ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໐ ກັນຍາ ໒໐໒໔

ລວມຍອດຜະລິດຕະພັນພາຍໃນຂອງແຂວງຫົວພັນ ໃນປີ 2024 ຄາດວ່າ ໄດ້ຕໍ່າກວ່າ 1,000 ໂດລາຕໍ່ຄົນຕໍ່ປີເທົ່ານັ້ນ


ແຟ້ມຮູບ-ເດັກນ້ອຍຍິງຄົນນຶ່ງແລ່ນຜ່ານຖະໜົນໃນບ້ານໂຄກຄໍາ, ເຊິ່ງເປັນນຶ່ງໃນ 6 ບ້ານໃນພາກເໜືອຂອງລາວທີ່ໄດ້ຮັບນໍ້າຖ້ວມ ເນື່ອງຈາກການສ້າງເຂື່ອນປາກແບງ. (Zsombor Peter/VOA)
ແຟ້ມຮູບ-ເດັກນ້ອຍຍິງຄົນນຶ່ງແລ່ນຜ່ານຖະໜົນໃນບ້ານໂຄກຄໍາ, ເຊິ່ງເປັນນຶ່ງໃນ 6 ບ້ານໃນພາກເໜືອຂອງລາວທີ່ໄດ້ຮັບນໍ້າຖ້ວມ ເນື່ອງຈາກການສ້າງເຂື່ອນປາກແບງ. (Zsombor Peter/VOA)

ລວມຍອດຜະລິດຕະພັນພາຍໃນ (GDP) ຂອງແຂວງຫົວພັນ ໃນປີ 2024 ຄາດວ່າ ຈະມີມູນຄ່າລວມທີ່ສະເລ່ຍເປັນລາຍໄດ້ຂອງປະຊາກອນລາວໃນແຂວງດັ່ງກ່າວໄດ້ຕໍ່າກວ່າ 1,000 ໂດລາຕໍ່ຄົນຕໍ່ປີເທ່ານັ້ນ.

ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ ຖະແຫລງວ່າ ການພັດທະນາທາງເສດຖະກິດ-ສັງຄົມ ຢູ່ແຂວງຫົວພັນ ມີຄວາມຄືບໜ້າຍ່າງຊັກຊ້າ ຍ້ອນມີຂໍ້ຈຳກັດທາງດ້ານທຶນຮອນ, ບຸກຄະລາກອນ, ວິຊາການ ແລະທີ່ຕັ້ງພູມສາດທີ່ພື້ນທີ່ສ່ວນຫຼາຍແມ່ນເຂດພູດອຍ. ສະນັ້ນ, ຈິ່ງເປັນອຸປະສັກຕໍ່ການຜະລິດກະສິກຳ ແລະ ​ການ​ພັດ​ທະ​ນາ​ໂຄງ​ການ​ພື້ນ​ຖານ​ຕ່າງໆ​ ​ຈຶ່ງໄດ້ສົ່ງ​ຜົນ​ກະທົບ​ຕໍ່​ການ​ພັດທະນາເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ ແລະ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ແຂວງ​ຍ່າງຫລີກລ່ຽງບໍ່ໄດ້ ເຫັນໄດ້ຈາກລວມຍອດຜະລິດຕະພັນພາຍໃນ (GDP) ທີ່ສາມາດຄິດໄລ່ເປັນລາຍຮັບສະເລ່ຍຂອງປະຊາຊົນໃນແຂວງຫົວພັນໄດ້ພຽງແຕ່ 900 ໂດລາຕໍ່ຄົນຕໍ່ປີໃນປັດຈຸບັນ, ດັ່ງທີ່ ທ່ານ ຄຳແພງ ໄດ້ຢືນຢັນວ່າ:

