ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຈໍເຈຍ ໄດ້ຈັດການປະທ້ວງຂຶ້ນ ຫຼັງຈາກທີ່ ມີການເລືອກຕັ້ງ ສະມາຊິກສະພາ ຂອງປະເທດ


ພວກສະໜັບສະໜຸນ ອະດີດປະທານາທິບໍດີ ມິແຄວລ ສາກັສວີລີ ຂອງພັກ United National Movement ພາກັນໂບກທຸກຊາດຂອງຈໍເຈຍ ໃນລະຫວ່າງ ການໂຮມຊຸມນຸມປະທ້ວງຜົນການເລືອກຕັ້ງ ຢູ່ຕໍ່ໜ້າຕຶກຂອງສະພາ ໃນເມືອງທີບລິສຊີ ຂອງຈໍເຈຍ, ວັນທີ 1 ພະຈິກ 2020.
ພວກສະໜັບສະໜຸນ ອະດີດປະທານາທິບໍດີ ມິແຄວລ ສາກັສວີລີ ຂອງພັກ United National Movement ພາກັນໂບກທຸກຊາດຂອງຈໍເຈຍ ໃນລະຫວ່າງ ການໂຮມຊຸມນຸມປະທ້ວງຜົນການເລືອກຕັ້ງ ຢູ່ຕໍ່ໜ້າຕຶກຂອງສະພາ ໃນເມືອງທີບລິສຊີ ຂອງຈໍເຈຍ, ວັນທີ 1 ພະຈິກ 2020.

ພັກລັດຖະບານຊຶ່ງເຄີຍເປັນອະດີດສະຫະພາບໂຊຫວຽດຂອງຈໍເຈຍໃນປັດຈຸບັນ ອ້າງວ່າ ຕົນໄດ້ຮັບໄຊຊະນະ ຫຼັງຈາກການເລືອກຕັ້ງສະມາຊິກສະພາ ທີ່ມີການແຂ່ງຂັນຢ່າງສູສີ ໃນວັນເສົາຜ່ານມາ.

ແຕ່ພັກຝ່າຍຄ້ານກໍກ່າວອ້າງວ່າ ຄະແນນສຽງໄດ້ຖືກສໍ້ໂກງ ແລະໄດ້ຈັດຕັ້ງການໂຮມຊຸມນຸມປະທ້ວງຢູ່ນອກສະພາ ໃນວັນອາທິດວານນີ້.

ຜົນການເລືອກຕັ້ງໃນເບື້ອງຕົ້ນ ສະແດງໃຫ້ເຫັນວ່າ ພັກລັດຖະບານຊຶ່ງໃນປັດຈຸ ບັນ ມີຊື່ວ່າ ຄວາມໄຝ່ຝັນຂອງຈໍເຈຍ ຫຼື ເອີ້ນຫຍໍ້ວ່າ GD ນຳພາໂດຍເສດຖີພັນລ້ານ ທ່ານບິດຊີນາ ອີວານິສວີລີ ໄດ້ຮັບຄະແນນສຽງປະມານ 48 ເປີເຊັນຂອງຄະແນນສຽງທັງໝົດ ອີງຕາມບັນດາເຈົ້າໜ້າທີ່ເລືອກຕັ້ງ.

ພັກຝ່າຍຄ້ານ ຂະບວນການສາມັກຄີແຫ່ງຊາດ ຫຼື UNM (Unity National Movement) ຂອງອະດີດປະທານາທິບໍດີ ມິແຄວລ ສາກັສວີລີ ໄດ້ຮັບຄະແນນສຽງ 27 ເປີເຊັນ ເປັນອັນດັບທີສອງ. ໂດຍນຳຫລັງພັກ ຈໍເຈຍຂອງຢູໂຣບ ພຽງ 4 ເປີເຊັນ ຊຶ່ງພັກນີ້ໄດ້ແຍກອອກມາຈາກພັກ UNM ໃນປີ 2017. ລວມທັງໝົດແລ້ວ ມີພັກຝ່າຍຄ້ານ 8 ພັກ ທີ່ລວມທັງ ພັກພັນທະມິດຜູ້ຮັກຊາດທີ່ນິຍົມຣັດເຊຍ ຊຶ່ງເຂົ້າໃຈກັນວ່າ ເປັນພັນທະມິດກັບພັກຄວາມໄຝ່ຝັນຂອງຈໍເຈຍ.

ພັກລັດຖະບານໃນປັດຈຸບັນ ໄດ້ປະກາດໄຊຊະນະ ບໍ່ດົນຫຼັງຈາກການຄາດຄະ ເນໃນຂັ້ນຕົ້ນໄດ້ຖືກປະກາດອອກມາ. ຕົນໄດ້ກ່າວວ່າ ການເລືອກຕັ້ງເປັນບາດ ກ້າວໄປໜ້າ ແລະວ່າ ຕົນຈະຈັດຕັ້ງລັດຖະບານ ໂດຍບໍ່ຕ້ອງອາໃສພັກໃດໆ.

“ອັນນີ້ເປັນໄຊຊະນະທີ່ຍິ່ງໃຫຍ່” ນັ້ນແມ່ນຄໍາເວົ້າຂອງທ່ານອີຣາກລີ ໂກບາຄິດສ໌ ເລຂາທິການພັກຄວາມໄຝ່ຝັນຂອງຈໍເຈຍ ທີ່ໄດ້ກ່າວໄປ. ທ່ານກ່າວຕໍ່ບັນດານັກຂ່າວຢູ່ທີ່ກອງປະຊຸມຖະແຫລງຂາວ ອີກວ່າ “ການເລືອກຕັ້ງທີ່ເສລີແລະເປັນທຳ ແມ່ນຜົນສຳເລັດທີ່ສຳຄັນ ຂອງພັກຄວາມໄຝ່ຝັນຂອງຈໍເຈຍ.”

ໂດຍທີ່ຄະແນນສຽງຍັງບໍ່ທັນໄດ້ຖືກນັບໝົດເທື່ອ ພັກຝ່າຍຄ້ານ ກຳລັງປຶກສາຫາລືກັນ ຄວາມເປັນໄປໄດ້ ໃນການພ້ອມໃຈກັນ ບໍ່ເຂົ້າຮ່ວມລັດຖະສະພາ. ພວກເຂົາເຈົ້າໄດ້ໂຕ້ຖຽງວ່າ ທ່ານອີວານິສວີລີ ເປັນບ່ອນທຳລາຍປະຊາທິປະໄຕຂອງຈໍເຈຍ ໂດຍຜ່ານການປົກຄອງທີ່ຢູ່ໃນເງົາໝືດ ຊຶ່ງຄວບຄຸມກຳລະບົບຕຸລາ ການ ແລະກົດດັນພາກທຸລະກິດ.

ບັນດາຜູ້ນຳພັກຝ່າຍຄ້ານ ໄດ້ປະຕິຍານວ່າຈະປຸ້ມລຸມກັນ ເພື່ອຢືນຢັນວ່າ ພວກເຂົາຈະບໍ່ຍອມຮັບຮູ້ການເລືອກຕັ້ງຂອງວັນເສົາຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG