ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນຳ ກຸ່ມ G7 ປະຊຸມກັນ ກ່ຽວ​ກັບ ເລື່ອງ ຣັດ​ເຊຍ ແລະ ຢູ​ເຄຣນ (ສະ​ໄລ​ດ໌/ວີດີໂອ)


Obama G7 UPD VO
please wait
Embed

No media source currently available

0:00 0:00:46 0:00
ບັນດາ​ຜູ້ນຳ​ຂອງ​ກຸ່ມ 7 ປະ​ເທດ ທີ່​ຈະ​ເຈີ​ນທາງ​ດ້ານອຸດສາຫະກຳ
ຫຼື G7 ​ໄດ້ປະຊຸມກັນ ເປັນມື້ທີສອງ​ທີ່ນະຄອນ Brussels ​ໃນ​ວັນ
ພະຫັດມື້ນີ້ ຊຶ່ງ​ໄດ້​ເພັ່ງ​ເລັ່ງ​ໃສ່​ການເຂົ້າ​ພົວພັນຂອງ​ຣັດ​ເຊຍ ໃນ​ວິ​
ກິດ​ການ​ຢູ​ເຄຣນ.

​ຫຼັງ​ຈາກ​ພົບ​ປະກັນໃນ​ຕອນ​ເຊົ້າ​ແລ້ວ ປະທານາທິບໍດີສະຫະລັດ
ທ່ານ Barack Obama ຈະ​ເຈລະຈາຫາລືຕ່າງຫາກ ​ກັບນາຍົກ
ລັດຖະມົນຕີອັງກິດທ່ານ David Cameron. ຫຼັງ​ຈາກ​ນັ້ນ ທ່ານ
ໂອ​ບາ​ມາ ກໍຈະ​ບິ​ນ​ໄປຍັງ​ນະຄອນ Paris ​ເພື່ອ​ຮັບ​ປະທານ ອາ
ຫານ​ຄ່ຳ​ກັບ ປະທານາທິບໍດີຝຣັ່ງ ທ່ານ Francois Hollande.

ໃນຕອນແລງວັນ​ພຸດວາ​ນນີ້ ພວກ​ຜູ້ນຳຂອງກຸ່ມ G7 ​ໄດ້​ຮຽກຮ້ອງ​ໃຫ້ມົສກູ ​ເຄົາ​ລົບຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ​ເຄຣນ ຍຸຕິ​ການສົ່ງພວກນັກລົບແລະ​ອາວຸດຕ່າງໆ​
ເຂົ້າໄປ​ໃນເຂດພາກຕາເວັນອອກຂອງຢູເຄຣນ ​ແລະ​ຖອນ​ກອງ​ກຳລັງທະຫານຂອງຕົນ ທັງໝົດອອກ​ຈາກ​ຊາຍ​ແດນຢູເຄຣນ.

ຖະແຫຼງການ​ຮ່ວມສະບັບ​ນຶ່ງຂອງກຸ່ມ G7 ​ໄດ້​ຂົ່ມຂູ່ທີ່ຈະ “ເພີ້ມການ​ລົງ​ໂທດແບບມີ
ເປົ້າໝາຍ ​ແລະ​ຈັດ​ຕັ້ງ​ປະຕິບັດ​ຂໍ້ຈຳກັດ​ຮັດ​ແຄບທີ່ສຳຄັນອື່ນໆ ​ເພື່ອຈະ​ສ້າງຄວາມ
ເສຍຫາຍ ທາງດ້ານການເງິນໜັກຂຶ້ນ​ຕໍ່ຣັດ​ເຊຍ ຫາກສະພາບການບັງຄັບ.”


​ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ບໍ່​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້ເຂົ້າ​ຮ່ວມກອງ​ປະຊຸມສຸດ​ຍອດ​ທີ່​ວ່າ​ນີ້ ຊຶ່ງເປັນການເຄື່ອນໄຫວທີ່​ມີ​ຂຶ້ນ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ທີ່ຣັດເຊຍ
ໄດ້ບຸກ​ເຂົ້າ​ໄປ ແລະປະກາດຮວມເອົາແຫຼມ​ໄຄຣ​ເມຍ​ເຂົ້າເປັນສ່ວນນຶ່ງຂອງດິນແດນຕົນ
ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້.

ທ່ານPutinໍບໍ່ໄດ້ໃຫ້ຄວາມສຳຄັນໃດໆຕໍ່ການບອຍຄອດຫຼືບໍ່ເຊື້ອເຊີນເຂົ້າຮ່ວມປະຊຸມ ໃນວັນພຸດວານນີ້ ແຕ່ກໍຢືນຢັດວ່າ ທ່ານ​ເປີດ​ກ້ວາງ​ຕໍ່​ການ​ໂອ້​ລົມ​ສົນທະນາ​ກັບປະທາ
ນາທິບໍດີ ຄົນ​ໃໝ່​ຂອງຢູ​ເຄຣນ ທ່ານ Petro Poroshenko.

ປະທານາທິບໍດີຣັ​ດ​ເຊຍ ມີໝາຍກຳນົດ​ທີ່​ຈະ​ພົບປະ ​ໃນ​ວັນສຸກມື້ອື່ນນີ້ກັບປະທານາທິບໍດີ
ຝຣັ່ງທ່ານ Francois Hollande ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ​ແລະນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel.

ການ​ພົບປະທີ່ວ່ານີ້ ຈະມີຂຶ້ນ​ໃນ​ພິທີ​ ທີ່ເມືອງ Normandy ປະເທດຝຣັ່ງຊຶ່ງເປັນຂີດໝາຍ ຂອງ​ວັນ​ຄົບຮອບ 70 ປີ ໃນການຍົກພົນຂຶ້ນບົກຫຼື D-Day ຂອງປະເທດພັນທະມິດ ເພື່ອ
ບຸກໂຈມຕີກອງ​ກຳລັງພວກ Nazi ໃນສະໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ນັ້ນ.

​ຍ້ອນຄວາມສຳພັນ​ທີ່ເຢັນຊາ ລະຫ່ວາງສະຫະລັດ​ແລະຣັດ​ເຊຍ ຈຶ່ງບໍ່ຄາດວ່າທ່ານPutin ​ຈະ​ພົບ​ກັບ​ປະທານາທິບໍດີ ​ໂອ​ບາ​ມາ ​ໃນ​ພິທີດັ່ງກ່າວນີ້.

ພາບຫຼ້າສຸດ ຈາກ ຢູເຄຣນ:
XS
SM
MD
LG