ຕຳຫລວດເຢຍຣະມັນ ກ່າວວ່າ ເຂົາເຈົ້າໄດ້ຈັບກຸມຜູ້ຊາຍສອງ
ຄົນໃນນະຄອນ Berlin ໃນຖານສົງໄສວ່າ ເຂົາເຈົ້າໄດ້ເກັບເກນ
ເອົາພວກນັກລົບ ໃຫ້ແກ່ກຸ່ມລັດອິສລາມ ໃນຊີເຣຍ.
ຕຳຫລວດ ກ່າວວ່າ ພວກຜູ້ຊາຍໄດ້ຖືກຈັບ ໃນວັນສຸກມື້ນີ້ ໃນ
ການບຸກເຂົ້າໄປກວດຄົ້ນ ໂດຍບັນດາເຈົ້າໜ້າທີ່ຕຳຫລວດ
|ຫລາຍກວ່າ200 ຄົນ ຢູ່ໃນ 11 ແຫ່ງ ໃນນະຄອນຫລວງເຢຍ
ຣະມັນ.
ຜູ້ນຳກຸ່ມ ທີ່ລະບຸແຕ່ພຽງວ່າ ແມ່ນທ້າວ Ismel D ອາຍຸ 41 ປີ ອີງຕາມກົດໝາຍຄຸ້ມຄອງ
ຄວາມລັບສ່ວນຕົວ ແມ່ນເປັນຜູ້ຕ້ອງສົງໄສຈັດຕັ້ງກຸ່ມ ທີ່ສ່ວນໃຫຍ່ແລ້ວແມ່ນເປັນຄົນ
ສັນຊາດເທິກີ ແລະຣັດເຊຍ ເພື່ອສູ້ລົບຕ້ານໃນອັນທີ່ຮ້ອງວ່າ “ພວກບໍ່ເຊື່ອສາສະໜາ”
ຢູ່ໃນຊີເຣຍ.ຜູ້ຊາຍອີກຄົນນຶ່ງລະບຸວ່າ ທ້າວ Emin F ອາຍຸ 43ປີ ທີ່ຕ້ອງສົງໄສວ່າ ເປັນ
ຜູ້ຄວບຄຸມການເງິນ.
ຕຳຫລວດ ກ່າວວ່າ ບໍ່ມີຫລັກຖານ ທີ່ພວກຜູ້ຊາຍເຫລົ່ານີ້ມີແຜນໂຈມຕີ ຢູ່ໃນເຢຍຣະມັນ.