ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນໍາ​ກຸ່ມ​ ​ຈີ 20 ຈະ​​ປະຊຸມກັນ ທີ່ປະເທດຝຣັ່ງ (ເບິ່ງວີດີໂອ)


ຜູ້​ນໍາ​ກຸ່ມ​ ​ຈີ 20 ຈະ​​ປະຊຸມກັນ ທີ່ປະເທດຝຣັ່ງ (ເບິ່ງວີດີໂອ)
ຜູ້​ນໍາ​ກຸ່ມ​ ​ຈີ 20 ຈະ​​ປະຊຸມກັນ ທີ່ປະເທດຝຣັ່ງ (ເບິ່ງວີດີໂອ)

ພວກ​ຜູ້​ນໍາ​ກຸ່ມ​ ​ຈີ 20 ຫລື​ກຸ່ມ 20 ປະ​ເທດຈະ​ເລີ​ນອຸດສາຫະກໍາມີ​ກໍາ​ໜົດຈະ​​ປະຊຸມກັນ ຢູ່​ທີ່​ ປະ​ເທດ​ຝຣັ່ງ​ໃນ​ທ້າຍອາທິດ​ນີ້ ພາຍ​ໃຕ້ໄພ​ຂົ່ມຂູ່​ທີ່​ຈະເກີດ​ວິ​ກິດ​ການ​ອີກ​ຄັ້ງ​ນຶ່ງ​ ຂຶ້ນຄຸກ​ຄາມ ເສດຖະກິດ​ຂອງ​ໂລກ. ກອງ​ປະຊຸມ​ສຸດ​ຍອດຄັ້ງ​ນີ້​ມີ​ຂຶ້ນພຽງ​ບໍ່​ເທົ່​າ​ໃດ​ມື້ ຫລັງ​ຈາກ​ພວກປະ​ເທດ ​ໃນພາກ​ພື້ນ​ຢຸ​ໂຣບໄດ້​ທໍາ​ການ​ປະຊຸມ​ສຸກ​ເສີນ​ກັ​ນ ເພື່ອ​ພະຍາຍາມ​ທີ່​ຈະຊ່ວຍກອບ​ກູ້​ເງິນ​ຕຣາຢູ​ໂຣ​ເອົາ​ໄວ້ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Henry Ridgwell ມີ​ລາຍ​ງານ​ກ່ຽວ​ກັບ​ລາຍ​ການ​ປະຊຸມ​ຂອງ​ກຸ່ມ ຈີ 20 ​ໃນ​ຄັ້ງ​ນີ້ ຊຶ່ງ​ດາຣາຈະ​ນໍາ​ມາສະ​ເໜີ​ທ່ານ.

ເວິ່ງວີດີໂອລາຍງານພາສາອັງກິດ:

ເມືອງຕາກ​ອາກາດ Cannes ນັ້ນ ແມ່ນເປັນ​ທີ່​ຮູ້ຈັກກັນ​ດີວ່າ​ ເປັນບ່ອນ​ຫລິ້ນ​ບ່ອນ​ພັກ
ຜ່ອນ​ຢ່ອນ​ສະໝອງຂອງ​ພວກ​ອະພິມະຫາ​ເສດຖີທັງຫລາຍ.​ ແຕ່​ວ່າອາທິດ​ນີ້​ ​ເລື້ອງຄວາມ
ປະຢັດ​ມັດທະຍັດ ແມ່ນ​ເປັນຫົວ​ຂໍ້​ຂອງ​ການ​ປະຊຸມ​ ​ໃນ​ຂະນະ​ທີ່​ພວກ​ຜູ້​ນໍາຂອງ​ບັນດາ​ປະ​
ເທດອຸດສາຫະກໍາ​ທີ່​ໃຫຍ່​ທີ່​ສຸດຂອງ​ໂລກ ​ແລະ​ຂອງ​ບັນ​ດາ​ອົງການ​ຈັດ​ຕັ້ງ​ສາກົນ ​ໄປ​ເຕົ້າ
ໂຮມ​ກັນ​ຢູ່​ທີ່​ນີ້​ ເພື່ອປຶກສາ​ຫາລື​ກັນ​ກ່ຽວ​ກັບ​ເງົາ​ມື​ດຕ່າງໆທີ່​ປົກ​ຄຸ​ມ​ເສດຖະກິດຂອງໂລກ
ຢູ່​ນັ້ນ.

ຕໍາຫລວດ​ຝຣັ່ງ​ຈໍານວນ 12 ພັນ​ຄົນ ​ໄດ້​ຖຶກສົ່ງ​ໄປ​ປະ​ຈໍາ​ການ​ຮັກສາ​ຄວາມ​ປອດ​ໄພ ​ໂດຍ
ຈະ​ໄດ້​ຮັບ​ການ​ສະໜັບສະໜູນໂດຍ​ກໍາລັງພິ​ເສດ ​ແລະ​ທີ​ມ​ເຮ​ລິ​ຄອບ​ເຕີ ​ເພື່ອປ້ອງ​ກັນ​ບໍ່​ໃຫ້
ພວກ​ປະ​ທ້ວງ​ ທີ່​ຄາດ​ວ່າ​ຈະ​ມີ​ຢ່າງ​ແນ່ນອນ​ນັ້ນ ເຂົ້າ​ໄປ​ໃກ້​ບ່ອນ​ປະຊຸມ.

ທ່ານ​ນາງ Stephanie Rickard ປະ​ຈໍາ​ສະ​ຖາ​ບັນ​ເສດຖະສາດ ​ແຫ່ງລອນ​ດອນ ຫລື
London School of Economics ກ່າວ​ວ່າ ອາດ​ມີ​ຂໍ້​ຂັດ​ແຍ້​ງກັນ​ຢ່າງໃຫຍ່​ພາຍ​ໃນ​ກອງ​
ປະຊຸມ​ສຸດ​ຍອດຄັ້ງນີ້ກໍ​ໄດ້ ຍ້ອນ​ວ່າ​ວິ​ກິດ​ການ​ໜີ້​ສິນ​ຂອງ​ເຂດ​ຢູ​ໂຣ ຍັງ​ແກ້​ໄຂ​ກັນ​ບໍ່​ທັນໄດ້
​ເທື່ອ. ທ່ານນາງຣິກກາດເວົ້າວ່າ:

“ນີ້ແມ່ນເປັນ​ໂອກາດ​ ສໍາລັບ​ພວກ​ພາຄີກຸ່ມ​ ຈີ-20 ທີ່​ຈະ​ຊັ່ງຊາ​ເບິ່ງວ່າ​ພວກ​ເຂົາ
ເຈົ້າ​ມີ​ຄວາມ​ຮູ້ສຶກຢ່າງ​ໃດ​ກ່ຽວ​ກັບ ຂໍ້​ຕົກລົງ​ເລື້ອງໜີ້​ສິນ​ຂອງ​ເຂດຢູ​ໂຣນັ້ນ. ຂ້າ
ພະ​ເຈົ້າຄິດ​ວ່າ ຢູ່​ໃນກອງ​ປະຊຸມແບບ​ປິດ​ລັບ​ນັ້ນ ແມ່ນ​ຈະມີ​ການ​ຫາລື​ກັນເປັນ​ໄປ
ແບບ​ກົງ​ໄປ​ກົງ​ມາ​ທີ່​ສຸດ ​ແລະຍາ​ກລໍາບາກ​ຫລາຍ ກ່ຽວ​ກັບ​ລາຍ​ລະອຽດ​ຕົວ​ຈິງ​
ຂອງແຜນການ​ກອບ​ກູ້​ໜີ້​ສິນ​ນັ້ນ. ຄືມັນ​ຈະ​ມີ​ການ​ຕັ້ງ​ຄໍາ​ຖາມ ​ເຊ່ນ ​ເງິນ​ຈະ​ມາ​
ຈາກ​ໃສ? ມັນ​ຈະ​ຊ່ວຍໄດ້​ຢ່າງ​ໃດ? ມັນ​ຈະ​ຄວບ​ຄຸມ​ວິ​ກິດ​ການໃຫ້​ຢູ່​ແຕ່ພາຍ​ໃນ
ເຂດຢູ​ໂຣ​ໄດ້​ບໍ່? ແຕ່​ວ່າ ໃນ​ສາຍຕາ​ຂອງ​ມະຫາຊົນ​ແລ້ວ ພວກ​ເຂົາ​ເຈົ້າ​ແມ່ນ​ຈະ
ລະມັດລະວັງຢ່າງ​ທີ່​ສຸດ ​ກ່ຽວ​ກັບ​ການສະ​ເໜີ​ທ່າ​ທີ​ທີ່ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ຄື​
ພວກ​ເຂົາ​ເຈົ້າຈະພະຍາຍາມ​ສະ​ແດງ​ທ່າ​ທີ​ ທີ່​ມອງ​ເບິ່ງ ສະພາບ​ການໃນ​ແງ່​ດີໃຫ້
ຫລາຍ​ທີ່​ສຸດ​ ​ເທົ່າ​ທີ່​ພວກ​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້ ​ເພື່ອທີ່​ຈະບໍ່ເຮັດ​ໃຫ້ຂໍ້​ຕົກລົງ
ທີ່​ເຂດຢູ​ໂຣໄດ້​ບັນລຸ​ກັນ​ນັ້ນ ພັງ​ທະລາ​ຍລົງ​ໄປ.”

