ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມ G7 ສິ້ນສຸດ ກອງປະຊຸມ ຢູ່​ອັງກິດ (ວີດິໂອ)


ລັດຖະມົນຕີ ແລະເຈົ້າໜ້າການເງິນອື່ນຂອງກຸ່ມ 7 ແລະສາກົນ ຖ່າຍຮູບໝູ່ ຫລັງສິ້ນສຸດກອງປະຊຸມສອງວັນ ຢູ່​ອັງກິດ ໃນວັນເສົາ ທີ 11 ພຶດສະພາ 2013
ລັດຖະມົນຕີ ແລະເຈົ້າໜ້າການເງິນອື່ນຂອງກຸ່ມ 7 ແລະສາກົນ ຖ່າຍຮູບໝູ່ ຫລັງສິ້ນສຸດກອງປະຊຸມສອງວັນ ຢູ່​ອັງກິດ ໃນວັນເສົາ ທີ 11 ພຶດສະພາ 2013
ບັນດາລັດຖະມົນຕີກະຊວງການເງິນຈາກກຸ່ມ 7 ປະເທດອຸດ
ສະຫະກໍາ ຊຶ່ງເອີ້ນ ໃນອີກຊື່ນຶ່ງວ່າ ກຸ່ມ G7 ນັ້ນ ໄດ້ສິ້ນສຸດ
ກອງປະຊຸມສອງວັນຢູ່​ອັງກິດ ດ້ວຍການຮັບຮູ້ວ່າ ມາດຕະ
ການປະຫຍັດຕ້ອງສົມດຸນກັນ​ກັບນະໂຍບາຍຊຸກຍູ້ການ
ຂະຫຍາຍໂຕຂອງເສດຖະກິດ.

ເຈົ້າໜ້າທີ່ການ​ເງິນຈາກສະຫະລັດ, ການາດາ, ເຢຍຣະມັນ,
ຝຣັ່ງ, ຍີ່ປຸ່ນ ອັງກິດ ແລະອີຕາລີ ໄດ້ປະຊຸມກັນ ທີ່​ໂຮງ​ແຮມ Hartwell House ໃກ້ກັບນະຄອນຫລວງລອນດອນ.

ພວກເຈົ້າໜ້າທີ່​ເຫລົ່າ​ນັ້ນຍັງໄດ້ເຫັນພ້ອມນໍາກັນອີກກ່ຽວກັບ
ຄວາມສໍາຄັນຂອງການຊອກຫາມາດຕະການຮັບມືກັບພວກທະນາຄານທີ່​ກໍາລັງ​ຈະລົ້ມ
ແຫລວແລະການເຮັດວຽກຮ່ວມກັນເພື່ອຍຸຕິພວກບໍລິສັດແລະບຸກຄົນໃຫ້ເຊົາຫລົບຫລີກ
ການຈ່າຍພາສີຂອງຕົນ.

ໃນການສະຫລຸບກອງປະຊຸມນັ້ນ, ທ່ານ George Osborne ລັດຖະມົນຕີກະຊວງການ
ເງິນອັງກິດເວົ້າວ່າ ສະມາຊິກ G7 ທັງໝົດ 7 ປະເທດ ໄດ້ເຫັນດີນໍາກັນກ່ຽວກັບ “ຄວາມ
ສໍາຄັນຂອງການດໍາເນີນການຮ່ວມກັນ ເພື່ອແກ້ໄຂບັນຫາ ຂອງການຫລົບຫລີກ ແລະ
ບ່າຍບ່ຽງ ຈາກການຈ່າຍພາສີ.”

ການປະຕິບັດທາງທະນາຄານ ທີ່ບໍ່ຖືກຕ້ອງຢູ່ຫລາຍພາກສ່ວນຂອງໂລກ ແມ່ນສາ ເຫດ
ຢູ່ເບື້ອງຫລັງຂອງການລະເບີດຂຶ້ນຂອງວິກິດການທາງການເງິນໃນປີ 2008 ທີ່ໄດ້ຜັກ
ດັນເສດຖະກິດຂອງໂລກ ໃຫ້ຕົກລົງໄປສູ່ວິກິດການທີ່ເລິກທີ່ສຸດ ນັບແຕ່ ສົງຄາມໂລກ
ຄັ້ງທີ 2 ເປັນຕົ້ນມາ.

ທ່ານ Osborne ເວົ້າວ່າ ການທໍາງານໃຫ້ສໍາເລັດຢ່າງວ່ອງໄວແມ່ນສໍາຄັນຫລາຍ ເພື່ອຮັບ
ປະກັນບໍ່ໃຫ້ມີທະນາຄານໃດໃຫຍ່ເກີນກວ່າທີ່ຈະລົ້ມລະລາຍ ໄດ້.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໝົດທຸກຄົນເວົ້າວ່າ ການສົ່ງເສີມເສດຖະກິດ ໃຫ້ຂະ
ຫຍາຍຕົວ ແມ່ນເປັນບູລິມະສິດອັນດັບນນຶ່ງໃນເວລານີ້ ເພາະປະກົດ​ວ່າ ຄວາມ​ປັ່ນປ່ວນ​
ໃນຕະຫລາດການເງິນ ໄດ້ເລີ້ມຕົ້ນງຽບລົງແດ່ແລ້ວ ໂດຍສະເພາະແມ່ນວິກິດການໜີ້ສິນ
ທີ່ໄດ້ຄຸກ​ຄາມຢູ່ໃນເຂດໃຊ້ເງິນຢູໂຣ ຫລື ຢູ​ໂຣ​ໂຊນ ທີ່​ປະກອບ​ດ້ວຍ 17 ປະເທດນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


XS
SM
MD
LG