ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງໜຸນຝຣັ່ງ ​​ເລີ້ມ​​ໄປ​ເຖິງ ສາທາລະນະລັດ ອາ​ຟຣິກາກາງ (ວີດີໂອ)


UN Gives Approval for Troop Increases in CAR
please wait

No media source currently available

0:00 0:00:55 0:00
ລິງໂດຍກົງ
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຝຣັ່ງ ກ່າວ​ວ່າ ກໍາລັງ​ກອງໜຸນ ​ໄດ້
​ເລີ້ມໄປ​ເຖິງສາທາລະນະລັດອາ​ຟຣິກາກາງ ຫຼັງ​ຈາກ​ມີລາຍ​ງານ
​ວ່າ ປະມານ 100 ຄົນ​ໄດ້​ຖືກ​ສັງຫານ​ຢູ່​ທີ່​ນັ້ນໃນ​ວັນ​ພະຫັດ​ວານ
​ນີ້ ອັນ​ເປັນຄວາມ​ຮຸນ​ແຮງ​ທາງ​ດ້ານ​ສາສະໜາ​ທີ່​ເລີ້ມຄືນ​ໃໝ່.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຝຣັ່ງ ທ່ານ Jean-Yves Le
Drian ​ໄດ້​ກ່າວ​ຕໍ່ ວິທະຍຸ​ຝຣັ່ງສາກົນ ​ໃນ​ວັນ​ສຸກ​ມື້​ນີ້ວ່າ ທະຫານ
​ໄດ້​ເລີ້ມ​ເຄື່ອນ​ຍ້າຍ​ ເຂົ້າ​ໄປ​ໃນ ​ນະຄອນຫລວງ Bangui ບ່ອນ​ທີ່
​ຖະໜົນ​ຫົນທາງ ງຽບ​ສະ​ງັດ ​ໃນ​ປັດ​ຈຸ​ບັນ​ນີ້ ຫລັງ​ຈາກ ​ນຶ່ງມື້​ທີ່​ມີ​
ການ​ນອງ​ເລືອດ ລ​ະຫ​ວ່າງ ພວກທະຫານ​ບ້ານຄຣິສຕຽນ ​ແລະ
​ພວກ​ກະບົດ​ມຸສລິ​ມ.

ຂະ​ບວນການ ທີ່​ເປັນ​ພັນທະ​ມິດ​ກັບ ​ອະດີດປະທານາທິບໍດີຂອງສາທາລະນະ ອາ​ຟຣິກາກາງ
ທ່ານ Francois Bozize ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມຕີ​ຢູ່ອ້ອມ​ແອ້ມ​ນະ
ຄອນຫລວງ.

ຝຣັ່ງ ​ໄດ້​ສົ່ງ​ທະຫານ​ໄປ ຫລັງ​ຈາກການ​ລົງ​ມະຕິ​ຢ່າງ​ເປັນ​ເອກ​ກະສັນ​ຂອງ​ສະ ພາ​ຄວາມ​ໝັ້ນຄົງ
ສະຫະ​ປະຊາ​ຊາດ ​ໃນ​ວັນ​ພະຫັດ​ວານ​ນີ້ ອະນຸຍາດ​ໃຫ້ຝຣັ່ງ ​ແລະ​ສະຫະພາບ​ອາ​ຟຣິກາ ​ເພີ້​ມ
ກໍາລັງ​ຂອງ​ເຂົາ​ເຈົ້າ ​ໃນ​ຄວາມ​ຫວັງເພື່ອຈະ​ເຮັດ​ໃຫ້​ຂົງ​ເຂດດັ່ງກ່າວ​ກັບ​ຄືນ​ໄປ​ສູ່​ຄວາມ.
XS
SM
MD
LG