ເມື່ອ​ອາທິດ​ຜ່ານ​ມານີ້ ພວກ​ຜູ້​ນໍາຢູ​ໂຣບ ​ໄດ້​ເຫັນ​ພ້ອມ​ນໍາ​ກັນ​ກ່ຽວ​ກັບຂໍ້​ຕົກລົງ​ນຶ່ງ ​ເພື່ອ​
ພະຍາຍາມຍັບ​ຍັ້ງວິ​ກິດ​ການ​ໜີ້​ສິນ​ຂອງ​ເຂດ ຢູ​ໂຣ​ ບໍ່​ໃຫ້ແຜ່​ລາມ​ອອກກວ້າງ​ໄປ​ກວ່າ​ນີ້​ອີກ
ຊຶ່ງ​ຈຸດ​ສໍາຄັນ​ຂອງ​ແຜນການ​ດັ່ງກ່າວ​ນີ້ ກໍ​ຄືເພີ່ມເງິນ​ເຂົ້າ​ໃສ່​ໃນ​ກອງ​ທືນຊ່ວຍ​ປະກັນໜີ້​ສິນ
ຂອງ​ສະຫະພາບ
ຢູ​ໂຣບນັ້ນ.

ຢູ​ໂຣບກໍາລັງ​ມອງ​ໄປ​ຍັງທິດ​ຕາ​ເວັນ​ອອກ​ ​ໄປ​ຫາ​ພວກ​ປະ​ເທດ ​ເຊັ່ນ​ ຈີນ ​ເພື່ອ​ໃຫ້​ຊ່ວຍ
ເຫລືອ. ທ່ານ Tobias Blattner ​ແຫ່ງ​ກຸ່ມ​ຕະຫລາດ​ເງິນ​ທຶນ​ເດ​ວາ ຫລື Daiwa Capital
Markets ກ່າວ​ວ່າ ເວລາ​ນີ້ ​ຍັງ​ບໍ່ເປັນ​ທີ່ແຈ້ງ​ຂາວ​ເທື່ອວ່າ ພວກປະ​ເທດ​ເຫລົ່​ານີ້ຈະ​ແລ່ນ​ມາ​
ຊ່ວຍ​ກອບ​ກູ້​ວິ​ກິດ​ການ​ຂອງ​ຢູ​ໂຣບ ຫລື​ບໍ່. ທ່ານ Blattner ​ເວົ້າ​ວ່າ:

“​ແທ້ໆ​ແລ້ວ ທີ່​ກອງ​ປະຊຸມ ຈີ-20 ຄັ້ງ​ນີ້ ​ສິ່ງ​ທີ່ພວກ​ເຮົາ​ຢາກ​ຈະ​ເຫັນ​ນັ້ນ ກໍ​ຄື​ຄວາມ​ໝັ້ນ
ໝາຍ​ແບບ​ໃດແບບນຶ່ງ ​ແລະ​ຕົວ​ເລກ​ທີ່​ແທ້​ຈິງ​ຈາກ​ພວກ​ປະ​ເທດເຫລົ່າ​ນີ້ ຢາກ​ເຫັນ​ພວກ
​ເຂົາ​ເຈົ້າ​ເວົ້າອອກ​ມາຢ່າງ​ແຈ້ງ​ຂາວ​ວ່າ ພວກ​ເຂົາ​ເຈົ້າຈະ​ໃຫ້​ເງິນ​ເພື່ອ​ສະ​ໜັບສະ​ໜຸນເຂດ
ຢູ​ໂຣ ​ແລະ​ນັ້ນແຫ​ລ​ະຄື​ເຫດການ​ຕໍ່​ໄປ​ ທີ່​ພວກຕະຫລາດທັງຫລາຍ​ຢາກ​ເຫັນ​ເກີດ​ຂຶ້ນ.”

ທ່ານ ຫູ ຈິນ​ເຖົາ ປະທານ​ປະ​ເທດ​ຈີນ ​ໄດ້​ເດີນທາງໄປ​ເຖິງ​ປະເທດອອສ​ເຕຣຍ ​ເມື່ອ​ວັນ​ຈັນ
ຜ່ານ​ມາ​ນີ້ ກ່ອນ​ຈະ​ເດີນທາງ​ຕໍ່​ໄປ​ຍັງ​ເມືອງ Cannes ປະ​ເທດ​ຝຣັ່ງ. ​ເງິນຕາຂອງ​ຈີນແມ່ນ
​ໄດ້​ເປັນ​ຫົວ​ຂໍ້​ຫລັກ​ໃນການ​ໂຕ້​ຖຽງ​ກັນ​ທີ່​ກອງ​ປະຊຸມ​ສຸດ​ຍອດຂອງ​ກຸ່ມ ​ຈີ-20 ຄັ້ງ​ຜ່ານໆ​ມາ.

