັ່ງກ່າວ​ ໄດ້​ເມື່ອ​ໃດ
ຊຶ່ງ​ກໍເຊັ່ນ​ດຽວກັນ​ກັບ​ການ​ທີ່​ຈະ​ແນະນຳ​ສະ​ໜີໃຫ້ UNESCO ພິຈາລະນາ​ຮັບຮອງ​
ເອົາ​ທົ່ງ​ໃຫ້​ຫີນ​ໃນແຂວງ​ຊຽງ​ແຂ​ວາງ​ໃຫ້​ເປັນ​ມໍລະດົກ​ໂລກ​ນັ້ນ ກໍ​ໄດ້​ເລື່ອນມາ​ແລ້ວ​
ຫລາຍຄັ້ງ ​ເພ​າະວ່າທາງ​ການ​ລາວ​ຍັງ​ຈະຕ້ອງທຳ​ການ​ສຶກສາ​ໃນ​ລາຍ​ລະ​ອຽດ ​ເພື່ອ
​ກຳນົດແຜນການ​ອະນຸລັກເຂດ​ທົ່ງ​ໃຫຫີນໃຫ້​ໄດ້​ຕາມ​ເງື່ອນ​ໄຂ​ທີ່ UNESCO ກຳນົດ
ໄວ້ໃນທຸກໆດ້ານເສຍກ່ອນ.”

ຍິ່ງ​ໄປ​ກວ່າ​ນັ້ນ ທາ​ງການລາວ​ກໍ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ​ຄາດໝາຍ​ໄດ້​ວ່າ ການ​ສຶກສາ
​ດັ່ງກ່າວ​ຈະ​ຕ້ອງ​ໃຊ້ເວລາ​ໃນ​ການ​ດຳ​ເນີນ​ການ​ຈົນ​ເຖິງ​ເມື່ອ​ໃດ​ແທ້ ​ເນື່ອງ​ຈາກ​ວ່າໄຫຫີນ
​ທີ່​ມີ​ຢູ່​ຫລາຍ​ບກວ່າ 2,000 ໝ່ວຍນັ້ນ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ບໍລິ​ເວນ​ດຽວ​ກັນ ຈຶ່ງ​ເຮັດ​ໃຫ້​ຕ້ອງ​ໃຊ້​
ເວລາ​ໃນ​ການ​ເກັບ​ກຳ​ຂໍ້ມູນ ​ແລະ​ຂຶ້ນ​ທະບຽນ​ໄຫ​ຫີນ​ທຸກ​ໜ່ວຍ​ຢ່າງ​ລະອຽດ ​ແລະ​ການ
​ທີ່ໄຫ​ຫີນ​ຕັ້ງ​ຢູ່​ຢ່າງ​ກະ​ຈັດກະຈາຍ​ກັນ ກໍ​ຍັງ​ເຮັດ​ໃຫ້​ຍາກ​ຕໍ່​ການ​ອະນຸລັກໄດ້​ຢ່າງ​ທົ່ວ​ເຖິງ​
ອີກດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເພື່ອ​ເປັນ​ການ​ເຮັດ​ໃຫ້​ສະ​ດວກ​ຕໍ່​ການ​ເກັບ​ກຳ​ຂໍ້​ມູນ ​ແລະ​ການ​ຄຸ້ມ​
ຄອງ​ຮັກສາເຂດ​ທົ່ງ​ໄຫ​ຫີນ​ດັ່ງກ່າວ ທາງ​ການ​ລາວກໍ​ໄດ້​ເລືອກເອົາສະ​ເພາະ 11 ​ເຂດ​
ເທົ່ານັ້ນ ທີ່ຈະສະເໜີ ໃຫ້ເປັນມໍລະດົກໂລກ ຊຶ່ງຄາດວ່າ ຈະສາມາດ ນຳສະເໜີຕໍ່ອົງ
ການ UNESCO ​ໄດ້​ພາຍ​ໃນ​ປີ 2018 ນີ້ ຫລື​ກ່ອນ​ການ​ນຳ​ສະ​ເໜີ​ເຂດ​ປ່າ​ສະຫງວນ​
ແຫ່ງ​ຊາດພູ​ຫີນ​ໜາມ​ໜໍ່ ທີ່​ກຳ​ນົດ​ເປົ້າ​ໝາຍ​ໄວ້​ກາຍໃນ​ປີ 2019 ນັ້ນ​ເອງ.

ຍິ່ງ​ໄປກວ່າ​ນັ້ນ ການ​ທີ່​ທາງ​ການ​ລາວ​ມີ​ງົບປະມານ​ຢ່າງ​ຈຳກັດ​ກໍ​ຍັງ​ຖື​ອີກ​ເປັນ​ບັນຫາ
​ນຶ່ງ​ທີ່​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້ການ​ດຳ​ເນີນງານ​ສາມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຢ່າງຊັກ​ຊ້າ.

ທາງ​ດ້ານ​ທ່ານ​ຄຳ​ເພັດ ພົມມະ​ດວງ​ໄກສອນ ຫົວໜ້າ​ຜະ​ແນ​ກຖະ​ແຫລ​ງຂ່າວວັດທະ
ນະທຳ ​ແລະ​ທ່ອງ​ທຽວ​ແຂວງ​ຊຽງ​ຂວາງ ​ໄດ້​ຢືນຢັນ​ວ່າ ການ​ກະກຽມ​ແຜນ​ການ ​ທີ່​ຈະ​
ສະ​ເໜີ​ຕໍ່​ UNESCO ​ເພື່ອ​ໃຫ້ການ​ຮັບຮອງເຂດ​ທົ່ງ​ໄຫ​ຫີນ​ເປັນ​ມໍລະດົກ​ໂລກ​ນັ້ນ​ໄດ້
​ຄືບ​ໜ້າ​ໄປ​ຫລາຍ​ແລ້ວ ​ໂດຍ​ໄດ້​ມີ​ການ​ຄຸ້ມ​ຄອງ ​ແລະ​ຂຶ້ນ​ທະບຽນ​ໄຫ​ຫີນ​ໄດ້​ແລ້ວ​
ຫລາຍ​ກວ່າ 2,000 ໜ່ວຍ​ໃນ 70 ກວ່າ​ພື້ນ​ທີ່ ຈື່ງ​ຍັງ​ຈະ​ຕ້ອງ​ດຳ​ເນີນ​ການ​ສຳ​ຫລວດ
​ເພື່ອ​ລົງ​ທະບຽນໄຫ​ຫີນ​ທີ​ເຫ​ລື​ອ​ໃນ​ອີກ 50 ກວ່າ​ພື້ນ​ທີ່​ໃຫ້​ແລ້ວ​ເສັດ​ເສຍ​ກ່ອນ ​ແລະ​
ພ້ອມກັນ​ນີ້​ ກໍ​ຍັງ​ຈະ​ຕ້ອງ​ສຶກສາ​ອົດ​ມຮົມ​ປະຊາຊົນ​ລາວ ​ໃນ​ພື້ນ​ທີ່ ​ເພື່ອ​ໃຫ້ການຮ່ວມ
ມືເຂົ້າ​ໃນ​ການ​ຄຸ້ມ​ຄອງໄຫ​ຫີນ​ອີກ​ດ້ວຍ. ​

XS
SM
MD
LG