ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການປະທ້ວງ ຮຽກຮ້ອງໃຫ້ G-8 ແກ້ໄຂບັນຫາ ຄວາມອຶດຫິວຂອງໂລກ (ວີດິໂອ)


ພວກປະທ້ວງທີ່ລອນດອນ ປະເທດອັງກິດ ທວງໃຫ້ ກອງປະຊຸມສຸດຍອດ G8 ລົງມືປະຕິບັດການ ກໍາຈັດຄວາມອຶດຫິວໃນໂລກ, ວັນທີ 9 ມິຖຸນາ 2013.
ພວກປະທ້ວງທີ່ລອນດອນ ປະເທດອັງກິດ ທວງໃຫ້ ກອງປະຊຸມສຸດຍອດ G8 ລົງມືປະຕິບັດການ ກໍາຈັດຄວາມອຶດຫິວໃນໂລກ, ວັນທີ 9 ມິຖຸນາ 2013.
ປະຊາຊົນຫຼາຍພັນ​ຄົນ​ໄດ້​ພາກັນໄປ​ເຕົ້າ​ໂຮມ ຢູ່​ສວນສາທາລະນະ Hyde Park ຂອງ​ນະຄອນຫຼວງລອນ​ດອນ​ ປະ​ເທດ​ອັງກິດ ​ເພື່ອ​ທວງ​ໃຫ້​ມີ​ການ ລົງມື​ປະຕິບັດ​ການ​ ຈາກ ກຸ່ມ​ແປດ​ປະ​ເທດ​ຈະ​ເລີນອຸດສາຫະກໍາ ຫຼື G-8​ເວລາ​ພວກ​ເຂົາ​ເຈົ້າປະຊຸມ​ກັນ ​ໃນ​ທ້າຍ​ເດືອນ​ນີ້.

ການ​ໂຮມ​ຊຸມນຸມ​ກັນ​ດັ່ງກ່າວ​ ທີ່​ສຸ​ມ​ໃສ່​ເລື້ອງ​ຄວາມ​ອຶດຫິວ​ຂອງ​ໂລກ ແມ່ນ ໄດ້ມີ​ຂຶ້ນຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດນານາ​ຊາດ​ບັ້ນ​ນຶ່ງ ທີ່ນາຍົກລັດຖະມົນ ຕີອັງ​ກິດ ທ່ານ David Cameron ເປັນ​ເຈົ້າພາບຈັດ​ຂຶ້ນ ທີ່​ມີ​ວັດຖຸ​ປະສົງ ​ເພື່ອ​ຫາ​ທຶນຮອນ ​ມາຊ່ວຍ​ບັນ​ເທົາຄວາມ​ອຶດຫິວຂອງໂລກ​ນັ້ນ.

ທ່ານ Cameron ​ໄດ້ດຶງ​ຄວາມ​ສົນ​ໃຈ​ໄປ​ໃສ່​ລະດັບອັນ​ຮ້າຍ​ແຮງ​ຂອງ​ຄວາມ​ອຶດຫິວ ​ແລະ​ການ​ຂາດ​ໂພຊະ​ນາ​ການ​ໃນ​ທົ່ວ​ໂລກ ຊຶ່ງ​ທ່ານ​ໄດ້ກ່າວ​ໃນ​ຕອນ​ນຶ່ງ​ວ່າ:

“ປັດຈຸບັນ​ນີ້​ຍັງ​ມີ​ປະຊາຊົນ​ນຶ່ງ​ພັນ​ລ້ານ​ຄົນ​ໃນ​ໂລກ​ຂອງ​ພວກ​ເຮົາ​ ທີ່​ຈະ​ຕົກ ຢູ່​ໃນ​ສະພາບ​ອຶດຫິວ. ​ເດັກ​ນ້ອຍ​ຄົນ​ນຶ່ງ​ໃນ​ສີ່​ຄົນ​ໃດ​ແມ່ນເຕີ​ບ​ໃຫຍ່​ຂຶ້ນມາ​ບໍ່​ສົມ ບູນຍ້ອນ​ຂາດ​ໂພຊະ​ນາ​ການ​ແບບ​ຊໍາ​ເຮື້ອ ​ແລະ​ມີເດັກ​ນ້ອຍຈໍານວນ 165 ລ້ານຄົນ​ທີ່​ຂາດ​ອາຫານຫຼໍ່ລ້ຽງ​ຫຼາຍ ຈົນ​ວ່າ​ພໍ​ຮອດເວລາ​ອາຍຸ​ສອງ​ປີ ຈິດ​ໃຈ​ແລະ​ຮ່າງກາຍຂອງ​ພວກ​ເດັກ​ເຫຼົ່ານັ້ນ​ຈະ​ບໍ່ມີ​ວັນ​ເຕີບ​ໃຫຍ່​ໂດຍ​ສົມບູນ​ໄດ້ ນີ້ ຫຼ່ະ​ຄື​ບັນຫາອັນ​ໃຫຍ່ຫຼວງ​ທີ່​ສຸດ​ສໍາລັບມວນ​ມະນຸດ.”

ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ​ ທີ່ມີບັນດາ​ຜູ້​ນໍາ​ລະດັບ​ໂລກເຂົ້າຮ່ວມ ​ໂຮມ ທັງ​ທ່ານ Bill Gates ຜູ້​ກໍ່​ຕັ້ງບໍລິສັດ Microsoft ນໍາ​ນັ້ນ ໄດ້​ຮັບຄໍາ​ໝັ້ນ​ໝາຍ​ ສໍາລັບ​ເງິນຊ່ວຍ​ເຫຼືອ ຫຼາຍກວ່າ 4000 ລ້ານ​ໂດ​ລາ​ພາຍ​ໃນ​ປີ 2020.

​ທ່ານ ບິ​ລ ​ເກດ ​ໄດ້ອອກ​ມາ​ເວົ້າ​ຢູ່ບ່ອນຊຸມນຸມ​ທີ່​ສວນສາທາລະນະ Hype Park ​ໃນ​ເວລາ​ຕໍ່​ມາ​ວ່າ:

“​ໃນ​ໂລກ​ທຸກ​ມື້​ນີ້ ​ແມ່ນ​ມີ​ຄວາມ​ຮັ່ງມີ​ຢ່າງ​ພຽງພໍ​ທີ່​ຈະ​ແກ້​ໄຂ​ບັນຫາ​ເຫຼົ່ານີ້​ໄດ້ ສະ​ນັ້ນ ບໍ່​ວ່າ​ຈະ​ແມ່ນ​ພາກສ່ວນ​ບຸກຄົນ ພາກສ່ວນ​ລັດຖະບານ ວົງ​ການ​ທຸລະ​ກິດກໍ​ດີ ພວກ​ເຮົາ​ຕ້ອງ​ເຮັດໃຫ້​ພວກ​ເຂົາ​ເຈົ້າຮູ້​ວ່າ ​ພວກ​ເຂົາ​ເຈົ້າຈະຖືກ​ເຂົ້າ ມາ​ຮ່ວມນໍາ ຄື​ມັນ​ຈະ​ຕ້ອງ​ເປັນ​ຂະ​ບວນການທີ່​ພວກ​ເຂົາເຈົ້າຢາກ​ຈະເປັນ ພວກ​ສ່ວນ​ນຶ່ງນໍາ ​ແລະດ້ວຍ​ເຫດ​ນີ້ ມື້​ນີ້ຈຶ່ງ​ຖື​ວ່າ​ເປັນ​ມື້​ພິ​ເສດ​ທີ່​ສຸດ ບໍ່​ວ່າ​ຈະ​ເປັນ​ການ​ປະກາດຫຼາຍບັ້ນ​ທີ່ຢູ່​ໃນ​ພິທີການ ຫຼືນໍາ​ເອົາ​ຊົນ​ຊັ້ນ​ຮາກ ຫຍ້າມາເວົ້າ​ອອກ​ມາ​ວ່າ​ພວກ​ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ໃນ​ເລຶ່ອງນີ້. ນີ້​ຄື​ແຮງ​ຜັກ​ດັນ​ທີ່ແທ້ໆ​ແລ້ວ ​ແມ່ນ​ຈະ​ຊ່ວຍ​ຊີວິດຫຼາຍຮ້ອຍ​ຄົນ​ໄວ້​ໄດ້.”

ການ​ໂຮມ​ຊຸມນຸມປະ​ທ້ວງ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ມື້​ນີ້ ແມ່ນ​ມີຂຶ້ນ 10 ມື້ ກ່ອນ​ກອງ​ປະຊຸມ​ສຸດ​ຍອດຂອງ​ກຸ່ມ G-8 ບ່ອນ​ທີ່​ຄາດກັນ​ວ່າ ບັນດາ​ຜູ້​ນໍາ​ໂລກ​ທັງຫຼາຍ ຈະ​ສຸມ​ໃສ່​ເລຶ່ອງການ​ກໍາຈັດ​ຄວາມ​ອຶດ​ຫິວ​ນັ້ນ.

ເບິ່ງວີດີໂອ:

ການປະທ້ວງໃນອັງກິດ
please wait

No media source currently available

0:00 0:01:05 0:00
XS
SM
MD
LG