ທັງ​ຢູໂຣບ ​ແລະ​ສະຫະລັດ ຕ່າງ​ກໍ​ກ່າວ​ຫາ​ປັກ​ກິ່ງ​ວ່າ ຮັກສາ​ຄ່າ​ເງິນ​ຢວນຂອງ​ຕົນ​ໄວ້​ ​ໃຫ້​ຕໍ່າ
​ກ່ວາ​ທ້ອງ​ຕະຫລາດ ​ເພື່ອ​ຊ່ວຍ​ການ​ສົ່ງ​ອອກ​ຂອງ​ຕົນ.

ເບິ່ງວີດີໂອລາຍງານກ່ຽວກັບເປົ້າໝາຍຂອງປະທານາທິບໍດີໂອບາມາ ໃນການໄປຮ່ວມ
ກອງປະຊຸມນີ້:

ທ່ານ​ນາງ Stephanie Rickard ​ແຫ່ງ​ສະ​ຖາ​ບັນ​ເສດຖະສາດ​ແຫ່ງ​ລອນ​ດອນ ມີ​ຄວາມ​ເຫັນ​ດັ່ງ​ນີ້:

“ເວລາ​ນີ້​ ຈີນ​ມີ​ສະຖານະ​ພາບ​ທີ່​ໜ້າ​ສົນໃຈ​ຫລາຍ ຄືຈີນ​ມີ​ອໍານາ​ດທີ່ບົ່ມ​ຊ້ອນໃນ​ບາງ​
ລະດັບ ຊຶ່ງ​ຈີນ​ສາມາດ​ສະໜອງ​ຊັບພະຍາກອນ​ ເພື່ອ​ຊ່ວຍເຫລືອພວກ​ເສດຖະກິດ​ທັງ
ຫລາຍ​ຂອງ​ເຂດຢູ​ໂຣ ແຕ່ເພື່ອ​ເປັນ​ການຕອບ​ແທນ​ນັ້ນ ຈີນ​ກໍຈະ​ທວງ​ເອົາ​ການ​ຜ່ອນຜັນ
ແດ່​ເລັກ​ນ້ອຍ ກ່ຽວ​ກັບ​ບັນຫາ​ເງິນຕາ​ຂອງ​ຈີນ​ນັ້ນ ​ແລະ​ຈີນ​ກໍ​ອາດມີ​ອໍາ​ນາດຫລາຍ​ຂຶ້ນ
ທີ່​ໂຕະເຈລະຈາ​ນາໆຊາດນັ້ນ. ”

ຫລັງ​ຈາກ​ຄວາມ​ຮູ້ສຶກ​ໂລ່ງ​ໃຈແລະ​ດີ​ອົກ​ດີໃຈ​ ລຸນຫລັງ​ກອງປະຊຸມ​ຂອງພວກ​ປະ​ເທດ​ໃຊ້​ເງິນ
ຢູໂຣ ​ເມື່ອ​ອາທິດຜ່ານ​ມາ​ນີ້ ບັດ​ນີ້ ພວກ​ນັກ​ລົງ​ທຶນ​ທັງຫລາຍ ພາກັນ​ມອງ​ເບິ່ງ​ໄປ​ຍັງ​ກຸ່ມ
ຈີ-20​ ເພື່ອ​ຟັງ​ລາຍລະອຽດ​ກ່ຽວ​ກັບວ່າ ​ໃຜ​ຈະ​ຈ່າຍເທົ່າ​ໃດ ​ເພື່ອຊ່ວຍກອບ​ກູ້​ເສດຖະກິດ
​ຂອງ​ປະ​ເທດ​ກຣິສ ​ແລະ​ເພິ່ມກອງ​ທຶນ​ຊ່ວຍ​ເຫລືອ​ຂຶ້ນ ນັ້ນ.

ຖ້າ​ຫາກ​ວ່າ​ ບໍ່​ມີ​ການ​ຕົກລົງ​ໃຈ​ແລະ​ປະກາດ​ກ່ຽວ​ກັບເລຶ່ອງນີ້​ແລ້ວ ພວກ​ນັກວິ​ເຄາະ​ເຕືອນວ່າ
ແສງ​ສະຫວ່າງນ້ອຍໆທາງ​ເສ​ດຖະກິດ​ທີ່ສ່ອງ​ອອກ​ມາຈາກ​ນະຄອນຫລວງ Brussells ຂອງ
ປະ​ເທດ​ເບລ​ຢ້ຽມ ​ເມື່ອ​ອາທິດ​ແລ້ວ​ນີ້ ກໍແມ່ນຈະ​ມອດ​ລົງ​ໂດຍໄວ ທີ່​ເມືອງ​ຕາກ​ອາກາດ
Cannes ຫລື French Riviera ຂອງປະ​ເທດ​ຝຣັ່ງນັ້ນ.

XS
SM
MD
LG