ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຝຣັ່ງ ເລີ້ມຕົ້ນການປາບປາມ ເພື່ອຕໍ່ຕ້ານການລັກລອບຄ້າຢາເສບຕິດ


ປະທານາທິບໍດີຂອງຝຣັ່ງ ທ່ານເອມມານູແອລ ມາກຣົງ, ກາງ, ພົບປະກັບພົນລະເມືອງ ໃນລະຫວ່າງ ການລົງໄປຢ້ຽມຢາມ ເພື່ອເພັ່ງເລັງໃສ່ເລື້ອງຄວາມປອດໄພ ແລະການຕໍ່ສູ້ຕ້ານການລັກລອບຄ້າຢາເສບຕິດ ໃນເຂດ La Castellane ຂອງນະຄອນມາກໄຊ, ທາງພາກຕາເວັນອອກສຽງໃຕ້ຂອງຝຣັ່ງ, ໃນວັນທີ 19 ມີນາ 2024.
ປະທານາທິບໍດີຂອງຝຣັ່ງ ທ່ານເອມມານູແອລ ມາກຣົງ, ກາງ, ພົບປະກັບພົນລະເມືອງ ໃນລະຫວ່າງ ການລົງໄປຢ້ຽມຢາມ ເພື່ອເພັ່ງເລັງໃສ່ເລື້ອງຄວາມປອດໄພ ແລະການຕໍ່ສູ້ຕ້ານການລັກລອບຄ້າຢາເສບຕິດ ໃນເຂດ La Castellane ຂອງນະຄອນມາກໄຊ, ທາງພາກຕາເວັນອອກສຽງໃຕ້ຂອງຝຣັ່ງ, ໃນວັນທີ 19 ມີນາ 2024.

ປະທານາທິບໍດີຂອງຝຣັ່ງ ທ່ານເອມມານູແອລ ມາກຣົງ ໄດ້ເລີ້ມປະຕິບັດການ ຕໍ່ຕ້ານການລັກລອບຄ້າຢາເສບຕິດໃນ 10 ຫົວເມືອງຂອງຝຣັ່ງ ທີ່ລວມທັງ ມາກໄຊ. ເຊິ່ງເມືອງທ່າເຮືອທາງພາກໃຕ້ແຫ່ງນີ້ ຈະເປັນເຈົ້າພາບຈັດງານແຂ່ງ ຂັນກິລາໂອລິມປິກ ລະດູຮ້ອນຂອງນະຄອນຫຼວງປາຣີ ໃນ ປີ 2024 ນີ້.

“ໃນ ມາກໄຊ ແລະເມືອງຕ່າງໆໃນຝຣັ່ງ ພວກເຮົາໄດ້ເລີ້ມປະຕິບັດການທີ່ບໍ່ ເຄີຍມີມາກ່ອນ ເພື່ອຍຸຕິການລັກລອບຄ້າຢາເສບຕິດ ແລະຮັບປະກັນຄວາມ ເປັນລະບຽບຮຽບຮ້ອຍຂອງສາທາລະນະ” ທ່ານມາກຣົງໄດ້ຂຽນລົງໃນສື່ສັງຄົມ X.

ຕະຫຼອດໄລຍະນຶ່ງປີທີ່ຜ່ານມາ ການຕໍ່ສູ້ລະຫວ່າງກຸ່ມແກັ່ງອັນຕະພານທີ່ໄດ້ເຮັດ ໃຫ້ມີຜູ້ເສຍຊີວິດແລະບາດເຈັບຫຼາຍສິບຄົນ ໃນສົງຄາມເພື່ອຄອງພື້ນທີ່ຄ້າຢາ ເສບຕິດໃນນະຄອນມາກໄຊ ພຽງແຫ່ງດຽວເທົ່ານັ້ນ, ໄດ້ສົ່ງຜົນກະທົບຢ່າງ ໜັກຫນ່ວງຕໍ່ຊີວິດການເປັນຢູ່ຂອງພົນລະເມືອງ ແລະເຮັດໃຫ້ມີການປຸກລະດົມ ການຕໍ່ຕ້ານຢາເສບຕິດທີ່ຈຳເປັນ ທ່ານມາກຣົງ ກ່າວ. ເຈົ້າໜ້າທີ່ຕຳຫຼວດປະ ມານ 4,000 ຄົນຈະຖືກລະດົມໄປປະຈຳການຢູ່ນະຄອນ ມາກໄຊ ໃນບໍ່ເທົ່າອາ ທິດຈະມາເຖິງນີ້.

ທ່ານມາກຣົງ ໄດ້ກ່າວວ່າ ເກືອບ 100 ຄົນໄດ້ຖືກຄວບຄຸມໂຕ ໃນການບຸກ ເຂົ້າກວດຄົ້ນຂອງປະຕິບັດການດັ່ງກ່າວນັ້ນ ເຊິ່ງໄດ້ເລີ້ມຂຶ້ນໃນວັນຈັນທີ່ຜ່ານມາ ນີ້. ອີກເຈັດສິບເອັດຄົນໄດ້ຖືກຄວບຄຸມໂຕໄປກັກຂັງ ແລະຢຶດໄດ້ປືນສີ່ກະບອກ, ເງິນສົດ 420,000 ໂດລາ, ກັນຊາ 8.7 ກິໂລກຣາມ ແລະ ຢາໂຄເຄນ 339 ກຣາມ ອີງຕາມເຈົ້າໜ້າທີ່ຕຳຫຼວດ.

“ອາຊະຍາກຳດ້ານຢາເສບຕິດໃນນະຄອນມາກໄຊ ເປັນຄືກັບໂຣກເນື້ອເຫນົ່າ ຕາຍຊະນິດນຶ່ງທີ່ສ້າງຄວາມເສຍຫາຍໃຫ້ກັບໂຄງສ້າງຂອງສັງຄົມ” ຜູ້ພິພາກ ສາຂັ້ນສູງຂອງນະຄອນມາກໄຊ ທ່ານໂອລີວີແອຣ ເລີຣອງຕ໌ ໄດ້ກ່າວເມື່ອຕົ້ນ ເດືອນນີ້.

ການແຂ່ງຂັນກິລາໂອລິມປະລະດູຮ້ອນ ກຳລັງຍັບໃກ້ເຂົ້າມານັບມື້ ເຮັດໃຫ້ ການແກ້ໄຂບັນຫາຕ່າງໆກ່ຽວກັບຢາເສບຕິດໃນປະເທດ ມີຄວາມກົດດັນຫຼາຍ ຍິ່ງຂຶ້ນ.

French President Emmanuel Macron launched on Tuesday an anti-drug trafficking operation in 10 French cities, including Marseille. The southern port city will host some Paris 2024 Olympic events this summer.

"In Marseille and other cities in France, we have launched an unprecedented operation to put a stop to drug trafficking and ensure republican order," Macron wrote on X.

Over the past year, gangland battles have left dozens of people dead and injured in drug turf wars in Marseille alone, drastically affecting the life of residents and making the anti-drug campaign necessary, Macron said. About 4,000 police officers will be mobilized in Marseille in the coming weeks.

Macron said almost 100 people were detained in the operation’s first raids, which began on Monday. Seventy-one more people have been taken into custody, and four guns, $420,000 in cash, 8.7 kilograms of cannabis and 339 grams of cocaine were seized, according to the police.

"Narcotics crimes in Marseille are a kind of gangrene that damages the social fabric," Marseille's top judge Olivier Leurent said earlier this month.

The quickly approaching Summer Olympics makes tackling the drug issues in the country even more pressing.

Some information for this report was provided by Agence France-Presse.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG