ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ວັນແມ່ຍິງສາກົນໃນປີນີ້ ແມ່ນເພັ່ງເລັງໃສ່ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ


ເດັກນ້ອຍຍິງຄົນນຶ່ງ ກໍາລັງແລ່ນພ້ອມດ້ວຍຖືໝາກບາລລູລ ໃນລະຫວ່າງການແລ່ນ ແລະລານ ກ່ອນວັນວັນແມ່ຍິງສາກົນ, ໃນເມືອງ Hyderabad, ປະເທດອິນເດຍ, ວັນທີ 6 ມີນາ 2023.
ເດັກນ້ອຍຍິງຄົນນຶ່ງ ກໍາລັງແລ່ນພ້ອມດ້ວຍຖືໝາກບາລລູລ ໃນລະຫວ່າງການແລ່ນ ແລະລານ ກ່ອນວັນວັນແມ່ຍິງສາກົນ, ໃນເມືອງ Hyderabad, ປະເທດອິນເດຍ, ວັນທີ 6 ມີນາ 2023.

ໃນວັນພຸດມື້ນີ້ ແມ່ນວັນແມ່ຍິງສາກົນ ເຊິ່ງຫົວຂໍ້ໃນປີນີ້ ແມ່ນແນເປົ້າໝາຍໃສ່ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ.

ວັນແມ່ຍິງສາກົນ ເປັນການປະຕິບັດປະຈໍາປີ, ໂດຍເລີ້ມຕົ້ນຂຶ້ນໃນປີ 1911 ເຊິ່ງມີການຕໍ່ສູ້ເພື່ອສິດທິຂອງແມ່ຍິງ, ມັນເປັນວັນສໍາລັບທຸກໆຄົນ ທີ່ຈະສະ ເຫຼີມສະຫຼອງຄວາມສໍາເລັດຂອງບັນດາແມ່ຍິງຢູ່ໃນທົ່ວສັງຄົມ.

ອົງການສະຫະປະຊາຊາດ ເອົາໃຈໃສ່ຄວາມສໍາຄັນຂອງໂຄງການວັນແມ່ຍິງສາກົນຂອງພວກເຂົາເຈົ້າ ເພື່ອປົກປ້ອງສິດທິຂອງບັນດາແມ່ຍິງ ແລະເດັກນ້ອຍຍິງເພື່ອ​ໃຫ້​ມີ​ພື້ນ​ທີ່​ໃນ​ໂລກດິຈິຕອລ ແລະການເຮັດວຽກ ໃນການເຂົ້າເຖິງເທັກໂນໂລຈີທີ່ສໍາຄັນ.

ອົງການສະຫະປະຊາຊາດກ່າວວ່າ ມີຈໍານວນແມ່ຍິງສາມາດເຂົ້າເຖິງລະບົບອິນເຕີເນັດໄດ້ໜ້ອຍກວ່າຜູ້ຊາຍຮອດ 259 ລ້ານຄົນຢູ່ໃນທົ່ວໂລກ, ແລະນັ້ນ ເປັນການເຂົ້າເຖິງລະບົບທີ່ປາສະຈາກຄວາມຮູ້ສຶກປອດໄພ ສໍາລັບການອອນລາຍ, ເຊິ່ງອົງການສະຫະປະຊາຊາດກ່າວວ່າ “ພວກເຂົາເຈົ້າບໍ່ສາມາດພັດທະນາທັກສະຄວາມສໍາຄັນທາງດ້ານດິຈິຕອລ ເພື່ອມີສ່ວນຮ່ວມຢູ່ໃນພື້ນ​ທີ່ຂອງລະບົບດິຈິຕອລ.”

ໃນນະຄອນຫຼວງວໍຊິງຕັນ, ມີພິທີມອບລາງວັນແຫ່ງຄວາມກ້າຫານໃນວັນແມ່ຍິງສາກົນນີ້ ເຊິ່ງໄດ້ຈັດຂຶ້ນຄັ້ງທໍາອິດຢູ່ໃນທໍານຽບຂາວ. ລາງວັນດັ່ງກ່າວ ໄດ້ມອບໃຫ້ແກ່ບັນດາແມ່ຍິງ 180 ຄົນຈາກທັງໝົດ 80 ປະເທດ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ, ໂດຍ “ຮັບຮອງເອົາບັນດາແມ່ຍິງທັງຫຼາຍຈາກທຸກໆປະເທດຢູ່ໃນທົ່ວໂລກ ສໍາລັບຜູ້ໃດກໍຕາມທີ່ຖືກຍອມຮັບໃນຄວາມກ້າຫານ, ຄວາມເຂັ້ມແຂງ, ແລະຄວາມເປັນຜູ້ນໍາ ໃນການສະໜັບສະໜຸນສັນຕິພາບ, ຄວາມຍຸຕິທໍາ, ດ້ານສິດທິມະນຸດ, ຄວາມສະເໝີພາບ ແລະຄວາມເທົ່າທຽມລະຫວ່າງຍິງ-ຊາຍ, ເຊິ່ງມັກຈະເປັນຄວາມສ່ຽງ ແລະການເສຍສະຫຼະຢ່າງຫຼວງຫຼາຍ,” ອີງຕາມຖະແຫຼງ ການ ຂອງກະຊວງການຕ່າງປະເທດສະຫະລັດ.

ສໍາລັບງານສະຫຼອງໃນປີນີ້ ຈະມີຜູ້ທີ່ໄດ້ຮັບລາງວັນທັງໝົດ 12 ຄົນ, ເຊິ່ງລວມທັງລາງວັນສໍາລັບບັນດາແມ່ຍິງ ແລະເດັກນ້ອຍຍິງໃນປະເທດອີຣ່ານ ທີ່ໄດ້ເຂົ້າຮ່ວມປະທ້ວງຕໍ່ການເສຍຊີວິດຂອງນາງມາຊາ ອາມີນີ ໃນເວລາທີ່ນາງຖືກຄວບຄຸມໂຕໂດຍຕໍາຫຼວດສິນທໍາ ນັບແຕ່ເດືອນກັນຍາເປັນຕົ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG