ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ບັນດາໄອຍະການເຢຍຣະມັນ ກ່າວຫາ ຜູ້ຊ່ວຍສະມາຊິກສະພາຂອງຢູໂຣບ ດ້ວຍຂໍ້ຫາສອດແນມໃຫ້ຈີນ


ທຸງຊາດຂອງຈີນ ພັດສະບັດ ຢູ່ດ້ານໜ້າຂອງສະຖານທູດຂອງຈີນ ໃນນະຄອນຫຼວງເບີລິນ, ວັນທີ 23 ເມສາ 2024.
ທຸງຊາດຂອງຈີນ ພັດສະບັດ ຢູ່ດ້ານໜ້າຂອງສະຖານທູດຂອງຈີນ ໃນນະຄອນຫຼວງເບີລິນ, ວັນທີ 23 ເມສາ 2024.

ບັນດາໄອຍະການຂອງເຢຍຣະມັນ ໄດ້ກ່າວ ໃນວັນອັງຄານມື້ນີ້ ວ່າ ຜູ້ຊ່ວຍຄົນນຶ່ງ ຂອງສະມາຊິກສະພາເຢຍຣະມັນ ໃນສະພາສະຫະພາບຢູໂຣບ ໄດ້ຖືກຈັບກຸມໃນຂໍ້ສົງໄສຂອງການສອດແນມໃຫ້ຈີນ.

ບັນດາໄອຍະການໄດ້ລະບຸໂຕຜູ້ຕ້ອງສົງໄສຄື ຜູ້ຊາຍ ທີ່ຊື່ວ່າ ຈຽນ ຈີ (Jian G.) ຕາມກົດໝາຍວ່າດ້ວຍສິດຄວາມເປັນສ່ວນຕົວຂອງເຢຍຣະມັນ ແລະໄດ້ກ່າວວ່າ ຜູ້ກ່ຽວສົ່ງຂໍ້ມູນກ່ຽວກັບການເຈລະຈາຕ່າງໆຂອງສະພາສະຫະພາບຢູໂຣບ ໃຫ້ແກ່ໜ່ວຍງານສືບລັບຂອງຈີນ ຊ້ຳແລ້ວຊ້ຳອີກ.

ຊາຍຜູ້ນີ້ ຍັງໄດ້ສອດແນມ ບັນດາຜູ້ມີຊື່ສຽງຊາວຈີນທີ່ເປັນຝ່າຍຄ້ານ ໃນເຢຍຣະມັນ ບັນດາໄອຍະການກ່າວ.

ກະຊວງການຕ່າງປະເທດຂອງຈີນ ໄດ້ກ່າວ ໃນວັນອັງຄານມື້ນີ້ ວ່າ ຂໍ້ກ່າວຫານັ້ນ ແມ່ນການພະຍາຍາມທີ່ຈະ “ໃສ່ຮ້າຍປ້າຍສີ ແລະປາບປາມຈີນ ແລະເພື່ອທຳລາຍບັນຍາກາດຂອງການຮ່ວມມືລະຫວ່າງຈີນ ແລະຢູໂຣບ.”

ທ່ານນາງ ແນນຊີ ຟາເຊີ (Nancy Faeser) ລັດຖະມົນຕີກະຊວງພາຍໃນຂອງເຢຍຣະມັນ ໄດ້ເອີ້ນຂໍ້ກາວຫາຕ່າງໆວ່າ “ເລື້ອງທີ່ຮ້າຍແຮງຫຼາຍ.”

ທ່ານນາງຟາເຊີ ໄດ້ກ່າວໃນຖະແຫລງການວ່າ “ຖ້າມັນຖືກຢັ້ງຢືນວ່າ ມີການສອດແນມໃຫ້ແກ່ໜ່ວຍງານສືບລັບຂອງຈີນ ຈາກພາຍໃນສະພາຂອງຢູໂຣບ ກໍຖືວ່າ ເປັນການໂຈມຕີຈາກພາຍໃນຕໍ່ປະຊາທິປະໄຕຂອງຢູໂຣບ.”

ຫຼັງຈາກແຫລ່ງຂ່າວຫຼາຍແຫ່ງໄດ້ລະບຸຜູ້ຖືກກ່າວຫາຄື ຜູ້ຊ່ວຍຂອງທ່ານ ແມັກຊີມີລຽນ ຄຣາ (Maximilian Krah) ຈາກພັກທາງເລືອກອື່ນສຳລັບເຢຍຣະມັນທີ່ນິຍົມຂົວຈັດ (AfD) ຊຶ່ງໂຄສົກຂອງພັກ ກໍໄດ້ເອີ້ນຂໍ້ກ່າວຫາສອດແນມນັ້ນວ່າ “ໜ້າເປັນຫ່ວງຫຼາຍ.”

ທ່ານໄມໂກລ ຟາລສ໌ກຣາຟ (Michael Pfa]zgraf) ໂຄສົກຂອງພັກ ໄດ້ກ່າວໃນຖະແຫລງການວ່າ “ຂະນະທີ່ພວກເຮົາ ບໍ່ມີຂໍ້ມູນໃດໆຕື່ມອີກ ກ່ຽວກັບກໍລະນີນັ້ນ ພວກເຮົາຕ້ອງຖ້າເພື່ອການສືບສວນສອບສວນດຳເນີນຕໍ່ໄປໂດຍບັນດາໄອຍະການຂອງລັດຖະບານກາງ.”

German prosecutors said Tuesday that an aide to a German lawmaker in the European Parliament had been arrested on suspicion of spying for China.

Prosecutors identified the man only as Jian G., in line with German privacy laws, and said he repeatedly passed information about European Parliament negotiations to a Chinese intelligence service.

The man also spied on Chinese opposition figures in Germany, prosecutors said.

China’s foreign ministry said Tuesday the allegation is an attempt to “smear and suppress China and to destroy the atmosphere of cooperation between China and Europe.”

German Interior Minister Nancy Faeser called the allegations “extremely serious.”

“If it is confirmed that there was spying for Chinese intelligence from inside the European Parliament, then that is an attack from inside on European democracy,” Faeser said in a statement.

After multiple media outlets identified the accused as an aide to Maximilian Krah of the far-right Alternative for Germany (AfD) party, a party spokesman called the spying allegations “very disturbing.”

"As we have no further information on the case, we must wait for further investigations by federal prosecutors," party spokesman Michael Pfalzgraf said in a statement.

Some information for this story came from The Associated Press, Agence France-Presse and Reuters

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG