ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສ້າງລາຍຮັບ ຈາກການເພີ້ມມູນຄ່າ ຂອງເຄື່ອງປັ້ນດິນເຜົາ


ແຈກັນເອ້, ໄຫເອ້, ໄຫດອກໄມ້, ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ, ບ້ານຈ່ານເໜືອ, ຫຼວງພະບາງ, ສປປ ລາວ. (ຂໍ້ມູນພາບຈາກເຟສ໌ບຸກ ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ).
ແຈກັນເອ້, ໄຫເອ້, ໄຫດອກໄມ້, ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ, ບ້ານຈ່ານເໜືອ, ຫຼວງພະບາງ, ສປປ ລາວ. (ຂໍ້ມູນພາບຈາກເຟສ໌ບຸກ ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ).

ປັດຈຸບັນ, ພາຊະນະທີ່ໃຊ້ບັນຈຸອາຫານ ແລະເຄື່ອງດື່ມ ມີອອກມາຫຼາກຫຼາຍຮູບແບບ ແລະລວດລາຍ ເຊິ່ງລາຄາກໍຂຶ້ນຢູ່ກັບຂະໜາດ ຄວາມຍາກງ່າຍ ແລະຄວາມທົນທານຂອງສິ່ງຂອງເຫຼົ່ານັ້ນ. ແຕ່ ຖ້າເປັນເຄື່ອງໃຊ້ທີ່ໄດ້ມາຈາກງານສີມື, ຄວາມປານີດ ງົດງາມແລະຄວາມທົນທານ ແຮງເພີ້ມມູນຄ່າຫຼາຍຂຶ້ນ. ທິບສຸດາ ມີລາຍງານ.

ສູນຫັດຖະກໍາເຄື່ອງປັ້ນດິນເຜົາທີ່ຕັ້ງຢູ່ບ້ານຈ່ານເໜືອ ເມືອງຈອມເພັດ ແຂວງຫຼວງພະບາງ ເປັນສູນລວມຊ່າງທີ່ມີສີມື ແລະມີຄວາມຊໍານານໃນການຜະລິດເຄື່ອງປັ້ນດິນເຜົາມາດົນນານ ທີ່ປັດຈຸບັນນີ້ ເປັນທີ່ຕ້ອງການຂອງນັກທ່ອງທ່ຽວ ແລະລູກຄ້າພາຍໃນປະເທດຈໍານວນຫຼາຍ, ໃນນັ້ນ ຫົວໜ້າສູນຫັດຖະກໍາເຄື່ອງປັ້ນດິນເຜົາ ທ່ານວອນໄຊ ດວງຈະເລີນ ເລົ່າໃຫ້ຟັງວ່າ ແຕ່ກ່ອນ ຕົນເອງ ແລະຊາວບ້ານ ຍັງປັ້ນແບບປະຖົມປະຖານ ຍັງບໍ່ຮູ້ປັບປຸງໃຫ້ຜົນຜະລິດມີມູນຄ່າເພີ້ມເທື່ອ ຈົນເມື່ອສ້າງຕັ້ງສູນດັ່ງກ່າວນີ້ຂຶ້ນມາໃນປີ 2002.

“ແຕ່ເກົ່າມາ ເຮົາກໍເຮັດປະຖົມປະຖານ ປັ້ນຄົກ ປັ້ນໄຫ ໃສ່ເຫຼົ້າ ໃສ່ປາແດກທົ່ວໄປ, ແລະເລີ້ມຈາກຫຼວງພະບາງກໍມີການທ່ອງທ່ຽວຫຼາຍ ແລະກໍມີບ້ານພັກ ໂຮງແຮມຫຼາຍ ແລ້ວກໍເລີ້ມມາປັ້ນໂຖປູກດອກໄມ້ ເປັນໄຫໂຊ ເປັນໂຄມໄຟ ເປັນຫຍັງຫຼາຍຢ່າງ ເປັນຊິ້ນເລັກຊິ້ນນ້ອຍ ຈະເປັນຂອງທີ່ລະຫຼອກລະລຶກຫຍັງກໍມີ ແຕ່ວ່າເຮົາໄລ່ແບບບໍ່ໄດ້ນະ ບໍ່ມີຈໍານວນໄລ່.”

ເຄື່ອງປັ້ນດິນເຜົາທີ່ເຄືອບເຊຣາມິກ, ສູນຫັດຖະກໍາເຄື່ອງປັ້ນດິນເຜົາ, ບ່ານຈ່ານເໜືອ, ຫຼວງພະບາງ, ສປປ ລາວ. (ຂໍ້ມູນພາບຈາກເຟສ໌ບຸກ ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ).
ເຄື່ອງປັ້ນດິນເຜົາທີ່ເຄືອບເຊຣາມິກ, ສູນຫັດຖະກໍາເຄື່ອງປັ້ນດິນເຜົາ, ບ່ານຈ່ານເໜືອ, ຫຼວງພະບາງ, ສປປ ລາວ. (ຂໍ້ມູນພາບຈາກເຟສ໌ບຸກ ກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ).

ເພິ່ນກ່າວວ່າ ລຸນຫຼັງໄດ້ຮັບການຊ່ວຍເຫຼືອຈາກໂຄງການຂອງ EU ໃນການສ້າງຕັ້ງສູນ, ພວກຕົນ ໄດ້ຮັບການຝຶກອົບຮົມຈາກປະເທດເກົາຫຼີໃຕ້ ກ່ຽວກັບການເຄືອບເຊຣາມິກ ແລະໄດ້ຮັບການຝຶກອົບຮົມກ່ຽວກັບການປະສົມສີ ແລະ ການລົງສີ ທີ່ນໍາໃຊ້ເຂົ້າໃນການເຄືອຍເຊຣາມິກຈາກປະເທດຍີ່ປຸ່ນ, ເຊິ່ງ ທ່ານວອນໄຊ ກ່າວວ່າ ມີການສັ່ງຈອງເຂົ້າມາຈາກລູກຄ້າເປັນຈໍານວນຫຼາຍ ໂດຍສະເພາະ ລູກທີ່ທີ່ມີກິດຈະການໂຮງແຮມໃນຕົວເມືອງຫຼວງພະບາງເອງ, ລູກຄ້າຈາກອຸດົມໄຊ, ຫຼວງນໍ້າທາ, ນະຄອນວຽງຈັນ ແລະອື່ນໆ.

ເນື່ອງຈາກສູນມີເຕົາເຜົາເຄື່ອງປັ້ນດິນເຜົາພຽງເຕົາດຽວ, ດັ່ງນັ້ນ ສະມາຊິກຂອງສູນ ຈະຈັດຕັ້ງການໝູນວຽນເປັນລໍາດັບ ໂດຍສະມາຊິກຜູ້ນຶ່ງມີເວລາ 5 ມື້ໃນການເຜົາ ເຊິ່ງເວລາໃນການເຜົາຈະແມ່ນ 1 ມື້ 1 ຄືນ. ພ້ອມກັນນີ້ ທ່ານວອນໄຊຍັງໄດ້ກ່າວໃຫ້ຟັງອີກວ່າ ກ່ອນຈະເຜົາໄດ້ ຕ້ອງປະໃຫ້ເຄື່ອງແຫ້ງກ່ອນ ແລ້ວຈຶ່ງເອົາເຂົ້າເເຕົາເຜົາ. ທ່ານວອນໄຊກ່າວເພີ້ມວ່າ ດິນທີ່ໃຊ້ໃນການປັ້ນ ແມ່ນດິນຢູ່ໃນທ້ອງຖິ່ນທີ່ຮັບຊຶ້ຈາກຊາວບ້ານ, ເຊິ່ງມີພຽງພໍຕາມຄວາມຕ້ອງການ ແລະໃນແຕ່ລະມື້ ຈະຜະລິດໄຫເອ້ປະດັບ ຫຼືແຈກັນດອກໄມ້ ໂຄມໄຟ ປະມານ 8 ໜ່ວຍ, ສ່ວນປະເພດຖ້ວຍຈານ ຈອກກາເຟ ຂອງທີ່ລະລຶກອື່ນໆທີ່ເປັນອັນນ້ອຍ ຈະຜະລິດໄດ້ຈໍານວນຫຼາຍ. ສໍາລັບຟືນ ແລະດິນໃນການສະໜອງສະມາ ຊິກແຕ່ລະຄົນຢູ່ໃນສູນ ຈະຮັບຜິດຊອບເອົາເອງ, ແຕ່ເສຍຄ່າບໍາລຸງຮັກສານໍາກັນ.

ເຄື່ອງປັ້ນດິນດິນເຜົາບາງສ່ວນ ຈາກສູນຫັດຖະກໍາເຄື່ອງປັ້ນດິນເຜົາ, ບ້ານຈ່າຍເໜືອ, ເມືອງຈອມເພັດ, ຫຼວງພະບາງ. (ຂໍ້ມູນພາບ ຈາກເຟສ໌ບຸກສູນຫັດຖະກໍາເຄື່ອງປັ້ນດິນເຜົາ).
ເຄື່ອງປັ້ນດິນດິນເຜົາບາງສ່ວນ ຈາກສູນຫັດຖະກໍາເຄື່ອງປັ້ນດິນເຜົາ, ບ້ານຈ່າຍເໜືອ, ເມືອງຈອມເພັດ, ຫຼວງພະບາງ. (ຂໍ້ມູນພາບ ຈາກເຟສ໌ບຸກສູນຫັດຖະກໍາເຄື່ອງປັ້ນດິນເຜົາ).

ທ່ານວອນໄຊ ກ່າວວ່າ ປັດຈຸບັນມີການສັ່ງເຄື່ອງປັ້ນດິນເຜົາ ເຂົ້າມາເລື້ອຍໆ ໂດຍສະເພາະປະເພດ ຖ້ວຍ ຈານ ຊຸດກາເຟ ແລະເຄື່ອງໃຊ້ອື່ນໆ ທີ່ເຄືອບເຊຣາມິກ, ເຊິ່ງຈານຂະໜາດນ້ອຍ ມີລາຄາ 50 ຫາ 60 ພັນຕໍ່ໃບ, ສ່ວນຊຸດຈອກກາເຟທີ່ເປັນຊຸດພ້ອມຈານ 60 ພັນ, ສໍາລັບຂອງທີ່ລະລຶກເຊັ່ນ ຊ້າງນ້ອຍປັ້ນດິນເຜົາ ແມ່ນ 20​ ພັນ, 30 ພັນ ຕາມລໍາດັບ. ແລະເມື່ອສົມທຽບກັບໄລຍະທີ່ຜ່ານມາ ທ່ານວອນໄຊກ່າວວ່າ ເປັນອາຊີບທີ່ດີຫຼາຍ ແລະກໍດີຂຶ້ນເລື້ອຍໆ.

“ມັນກະດີຂຶ້ນເລື້ອຍໆ ດີຂຶ້ນທຸກປີທຸກປີ, ກະຫາລາຍໄດ້ນໍານັກທ່ອງທ່ຽວເດ ເຮົາມີນັກທ່ອງທ່ຽວຫຼາຍ ມັນເສດຖະກິດກະດີຂຶ້ນ ພວກເຮົາໄດ້ຂາຍເຄື່ອງຫຼາຍ ສ່ວນຫຼາຍກະໄດ້ຂາຍເຄື່ອງຂອງທີລະນຶກໃຫ້ແຂກທີ່ເຂົ້າມາຊົມ, ສ່ວນຫຼາຍເຂົາເຈົ້າກະໃຫ້ຄວາມສົນໃຈະເປັນຂອງທີ່ລະນຶກ ກະເປັນໄຫນ້ອຍ ເປັນຊ່າງນ້ອຍ ເປັນຈອກ ເປັນໂຖດອກໄມ້ ຈອກກາເຟ ຈອກນໍ້າຊາ ຈອກນໍ້າທົ່ວໄປ.”

ຂອງທີ່ລະລຶກເຄື່ອງປັ້ນດິນເຜົາ ຈາກກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ, ບ້ານຈ່ານເໜືອ, ເມືອງຈອມເພັດ, ຫຼວງພະບາງ. (ຂໍ້ມູນພາບຈາກເຟສ໌ບຸກ ຫັດຖະກໍາເຄື່ອງປັ້ນດິນເຜົາ).
ຂອງທີ່ລະລຶກເຄື່ອງປັ້ນດິນເຜົາ ຈາກກຸ່ມຫັດຖະກໍາເຄື່ອງປັ້ນດິນເຜົາ, ບ້ານຈ່ານເໜືອ, ເມືອງຈອມເພັດ, ຫຼວງພະບາງ. (ຂໍ້ມູນພາບຈາກເຟສ໌ບຸກ ຫັດຖະກໍາເຄື່ອງປັ້ນດິນເຜົາ).

ເວົ້າລວມແລ້ວ, ຈຸດດີໃນການສ້າງອາຊີບກ່ຽວກັບຫັດຖະກໍາເຄື່ອງປັ້ນດິນເຜົາກໍຄື ລູກຄ້າໃຫ້ຄວາມສົນໃຈ ແລະມີຄວາມຕ້ອງການໃນງານຜະລິດຕະພັນງານສີມືຫຼາຍຂຶ້ນ, ສາມາດປັບປ່ຽນຮູບແບບ ລວດລາຍ ແລະຂະໜາດຕາມຄວາມຕ້ອງການຂອງລູກຄ້າໄດ້ ພ້ອມກັນນັ້ນ ເມື່ອນໍາເອົາໄປປະສົມປະສານກັບເທັກນິກ ແລະວິທີການຜະລິດສະໄໝໃໝ່ ແຕ່ຍັງຄົງຮັກສາຂັ້ນຕອນອັນສໍາຄັນແບບດັ້ງເດີມ ກໍ່ຍິ່ງສາມາດສ້າງລາຍຮັບໃຫ້ແກ່ຜູ້ປະກອບອາຊີບນີ້ຫຼາຍຂຶ້ນ ເໝືອນດັ່ງທ່ານວອນໄຊ ແລະສະມາຊິກຢູ່ໃນກຸ່ມຄົນອື່ນໆ.

XS
SM
MD
LG