ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແກມເບຍ ເປັນປະເທດ ອາຟຣິກາ ຫຼ້າສຸດ ທີ່ຖອນຕົວ ອອກຈາກ ສານອາຍາສາກົນ


ປະທານາທິບໍດີ ແກມເບຍ ທ່ານ Yahya Jammeh. ລັດຖະມົນຕີກະຊວງຖະແຫຼງຂ່າວຂອງ ແກມເບຍ ທ່ານ Sheriff Bojang ໄດ້ກ່າວຫາລະບົບຂອງສານ ອາຍາສາກົນ ກ່ຽວກັບ ການແບ່ງແຍກເຊື້ອຊາດ ແລະໄດ້​ແນ​ເປົ້າໝາຍການດຳເນີນຄະດີຕໍ່ຊາວອາຟຣິກາ ຢ່າງບໍ່ຍຸດຕິທຳ.
ປະທານາທິບໍດີ ແກມເບຍ ທ່ານ Yahya Jammeh. ລັດຖະມົນຕີກະຊວງຖະແຫຼງຂ່າວຂອງ ແກມເບຍ ທ່ານ Sheriff Bojang ໄດ້ກ່າວຫາລະບົບຂອງສານ ອາຍາສາກົນ ກ່ຽວກັບ ການແບ່ງແຍກເຊື້ອຊາດ ແລະໄດ້​ແນ​ເປົ້າໝາຍການດຳເນີນຄະດີຕໍ່ຊາວອາຟຣິກາ ຢ່າງບໍ່ຍຸດຕິທຳ.

ປະເທດ ແກມເບຍ ໄດ້ກ່າວຫາສານອາຍາສາກົນ ຫຼື ICC ວ່າ ບໍ່​ເອົາ​ຫົວຊາຕໍ່​ການ​ກໍ່ “ອາ ຊະຍາກຳສົງຄາມຕ່າງໆ” ໃນວັນອັງຄານວານນີ້ ໃນຂະນະທີ່ ແກມເບຍ ໄດ້ຖອນຕົວ ອອກຈາກສະຖາບັນດັ່ງກ່າວ ໃນວັນອັງຄານວານນີ້ ​ເຊິ່ງເປັນການກະທຳຕາມ​ແບບຢ່າງ ຂອງ ອາຟຣິກາໃຕ້ ແລະ ບູຣຸນດີ, ເຊິ່ງໄດ້ຖອນຕົວອອກຈາກສານອາຍາ​ສາກົນໃນຕົ້ນ ເດືອນນີ້.

ລັດຖະມົນຕີກະຊວງຖະແຫຼງຂ່າວຂອງ ແກມເບຍ ທ່ານ Sheriff Bojang ໄດ້ກ່າວຫາລະ ບົບຂອງສານອາຍາ​ສາກົນວ່າ ແບ່ງແຍກເຊື້ອຊາດ ແລະ ​ໄດ້​ແນ​ເປົ້າໝາຍການດຳເນີນ ຄະດີຕໍ່ຊາວອາຟຣິກາ ຢ່າງບໍ່ຍຸດຕິທຳ.

ທ່ານໄດ້ກ່າວ ໃນໂທລະພາບລັດຖະບານວ່າ “ການ​ເຄື່ອນ​ໄຫວ​ນີ້ ໄດ້ມີ​ຂຶ້ນກໍ​ຍ້ອນວ່າ ICC, ​ເຖິງແມ່​ນ​ໄດ້ຖືກເອີ້ນວ່າ ສານອາຍາສາກົນກໍ​ຈິງ​ຢູ່, ​ແຕ່ໃນຄວາມເປັນຈິງແລ້ວ ມັນແມ່ນສານຄົນຜິວຂາວສາກົນເພື່ອຕັດສິນລົງໂທດ ແລະ ສ້າງຄວາມອັບອາຍຂາຍ ໜ້າໃຫ້ກັບຄົນຜິວດຳ, ໂດຍສະເພາະຄົນ ອາຟຣິກາ.”

ການສືບສວນສອບສວນທັງ​ໝົດສິບຄັ້ງ ຍົກ​ເວັ້ນ​ແຕ່​ຄະດີ​ດຽວທີ່ໄດ້ຖືກດຳເນີນຂຶ້ນຈົນ ຮອດປະຈຸບັນນີ້ໂດຍສານ ICC ແມ່ນມີ​ຂຶ້ນຢູ່ໃນບັນດາປະເທດ ອາຟຣິກາ, ເຊິ່ງນຳໄປສູ່ ການເຊື່ອຖືຂອງບາງຄົນໃນປະ​ເທດ ແກມເບຍ ວ່າພວກເຂົາເຈົ້າກຳລັງລະເລີຍບໍ່​ເອົາ​ຫົວ ຊາ​ຕໍ່​ການ​ກໍ່ອາຊະຍາກຳຕ່າງໆໃນປະເທດອື່ນ.

ລັດຖະບານ ແກມເບຍ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ມັນມີປະເທດຕາເວັນ ຕົກຫຼາຍປະເທດ, ຢ່າງໜ້ອຍ 30 ປະເທດ, ທີ່ໄດ້ກໍ່ອາຊະຍາກຳສົງຄາມທີ່ຊົ່ວຮ້າຍຕໍ່ ປະເທດທີ່ມີເອກະລາດອຳນາດອະທິປະໄຕ ແລະ ປະຊາຊົນຂອງພວກເຂົາເຈົ້ານັບຕັ້ງ ແຕ່ສານ ICC ໄດ້ຖືກສ້າງຕັ້ງຂຶ້ນມາ ແລະ ບໍ່ມີແມ່ນແຕ່ປະເທດຕາເວັນຕົກປະເທດ ດຽວທີ່ໄດ້ກໍ່ອາຊະຍາກຳສົງຄາມ ໄດ້ຖືກຟ້ອງຮ້ອງດຳ​ເນີນຄະດີ.”

ໃນຕົ້ນສັບປະດານີ້, ປະທານາທິບໍດີ ແກມເບຍa ທ່ານ Yahya Jammeh ໄດ້ຂໍໃຫ້ສານ ສືບສວນສອບສວນການຕາຍຂອງຜູ້ຍົກຍ້າຍຖິ່ນຖານຊາວ ອາຟຣິກາ ໃນທະເລ ເມດີເທີ ເຣນຽນ. ໃນຖະແຫຼງການຂອງພວກເຂົາເຈົ້າ, ແກມເບຍ ໄດ້ກ່າວວ່າ ຕົນໄດ້ຂໍໃຫ້ສານຕັ້ງ ຂໍ້ກ່າວຫາຕໍ່ ສະຫະພາບ ຢູໂຣບ ກ່ຽວກັບການຕາຍຂອງຜູ້ຍົກຍ້າຍຖິ່ນຖານ, ແຕ່ບໍ່ໄດ້ຮັບ ຄຳຕອບໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Gambia ICC
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG