ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມຊາດເຢຍຣະມັນ ພຽງສາມາດເອົາສະເໝີ ທີມຊາດສະເປນ 1 ​ປະ​ຕູຕໍ່ 1 ໃນການແຂ່ງຂັນບານໂລກ ຮອບທຳອິດ ໃນສາຍ ອີ

ຜູ້ຮັກສາປະຕູຂອງສະເປນ ທ້າວຢູໄນ ຊີມອນ (Unai Simon), ຜູ້ທີສອງຈາກຂວາ, ໂອບກອດໂດຍທ້າວແອນໂຕນີໂອ ຣູດິເກີ (Antonio Ruediger) ຈາກເຢຍຣະມັນ ຫຼັງຈາກການແຂ່ງຂັນບານໂລກ ໃນສາຍ ອີ ລະຫວ່າງ ສະເປນ ແລະ ເຢຍຣະມັນ ໄດ້ສິ້ນສຸດລົງ, ຢູ່ທີ່ ສະໜາມກິລາ ອາລ ເບຕ໌ ໃນເມືອງ ອາລ ກໍ ຂອງກາຕ້າ, ວັນທີ 27 ພະຈິກ 2022.

ເຢຍຣະມັນ ໄດ້ໃຫ້ຄວາມຫວັງແກ່ຕົນເອງ ໃນການຫລີກເວັ້ນຄວາມອັບອາຍອີກຄັ້ງນຶ່ງຕໍ່ການຕົກຮອບບານໂລກກ່ອນໝູ່ ເມື່ອພວກເຂົາສາມາດໄດ້ສະເໝີກັບທີມຊາດສະເປນ 1 ປະ​ຕູຕໍ່ 1 ໃນວັນອາທິດວານນີ້ດ້ວຍທ້າວນິກກລາສ ຟູລຄລູກ (Niclas Fuelkrug) ຍິງເຂົ້າປະຕູຕີສະເໝີໄດ້ ໃນເວລາ 83 ນາທີ ໃນການລົງແຂ່ງຂັນ ພຽງຄັ້ງທີສາມສຳລັບປະເທດຂອງລາວ.

ຜົນການແຂ່ງຂັນດັ່ງກ່າວ ໄດ້ເຮັດໃຫ້ທີມແຊ້ມປ້ຽນສີ່ສະໄໝ ປະເຊີນກັບການແຂ່ງຂັນຮອບຕໍ່ໄປທີ່ຕ້ອງໄດ້ເອົາຊະນະທີມຊາດຄອສຕາຣິກາເທົ່ານັ້ນ ໃນວັນພະຫັດ ຈະມາເຖິງນີ້ ແລະກໍຍັງໝາຍຄວາມວ່າ ທີມສະເປນ ບໍ່ທັນຜ່ານສາຍ ອີ ເທື່ອ ເພາະວ່າ ທີມຊາດຂອງ ຍີ່ປຸ່ນ ແລະຄອສຕາຣິກາ ອາດຜ່ານຮອບຄັດເລືອກນີ້ ໄດ້ເຊັ່ນກັນ.

ທ້າວແຊກກາຣາຍ ອັບບູຄ໌ລາລ (Zakaria Aboukhlal) ສະຫຼອງກັບເພື່ອນນັກເຕະ ຫຼັງຈາກທີ່ໄດ້ຍິງເຂົ້າປະຕູລູກທີສອງໃຫ້ແກ່ຝ່າຍຂອງລາວ ໃນລະຫວ່າງການແຂ່ງຂັນບານໂລກ ສາຍ ແອັຟ ຄູ່ລະຫວ່າງ ທີມຊາດແບລຈ້ຽມ ແລະ ໂມຣົກໂກ, ຢູ່ທີ່ສະໜາມກິລາ ອາລ ທູມາມາ ໃນນະຄອນຫຼວງໂດຮາ ຂອງກາຕ້າ, ວັນທີ 27 ພະຈິກ 2022.

ການ​ແຂ່ງ​ຂັນລະຫວ່າງ ໂມຣົກໂກ ກັບ ແບລຈ້ຽມ ນັ້ນ ທ້າວອັບແດລຮາມິຕ ຊາບີຣີ ຍິງເຂົ້າປະຕູທີ່ມີມຸມແຄບຢ່າງໃຈກ້າ ແລະເພື່ອນນັກເຕະ ທ້າວແຊກກາຣາຍ ອາບູຄ໌ລາວ (Zakaria Aboukhlal) ທີ່ໄດ້ເຂົ້າມາແທນນັ້ນ ກໍໄດ້ຍິງເຂົ້າລູກທີສອງຕື່ມໃນຊ່ວງຕໍ່ເວລາສຳລັບການຢຸດເກມ ຊຶ່ງທີມຊາດໂມຣົກໂກ ສາມາດເອົາຊະນະທີມຊາດແບລຈ້ຽມ ໄດ້ຢ່າງບໍ່ໜ້າເຊື່ອ ໃນການແຂ່ງຂັນ​ເຕະ ບານໂລກ ສາຍ ແອັຟ ໃນວັນອາທິດວານນີ້ ຢູ່ໃນນະຄອນຫຼວງໂດຮາ ຂອງກາຕ້າ.

ການຍິງລູກໃໝ ຢູ່ໃກ້ແຈທຸງເຕະມຸມ ໃນຂະນະທີ່ຜູ້ຮັກສາປະຕູຂອງແບລຈ້ຽມ ທ້າວທີໂບຕ ຄວດທົວສ໌ (Thibaut Courtois) ກຳລັງອອກໄປຈາກປະຕູພໍດີ ເຂົ້າມຸມເທິງເບື້ອງຂວາ ໃນຊ່ວງເວລາ 73 ນາທີ ແລະໄດ້ເອົາຊະນະ 2 ປະຕູຕໍ່ 0 ຈຶ່ງໄດ້ຜ່ານຮອບທຳອິດ ອັນເປັນພຽງໄຊຊະນະຄັ້ງທີສາມຢູ່ໃນບານໂລກຮອບສຸດທ້າຍຂອງໂມຣົກໂກ.

