ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ມີການພະຍາຍາມ ກໍ່ລັດຖະປະຫານ ໃນ ຊູດານໃຕ້ (ວີດີໂອ/ສະໄລດ໌)


Overnight Curfew Declared Amid Unrest in South Sudan
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ

ປະທານາທິບໍດີ ຊູດານໃຕ້ ທ່ານ Salva Kiir ​​ປະກາດ​ຫ້າມ​ອອກ​ນອກ​ບ້ານ​ ໃນ​ຍາມ​ຄໍ່າ​ຄືນ.

ການຍິງ​ຕໍ່ສູ້​ກັນໄດ້​ຮື້​ຟືນ​ຄືນ​ອີກ ​ໃນຄືນຜ່ານ​ມາ ​ໃນ​ເມືອງ​ຫລວງ​
ຂອງ ຊູ​ດານ​ໃຕ້ ບ່ອນ​ທີ່ ປະທານາທິບໍດີ Salva Kiir ​ໄດ້​ປະ
ກາດ​ຫ້າມ​ອອກ​ນອກ​ບ້ານ​ໃນ​ຍາມ​ຄໍ່າ​ຄືນ ​ໃນ​ການເຄື່ອນ​ໄຫວ
ຕອບຕໍ່ ການ​ໂຈມ​ຕີ​ຕໍ່ກອງ​ບັນຊາ​ການ​ທະຫານ.

ການ​ຍິງ​ຕໍ່ສູ້ກັນ​ທີ່​ເລີ້ມ​ຄືນໃໝ່ນີ້ ​ໄດ້​ຕິດຕາມ​ມາ ຫລັງ​ຈາກ​ອັນ
ທີ່​ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ​ເປັນ​ການ​ຍິງຕໍ່ສູ້​ກັນຢ່າງ​ໜັກ​
ທີ່​ໄດ້​ເລີ້ມ​ເກີດ​ຂື້ນໃນ​ຕອນ​ແລງ​ວັນ​ອາທິດ ​ແລະ​ໄດ້​ສີ້ນສຸດລົງ
​ໃນຕອນ​ທ່ຽງ​ວັນ​ຈັນ.

ທ່ານ Kiir ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ລັດ
ຖະບານ​ໄດ້ຂັດຂວາງການ​ພະຍາຍາມ​ກໍ່ລັດຖະປະຫານ ​ແລະ​
ໄດ້​ເຂົ້າຄວບ​ຄຸມ ສະຖານະ​ການ​ຄວາມ​ປອດ​ໄພ​ໃນ​ເມືອງ Juba
​ໄວ້​ໄດ້​ໂດຍ​ເຕັມ​ແລ້ວ. ທ່ານ ກ່າວ​ວ່າ ການ​ໂຈມຕີແມ່ນ​ນໍາພາ​
ໂດຍ ກໍາລັງທີ່ຈົ່ງ​ຮັກ​ພັກດີີ​ຕໍ່ ອ​ະດີດ​ຮອງ​ປະທານາທິບໍດີຂອງ
​ທ່ານ ຄື​ທ່ານ Reik Machar. ທ່ານ Machar ​ໄດ້​ຖືກ ປະທານາ
ທິບໍດີ ​ໄລ່​ອອກ​ຈາກ​ໜ້າ​ທີ່ ໃນ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ.

ສະຖານທູດ ສະຫະລັດ ທີ່​ເມືອ​ງ Juba ຍັງ​ປິດ​ຢູ່​ຕໍ່​ໄປ​ໃນ ວັນ​ອັງຄານ​ມື້​ນີ ​ແລະ​ລາຍ​ງານ​
ວ່າ ​ການ​ບໍລິການໂທລະສັບ​ມື​ຖື​ ຢູ່​ໃນ​ເມືອງ​ ສ່ວນ​ໃຫຍ່​ແມ່ນໃຊ້ບໍ່​ໄດ້.

ທູດ​ພິ​ເສດ ສະຫະລັດ ປະຈ​ໍາ ຊູ​ດານ ​ແລະ​ຊູ​ດານ​ໃຕ້ ທ່ານ Donald Booth ກ່າວ​ຕໍ່
ວີ​ໂອ​ເອ ພະ​ແນ​ກພາສາ​ອັງກິດ​ໄປ​ຍັງ​ອາ​ຟຣິກາ ໃນ​ວັນ​ຈັນ​ວານ​ນີ້ ວ່າ ​ສະຫ​ະລັດ ມີ​ຄວາມ
​ເປັນ​ຫ່ວງ​ທີ່​ສຸດກ່ຽວ​ກັບ​ເຫດການ​ທີ່​ຜັນ​ຂະຫຍາຍ​ອອກ​ນັ້ນ. ທ່ານ​ກ່າວ​ວ່າ ສະຫະລັດຍັງ
ບໍ່​ສາມາດຢັ້ງຢືນ​ໄດ້​ເທື່ອ​ວ່າ ​ໄດ້​ມີການ​ພະຍາຍາມກໍ່ລັດ​ຖະປະຫານ​ແທ້​ບໍ ​ແລະ​ກໍາລັງ
ພະຍາຍາມ​ໃຫ້​ຮູ້​ວ່າແມ່ນ​ຫຍັງ​ກໍ່​ໃຫ້​ເກີດ​ຄວາມຮຸນແຮງ ດັ່ງກ່າວ.

XS
SM
MD
LG