ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກ​ມ​ທີ​ນຶ່ງ ຂອງ​ການ​ແຂ່ງ​ຂັນ ຊີງ​ແຊັມ​ໂລກ ຕີ​ເບ​ສບອ​ລ ຄັງ​ທີ 116 ຈະ​ເລີ້ມ​ຂຶ້ນ ​ໃນ​ວັນ​ອັງ​ຄານ ຢູ່​ທີ່​ນະ​ຄອນ ​ຮິວ​ສ​ຕັນ ລັດ​ເທັກ​ຊັ​ສ


ນັກ​ເບ​ສບອ​ລ ຕຳ​ແໜ່ງ ເດີ່ນ​ເຂດ​ເໜືອ​ເບ​ສ ທ້າວ ຮວນ ໂຊ​ໂຕ ​ກຳ​ລັງ​ອຸ່ນ​ຮ່າງ​ກາຍ ໃນ​ລະ​ຫວ່າງ​ການ​ຊ້ອມ​ຕີ​ ເບ​ສບອ​ລ ເພື່ອ​ການ​ແຂ່ງ​ຂັນ World Series ໃນ​ວັນ​ຈັນ ທີ 21 ຕຸ​ລາ 2019, ​ໃນ​ນະ​ຄອນ​ຮິວ​ສ​ຕັນ​. (AP Photo/Eric Gay)
ນັກ​ເບ​ສບອ​ລ ຕຳ​ແໜ່ງ ເດີ່ນ​ເຂດ​ເໜືອ​ເບ​ສ ທ້າວ ຮວນ ໂຊ​ໂຕ ​ກຳ​ລັງ​ອຸ່ນ​ຮ່າງ​ກາຍ ໃນ​ລະ​ຫວ່າງ​ການ​ຊ້ອມ​ຕີ​ ເບ​ສບອ​ລ ເພື່ອ​ການ​ແຂ່ງ​ຂັນ World Series ໃນ​ວັນ​ຈັນ ທີ 21 ຕຸ​ລາ 2019, ​ໃນ​ນະ​ຄອນ​ຮິວ​ສ​ຕັນ​. (AP Photo/Eric Gay)

ການ​ແຂ່ງ​ຂັນ​ຊິງ​ແຊັມໂລກ ຂອງ ສະ​ຫະ​ພັນ ເບ​ສບອ​ລ ຄັ້ງ​ທີ 116 ຫຼື​ທີ່​ເອີ້ນ​ວ່າ Major League Baseball World Series ຈະ​ເລີ້ມ​ຕົ້ນ​ຂຶ້ນ ໃນ​ວັນ​ອັງຄານມື້ນີ້ ຢູ່​ໃນ​ເມືອງ​ຮິວ​ສ​ຕັນ ​ລັດ​ເທັກ​ຊັ​ສ ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນຕົກ​ສຽງ​ໃຕ້ ຂອງ​ສະ​ຫະ​ລັດ ເມື່ອ​ທີມ​ຂອງ​ເມືອງຮິວ​ສ​ຕັນ ຄື ທີມ ອາ​ສ​ໂຕ​ຣ​ສ໌ ຈະ​ແຂ່ງກັບ​ທີມ ວໍ​ຊິງ​ຕັນ ນາ​ຊັນ​ໂນ​ລ​ສ໌.

ທີມ​ຮິວ​ສ​ຕັນ ຈະ​ສົ່ງ ຜູ້​ຊະ​ນະ​ເລີດ ໃນ​ເກມ​ທີ 19 ຂອງ​ລະ​ດູ​ການ​ແຂ່ງ​ຂັນ ທ້າວ ເຈີ​ຣິ​ຕ ໂຄ​ລ ຂຶ້ນ​ປະ​ຈຳ​ຕຳ​ແໜ່ງ​ຜູ້​ແກວ່ງ ສຳ​ລັບ​ເກມ​ທີ 1 ໃນ​ຂະ​ນະ​ດຽວ​ກັນ ຜູ້​ທີ່​ໄດ້​ຮັບ​ລາງວັນ Cy Young ຄື ທ້າວ ແມັກ​ສ໌ ເຈີ​ຣ​ເຊີ້​ ກໍ​ໄດ້​ຮັບໜ້າ​ທີ່ ​ກ່ອນ​ໝູ່ ສຳລັບ​ທີມ ວໍ​ຊິງ​ຕັນ.

ທີມ ອາ​ສ​ໂຕ​ຣ​ສ໌ ໄດ້​ເຂົ້າ​ເຖິງ​ຮອບ​ແຂ່ງ​ຂັນຊິງ​ແຊັມ World Series ເປັນ​ຄັ້ງ​ທີ​ສອງ ໃນ 3 ​ລະ​ດູ​ການແຂ່ງ​ຂັນ ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມານີ້ ໃນ​ເວ​ລາ​ທີ່​ພວກ​ເຂົາ ເອົຳ​ຊະ​ນະ​ທີມ ນິວຢອກ ແຢ່ງ​ກີ້​ສ໌ 6 ຄະ​ແນນ ຕໍ່ 4 ໂດຍ​ໄດ້​ຊະ​ນະ​ເປັນ​ແຊ້ມຂອງ ສ​ະ​ຫະ​ພັນ ອາ​ເມ​ຣິ​ກັນ ເບ​ສບອ​ລ ​ຊີ​ຣີ​ສ໌ ຍ້ອນ​ການ​ຕີ​ໝາກ​ເບ​ສບອ​ລ ອອກ​ສະ​ໜາມ ຫຼື​ເອີ້ນ​ວ່າ Home run ໃນເກ​ມ​ຮອບ​ທີ 9 ທີ່ໜ້າ​ຕື່ນ​ເຕັ້ນ​ເລົ້າ​ໃຈ ໂດຍ​ດາ​ຣາ​ປະ​ຈຳ ເບ​ສ​ທີ​ສອງ ​ຄື ທ້າວ ໂຮ​ເຊ ອາ​ລ​ທູ​ວ໌. ທີມ​ອາ​ສ​ໂຕ​ຣ ໄດ້​ຊະ​ນະ World Series ມາ​ແລ້ວ​ໃນ​ປີ 2017 ໂດຍ​ເອົາ​ຊະ​ນະ​ທີມ ລອ​ສ ແອນ​ເຈີ​ເລັ​ສ ດອດ​ເຈີ​ສ໌ ມາ​ໄດ້ 4 ເກມ​ຕໍ່ 3 ໃນ​ການ​ແຂ່ງ​ຂັນ​ກັນ​ທັງ​ໝົດ 7 ເກມ.

ສ່ວນ​ທີມ​ນາ​ຊັນ​ໂນ​ລ​ສ໌ ແມ່ນ​ເປັນ​ເລື້ອງ​ຂອງ​ຄວາມ​ໄຝ່​ຝັນ​ທີ່​ກາຍ​ເປັນ​ຈິງ ຂອງ​ການ​ແຂ່ງ​ຂັນ​ໃນ​ລະ​ດູ​ການ​ປີນີ້ ຫຼັງ​ຈາກ​ທີ່​ໄດ້​ເລີ້ມ​ຕົ້ນ​ລະ​ດູ​ການ ໂດຍ​ມີ​ຄະ​ແນນ​ ​ເສຍແລະ​ໄດ້ ຢູ່ 19 ເກ​ມຕໍ່ 31 ເກມ ທີມ​ນາ​ຊັນ​ໂນ​ລ ກໍ​ໄດ້​ເຂົ້າ​ຮອບ ຮອງ​ຊະ​ນະ​ເລີດ ໃນ​ຖາ​ນະ​ເປັນ​ທີມ ທີ່ບໍ່​ໄດ້​ເປັນ​ທີມ​ຊະ​ນະ​ໃນ​ສາຍ ເຖິງ​ແມ່ນ​ວ່າ ຈະ​ມີ​ຄະ​ແນະ​ຊະ​ນະ​ທີ່​ດີ​ກໍ​ຕາມ. ພວກ​ເຂົາ ກໍ​ແຂ່ງ​ຕໍ່​ໄປ​ຈົນ​ເອົາ​ຊະ​ນະ​ທີມ ມີ​ລວອກ​ກີ ບ​ຣູ​ເວີ​ສ໌ ແລະ​ທີມ​ດອດ​ເຈີ​ສ໌ ໃນ​ການ​ແຂ່ງ​ຂັນຄັ້ງ​ທຳ​ອິດ ສອງ​ຮອບ​ ກ່ອນ​ທີ່​ຈະ​ເອົາ​ຊະ​ນະ​ທີມ​ທີ່​ເປັນ​ໂຕ​ເຕັ່ງ ຄື ເຊັງ ລູ​ອິ​ສ ຄາ​ຣ​ດີ​ໂນ​ລ​ສ໌ 4 ເກມ​ລວດ ໂດຍ​ຊະ​ນະ​ເປັນ​ແຊັມ​ເຂດ​ສະ​ຫະ​ພັນ ນາ​ຊັນ​ໂລນ ຍ້ອນ​ການ​ແກວ່ງ​ໝາກ​ເບ​ສບອ​ລ ທີ່​ເກັ່ງ​ກາດ ຈາກ​ຜູ້​ເລີ້ມ​ຕົ້ນ ຄື ທ້າວ ອາ​ນີ​ໂບ​ລ ແຊນ​ແຈ​ສ ທ້າວ​ເຈີ​ຣ​ເຊີ້ ທ້າວ​ສະ​ຕີ​ເຟັນ ​ສ​ຕ​ຣໍ​ສ​ເບີກ ແລະ​ທ້າວ​ແພດ​ທ​ຣິກ ຄໍ​ບິນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG