ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ຈະ​ພົບ​ປະກັບ​ຜູ້​ນຳ​ໂລ​ກ ​ຫລາຍ​ທ່ານ ທີ່ກອງ​ປະ​ຊຸມ​ສຸດຍອດ​ ຂອງ​​ກຸ່ມ ຈີ 20 ທີ່​ ຍີ່​ປຸ່ນ


ທ່ານ Yoshihide Suga (ກາງ) ຫົວ​ໜ້າກອງ​ເລ​ຂາ​ປະ​ຈຳ​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນ ກວດ​ກາ​ຄວາມ​ຮຽບ​ຮ້ອຍ ​ຂອງ​ບ່ອນ​ຈັດ​ປະ​ຊ​ຸມ ຂອງ​ຜູ້​ນຳ​ປະ​ເທດ​ ໃນ​ກຸ່ມ G-20 ຢູ່​​ຕືກ INTEX, ນະ​ຄອນ​ໂອ​ຊາ​ກະ ຂອງ​ຍີ່​ປຸ່ນ, ວັນ​ທີ 22 ມິ​ຖຸ​ນາ, 2019.
ທ່ານ Yoshihide Suga (ກາງ) ຫົວ​ໜ້າກອງ​ເລ​ຂາ​ປະ​ຈຳ​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນ ກວດ​ກາ​ຄວາມ​ຮຽບ​ຮ້ອຍ ​ຂອງ​ບ່ອນ​ຈັດ​ປະ​ຊ​ຸມ ຂອງ​ຜູ້​ນຳ​ປະ​ເທດ​ ໃນ​ກຸ່ມ G-20 ຢູ່​​ຕືກ INTEX, ນະ​ຄອນ​ໂອ​ຊາ​ກະ ຂອງ​ຍີ່​ປຸ່ນ, ວັນ​ທີ 22 ມິ​ຖຸ​ນາ, 2019.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ໄປ​ເຖິງ​ນະ​ຄອນ​ໂອ​ຊາ​ກະ ປະ​ເທດ​ຍີ​ປຸ່ນ​ແລ້ວ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ ຂອງ​ຜູ້​ນຳປະ​ເທດ​ໃນ​ກຸ່ມ
ຈີ 20.

ການ​ພົບ​ປະ​ທຳ​ອິດ​ຂອງ​ທ່​ານ ແມ່ນ​ຮັບ​ປະ​ທານ​ອາ​ຄານ​ຄ່ຳ ​ແລະ​ເຮັດ​ວຽກ​ໄປ​ພ້ອມ ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອອ​ສ​ເຕ​ຣ​ເລຍ ທ່ານ​ສະ​ກັອດ ມໍ​ຣິ​ສັນ ຊຶ່ງໃນ​ລະ​ຫວ່າງ​ການ​ພົບ​ປະ​ດັ່ງ​ກ່າວ ທ່ານ​ທ​ຣຳ ກ່າວ​ວ່າ ປະ​ເທດ​ທັງ​ສອງ ແມ່ນ “ເປັນ​ພັ​ນ​ທະ​ມິດ​ທີ່​ດີ​ຫຼາຍ.”

ທ່ານ​ທ​ຣຳ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ເຮັດ​ວຽກ​ຮ່ວມ​ກັບ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ.
ພວກ​ເຮົາ​ເບິ່ງ​ແຍງ ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ. ຂ້າ​ພ​ະ​ເຈົ້າ​ໄດ້​ຮັບ​ການ​ຂາດ​ດຸນ
ການ​ຄ້າ ທີ່​ຕົກ​ທອດ​ມາ​ກັບ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ ແລະ​ແມ່ນ​ກະ​ທັງ ພວກ
ເຮົາ​ໄດ້​ຊ່ວຍ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ​ທາງ​ດ້ານ​ທະ​ຫານ.”

​ຢູ່ນອກກອງ​ປະ​ຊຸມ​ສຸດຍອດໃຫຍ່ນັ້ນ ​ທ່ານ​ທ​ຣຳ​ຍັງ​ມີ​ໝາຍ​ກຳ​ນົດ​ທີ່​ຈະ​ພົບ​ປະ
ສອງ​ຝ່າຍ​ກັບ​ຫຼາຍໆ​ປະ​ເທດ ຮວມ​ທັງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ຣະ​ມັນ​ທ່ານ​ນາງ
ແອງ​ເກີ​ລາ ເມີ​ໂກ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນໃນ​ວັນ
ພະ​ຫັດ ແລະ​ໃນ​ມື້​ວັນ​ສຸກ ຈະ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ.

ການ​ເຈ​ລະ​ຈາ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ມີ​ທ່າ​ທາງວ່າ​ຈະ​ເວົ້າ​ກ່ຽວ​ກັບ​ເລື້ອ
ງ​ການ​ຄ້າ ຫລັງ​ຈາກ​ການ​ເຈ​ລະ​ຈາ​ໄດ້​ແຕກ​ຫັກ​ລົງ ແລະ​ການ​ເພີ້ມ​ການ​ເກັບ​ພາ
ສີ​ຂອງ​ທັງ​ສອງ​ຝ່າຍ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ບໍ່​ມີ​ຫົວ​ຂໍ້​ທີ່​ແນ່ນອນ​ເທື່ອ ໃນ​ການ​ພົບ​ປະ​ລະ​ຫວ່າງ
ທ່ານ​ທ​ຣຳ​ແລະ​ທ່ານ​ປູ​ຕິນ ແຕ່​ກໍ​ຮັບ​ຮູ້​ວ່າ​ພວກ​ຜູ້​ນຳ​ທັງ​ສອງ ແນ່ນອນ​ແມ່ນ​ຈະ​ໂອ້​ລົມ​ກັນ ກ່ຽວ​ກັບ​ບັນ​ຫາ​ຢູ​ເຄ​ຣນ ພາກ​ຕາ​ເວັນ​ອອກ​ກາງ ແລະ​ເວ​ເນ​ຊູ​ເອ​ລາ.

ນອກນັ້ນ​ແລ້ວ ທ່ານ​ທ​ຣຳ​ຍັງ​ຄາດ​ວ່າ ຈະ​ໃຊ້​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ​ຈີ 20 ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ຕັ້ງ​ໃຈ ​ທີ່​ຈະ​ສືບ​ຕໍ່ ​ການ​ກົດ​ດັນ​ທາງ​ດ້ານ​ເສດ​ຖະ​ກິດ​ຕໍ່​ອີ​ຣ່ານ ໂດຍ​ຊອກ​ຫາ​ຊ່ອງ​ທາງ​ບໍ່​ໃຫ້​ປະ​ເທດ​ດັ່ງ​ກ່າວ​ໄດ້
ຮັບ​ລາຍ​ໄດ້​ທີ່​ສຳ​ຄັນ​ຈາກ​ການ​ຂາຍ​ນ້ຳ​ມັນ ແລະ​ເປີດ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ກ່ຽວ
ກັບ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ແລ້ວ ​ທ່ານ​ທ​ຣຳ​ຈະ​ເດີນ​ທາງ​ໄປ​ນະ​ຄອນຫຼວງໂຊ​ລ​ຂອງ​ເກົາ​ຫຼີ​ໃຕ້ ເພື່ອ​ຫາ​ລື​ກັບ​ປະ​ທາ​ນາ​ທິ​ບໍ​ດີເກົາ​ຫຼີ​ໃຕ້ ທ່ານ​ມູນ​ ແຈ ​ອິນ ເພື່ອ
ຫາ​ທາງ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ກັບ​ເກົາ​ຫຼີ​ເໜືອ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

U.S. President Donald Trump is in Osaka, Japan, where he is attending a summit with other leaders from the Group of 20.

His first meeting was a working dinner with Australian Prime Minister Scott Morrison during which Trump said the two countries have been "very good allies."

"We work with our allies. We take care of our allies," he said. "I've inherited massive trade deficits with our allies. And we even help our allies militarily."

On the sidelines of the main event, Trump is scheduled to hold a number of bilateral meetings, including those with German Chancellor Angela Merkel and Russian President Vladimir Putin on Thursday and Friday talks with Chinese President Xi Jinping.

The U.S.-China talks are likely to touch on trade after a breakdown in negotiations and an escalation of tariffs by both sides.

U.S. officials said there was no fixed agenda for Trump's meeting Putin, but acknowledged the two leaders would almost certainly discuss issues involving Ukraine, the Middle East and Venezuela.

Trump is also expected to use the G-20 sessions to convey that his administration intends to continue applying economic pressure on Iran, seeking to deny the country its important oil revenue and bring about fresh negotiations on its nuclear program.

After the summit, Trump flies to Seoul to discuss with South Korean President Moon Jae-in ways to ease tensions with North Korea.

XS
SM
MD
LG