ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມູນ​ນິ​ທິ​ເກດ ປະ​ກາດຊ່ວ​ຍ​ເຫຼືອ 1 ພັນ 2 ຮ້ອ​ຍ​ລ້ານ​ໂດ​ລາ ເພື່ອ​ລຶບ​ລ້າງ​ໂປ​ລິ​ໂອ ຢູ່​​​ທົ່ວ​ໂລກ


ຄົນ​ຜູ້​ນຶ່ງ​ຍ່າງ​ຜ່ານ​ຫ​້ອງ​ການ​ມູນ​ນິ​ທິ ເກດ ແລະ​ເມີລິນ​ດາ ຢູ່​ນະ​ຄອນ​ຊິ​ອາ​ເຕີນ ລັດ​ວໍ​ຊິງ​ຕັນ ວັນ​ທີ 27 ເມ​ສາ 2018
ຄົນ​ຜູ້​ນຶ່ງ​ຍ່າງ​ຜ່ານ​ຫ​້ອງ​ການ​ມູນ​ນິ​ທິ ເກດ ແລະ​ເມີລິນ​ດາ ຢູ່​ນະ​ຄອນ​ຊິ​ອາ​ເຕີນ ລັດ​ວໍ​ຊິງ​ຕັນ ວັນ​ທີ 27 ເມ​ສາ 2018

ມູນ​ນິ​ທິ ​ບີ​ລ ແລະ​ເມີ​ລິນ​ດາ ເກດ ກ່າວ​ວ່າ ຕົນ​ມີ​ຄວາມ​ໝັ້​ນ​ໝາຍ​ຈະ​ໃຫ້​ເງິນ​ຊ່ວຍ​ເຫຼືອ 1 ພັນ 2 ຮ້ອຍລ້າ​ນ​ໂດ​ລາ ໃນ​ຄວາມ​ພະ​ຍາ​ຍາມລຶບ​ລ້າງ​ການ​ລະ​ບາດພະ​ຍາດ​ໂປ​ລິ​ໂອ ຢູ່​ໃນ​ທົ່ວ​ໂລກ.

​ເງິນ​ດັ່ງ​ກ່າວ ​ຈະ​ນຳ​ໄປ​ໃຊ້​ເພື່ອ​ຊ່ວຍຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອລຶບ​ລ້າງ​ພະ​ຍາດ​ໂປ​ລິ​ໂອ​ຢູ່​ໃນ​ທົ່ວ​ໂລກ ​ອັນ​ເປັນ​ຍຸດ​ທະ​ສາດທີ່​ລິໄປ​ຈົນ​ຮອດ​ປີ 2026. ການ​ລິ​ເລີ້ມ​ນີ້ແມ່ນ​ຄວ​າມ​ພະ​ຍາ​ຍາມ​ເພື່ອ​ຈະ​ລຶ​ບ​ລ້າງ​ໄວ​ຣັ​ສ​ໂປ​ລິ​ໂອ ຢູ່​ໃນ​ປາ​ກິ​ສ​ຖານ ແລະ​ ອັ​ຟ​ກາ​ນິ​ສ​ຖານ ​ສອງ​ປະ​ເທດ​ສຸດທ້າຍ ​ທີ່​ຍັງ​ມີ​ການ​ລະ​ບາດ​ໃນ​ເວ​ລາ ​ອີງ​ຕາມ​ມູນ​ນິ​ທິ ທີ່​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ ໃນ​ວັນ​ອາ​ທິດ​ວານ​ນີ້.

​ເງິນຈຳ​ນວນ​ດັ່ງ​ກ່າວ ຍັງ​ຈະ​ນຳ​ໄປ​ໃຊ້​ເພື່ອ​ຢັບ​ຢັ້ງ​ການ​ແຜ່​ລະ​ບາດ​ໄວ​ຣັ​ສ​ສາ​ຍ​ພັນ​ໃໝ່. ການ​ປະ​ກາດໄດ້​ມີ​ຂຶ້ນ ໃນ​ວັນ​ອາ​ທິດ​ວານ​ນີ້ ​ຢູ່ກອງ​ປະ​ສຸດ​ສຸດຍອດ​ ອົງ ​ການອາ​ນະ​ໄມ​ໂລກ ​ທີ່​ນະ​ຄອນ​ເບີ​ລິນ.

ມູນ​ນິ​ທິ​ກ່າວ​ຢູ່ໃນ​ຖະ​ແຫຼງ​ການ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງໜ້າ​ເວັບ​ໄຊວ່າ ຕົນ​ໄດ້​ບໍ​ລິ​ຈາກ​ເກືອບ 5 ພັນ​ລ້ານ​ໂດ​ລາເພື່ອລຶບ​ລ້າງ​ໂປ​ລິ​ໂອ​ໃນ​ຂັ້ນ​ຕົ້ນ. ການ​ລິ​ເລີ້ມນີ້​ແມ່ນເພື່ອ​ພະ​ຍາ​ຍາມ​ນຳ​ເອົາ​ການ​ປຸກ​ລະ​ດົມ​ໂປ​ລິ​ໂອ ໃຫ້​ຮູ້​ເຖິງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ໃນ​ຂະ​ນະ​ທີ່​ເພີ້ມ​ການ​ໃຊ້​ຢາ​ຢອດ​ໂປ​ລິ​ໂອ​ ທາງ​ປາກຊະ​ນິດທີ 2.

ກຸ່ມນີ້ຍັງ​ກຳ​ລັງ​ເຮັດ​ວຽກເພື່ອ​ເຮັດ​ໃຫ້​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ເຂັ້ມ​ແຂງ ເພ​າ​ສະ​ນັ້ນ​ບັນ​ດາ​ປະ​ເທດ​ທັງ​ຫລາຍ ​ພາ​ກັນ​ກະ​ກຽມ​ໃຫ້​ດີຕໍ່ການ​ຂົ່ມ​ຂູ່ໃນ​ອະ​ນາຄົດ​ຕໍ່​ສຸ​ຂະ​ພາບ ອີງ​ຕາມ​ຖະ​ແຫລງ​ການ​.

ທ່ານ​ມາກ ຊູ​ສ​ແມນ ຜູ້​ບໍ​ລິ​ຫານ​ມູນ​ນິ​ທິ ກ່າວ​ວ່າ​ “ບາດ​ກ້າວ​ສຸດ​ທ້າຍ​ເພື່ອ​ລຶບ​ລ້າງ ​ຍັງ​ມີ​ຄວາມ​ຍາກ​ລຳ​ບາກ​ຢູ່. ​ແຕ່​ວ່າ​ມູນ​ນິ​ທິ​ຂອງ​ພວກ​ເຮົາ​ຍັງ​ຄົງ​ອຸ​ທິດ​ຕໍ່​ອະ​ນາ​ຄົດ​ທີ່​ປອດ​ໂປ​ລິ​ໂອ ແລະ​ພວກ​ເຮົາ​ມີ​ຄວາມ​ຫວັງ​ໄປ​ໃນ​ທາງ​ດີ​ທີ່​ພວກ​ເຮົາ​ຈະ​ພົບ​ເຫັນ​ໃນ​ບໍ່​ຊ້າ​ນີ້.”

ການ​ລິ​ເລີ້ມ​ເພື່ອ​ລຶ​ບ​ລ້າງ ​ແມ່ນ​ການ​ຮ່ວມ​ມື ລະ​ຫວ່າງ​ລັດ​ຖະ​ບານ​ແລະ​ເອກ​ກະ ​ຊົນ ທີ່​ນຳ​ພາ​ໂດຍລັດ​ຖະ​ບານ​ແຫ່ງ​ຊາດກຸ່ມ​ນຶ່ງ ​ຮວມ​ທັງ​ມູນ​ນິ​ທິ​ເກດ ​ອົງ​ການໂຣ​ຕາ​ຣີສາ​ກົນ ອົງ​ການ​ອະ​ນາ​ໂລກ (WHO) ແລະ​ສູນ​ກາງ​ປ້ອງ​ກັນ
ແລະ​ຄວບ​ຄຸມ​ພະ​ຍາດຂອງສະ​ຫະ​ລັດ.

The Bill and Melinda Gates Foundation says it will commit $1.2 billion to the effort to end polio worldwide.

The money will be used to help implement the Global Polio Eradication Initiative's strategy through 2026. The initiative is trying to end the polio virus in Pakistan and Afghanistan, the last two endemic countries, the foundation said in a statement Sunday.

The money also will be used to stop outbreaks of new variants of the virus. The announcement was made Sunday at the World Health Summit in Berlin.

The foundation says in a statement on its website that it has contributed nearly $5 billion to the polio eradication initiative. The initiative is trying to integrate polio campaigns into broader health services, while it scales up use of the novel oral polio vaccine type 2.

The group also is working to make national health systems stronger, so countries are better prepared for future health threats, the statement said.

"The last steps to eradication are by far the toughest. But our foundation remains dedicated to a polio-free future, and we're optimistic that we will see it soon," said foundation CEO Mark Suzman.

The eradication initiative is a public-private partnership led by a group of national governments that includes the Gates Foundation, Rotary International, the World Health Organization and the U.S. Centers for Disease Control and Prevention.

XS
SM
MD
LG