ທ້າວຄີເຊີຣ ຟູລເລີ (Keysher Fuller) ຈາກທີມຊາດຄອສຕາຣິກາ, ຊ້າຍ, ແລະເພື່ອນນັກເຕະ ສະເຫຼີມສະຫຼອງ ຫຼັງຈາພວກເຂົາໄດ້ຊະນະ ການແຂ່ງຂັນບານໂລກ ໃນສາຍ ອີ ຄູ່ລະຫວ່າງ ທີມຊາດ ຍີ່ປຸ່ນ ແລະ ຄອສຕາຣິກາ ຢູ່ທີ່ສະໜາມກິລາ ອາມາດ ບິນ ອາລີ ໃນເມືອງ ອາລ ເຣຢານ ຂອງກາຕ້າ, ວັນທີ 27 ພະຈິກ 2022.

ຄູ່ລະຫວ່າງ ຄອສຕາຣິກາ ແລະ ຢີ່ປຸ່ນ ນັ້ນ ຍີ່ປຸ່ນໄດ້ພາດໂອກາດໄປ ທີ່ຈະຜ່ານຮອບທຳອິດ 16 ທີມສຸດທ້າຍຂອງບານໂລກ ຫຼັງຈາກທີ່ ທ້າວຄີເຊີຣ ຟູລເລີ ຍິງເຂົ້າປະຕູ ໃນນາທີ ທີສິບ ກ່ອນຈະໝົດເວລາ ຈຶ່ງໄດ້ເຮັດໃຫ້ຄອສຕາຣິກາ ຊະນະ 1 ປະຕູຕໍ່ 0 ໄປໄດ້ຢ່າງບໍ່ໜ້າເຊື່ອ ໃນການແຂ່ງຂັນທີ່ພວກເຂົາ ບໍ່ຄ່ອຍມີໂອກາດໃດໆເລີຍ ຢູ່ໃນເມືອງອາລ ເຣຢານ ຂອງກາຕ້າ.

ສ່ວນທີມແດນຊາມູໄຣ ໃສ່ເສື້ອສີຟ້າ ບໍ່ສາມາດສຸມແຮງກຳລັງຂອງການເອົາຊະ ນະທີມເຢຍຣະມັນ ມາແລ້ວນັ້ນ ແລະກໍເລີຍໄດ້ພາດໂອກາດໄປຫຼັງຈາກທີ່ບໍ່ໄດ້ສະແດງໃຫ້ເຫັນການຫຼິ້ນເກມທີ່ສ້າງສັນເລີຍ ກັບຝ່າຍທີມຊາດຄອສຕາຣິກາ ທີ່ໄດ້ຫຼິ້ນເກມປ້ອງກັນຢ່າງເດັດດ່ຽວ ຫຼັງຈາກທີ່ໄດ້ຜ່າຍແພ້ 7 ປະຕູຕໍ່ 0 ໃຫ້ແກ່ສະເປນ ໃນຮອບທຳອິດທີ່ຜ່ານມານັ້ນ.

ທ້າວລູກາ ໂມດຣິກ (Luka Modric) ຈາກທີມຊາດໂຄຣເອເຊຍ ກຳລັງຍາດເອົາບານກັບກອງກາງຂອງທີມຊາດການາດາ ທ້າວຄາມາລ ມີລເລີ (Kamal Miller) ໃນລະຫວ່າງການແຂ່ງຂັນບານໂລກ ສາຍ ແອັຟ ຄູ່ລະຫວ່າງ ທີມຊາດໂຄຣເອເຊຍ ແລະ ການາດາ, ຢູ່ທີ່ສະໜາມກິລາສາກົນ ຄາລີຟາ ໃນນະຄອນຫຼວງ ໂດຮາ ຂອງກາຕ້າ, ວັນທີ 27 ພະຈິກ 2022.

ໃນ​ການ​ແຂ່ງ​ຂັນ​ລະ​ຫວ່າງ ໂຄຣເອເຊຍ ກັບ ການາດາ ທ້າວອາລຟອນໂຊ ເດວີສ໌ ໄດ້ຍິງເຂົ້າປະຕູທຳອິດຂອງການາດາ ໃນການແຂ່ງຂັນບານໂລກ ທີມຊາຍ ແຕ່ມັນເປັນໄຊຊະນະຂອງໂຄຣເອເຊຍ ທີ່ທ້າວອານເດຣຈ ຄຣາມາຣິກ (Andrej Kramaric) ໄດ້ເປັນຫົວຫອກຂອງທີມ ນຳເອົາໄຊຊະນະມາໄດ້ຢ່າງໜ້າປະທັບໃຈ ດ້ວຍ 4 ປະຕູຕໍ່ 1 ໃນສາຍແອັຟ ເມື່ອວັນອາທິດວານນີ້ ຢູ່ໃນເມືອງອາລ ເຣຢານ ຂອງກາຕ້າ ຊຶ່ງໄດ້ສິ້ນສຸດຄວາມຫວັງໃດໆທີ່ຈະຜ່ານຮອບຕໍ່ໄປຂອງປະເທດໃນທະວີບອາເມຣິກາເໜືອ ໃນຂະນະດຽວກັນ ກໍໄດ້ເຮັດໃຫ້ທີມໂຄຣເອເຊຍ ຍັງມີໂອກາດທີ່ຈະຜ່ານຮອບນີ້ໄປໄດ້ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG