ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຈໍ​ເຈຍ ຈະ​ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ ເພື່ອ​ບ່ອນ​ນັ່ງ​ສຸດ​ທ້າຍ​ ໃນ​ສະ​ພາ​ສູງ


ຜູ້​ຖື​ກ​ສະ​ເໜີ​ຊື່​ສຳ​ລັບ​ຕຳ​ແໜ່ງ​ໃນ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ເຮີ​ແຊ​ລ ວອກ​ເກີ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ເມືອງ ແຄນ​ຕັນ, ລັດ ຈໍ​ເຈຍ, 10 ພະ​ຈິກ 2022.
ຜູ້​ຖື​ກ​ສະ​ເໜີ​ຊື່​ສຳ​ລັບ​ຕຳ​ແໜ່ງ​ໃນ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ເຮີ​ແຊ​ລ ວອກ​ເກີ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ເມືອງ ແຄນ​ຕັນ, ລັດ ຈໍ​ເຈຍ, 10 ພະ​ຈິກ 2022.

ລັດ​ຈໍ​ເຈຍ ຈະ​ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ​ສະ​ພາ​ສູງ​ໃນ​ວັນ​ທີ 6 ທັນ​ວາ​ນີ້. ​ເຊິ່ງເດີມ​ພັນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ແມ່ນ​ສູງເຖິງ​ແມ່ນວ່າ​ພັກ​ເດ​ໂມ​ແຄ​ຣັດໄດ້​ຄວບ​ຄຸ​ມ​ສຽງ​ສ່ວນຫຼາຍ ​ໃນ​ສະ​ພາ​ສູງດ້ວຍ 50 ບ່ອນ​ນັ່ງແລ້ວ​ກໍ່​ຕາມ.

​ທ່ານ ຣາ​ຟາ​ແອ​ລ ວໍ​ນັອກ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແລະ ​ທ່ານ ເຮີ​ແຊ​ລ ວອກ​ເກີ​ ຜູ້​ທ້າ​ຊິງ ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ຕໍ່​ຕ້ານ​ການ​ເຮັດ​ແທ້ງ​ລູກ​ຢ່າງ​ສິ້ນ​ເຊີງ ແລະ ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ນັ້ນຈະ​ລົງ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ ຫຼັງ​ຈາກບໍ່​ມີ​ຜູ້​ໃດໄດ້​ຄະ​ແນນ​ສຽງ​ເຖິງ 50 ເປີ​ເຊັນທີ່​ຕ້ອງ​ການ ​ເພື່ອ​ຄວ້າ​ໄຊ​ຊະ​ນະ ໃນ​ການ​ວັນ​ເລືອກ​ຕັ້ງ​ເດືອນ​ແລ້ວນີ້.

ສິດ​ໃນ​ການ​ເຮັດແທ້ງ​ລູກ​ໄດ້​ເປັນ​ຫົວ​ຂໍ້​ທີ່​ສຳ​ຄັນ​ໃນ​ການ​ແຂ່ງ​ຂັນ​ຢູ່​ລັດ​ຈໍ​ເຈຍ ເຊິ່ງແມ່​ຍິງ​ລາວ​ຢູ່​ນະ​ຄອນ ແອັດ​ແລນ​ຕ້າ ທີ່ຈະ​ໄປ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ສຸກມື້ນີ້​ໄດ້​ໃຫ້​ຄຳ​ເຫັນ​ຕໍ່​ພວກ​ເຮົາວ່າ “ເອື້ອຍ​ຈະ​ໄປ​ເລືອກ​ເອົາ​ທ່ານ ວໍ​ນັອກ​ ອີກ ເພາະ​ວ່າມັກ​ນະ​ໂຍ​ບາຍ​ເພິ່ນ, ເພິ່ນ​ກຳ​ລັງ​ຕໍ່​ສູ້​ເພື່ອ​ປົກ​ປ້ອງ ​ສິດ​ທິ​ໃນ​ການ​ເຮັດ​ແທ້ງ​ລູກຂອງແມ່​ຍິງ. ເຊິ່ງ​ມັນ​ສຳ​ຄັນ​ຕໍ່​ສຸ​ຂະ​ພາບ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ແມ່​ຍິງ​ທຸກ​ຄົນຫຼາຍ.”

ບັນ​ຫາ​ສິດ​ທິ​ໃນ​ການ​ເຮັດ​ແທ້ງ​ລູກ​ແມ່ນ​ສຳ​ຄັນ​ເປັນ​ອັນ​ດັບ​ສອງ​ຢູ່​ໃນ ສະ​ຫະ​ລັດ​ ແລະ ພັກ​ເດ​ໂມ​ແຄ​ຣັດ ໄດ້ໃຫ້​ຄວາ​ມ​ສຳ​ຄັນ​ຕໍ່​ມັນຫຼາຍ​ທີ່​ສຸດ, ອີງ​ຕາມ​ການ​ຢັ່ງ​ຫາງ​ສຽງ​ໂດຍ​ໂທ​ລະ​ພາບຂ່າວ NBC.

ຖ້າ​ທ່ານ ວໍ​ນັອກ ໄດ້​ຊະ​ນະ​ຄັ້ງ​ນີ້ ​ພັກ​ເດ​ໂມ​ແຄ​ຣັດ​ຈະ​ມີ​ສຽງ​ສ່ວນຫຼາຍ​ເປັນ 51 ຕໍ່ 49 ແລະ ຈະ​ເປັນ​ການ​ດຳ​ລົງ​ຕຳ​ແໜ່ງ​ໃນ​ສະ​ພາ​ສູງ​ສະ​ໄໝ​ທີ​ສອງ​ຂອງ​ທ່ານ​ດ້ວຍ.

XS
SM
MD
LG