ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກການເມືອງຂອງປະທານາທິບໍດີ ແກມເບຍ ຮຽກຮ້ອງໃຫ້ສານ ລົບລ້າງຜົນການເລືອກຕັ້ງ


ປະທານາທິບໍດີຂອງປະເທດ ແກມເບຍ ທ່ານ Yahya Jammeh ສະແດງໃຫ້ເຫັນນິ້ວມືຖືກຈ້ຳໃສ່ນຳ້ເມິກ ກ່ອນການປ່ອນບັດລົງຄະແນນສຽງ ໃນເມືອງ Banjul, ປະເທດ ແກມເບຍ.
ປະທານາທິບໍດີຂອງປະເທດ ແກມເບຍ ທ່ານ Yahya Jammeh ສະແດງໃຫ້ເຫັນນິ້ວມືຖືກຈ້ຳໃສ່ນຳ້ເມິກ ກ່ອນການປ່ອນບັດລົງຄະແນນສຽງ ໃນເມືອງ Banjul, ປະເທດ ແກມເບຍ.

ໃນວັນອັງຄານວານນີ້ ບັນດາສະມາຊິກຂອງພັກການເມືອງທີ່ກຳລັງປົກຄອງປະເທດ ແກມ ເບຍຢູ່ ໄດ້ຮຽກຮ້ອງໃຫ້ສານສູງສຸດລົບລ້າງຜົນການ ເລືອກຕັ້ງເມື່ອວັນທີ 1 ທັນວາທີ່ຜ່ານ ມາ, ຫຼັງຈາກການຜ່າຍແພ້ຂອງ ຜູ້ນຳຂອງພວກເຂົາເຈົ້າ.

ກ່ອນໜ້ານັ້ນ ປະທານາທິບໍດີ ທ່ານ Yahya Jammeh ໄດ້ຮັບເອົາການປາໄຊຂອງທ່ານ ໃຫ້ແກ່ຜູ້ຊະນະການເລືອກຕັ້ງ ທ່ານ Adama Barrow, ແຕ່ໄດ້ຖອນ ການຍອມແພ້ໃນ ວັນສຸກທີ່ຜ່ານມາ, ໂດຍກ່າວວ່າ ບັນດາ ເຈົ້າໜ້າທີ່ເລືອກຕັ້ງໄດ້ຄົ້ນພົບ “ຄວາມຜິດພາດ ທີ່ບໍ່ສາມາດຍອມຮັບໄດ້.”

ການອຸທອນໄດ້ມີຂຶ້ນໃນມື້ດຽວກັບທີ່ບັນດາຄະນະຜູ້ແທນແຫ່ງ ອາຟຣິ ກາຕາເວັນຕົກ ໄດ້ ເດີນທາງຮອດນະຄອນຫຼວງ ເພື່ອຮຽກຮ້ອງໃຫ້ທ່ານ Jammeh ຍອມຮັບການເລືອກຕັ້ງ ຫຼັງຈາກການດຳລົງຕຳແໜ່ງມາໄດ້ ສອງທົດສະວັດ.

ປະທານາທິບໍດີປະເທດ ໄນຈີເຣຍ ທ່ານ Muhammadu Buhari ໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ ທ່ານ Jammeh ໄດ້ “ຍອມເຊື່ອຟັງ” ບັນດາຄະນະຜູ້ແທນດັ່ງກ່າວມາຕະ ຫຼອດ.

ໃນຕອນເຊົ້າຂອງມື້ນັ້ນ, ກອງກຳລັງຮັກສາຄວາມປອດໄພໄດ້ບຸກ ເຂົ້າໄປໃນຫ້ອງການ ຂອງຄະນະກຳມະທິການການເລືອກຕັ້ງ ແລະ ໄດ້ສັ່ງ ໃຫ້ປະທານອອກໄປ. ນັບຕັ້ງແຕ່ນັ້ນ ມາພວກເຂົາເຈົ້າໄດ້ກີດກັ້ນການ ເຂົ້າໄປໃນອາຄານ.

ທ່ານ Jammeh ອາຍຸ 51 ປີໄດ້ປົກຄອງປະເທດ ແກມເບຍ ທີ່ຕັ້ງຢູ່ ພາກຕາເວັນຕົກຂອງ ອາຟຣິກາມາ ຕັ້ງແຕ່ການເຂົ້າກຳອຳນາດໃນ ການກໍ່ລັດຖະປະຫານທະຫານໃນປີ 1994. ທ່ານໄດ້ຊະນະການເລືອກຕັ້ງຕໍ່ມາອີກ 4 ຄັ້ງ ເຊິ່ງພວກນັກວິຈານກ່າວວ່າ ບໍ່ມີຄວາມເປັນ ອິດສະຫຼະ ແລະ ບໍ່ຍຸຕິທຳ, ແລະ ໄດ້ສະໜັບສະໜູນການແກ້ໄຂລັດຖະ ທຳມະນູນໃນປີ 2002 ທີ່ໄດ້ລົບລ້າງຂໍ້ຈຳກັດສະໄໝການດຳລົງຕຳແໜ່ງປະທານາທິບໍດີ. ມີຄັ້ງໜຶ່ງທ່ານ ໄດ້ກ່າວວ່າ ທ່ານຈະສາມາດປົກ ຄອງປະເທດ ແກມ ເບຍໄດ້ ເປັນ “ພັນລ້ານປີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG