ພວກເດີນຂະບວນຢູ່ໃນທົ່ວໂລກ ໄດ້ວາງແຜນທີ່ຈະທຳການປະ
ທ້ວງໃນວັນພຸດມື້ນີ້ ກົດໝາຍຕໍ່ຕ້ານພວກຮັກຮ່ວມເພດຂອງຣັດ
ເຊຍໃນຂະນະທີ່ບັນດານັກກິລາຈາກປະເທດຕ່າງໆຕຽມໂຕເຂົ້າ
ແຂ່ງຂັນ ກິລາໂອລິມປິກ ລະດູໜາວ ທີ່ເມືອງ Sochi.
ບັນດານັກເຄື່ອນໄຫວຮັກຮ່ວມເພດ ພາກັນວາງແຜນເຕົ້າໂຮມ
ກັນຢູ່ໃນ 19 ຫົວເມືອງ ທົ່ວໂລກ ຮວມທັງນະຄອນ New York,
London, Paris ແລະ St. Peterburg ໃນຄວາມພະຍາຍາມ
ເພື່ອຊັກຊວນບັນດາບໍລິສັດທີ່ໃຫ້ຄວາມ ອຸບປະຖໍາການແຂ່ງຂັນ
ກິລາໂອລິມປິກ ພາກັນອອກມາກ່າວຕໍ່ຕ້ານກົດໝາຍດັ່ງກ່າວ ທີ່
ຫ້າມບໍ່ໃຫ້ເຜີຍແຜ່ ໃນອັນທີ່ຮ້ອງວ່າ “ການໂຄສະນາຊວນເຊື່ອ
ຂອງພວກ ຮັກຮ່ວມເພດ” ແກ່ພວກທີ່ບໍ່ເຖິງກະສຽນ.
ຮວມຢູ່ໃນບັນດາບໍລິສັດທີ່ໃຫ້ຄວາມອຸບປະຖໍາ ທີ່ພວກເດີນຂະບວນພາກັນແນເປົ້າໝາຍ
ໃສ່ ແມ່ນບໍລິສັດ Coca-Cola, McDonald’s ແລະ Samsung.
ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ຣັດເຊຍ ຢູ່ໃນທ່າກຽມພ້ອມລະດັບສູງເພື່ອ ຮັບມືກັບ
ການໂຈມຕີ ທີ່ອາດມີຂຶ້ນ ຈາກພວກກໍ່ການຮ້າຍ ໃນຂະນະທີ່ພິທີເປີດການແຂ່ງຂັນ ໃນ
ທ້າຍອາທິດນີ້ ພວມຫຍັບໃກ້ເຂົ້າມາທຸກຂະນະ.
ໃນວັນອັງຄານວານນີ້ ຫົວໜ້າຄະນະກໍາມະການກິລາໂອລິມປິກສາກົນໄດ້ໄວ້ອາ ໄລຕໍ່ບັນ
ດາຜູ້ເຄາະຮ້າຍ ຈາກການວາງລະເບີດສະຫລະຊີບຫວ່າງມໍ່ໆມານີ້ ໃນເມືອງ Volgograd
ຂອງຣັດເຊຍ.
ໃນລະຫວ່າງພິທີ ຊຶ່ງຈັດຂຶ້ນ ຢູ່ໝູ່ບ້ານໂອລິມປິກ ໃນເມືອງ Sochi ໃນວັນອັງ ຄານວານນີ້
ທ່ານ Thomas Bach ຮ້ອງພິທີນີ້ວ່າ ເປັນການ “ປະນາມຕໍ່ພວກທີ່ມີແນວຄິດກົງກັນຂ້າມ
ກັບຈິດໃຈຂອງຄວາມເປັນນໍ້ານຶ່ງໃຈດຽວ ແລະຄວາມປຸ້ມລຸມສາມັກຄີ ຂອງໂລກ” ໃນການ
ແຂ່ງຂັນກິລາໂອລິມປິກ ທີເມືອງ Sochi.
ເບິ່ງວີດີໂອກ່ຽວຂ້ອງ: