ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າຮັບຜິດຊອບການເລືອກຕັ້ງ ຂອງລັດຈໍເຈຍ ກ່າວວ່າ ທ່ານທຣຳ ‘ບໍ່ຖືກຕ້ອງເລີຍ’ ກ່ຽວກັບການສໍ້ໂກງຄະແນນສຽງ


ຜູ້ຮັບຜິດຊອບການເລືອກຕັ້ງຂອງລັດຈໍເຈຍ ທ່ານ ແບຣດ ຣາຟເຟັນສເປີເກີຣ໌ ໃຫ້ການຊີ້ແຈງຫຼ້າສຸດ ສະພາບການຂອງການເລືອກຕັ້ງ ແລະການນັບບັດຄະແນນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ລັດຖະສະພາຂອງລັດ ໃນນະຄອນແອັດແລນຕາ, ລັດຈໍເຈຍ, ວັນທີ 6 ພະຈິກ 2020.
ຜູ້ຮັບຜິດຊອບການເລືອກຕັ້ງຂອງລັດຈໍເຈຍ ທ່ານ ແບຣດ ຣາຟເຟັນສເປີເກີຣ໌ ໃຫ້ການຊີ້ແຈງຫຼ້າສຸດ ສະພາບການຂອງການເລືອກຕັ້ງ ແລະການນັບບັດຄະແນນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ທີ່ລັດຖະສະພາຂອງລັດ ໃນນະຄອນແອັດແລນຕາ, ລັດຈໍເຈຍ, ວັນທີ 6 ພະຈິກ 2020.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແມ່ນ “ບໍ່ຖືກຕ້ອງເລີຍ” ກ່ຽວກັບການເລືອກຕັ້ງທີ່ຜິດປົກກະຕິຢູ່ໃນລັດຈໍເຈຍ ເຈົ້າໜ້າທີ່ເລືອກຕັ້ງຂັ້ນສູງຂອງລັດໄດ້ກ່າວໄປ ໃນວັນຈັນວານນີ້ ຫຼັງຈາກທີ່ທ່ານ ບໍ່ຍອມປະຕິບັດຕາມການຂໍຮ້ອງຂອງທ່ານທຣຳ ເມື່ອທ້າຍສັບປະດາທີ່ຜ່ານມາ ເພື່ອຊອກຫາບັດເລືອກຕັ້ງໃຫ້ພຽງພໍທີ່ຈະພິກປີ້ນຄວາມຜ່າຍແພ້ຂອງທ່ານ ຕໍ່ທ່ານໂຈ ບາຍເດັນ ທີ່ໄດ້ຖືກເລືອກໃຫ້ເປັນປະທານາທິບໍດີຄົນໃໝ່ ໃນລັດດັ່ງກ່າວ ດ້ວຍ 11,000 ຄະແນນ.

ຜູ້ຮັບຜິດຊອບການເລືອກຕັ້ງຂອງລັດ ທ່ານແບຣດ ຣາຟເຟັນສເປີເກີຣ໌ ເຈົ້າໜ້າທີ່ເລືອກຕັ້ງ ຢູ່ທາງພາກໃຕ້ຂອງປະເທດ ໄດ້ກ່າວໃນລາຍການ “Good Morning America” ຂອງອົງການຂ່າວ ABC ວ່າ ໃນລະຫວ່າງການໂອ້ລົມທາງໂທລະສັບກັບທ່ານທຣຳເມື່ອວັນເສົາຜ່ານມານີ້ ມັນໄດ້ປາກົດເປັນທີ່ຈະແຈ້ງວ່າ ທ່ານປະທານາທິບໍດີ ຍັງສືບຕໍ່ເຊື່ອທິດສະດີ ທີ່ບໍ່ມີມູນຄວາມຈິງ ກ່ຽວກັບການສໍ້ໂກງການເລືອກຕັ້ງທີ່ທ່ານໄດ້ກ່າວອ້າງວ່າ ໄດ້ມອບ 16 ຄະແນນຜູ້ແທນລັດໃຫ້ທ່ານໄບເດັນ ຢ່າງຜິດພາດ.

ທ່ານຣາຟເຟັນສເປີເກີຣ໌ ໄດ້ກ່າວໄປວ່າ “ທ່ານທຣຳ ເປັນຜູ້ເວົ້າໂດຍສ່ວນໃຫຍ່. ພວກເຮົາໄດ້ແຕ່ຟັງໂດຍສ່ວນຫຼາຍ.” ທ່ານກ່າວຕໍ່ໄປວ່າ “ຂໍ້ມູນທີ່ທ່ານມີ ແມ່ນບໍ່ຖືກຕ້ອງເລີຍ…ທ່ານມີຂໍ້ມູນທີ່ບໍ່ດີ.”

“ເປັນເວລາສອງເດືອນຜ່ານມາ ພວກເຮົາໄດ້ຕໍ່ສູ້ກັບຂ່າວລືທີ່ບໍ່ມີສາລະ” ທ່ານ ຣາຟເຟັນສເປີເກີຣ໌ໄດ້ກ່າວໄປ ແລະທ່ານເວົ້າອີກວ່າ “ແລະມັນເປັນທີ່ຈະແຈ້ງຕັ້ງແຕ່ຕົ້ນເລີຍວ່າ ພວກເຮົາໄດ້ແກ້ພວກທິດສະດີຂ່າວລືທັງຫຼາຍເຫຼົ່ານັ້ນທຸກອັນທີ່ເຜີຍແຜ່ອອກໄປຢູ່ນັ້ນ. ແຕ່ປະທານາທິບໍດີ ທຣຳ ສືບຕໍ່ເຊື່ອພວກຂ່າວລືນັ້ນ …..ພວກເຮົາເຊື່ອວ່າ ຄວາມຈິງນັ້ນສໍາຄັນ.”

ຕໍ່ມາໃນແລງວັນຈັນວານນີ້ ຜູ້ຊ່ວຍຄົນນຶ່ງຂອງທ່ານຣາຟເຟັນສເປີເກີຣ໌ ຄື ທ່ານເກບຣີແອລ ສເຕີລິງ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ບໍ່ມີ “ສ້ຽວນ້ອຍນຶ່ງ” ຂອງຄວາມຈິງ ຕໍ່ການກ່າວອ້າງຂອງທ່ານທຣຳ ທີ່ວ່າ ພວກເຄື່ອງຈັກນັບຄະແນນທັງຫຼາຍ ໄດ້ຖືກດັດແປງໃນລັດຈໍເຈຍ. ທ່ານສເຕີລິງ ໄດ້ກ່າວອີກວ່າ ມີ “ສູນຫຼັກຖານຢືນຢັນ” ຕໍ່ການກ່າວອ້າງ ການ ສໍ້ໂກງຂອງທ່ານປະທານາທິບໍດີ.

ທ່ານສເຕີລິງ ໄດ້ກ່າວໄປວ່າ ບໍ່ມີຄະແນນສຽງທີ່ຈະຫາໄດ້ຕື່ມອີກໃນລັດດັ່ງກ່າວ ເພາະວ່າ ໝົດທຸກຄະແນນສຽງ ໄດ້ຖືກນັບໄປແລ້ວ.

ທ່ານທຣຳ ຜູ້ທີ່ໄດ້ປະຕິເສດບໍ່ຍອມຮັບຄວາມຜ່າຍແພ້ຕໍ່ທ່ານໄບເດັນ ໄດ້ສືບຕໍ່ກ່າວໂຈມຕີຜົນທີ່ອອກມາຂອງການເລືອກຕັ້ງຢູ່ໃນທວິດເຕີ້ ເມື່ອວັນຈັນວານນີ້ ໂດຍກ່າວວ່າ ໃນຕອນແລງ ທ່ານຈະເປີດເຜີຍ “ໂຕເລກທີ່ແທ້ຈິງ” ເມື່ອທ່ານມຸ້ງໜ້າໄປຍັງລັດຈໍເຈຍ ເພື່ອໂຄສະນາຫາສຽງໃຫ້ແກ່ ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ສອງທ່ານທີ່ດຳລົງຕຳແໜ່ງໃນປັດຈຸບັນ ຜູ້ທີ່ກຳລັງປະເຊີນກັບຄູ່ທ້າຊີງເອົາຕຳແໜ່ງຈາກພັກເດໂມແຄຣັດ ໃນການເລືອກຕັ້ງຂັ້ນຊີ້ຂາດ ໃນວັນອັງຄານມື້ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG