ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນ ຈາກການດັດແປງພັນທຸກຳ ສາມາດ ປ້ອງກັນ ມາລາເຣຍ ໃນໜູ


ພວກຍຸງທີ່ຍັງມີຊີວິດ ຈຳພວກນຶ່ງ ໄດ້ຖືກກັກຂັງໄວ້ໃນມຸ້ງ ຢູ່ທີ່ຫ້ອງທົດລອງ ໃນນະຄອນລອນດອນ, ວັນທີ 30 ພຶດສະພາ 2013.
ພວກຍຸງທີ່ຍັງມີຊີວິດ ຈຳພວກນຶ່ງ ໄດ້ຖືກກັກຂັງໄວ້ໃນມຸ້ງ ຢູ່ທີ່ຫ້ອງທົດລອງ ໃນນະຄອນລອນດອນ, ວັນທີ 30 ພຶດສະພາ 2013.

ຢາວັກຊີນ ປ້ອງກັນໂຣກມາລາເຣຍ ທີ່ຖືກອອກແບບຂຶ້ນມາ ຈາກການດັດແປງ
ພັນທຸກຳ ປ້ອງກັນບໍ່ໃຫ້ ເປັນພະຍາດໄດ້ ໃນພວກໜູ. ພວກນັກຄົ້ນຄວ້າ ກ່າວວ່າ ມັນມີທ່າແຮງ ທີ່ຈະຢຸດຢັ້ງການລົ້ມປ່ວຍ ແລະ ການຕິດແປດ ຂອງໂຣກ ທີ່​ແຜ່ຜາຍໂດຍຍຸງ ໃນໝູ່ມວນມະນຸດ.

ກາຟາກທີ່ເຮັດໃຫ້ເປັນ ມາຣາເລຍ ທີ່ມີຊື່ດ້ານວິທະຍາສາດວ່າ P. falciparum ແມ່ນຢູ່ແຖວໜ້າ ແລະ ເປັນຈຸດສູນກາງ ຂອງຢາວັກຊີນ ໃນຍຸກສະໄໝຕໍ່ໄປ ທີ່ມີ
ທ່າແຮງ ຈະຮັບ​ມື​ກັບການເຈັບປ່ວຍ ຍ້ອນໄຂ້ຍຸງ.

ບັນດານັກຄົ້ນຄວ້າ ຢູ່ທີ່ສູນຄົ້ນຄວ້າ ພະຍາດຕິດແປດ ທີ່ມະຫາວິທະຍາໄລ ຂອງ
ລັດ ວໍຊິຕັນ ໃນນະຄອນ Seattle ໂດຍການຮ່ວມມືກັບ ສູນມະເຮັງ Fred
Huchinson ໄດ້ຜະລິດຢາວັກຊີນໜຶ່ງຂຶ້ນມາ ທີ່ໃຊ້ກາຝາກທັງໝົດເພື່ອກະຕຸ້ນໃຫ້ ພູມຕ້ານທານ ສ້າງ​ແນວ​ປ້ອງກັນຂຶ້ນມາ.

ທ່ານ Stefan Kappe ເປັນຜູ້ອຳນວຍການ ຂອງສູນຄົ້ນຄວ້າ ໃນດ້ານການແປ.

ທ່ານກ່າວວ່າ ບັນດານັກຄົ້ນຄວ້າ ສາມາດເຮັດໃຫ້ຊີວິດ ຂອງກາຟາກອ່ອນແອລົງ ໂດຍການເອົາພັນທຸກຳ 3 ຢ່າງອອກ ທີ່ສົ່ງເສີມໃຫ້ເກີດການຕິດແປດ ຫຼັງຈາກທີ່
ກາຝາກ ໄດ້ເຂົ້າໄປໃນຕັບ. ທ່ານ Kappe ​ເອີ້ນຂັ້ນຕອນ​ທຳ​ອິດ​ຂອງພະຍາດ​ວ່າ
“​ເປັນ​ປະຕູ​ຂອງ​ການ​ຕິດແປດໂຣກມາລາເຣຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG