ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ G20 ເວົ້າວ່າ ອັຟການິສຖານ ຕ້ອງການ ການຊ່ວຍເຫຼືອ ແຕ່ກຸ່ມ ຕາລີບານ ຕ້ອງບໍ່ແມ່ນຜູ້ຄວບຄຸມເງິນທຶນ


ລັດຖະມົນຕີການຕ່າງປະເທດຂອງ ອິຕາລີ ທ່ານ ລຸຍຈີ ດີ ມາຍໂອ ນັ່ງລົງ ເພື່ອເລີ່ມກອງປະຊຸມລະດັບລັດຖະມົນຕີ G20 , ເມືອງ ມາເຕຣາ, ປະເທດ ອິຕາລີ, 29 ມິຖຸນາ, 2021.
ລັດຖະມົນຕີການຕ່າງປະເທດຂອງ ອິຕາລີ ທ່ານ ລຸຍຈີ ດີ ມາຍໂອ ນັ່ງລົງ ເພື່ອເລີ່ມກອງປະຊຸມລະດັບລັດຖະມົນຕີ G20 , ເມືອງ ມາເຕຣາ, ປະເທດ ອິຕາລີ, 29 ມິຖຸນາ, 2021.

ຜູ້ນຳລັດຖະບານ ແລະ ບັນດາລັດຖະມົນຕີການຕ່າງປະເທດ ຈາກເສດຖະກິດທີ່ນຳໜ້າໝູ່ໃນໂລກ 20 ປະເທດ ຫຼື G20 ໄດ້ຕົກລົງກັນໃນການເຕົ້າໂຮມກັນທາງວິດີໂອເມື່ອວັນອັງຄານວານນີ້ ເພື່ອຊອກຫາວິທີ ທີ່ຈະອັດສີດເງິນສົດເພີ່ມເຕີມເຂົ້າໃນ ອັຟການິສຖານ. ການເຈລະຈາດັ່ງກ່າວໄດ້ມີຂຶ້ນຫຼັງຈາກເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ເຕືອນວ່າເສດຖະ ກິດຂອງປະເທດທີ່ຖືກທຳລາຍໂດຍສົງຄາມດັ່ງກ່າວ, ເຊິ່ງຕອນນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງກຸ່ມຕາລີບານນັ້ນ, ແມ່ນກຳລັງຫຍັບໃກ້ເຂົ້າວິກິດການດ້ານມະນຸດສະທຳແລ້ວ.

ທ່ານ ກູເຕເຣສ ໄດ້ກ່າວໃນນະຄອນ ນິວຢອກ ກ່ອນບັນດາຜູ້ນຳ G20 ຈັດກອງປະຊຸມພິເສດ ກ່ຽວ ກັບ ອັຟການິສຖານ, ໂດຍການເປັນເຈົ້າພາບຂອງນາຍົກລັດຖະມົນຕີ ອິຕາລີ ທ່ານ ມາຣີໂອ ດຣາກີ ໂດຍເວົ້າວ່າ “ຖ້າພວກເຮົາບໍ່ລົງມືເຮັດ ແລະ ຊ່ວຍເຫຼືອຊາວ ອັຟການິສຖານ ຜ່ານຜ່າພາຍຸໃນຄັ້ງນີ້, ແລະ ເຮັດໃນໄວໆນີ້, ມັນຈະບໍ່ມີພຽງແຕ່ເຂົາເຈົ້າເທົ່ານັ້ນ ແຕ່ທຸກຄົນໃນໂລກຈະໄດ້ຮັບຜົນກະທົບທີ່ຕາມມານຳຫຼັງ.”

ກອງປະຊຸມດັ່ງກ່າວ ເປັນຂີດໝາຍຄັ້ງທຳອິດ ທີ່ບັນດາປະເທດທີ່ລວຍທີ່ສຸດໃນໂລກໄດ້ພົບປະກັນເພື່ອປຶກສາຫາລືຜົນກະທົບທີ່ຕາມມາຈາກການຖອນຕົວຂອງ ສະຫະລັດ ອອກຈາກ ອັຟການິສຖານ ແລະ ກຸ່ມຕາລີບານ ເຂົ້າຍຶດໃນເດືອນສິງຫາ.

ທ່ານ ກູເຕເຣສ ໄດ້ກ່າວວ່າ “ຖ້າປາສະຈາກອາຫານ, ປາສະຈາກວຽກງານ, ປາສະຈາກສິດທິໃນການຖືກປົກປ້ອງຂອງເຂົາເຈົ້າ, ພວກເຮົາຈະເຫັນຊາວ ອັຟການິສຖານ ຫຼາຍກວ່າເກົ່າຫຼົບໜີອອກຈາກບ້ານຂອງເຂົາເຈົ້າເພື່ອຊອກຫາຊີວິດທີ່ດີກວ່າເກົ່າ. ການຫຼັ່ງໄຫຼຂອງຢາທີ່ຜິດກົດໝາຍ, ອາຊະຍະກຳ ແລະ ເຄືອຂ່າຍກໍ່ການຮ້າຍກໍມີຄວາມເປັນໄປໄດ້ທີ່ຈະເພີ່ມຂຶ້ນ.”

ໃນຂະນະທີ່ກອງປະຊຸມ G20 ໄດ້ເລີ່ມຂຶ້ນ, ທ່ານເລຂາທິການໃຫຍ່ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ: ທະນາຄານຕ່າງໆໄດ້ປິດ ແລະ ການບໍລິການທີ່ຈຳເປັນເຊັ່ນ ການເບິ່ງແຍງສຸຂະພາບ, ແມ່ນໄດ້ຖືກປິດໃນຫຼາຍບ່ອນ. ຂ້າພະເຈົ້າຂໍຮຽກຮ້ອງໃຫ້ໂລກຈົ່ງດຳເນີນການ ແລະ ອັດສີດສິ່ງທີ່ສາມາດປ່ຽນເປັນເງິນສົດເຂົ້າໃນເສດຖະກິດຂອງ ອັຟການິສຖານ ເພື່ອຫຼີກລ່ຽງການລົ້ມລະລາຍ.

ຄຳເຕືອນຄວາມສຳເລັດ ຫຼື ລົ້ມແຫຼວຂອງທ່ານໄດ້ຖືກກ່າວຢໍ້າໂດຍທ່ານ ດຣາກີ ແລະ ບັນດາຜູ້ນຳ G20 ອື່ນໆໃນລະຫວ່າງກອງປະຊຸມສຸດຍອດນັ້ນ. ລັດຖະ ມົນຕີການຕ່າງປະເທດ ອິຕາລີ ທ່ານ ລຸຍຈີ ດີ ມາຍໂອ ໄດ້ກ່າວວ່າ “ພວກ ເຮົາຕ້ອງຮັບປະກັນວ່າລັດດັ່ງກ່າວຈະບໍ່ພັງລົງ.”

ສະຫະພາບຢູໂຣບ ໄດ້ປະກາດໂຄງການຊ່ວຍເຫຼືອ ມູນຄ່າ 1 ພັນ 150 ລ້ານໂດລາສຳລັບ ອັຟການິສຖານ ໃນລະຫວ່າງກອງປະຊຸມສຸດຍອດ “ເພື່ອຫຼີກລ່ຽງການພັງທະລາຍຄັ້ງໃຫຍ່ ດ້ານມະນຸດສະທຳ ແລະ ເສດຖະກິດສັງຄົມ.”

Heads of government and foreign ministers from the world’s 20 leading economies — the G-20 — agreed at a video gathering Tuesday to look at ways to inject more cash into Afghanistan. The talks came after U.N. Secretary-General Antonio Guterres warned that the economy of the war-ravaged country, now under the control of the Taliban, is approaching humanitarian disaster.

“If we do not act and help Afghans weather this storm, and do it soon, not only they but all the world will pay a heavy price,” Guterres said in New York hours before G-20 leaders held an extraordinary meeting on Afghanistan, hosted by Italian Prime Minister Mario Draghi.

The meeting marked the first time the world’s richest nations had met to discuss the consequences of the U.S. withdrawal from Afghanistan and the Taliban takeover in August.

“Without food, without jobs, without their rights protected, we will see more and more Afghans fleeing their homes in search of a better life. The flow of illicit drugs, criminal and terrorist networks will also likely increase,” Guterres said.

As the G-20 meeting started, the secretary general tweeted: “Banks are closing and essential services, such as healthcare, have been suspended in many places. I urge the world to take action and inject liquidity into the Afghan economy to avoid collapse.”

His make-or-break warning was echoed by Draghi and other G-20 leaders during the summit. Italian Foreign Minister Luigi Di Maio said, “We must ensure that the state does not collapse.”

The European Union announced during the summit a $1.15 billion aid package for Afghanistan “to avert a major humanitarian and socioeconomic collapse.”

XS
SM
MD
LG