“ໃນ​ຂົງ​ເຂດ​ກະ​ສິ​ກຳ, ປູກ​ຝັງ ແລະລ້ຽງ​ສັດ ກະຖືວ່າ​ໃນ​ປັດ​ຈຸ​ບັນນີ້ ທາງແຂວງ​ພວກເຮົາ ມີ​ເນື້ອທີ່ປູກ​ຝັງກະບໍ່ຫຼາຍ​ປານໃດ ເພາະເປັນພູເຂົາ, ປ່າດົງສູງຊັນ. ​ແຕ່​ພວກເຮາກະ​ພະຍາຍາມ​ເຮັດໃຫ້​ພໍ່​ແມ່​ປະຊາຊົນ​ໄດ້​ນຳ​ໃຊ້​ພື້ນ​ທີ່ດັງກ່າວໃນການປູກ​ພືດ​ຊະ​ນິດ​ຕ່າງໆ ໂດຍ​ສະ​ເພາະ​ສາ​ລີ, ມັນ​ຕົ້ນບໍ່, ຫຼື ​ພືດ​ຜັກ​ຕ່າງໆ. ສໍາລັບການນໍາໃຊ້ພາຍໃນ ແລະສົ່ງອອກຕ່າງປະເທດ ໂດຍ​ສະ​ເພາະ​ແມ່ນ​ສົ່ງ​ໄປ​ຫວຽດ​ນາມ., ເຊິ່ງເຮັດໃຫ້​ຊີ​ວິດ​ການເປັນຢູ່ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ກະນັບມື້ນັບ​ດີຂື້ນ​ ສະເລ່ຍໃສ່ຫົວຄົນແມ່ນປະມານ 900 ໂດລາຕໍ່ຄົນຕໍ່ປີ.”

ລາຍໄດ້ສະເລ່ຍຂອງປະຊາຊນລາວໃນແຂວງຫົວພັນດັ່ງກ່າວນີ້ ແມ່ນຕໍ່າກວ່າລາຍໄດ້ສະເລ່ຍຂອງປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນຮອດ 2.4 ເທົ່າ ແຕ່ວ່າ ຍ້ອນວິກິດການທາງເສດຖະກິດ ແລະສະພາວະທີ່ຄ່າເງິນກີບຕົກຕໍ່າລົງຢ່າງໜັກໜ່ວງ ຈຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຫຼວງຫຼາຍ ແລະ​ເຮັດ​ໃຫ້​ລາຍ​ໄດ້​ສະ​ເລ່ຍ​ຂອງ​ປະຊາຊົນລາວ​ໃນ​ເຂດ​ນະຄອນ​ຫຼວງ​ວຽງ​ຈັນ​ຫຼຸດ​ລົງ​ຈາກ 64 ລ້ານ​ກວ່າ​ກີບ ​ໃນ​ປີ 2023 ລົງ​ເຫຼືອ 48 ລ້ານ​ກວ່າ​ກີບ​ຕໍ່​ຄົນ ຫຼື ​ພຽງ 1,920 ​ໂດ​ລາ​ ຕາມ​ອັດຕາ​ແລກປ່ຽນ​ຕົວ​ຈິງ ແລະ ເຖິງແມ່ນວ່າເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວ 5.7 ເປີເຊັນ ກໍຕາມ, ແຕ່ດ້ວຍການທີ່ຄ່າເງິນກີບໄດ້ຫຼຸດລົງຢ່າງຫຼວງຫຼາຍ. ຈຶ່ງເຮັດໃຫ້ລາຍໄດ້ສະເລ່ຍຂອງຄົນລາວໃນເຂດນະຄອນຫຼວງວຽງຈັນ ໄດ້ຫຼຸດລົງຫຼາຍກວ່າ 3.3 ເທົ່າ ທຽບໃສ່ປີ 2022 ເຊິ່ງປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນມີລາຍໄດ້ສະເລ່ຍຮອດ 6,379 ໂດລາຕໍ່ຄົນຕໍ່ປີນັ້ນ, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນສະພາປະຊາຊົນເຂດນະຄອນຫຼວງວຽງຈັນໄດ້ຢືນຢັນວ່າ:

“ການເຕິບໂຕທາງເສດຖະກິດໃນ 6 ເດືອນຕົ້ນປີ 2024 ມີການຂະຫຍາຍຕົວໃນລະດັບ 5.7 ເປີເຊັນ ລວມຍອດຜະລິດຕະພັນພາຍໃນ ຫຼື GDP 43,960.07 ຕື້ກີບ ເທົ່າກັບ 57.3 ເປີເຊັນ ຂອງແຜນການ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 43.14 ລ້ານກີບ, ແຕ່ສະເລ່ຍລາຍຮັບຕໍ່ຫົວຄົນ ເມື່ອທຽບໃສ່ອັດຕາແລກປ່ຽນ​ເຫັນ​ວ່າ ມີບາງ​ສະ​ຖານ​ທີ່​ໄດ້​ຫຼຸດ​ລົງ.”

ສ່ວນ​ນັກ​ຊ່ຽວຊານ​ດ້ານ​ການ​ເງິນ​ ແລະ​ການ​ທະນາຄານ​ໃນ​ອາ​ຊຽນໄດ້​ຄາດ​ຄະ​ເນ​ສະ​ພາບ​ການ​ເສດ​ຖະ​ກິດ​ອາ​ຊຽນ​ໃນ​ປີ 2024 ວ່າ GDP ລວມ​ຂອງ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ມີ​ມູນ​ຄ່າ​ທັງ​ໝົດ 4,161,842 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໃນ​ນັ້ນ​ ອິນ​ໂດ​ເນ​ເຊຍຍັງເປັນປະເທດທີ່ມີ GDP ສູງທີ່ສຸດ, ຮອງລົງມາແມ່ນປະເທດໄທ, ສິງກະໂປ, ຟີລິບປິນ, ຫວຽດນາມ, ມາເລເຊຍ, ມຽນມາ, ກຳປູເຈຍ, ບຣູໄນ ແລະ ລາວ ຕາມລຳດັບ. ສຳລັບ ລາວ ຖືເປັນປີທີ 3 ທີ່ມູນຄ່າ GDP ຫຼຸດລົງ ແລະ ຕໍ່າກວ່າ GDP ຂອງບຣູໄນ.

ທັ້ງນີ້ໂດຍ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ເງິນ ​ແລະ​ການ​ທະ​ນາ​ຄານ​ໃນ​ອາ​ຊຽນຄາດ​ຄະ​ເນ​ວ່າ GDP ຂອງ​ລາວ​ໃນ​ປີ 2024 ຈະ​ມີ​ມູນ​ຄ່າ​ລວມ​ບໍ່​ເກີນ 14,110 ລ້ານ​ໂດ​ລາ​ສະຫະລັດ, GDP ຂອງ​ບຣູ​ໄນ​ຈະ​ມີ​ມູນ​ຄ່າ​ທັງ​ໝົດ​ປະມານ 15,780 ລ້ານ​ໂດ​ລາ ​ໃນ​ຂະນະ​ທີ່​ລັດຖະບານ​ລາວ​ໄດ້​ວາງ​ເປົ້າ​ໝາຍ​ມູນ​ຄ່າ GDP ​ໃນ​ປີ 2024 ໄວ້ທີ່ລະດັບເກີນກວ່າ 293,650 ຕື້ກີບຈາກການຂະຫຍາຍຕົວຂອງ GDP ໃນອັດຕາສະເລ່ຍ 4.7 ເປີເຊັນ.

ແຕ່ແນວໃດ​ກໍ​ຕາມ ດ້ວຍການຫຼຸດລົງຢ່າງຕໍ່ເນື່ອງຂອງຄ່າເງິນກີບນັ້ນ ຈຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ GDP ຂອງລາວຈະມີມູນຄ່າລວມພຽງແຕ່ 13,455 ລ້ານໂດລາ ເມື່ອທຽບໃສ່ອັດຕາແລກປ່ຽນທາງການທີ່ທະນາຄານ​ແຫ່ງ​ຊາດ​ລາວກຳນົດ ​ແລະຈະມີມູນຄ່າ​ທັງ​ໝົດ​ພຽງ 11,746 ລ້ານ​ໂດ​ລາ​ເທ່ານັ້ນ ຖ້າຫາກວ່າ​ຄິດ​ໄລ່​ຕາມ​ອັດຕາ​ແລກປ່ຽນໃນ​ທ້ອງ​ຕະຫຼາດໂຕ​ຈິງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG