ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ Georgia ເລືອກຕັ້ງເອົາ ປະທານາທິບໍດີ (ເບິ່ງວີດີໂອ)


ບ່ອນ ປ່ອນບັດແຫ່ງນຶ່ງ ໃນ ປະເທດ Georgia ໃນການເລືອກຕັ້ງເອົາ
ປະທານາທິບໍດີ
ບ່ອນ ປ່ອນບັດແຫ່ງນຶ່ງ ໃນ ປະເທດ Georgia ໃນການເລືອກຕັ້ງເອົາ ປະທານາທິບໍດີ
ຊາວ ຈໍ​ເຈຍ ​ເລືອ​ກຕັ້ງ​ເອົາ​ປະທານາທິບໍດີ​ຄົນ​ໃໝ່​ ​ໃນວັນ​ອາ
ທິດ​ມື້​ນີ້ ​ໃນ​ຂະນະ​ທີ່​ການ​ປົກຄອງ​ປະ​ເທດ​ ທີ່​ເຕັມ​ໄປ​ດ້ວຍ​
ຄວາມ​ວຸ້ນວາຍ ມາເປັນ​ເວລາ 10 ປີ ຂອງ​ທ່ານ Mikheil
Saakashvili ກໍາລັງ​ຈະ​ສິ້ນ​ສຸດ​ລົງ.

ມີ​ຜູ້​ສະ​ໜັກ​ແຂ່ງຂັນເລືອກ​ຕັ້ງ​ຄັ້ງ​ນີ້ 23 ຄົນ.

ທ່ານ Giorgi Margvelashvili ​ຖື​ວ່າ​ເປັນ​ຜູ້​ໄດ້​ຮັບ​ຄະ​ແນນ​
ນິຍົມນໍາ​ໜ້າ. ຜູ້ກ່ຽວເປັນ​ຜູ້ສະ​ໝັກ​ທີ່ ​ນາຍົກ​ລັດຖະມົນຕີ​ຄົນ
​ປັດຈຸບັນ ທ່ານ Bidzina Ivanishvili ໄດ້​ເລືອກ​ເອົາ.

ສ່ວນຜູ້​ທີ່​ ປະທານາທິບໍດີ Saakashvili ໄດ້​ເລືອກເອົາ ​ເພື່ອ​ໃຫ້​ສືບ​ທອດຕໍາ​ແໜ່​ງທ່ານ ​
ນັ້ນ ​ແມ່ນອະດີດ​ໂຄສົກ​ສະພາ ທ່ານ David Bakradze. ຜູ້​ມີ​ຄະ​ແນນ​ອັນ​ດັບ​ສາມ ຄື​
ທ່ານ Nino Burjanadze ​ເປັນ​ຜູ້​ນຶ່ງ​ຢູ່​ໃນ​ພັກທີ່​ເອີ້ນ​ວ່າ ການ​ປະຕິ​ວັດ​ດອກ​ກຸຫຼາບ ຫຼື
Rose Revolution ຊຶ່ງ​ເປັນ​ພັກທີ່​ນໍາ​ເອົາ ທ່ານ Saakashvili ຂຶ້ນມາ​ກໍາ​ອໍານາດ.

ບັນດາ​ເຈົ້າໜ້າ​ທີ່ ຈໍ​ເຈ​ຍ ສັນ​ຍາ​ວ່າ​ຈະ​ມີ​ການ​ເລືອກ​ຕັ້ງ​ທີ່​ເສລີ​ແລະ​ຍຸຕິ​ທໍາ ​ແລະ​ສາມ​
ອົງການ ລະດັບນໍາ​ໜ້າ ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ເວົ້າ​ວ່າ ມີ​ການ​ຫຼຸດນ້ອຍລົງ​ເຖິງ 80% ​
ໃນການລະ​ເມີດ​ກົດໝາຍເລືອກ​ຕັ້ງ ສົມ​ທຽບ​ໃສ່ ການເລືອກ​ຕັ້ງ​ສະພາ ​ເມື່ອ​ປີ 2012.

ລັດຖະທໍາ​ມະນູນ ຫ້າມ​ບໍ່​ໃຫ້​ທ່ານ Saakashvili ສະໝັກ​ເລືອກ​ຕັ້ງ​ສະ​ໄໝທີ່​ສາມ ຊຶ່ງ​
ທ່ານ​ໄດ້​ຂຶ້ນມາ​ກໍາ​ອໍານາດ​ ໃນ​ລະຫວ່າງ​ການ​ລຸກ​ຮືຂຶ້ນ​ຂອງ​ມະຫາຊົນ ທີ່​ໄດ້ບັງຄັບ​ໃຫ້​ປະທານາທິບໍດີ Eduard Shavardnadze ລົງ​ຈາກ​ຕໍາ​ແໜ່​ງ ​ໃນ​ປີ 2004 ນັ້ນ.

​ໃນ​ລະຫວ່າງ​ການ​ບໍລິຫານ​ປະ​ເທດ​ຂອງ​ທ່ານ Saakashvili ຜູ້​ທີ່​ນິຍົມ​ຝ່າຍຕາ​ເວັນ​ຕົກ
ນັ້ນ ໄດ້​ມີການ​ປະຕິ​ຮູບ​ເສດຖະກິດ ​ແລະ​ຄວາມ​ພະຍາ​ຍາມ​ປາບ​ປາມ​ການ​ສໍ້​ລາດ​ບັງ
ຫຼວງ ​ແຕ່ເກີດ​ສົງຄາມສັ້ນໆບັ້ນ​ນຶ່ງ​ກັບຣັດ​ເຊຍ ​ແລະ​ຖືກ​ກ່າວ​ຫາ​ວ່າ​ ລະ​ເມີດ​ສິດທິມະນຸດ
ຕ່າງໆ​ນາໆ.

ເບິ່ງວີດີໂອ:

Georgia Election
please wait
Embed

No media source currently available

0:00 0:01:19 0:00

Georgians elect a new president Sunday as the tumultuous 10-year rule of Mikheil Saakashvili winds down.

Twenty-three candidates are running for the office.

Giorgi Margvelashvili is widely considered the front-runner and candidate of choice for current Prime Minister Bidzina Ivanishvili.

Saakashvili's choice to succeed him is David Bakradze, a former speaker of parliament. The third leading candidate, Nino Burjanadze, was part of the so-called Rose Revolution that brought Saakashvili to power.

Georgian officials are promising a free and fair election and three leading Georgian NGOs say there has been an 80 percent drop in election law violations compared to the 2012 parliament vote.

The constitution bars Saakashvili from running for a third term. He came to power during the popular uprising that forced President Eduard Shevardnadze to step down in 2004.

The pro-Western Saakashvili's time in office has included economic reforms and efforts to fight corruption, but also a brief war against Russia and accusations of human rights abuses.

Some information for this report was provided by AP and Reuters.
XS
SM
MD
LG